ຜະລິດຕະພັນເຄື່ອງປ່າຂອງດົງໃນ ສປປ ລາວ
ເຄື່ອງປາຂອງດົງ ມີບົດບາດສຳຄັນ ຕໍ່ຊີວິດການເປັນຢູ່, ວັດທະນາທຳ ແລະ ຮີດຄອງປະເພດນີ, ຂອງຄົນລາວ. ເຄື່ອງປ່າຂອງດົງເປັນແຫຼ່ງສະໜອງໂປຣຕີນ, ພະລັງງານ, ວັດສະດຸການປຸກສ້າງເຮືອນ, ເຄື່ອງຫັດທະກຳ ແລະ ເຄື່ອງໃຊ້ຕ່າງໆ, ຢາພື້ນເມືອງ ແລະ ລາຍຮັບ. ລາຍໄດ້ຈາກການຂາຍຜະລິດຕະພັນເຄື່ອງປ່າຂອງດົງເຫຼົ່ງນີ້ ອາດກວມເຖິ່ງ 1/3 ຂອງລາຍຮັບທັງໝົດ ຂອງບ້ານໃນທົ່ວປະເທດ ແລະ ໃນບ່ອນທີ່ມີປ່າອຸຸດົມສົມບູນ ອາດເກີນເຄິ່ງໜຶ່ງ. ການປະກອບສ່ວນຂອງເຄື່ອງປ່າຂອງດົງ ຕໍ່ເສດຖະກິດຄອບຄົວ ໃນເຂດຊົນນະບົດອາດມີມູນຄ່າເຖິ່ງ 325 ດອນລາສະຫະລັດຕໍ່ຄອບຄົວຕໍ່ປີ ໂດຍປະມານ.
ສູນວາງສະແດງ ແລະ ຈັດຈຳໜ່າຍຜະລິດຕະພັນເຜິ້ງ
ສູນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 2019ຜ່ານການຮ່ວມມືລະຫວ່າງຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ແລະ ອົງການ Terra Renaissance, ເປົ້າໝາຍຂອງສູນແມ່ນເພື່ອສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ຄຽງຄູ່ໄປກັບປົກປັກຮັກສາລະບົບນິເວດ. ໂດຍການສົ່ງເສີມການຈັດຕັ້ງປະຕິບັດການລ້ຽງເຜິ້ງໂກນແບບຍືນຍົງ ເຊິ່ງຈະຊ່ວຍຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ເຊື່ອມສານກັບການປົກປັກຮັກສາສິ່ງແວດລ້ອມ. ເອົາຊະນະສິ່ງທ້າທາຍດ້ວຍການຮ່ວມມືຈາກຫຼາຍພາກສ່ວນ ເຖິງວ່າຈະມີສິ່ງທ້າທາຍຕ່າງໆບໍ່ວ່າຈະເປັນການເຂົ້າເຖິງຕະຫຼາດທີ່ຈໍາກັດ, ການຂາດທຶນ, ແລະ ຄວາມຊໍານານດ້ານວິຊາການບໍ່ພຽງພໍ ສູນດັ່ງກ່າວຍັງຄົງມີການເຄື່ອນໄຫວມາຫຼາຍກວ່າຫ້າປີ. ໃນໄລຍະນີ້, ໄດ້ສຸມໃສ່ການຜະລິດນ້ຳເຜິ້ງທີ່ມີຄຸນນະພາບສູງ, ມີການຝຶກອົບຮົມໃຫ້ຜູ້ລ້ຽງເຜິ້ງ, ແລະ ດຳເນີນການຄົ້ນຄວ້າຕະຫຼາດເພື່ອຂະຫຍາຍໂອກາດ ເຊິ່ງຄວາມພະຍາຍາມເຫຼົ່ານີ້ໄດ້ນໍາໄປສູ່ຄວາມສຳເລັດໃນປະຈຸບັນ. ນອກນັ້ນ, ສູນດັ່ງກ່າວໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີລາຍຮັບແບບຍືນຍົງ ພ້ອມທັງປະກອບສ່ວນອະນຸລັກສິ່ງແວດລ້ອມ. ນ້ຳເຜີ້ງແຂວງຊຽງຂວາງ ມີເອກະລັກສະເພາະທາງດ້ານລົດຊາດ ແລະ ມີກິ່ນຫອມຈາກແຫຼ່ງດອກໄມ້ຫຼາກຫຼາຍຊະນິດໃນພາກພື້ນ ເຊິ່ງໄດ້ຮັບຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ. ການບໍລິການສໍາລັບຜູ້ທີ່ສົນໃຈລ້ຽງເຜິ້ງໃນອະນາຄົດ ສໍາລັບຜູ້ທີ່ສົນໃຈໃນການເລີ່ມຕົ້ນທຸລະກິດລ້ຽງເຜິ້ງໂກນເປັນຂອງຕົນເອງ, ສູນກໍຍິນດີທີ່ຈະສະຫນອງຄໍາແນະນໍາ ແລະ ການສະຫນັບສະຫນູນທີ່ມີຄຸນຄ່າ.ດ້ວຍການກະກຽມ ແລະ ຄວາມມຸ່ງຫມັ້ນ ເຊື່ອວ່າເຫຼົ່າຜູເລິເລີ່ມລ້ຽງເຜິ້ງໂກນ ຈະສາມາດຊ່ວຍປົກປັກຮັກສາສິ່ງແວດລ້ອມຄຽງຄຸ່ໄປກັບຄວາມເພີດເພີນ ແລະ ຄວາມສຸກຈາກຜົນປະໂຫຍດຂອງກິດຈະກຳເຫຼົ່ານີ້ໄດ້. ພວກເຮົາເຊີນທ່ານໄປຢ້ຽມຢາມສູນເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ້ໍາເຜີ້ງຂອງພວກເຮົາ ແລະ ລິເລີ່ມລ້ຽງເຜິ້ງໂກນໄປນໍາກັນ.
ຄູ່ມືພາກສະໜາມພັນພືດທີ່ມະຫັດສະຈັນທາງທຳມະຊາດຂອງພູເບ້ຍ ເມືອງອານຸວົງ ແຂວງໄຊສົມບູນ
ພູເບ້ຍ ເປັນພູທີ່ສູງສຸດຂອງ ສປປ ລາວ ໃນລະດັບຄວາມສູງ 2.820 ແມັດ, ມີທີ່ຕັ້ງໃນເມືອງອານຸວົງ, ແຂວງໄຊສົມບູນ, ເຊິ່ງປົກຄຸມດ້ວຍປ່າໄມ້ທີ່ມີຄຸນຄ່າທາງດ້ານເສດຖະກິດ ແລະ ຊີວະນາໆພັນທີ່ອຸດົມສົມບູນ ເປັນເອກະລັກ ແລະ ມະຫັດສະຈັນ, ນອກຈາກນັ້ນຍັງເປັນບ່ອນຢູ່ອາໄສຂອງສັດປ່າຫຼາຍຊະນິດ ເຊັ່ນ: ໝີ, ເໝືອຍ, ເຍືອງ, ໝູປ່າ, ກວາງ, ຟານ, ທະນີ, ລີງ, ຂາແດງ ແລະ ອື່ນໆ. ພູເບ້ຍມີຄວາມເໝາະສົມໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສາມາດສ້າງກິດຈະກຳທ່ອງທ່ຽວໄດ້ຢ່າງຫຼາກຫຼາຍຮູບແບບ. ບໍລິສັດກຸ່ມຄຳໄພຊະນະ ຈຶ່ງໄດ້ສຶກສາຄວາມເປັນໄປໄດ້ໃນການພັດທະນາພູເບ້ຍ ໃຫ້ເປັນແຫຼ່ງທ່ອງທ່ຽວຕາມໂຄງການ “phubia paradise” ນັບແຕ່ປີ 2018 ເປັນຕົ້ນມາ.
ບັນຊີລາຍຊື່ພືດທີ່ມີທໍ່ລຳລຽງຂອງ ສປປ ລາວ (A Checklist of the Vascular Plants of Lao PDR version 1.0)
ປື້ມບັນຊີລາຍຊື່ພືດຂອງສປປລາວເຫຼັ້ມນີ້ໄດ້ລວບລວມລາຍຊື່ພືດຂອງລາວທີ່ໄດ້ ປັບປຸງ ແລະ ໄດ້ບັນທຶກໄວ້ໃນເວບໄຊດ໌ຂອງສວນພຶກສາສາດເອດິນເບີກ (https://padme.rbge.org.uk/laos/list) ເຖິງ 2021, ພ້ອມທັງມີການເພີ່ມບັນດາລາຍຊື່ຊະນິດພືດຂອງ ລາວ ທີ່ຜ່ານການພັນລະນາ ແລະ ຈັດພິມ ໂດຍນັກຄົ້ນຄວ້າຂອງນັກພຶກສາສາດຂອງລາວ ແລະ ຕ່າງປະເທດ ໄດ້ພິມອອກໃນວາລະສານທາງວິທະຍາສາດພາຍໃຕ້ການສະໜັບສະໜູນຂອງໂຄງ ການສ້າງຄວາມເຂັ້ມແຂງທາງດ້ານການຄົ້ນຄວ້າວິທະຍາສາດຂອງຄະນະວິທະຍາສາດທຳ ມະຊາດ, ມະຫາວິທະຍາໄລແຫ່ງຊາດ ທີ່ມີການພົວພັນກັບການອະນຸລັກຊີວະນາໆພັນ ແລະ ການປົກປັກຮັກສາສິ່ງແວດລ້ອມ (PICE / LAN 2).
ຄູ່ມືພາກສະໜາມປາໃນອາງແມ່ນ້ຳຂອງປະເທດລາວ
ປະເທດແມ່ນສ່ວນໜຶ່ງຂອງຈຸດສຸມຊີວະນາໆພັນອິນໂດ-ມຽນມາ; ເຊິ່ງເປັນໜື່ງໃນຈຳນວນ 34 ຈຸດສຸມຊີວະນາໆພັນຂອງໂລກທີ່ຖີກໄພຂົ່ມຂູ່. ອ່າງແມ່ນ້ໍາຂອງໃນປະເທດລາວມີລັກສະນະພູມສັນຖານທີ່ມີນໍ້າໄຫຼແຮງ ແລະ ມີແມ່ນ້ຳສາຂາຫຼາກຫຼາຍ, ມີເນື້ອທີ່ 202, 000 ກິໂລຕາເມັດ; ເຊິ່ງກວມເອົາປະມານ 25% ຂອງເນື່ອທີ່ທັງໝົດຂອງປະເທດ ແລະ 35% ຂອງການໄຫຼເຂົ້າອ່າງແມ່ນນ້ຳຂອງໃນແຕ່ລະປີ. ປ່າຫຼາຍກວ່າ 490 ຊະນິດ (ລວມທັງ 22 ຊະນິດຕ່າງຖີ່ນ) ທີ່ຮູ້ກັນດີໃນພື້ນທີ່ນີ້. ນອກຈາກນີ້ຍັງສາມາດຄົນພົບສາຍພັນປາທີ່ຍັງບໍ່ຮູ້ໄດ້ອິກ, ຖ້າຫາກວ່ານັກຊ່ຽວຊານກ່ຽວກັບປາທຳການຄົ້ນຄວ້າຫາປາເຫຼົ່ານັ້ນ.
ແມງແຄງພິຄາດ
ແມງງແຄງພິຄາດ ຫຼື ໂຕຫໍ້າ ທີ່ມີບົດບາດສຳຄັນໃນການຄວບຄຸມ ແລະ ຈຳກັດບົ້ງຝູງສາລີທີ່ເປັນສສັດຕູຮ້າຍແຮງຂອງສາລີ
ນິເວດວິທະຍາພື້ນຖານ
ສປປ ລາວ ເວົ້າລວມແລ້ວ ເປັນປະເທດທີ່ມີຊັບພະຍາກອນທໍາມະຊາດອຸດົມສົມບູນ ແລະ ຄຸນນະພາບສິ່ງແວດລ້ອມຍັງດີຢູ່ ທຽບໃສ່ປະເທດອ້ອມຂ້າງ ຊຶ່ງເປັນທ່າແຮງອັນສໍາ ຄັນໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ດັ່ງນັ້ນ ພວກເຮົາທັງໝົດ ຕ້ອງໄດ້ຊ່ວຍກັນປົກປັກຮັກສາເພື່ອໄວ້ເປັນມໍລະດົກແກ່ຄົນລຸ້ນຫຼັງ.
ບົດສະເໜີໂຄງການຫຍໍ້ການຜະລິດເຂົົ້າໄກ່ນ້ອຍອິນຊີເປັນສິນຄ້າ
ເຂົ້າໄກ່ນ້ອຍ ເປັນແນວພັນເຂົ້າໜຽວພື້ນເມືອງ ທີ່ເໝາະສົມສະເພາະປູກຢູ່ ແຂວງຊຽງຂວາງ ແລະ ແຂວງຫົວພັນ. ເຂົ້າໄກ່ນ້ອຍ ມີຄຸນລັກສະນະທີ່ເປັນເອກະລັກຫຼາຍຢ່າງ ທີ່ບໍ່ຄືກັບແນວພັນເຂົ້າຊະນິດອື່ນທັງຫລາຍ ຄື: (1) ມີລົດຊາດ ແລະ ກິ່ນຫອມດີ, (2) ອັດຕາສະມັດຕະພາບໄດ້ຮັບຈາກການສີໄດ້ເຂົ້າສານສູງເຖິງ 80% ຖ້າປຽບທຽບໃສ່ເຂົ້າໜຽວຊະນິດພັນອື່ນ ໄດ້ແຕ່ 70%, (3) ມີຄວາມໄວຕໍ່ແສງແດດ, ເຕີບໂຕຊ້າ ແຕ່ແຂງແຮງດີ, (4) ສະມັດຕະພາບການຜະລິດໄດ້ 3-4 ໂຕນ/ຮຕ ໂດຍມີປັດໃຈຂາເຂົ້າຕໍ່າ, (5) ປູກໃນນານໍ້າຝົນຢູ່ພື້ນທີ່ສູງ ຫຼາຍກວ່າ 800 ແມັດເທິງລະດັບໜ້ານໍ້າທະເລ, ແລະ (6) ເຊື້ອພັນມີທັງໝົດເຈັດຊະນິດ ທີ່ມີຄວາມຕ່າງກັນດ້ານສີ ຂອງເປືອກເມັດເຂົ້າ ແລະ ຄຸນລັກສະນະອື່ນໆ. ເຂົ້າໄກ່ນ້ອຍເຫຼືອງ ເປັນຊະນິດພັນທີ່ນິຍົມປູກຫຼາຍກ່ວາໝູ່ ເພາະວ່່າ ໄດ້ຮັບຜົນນຜະລິດທີ່ຫລາຍກ່ວາໝູ່.
ການລ້ຽງປາໃນນາເຂົ້າ ໃນແຂວງຊຽງຂວາງ
ການລ້ຽງປາໃນນາເຂົ້າເປັນວິຖິຊີວິດດັ້ງເດີມຂອງປະຊາຊົນຊາວຊຽງຂວາງ, ເຊິ່ງສ້າງເປັນແຫຼ່ງອາຫານທີ່ຕິດພັນກັນລະຫວ່າງເຂົ້າ ແລະ ປາ. ນອກນັ້ນ, ຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດໃນນາເຂົ້າ, ເຮັດໃຫ້ຜົນຜະລິດເຂົ້າໄດ້ຄຸນນະພາບສູງຂຶ້ນ ແລະ ຍັງສ້າງລາຍຮັບເພີ່ມຈາກການຂາຍປາ.
ປື້ມຄູ່ມື ສຳຫຼັບກະສິກຳແບບຍືນຍົງ ທາງອອກເພື່ອການດຳລົງຊີວິດທີ່ຍີນຍາວ
ປື້ມຄູ່ມືເຫຼັ້ມນີ້ປະກອບມີ 8 ພາກສ່ວນຄື: 1.ກະສິກຳແບບຍືນຍົງແມ່ນຫຍັງ?, 2. ຮູບແບບຕາມທຳມະຊາດ ແລະ ການອອກແບບລະບົບກະສິກຳແບບຍືນຍັງ, 3. ຄວາມອຸດົມສົມບູນຂອງດິນ, 4. ການເກັບຮັກສາແກ່ນພັນ, 5. ສວນຄົວ ແລະ ສວນຊຸມຊົນ, 6. ການເພາະປູກ, 7. ປ່າໄມ້, ໄມ້ຢືນຕົ້ນ ແລະ ໄມ້ປ່ອງ, 8. ການຄວບຄູມສັດຕູແບບປະສົມປະສານ. ເປັນຂໍ້ມູນພື້ນຖານທີ່ດີສຳຫຼັບການຜະລິດກະສິກຳແບບຍືນຍົງ.


