ເປັນຫຍັງດິນຖ່ານຕົມຈຶ່ງຄວນໄດ້ຮັບການປົກປັກຮັກສາ?
ດິນຖ່ານຕົມແມ່ນໜຶ່ງໃນຊັບພະຍາກອນທຳມະຊາດທີ່ມີຄ່າ ແລະ ເປັນໜຶ່ງໃນປັດໃຈສຳຄັນທີ່ມີຜົນຕໍ່ການປ່ຽນແປງສະພາບດິນຟ້າອາກາດ.
ເປັນຫຍັງດິນຖ່ານຕົມຈຶ່ງມີຄວາມສໍາຄັນ?
ດິນຖ່ານຕົມມີຄວາມສຳຄັນທີ່ສຸດຕໍ່ໂລກຂອງພວກເຮົາໃນຫຼາຍໆດ້ານ. ມັນຊ່ວຍໃນການເກັບກັກທາດກາກບອນ, ເປັນບ່ອນຢູ່ອາໄສໃຫ້ແກ່ຊີວະນານາພັນ, ມີບົດບາດທີ່ສຳຄັນໃນການຄວບຄຸມປະລິມານນໍ້າ ແລະ ສະໜອງການດໍາລົງຊີວິດໃຫ້ແກ່ຊຸມຊົນ.
ດິນຖ່ານຕົມແມ່ນຫຍັງ?
ດິນຖ່ານຕົມແມ່ນລະບົບນິເວດເຂດດິນບໍລິເວນນໍ້າທີ່ເກີດຢູ່ໃນສະພາວະນໍ້າຖ້ວມຂັງເພື່ອປ້ອງກັນການຍ່ອຍສະຫຼາຍຂອງພືດ. ດັ່ງນັ້ນ, ການຜະລິດອິນຊີວັດຖຸຫຼາຍກ່ວາການຍ່ອຍສະຫຼາຍ, ເຊິ່ງສົ່ງຜົນເຮັດໃຫ້ມີການສະສົມຂອງດິນຖ່ານຕົມ.
ເປັນຫຍັງໄຟໄໝ້ທີ່ເກີດຈາກດິນຖ່ານຕົມຈຶ່ງດັບຍາກ?
ດິນຖ່ານຕົມປະກອບມີທາດກາກບອນສູງ ແລະ ລັກສະນະໂຄງສ້າງຜຸພຸນໂດຍທຳມະຊາດ. ດັ່ງນັ້ນ, ໃນສະພາວະທີ່ແຫ້ງ, ເຂດບໍລິເວນດິນຖ່ານຕົມ ມີຄວາມສ່ຽງສູງໃນການເກີດໄຟໄໝ້, ແລະ ສົ່ງຜົນໃຫ້ມີຄວາມເປັນໄປໄດ້ຍາກໃນການດັບໄຟ ໂດຍປາສະຈາກການ ກຳເນີດແຫຼ່ງນໍ້າບາດານຂຶ້ນມາໃໝ່
ເປັນຫຍັງການຄຸ້ມຄອງດິນຖ່ານຕົມແບບຍືນຍົງຈຶ່ງມີຄວາມສໍາຄັນຕໍ່ການດໍາລົງຊີວິດຂອງຊຸມຊົນ?
ດິນຖ່ານຕົມມີຜົນປະໂຫຍດຫຼາກຫຼາຍຕໍ່ການດຳລົງຊີວິດ ແລະ ສະໜອງລາຍຮັບທີ່ຍືນຍົງ. ຖ້າຫາກດິນຖ່ານຕົມຊຸດໂຊມລົງ, ຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງຊຸມຊົນ
7 ຫຼັກການໃນການຄຸ້ມຄອງດິນຖ່ານຕົມທີ່ຍືນຍົງ
ດິນຖ່ານຕົມຖືເປັນວຽກງານສຳຄັນ ເຊິ່ງສາກົນມີຄວາມພະຍາຍາມສູງ ໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ. ການລຸກລ້ຳດິນຖ່ານຕົມໂດຍການຄຸ້ມຄອງນໍາໃຊ້ ດິນຖ່ານຕົມແບບບໍ່ຍືນຍົງ ສາມາດສົ່ງຜົນກະທົບຕໍ່ອຸທົກກະສາດ ຂອງລະບົບນິເວດທັງໝົດຂອງດິນຖ່ານຕົມ. ດັ່ງລຸ່ມນີ້ແມ່ນ 7 ຫຼັກການໃນການຄຸ້ມຄອງດິນຖ່ານຕົມທີ່ຍືນຍົງ:
ຄູ່ມືການວາງແຜນຈັດສັນ ແລະ ຄຸ້ມຄອງ ການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມ
ປຶ້ມຄູ່ມືສະບັບນີ້ແນະນຳວິທີຈັດຕັ້ງປະຕິບັດວຽກ P-FALUPAM ຢູ່ຂັ້ນກຸ່ມບ້ານ ແລະ ບ້ານແບບມີສ່ວນຮ່ວມໂດຍແບ່ງອອກເປັນ 5 ບາດກ້າວໃນນີ້ລວມມີວຽກຢູ່ຫ້ອງການ ແລະ ວຽກພາກສະໜາມ. ບາດກ້າວທີ1 ແມ່ນການກະກຽມແຜ່ນວຽກ, ບຸກຄະລາກອນ, ງົບປະມານ ແລະ ອຸປະກອນເຄື່ອງມືຮັບໃຊ້. ບາດກ້າວທີ2 ແມ່ນການເກັບກຳຂໍ້ມູນລະດັບບ້ານ ແລະ ສ້າງແຜ່ນທີ່ພື້ນຖານ ຂອງບ້ານ ບາດກ້າວທີ3 ແມ່ນ ການສ້າງແຜ່ນທີ່ນຳໃຊ້ທີ່ດິນໃນປະຈຸບັນ ເກັບກຳຂໍ້ມູນເສດຖະກິດສັງຄົມ ແລະ ປະເມີນຄວາມອຸດົມສົມບູນຂອງດິນ, ບາດກ້າວທີ4 ແມ່ນການກຳນົດຂອບເຂດຈັດສັນ ຄຸ້ມຄອງນຳໃຊ້ທີ່ດິນປະຈຸບັນ ແລະ ປ່າໄມ້ຂອງບ້ານ, ບາດກ້າວທີ5 ແມ່ນການກວດກາຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັັດຕາມແຜນຈັດສັນເຂດຄຸ້ມຄອງກະສິກຳ ແລະ ປ່າໄມ້ ເພື່ອເປັນບ່ອນອີງໃຫ້ແກ່ວຽກຂຶ້ນສຳມະໂນທີ່ດິນ ອອກໃບຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຕາດິນໃຫ້ປະຊາຊົນຂັ້ນບ້ານ
ບົດເລື່ອງການປ່ຽນແປງທີ່ສຳຄັນທີ່ສຸດ
ການປ່ຽນແປງທີ່ສຳຄັນທີ່ສຸດ ແມ່ນວິທີການຄົ້ນຄວ້າທີ່ມີຄຸນນະພາບ ຊຶ່ງກ່ຽວຂ້ອງກັບໂຄງການໃນການຕັດສິນໃຈວ່າ ການປ່ຽນແປງໃດທີ່ມີຄຸນຄ່າ ຄວນບັນທຶກເອົາເປັນ “ບົດເລື່ອງ”. ບົດເລື່ອງ MSC ແມ່ນມີຄວາມໝາຍເພື່ອເປັນຕົວຢ່າງ, ບໍ່ແມ່ນຈຳນວນປະລິມານຜົນໄດ້ຮັບ ແລະ ຜົນກະທົບ. ບົດເລື່ອງເຫຼົ່ານີ້ ຊ່ວຍໃຫ້ ຍົກໃຫ້ເຫັນຊີວິດການເປັນຢູ່ ຈຳນວນປະລິມານຂໍ້ມູນ ແລະ ຊ່ວຍບໍລິຫານໂຄງການ ແລະ ຜູ້ໃຫ້ທຶນ ໂຄງການຕາບີເຂົ້າໃຈວ່າ ຜົນຂອງການປ່ຽນແປງ ທີ່ມາຈາກ ຂະບວນ P-FALUPAM ແມ່ນເຫັນໄດ້ປະຈັກຕາຈາກຂອງພາກສ່ວນກ່ຽວຂ້ອງໃນລະດັບທ້ອງຖິ່ນ ແລະ ຊຸມຊົນ
ບົດລາຍງານ ສຶກສາເຂດນິເວດວິທະຍາ ແລະ ຄູນນະພາບຂອງດິນເຂດປ່າຍານ ‘Styrax forest (ຢູ່ໃນ ເມືອງ ໂພນທອງ ແລະ ນໍ້າບາກ ແຂວງ ຫຼວງພະບາງ
ປະເທດລາວ ໄດ້ມີປະຫວັດການສົ່ງອອກຜົນຜະລິດຢາງຍານ ມາເປັນເວລາດົນນານແລ້ວ ເລີ້ມແຕ່ສັດຕະວັດທີ 16 ໃນສະໄໝເຈົ້າຊີວິດສຸຣິຍະວົງສາ ປົກຄອງອານາຈັກລາວລ້ານຊ້າງ (Donald F. Lach, et al 1917), ຫລາຍຮ້ອຍ ປີຕໍ່ມາ ຜົນຜະລິດຢາງຍານ ຍັງຖືເປັນປະເພດເຄື່ອງປ່າຂອງດົງໜຶ່ງ ທີ່ມີຄວາມສໍາຄັນທາງດ້ານເສດຖະກິດ ໂດຍສະ ເພາະເສດຖະກິດຊົນນະບົດ, ເຊິ່ງປະຊາຊົນໃນເຂດຊົນນະບົດພາກເໜືອ ໄດ້ມີການບັກ ແລະ ເກັບກູ້ຢ່າງຍານຂາຍ ເປັນສິນຄ້າໃຫ້ແກ່ຜູ້ປະກອບການທາງພາກລັດ ແລະ ເອກະຊົນ ເພື່ອສົ່ງອອກໄປຍັງຕະຫຼາດຕ່າງປະເທດ. ໃນຊຸມປີ 1990 ຜົນຜະລິດຢາງຍານລາວ (Lao Benzoin ຫລື ມີຊື່ທາງການຄ້າວ່າ: ຢາງຍານສະຫຍາມ (Siam Benzoin), ໄດ້ຖືກສົ່ງອອກໄປຍັງຕະຫຼາດຕ່າງປະເທດ ເຊັ່ນ ຕະຫລາດເອີຣົບ ປະມານ 50 ໂຕນ/ປີ (FAO, 2001).