ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020

ຊີວະນານາພັນໃນ ສປປລາວ: •8-11.000 ຊະນິດພັນພຶດທີີ່ມີດອກ (2.500 ຊະນິດສາມາດນໍາໃຊ້ເປັນອາຫານ, 1.500 ຊະນິດນໍາໃຊ້ເປັນຢາປົວພະຍາດ ແລະ ຫລາຍກວ່າ 500 ຊະນິດ ເຄືີ່ອງປ່າຂອງດົງທີີ່ນໍາໃຊ້ຫລາຍ ໃນ ສປປລາວ); 15.000 ຕົວຢ່າງ ແນວພັນເຂົົ້າ. •500 ຊະນິດພັນປາ, ສັດລ້ຽງລູກດ້ວຍນໍົ້ານົມ 100 ຊະນິດ, ເຈັຍ 90 ຊະນິດ, ສັດເລືອຄານ 166 ຊະນິດ, ນົກ 700 ຊະນິດ;

ສະຖິຕິກະສິກຳປະຈຳປີ 2019

ຂໍ້ມູນສະຖິຕິໃນປຶ້ມວາລະສານ ສະບັບນີ້ ສ່ວນໃຫຍ່ໄດ້ສັງລວມມາຈາກການເກັບກຳຂອງກົມວິຊາການອ້ອມ ຂ້າງ ກະຊວງກະສິກຳ ແລະ ປ່າໄມ້, ບາງຂໍ້ມູນໄດ້ມາຈາກສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຈາກພາກສ່ວນ ອື່ນໆທີ່ກ່ຽວຂ້ອງ.

ດິນ ແລະ ຄວາມອຸດົມສົມບູນຂອງດິນ Soil and soil fertility

ທັນມີຄຸນນະພາບດີເທົ່າທີ່ຄວນ ແລະ ມີຈຳນວນບໍ່ພຽງພໍ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ສະນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດຍຸດທະສາດການປັບປຸງ ແລະ ພັດທະນາລະບົບການສຶກສາດ້ານກະສິກຳ ແລະ ປ່າໄມ້ແຕ່ນີ້ຫາ ປີ 2020 ເຊິ່ງຈຸດປະສົງຕົ້ນຕໍຂອງຍຸດທະສາດ ແມ່ນການພັດທະນາສີມືແຮງງານຂອງຊັບພະຍາກອນ ມະນຸດ ໂດຍມີການເຊື່ອມໂຍງການຮຽນ-ການສອນ ໃຫ້ເຂົ້າກັບລະບົບການສົ່ງເສີມ ແລະ ຕະຫຼາດແຮງງານ, ການສ້າງ ຫຼັກສູດທີ່ເນັ້ນຄວາມຊຳນານ, ການສິດສອນທີ່ເນັ້ນເອົາຜູ້ຮຽນເປັນສູນກາງ. ດັ່ງນັ້ນ ການພັດທະນາຊັບພະຍາກອນ ມະນຸດດ້ານກະສິກຳ ແລະ ປ່າໄມ້ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງ ແລະ ກໍ່ສ້າງໃໝ່ ດ້ວຍຮູບການຝຶກອົບຮົມ, ຍົກລະດັບໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອສ້າງໃຫ້ໄດ້ນັກວິຊາການທີ່ມີຄວາມຮູ້ຄວາມສາມາດ, ມີຄວາມ ຊຳນານ ແລະ ມີຄຸນສົມບັດທີ່ເໝາະສົມ. ເພື່ອຕອບສະໜອງ ໃຫ້ທ່ວງທັນກັບສະພາບການດັ່ງກ່າວ, ທາງວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກ ເໜືອ ຈຶ່ງໄດ້ພັດທະນາຫຼັກສູດຊັ້ນສູງ ກະສິກຳ ແລະ ປ່າໄມ້ເຂດເນີນສູງຂຶ້ນ […]

ເປັນຫຍັງການຄຸ້ມຄອງດິນຖ່ານຕົມແບບຍືນຍົງຈຶ່ງມີຄວາມສໍາຄັນຕໍ່ການດໍາລົງຊີວິດຂອງຊຸມຊົນ?

ດິນຖ່ານຕົມມີຜົນປະໂຫຍດຫຼາກຫຼາຍຕໍ່ການດຳລົງຊີວິດ ແລະ ສະໜອງລາຍຮັບທີ່ຍືນຍົງ. ຖ້າຫາກດິນຖ່ານຕົມຊຸດໂຊມລົງ, ຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງຊຸມຊົນ.

7 ຫຼັກການໃນການຄຸ້ມຄອງດິນຖ່ານຕົມທີ່ຍືນຍົງ

ດິນຖ່ານຕົມຖືເປັນວຽກງານສຳຄັນ ເຊິ່ງສາກົນມີຄວາມພະຍາຍາມສູງ ໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ. ການລຸກລ້ຳດິນຖ່ານຕົມໂດຍການຄຸ້ມຄອງນໍາໃຊ້ ດິນຖ່ານຕົມແບບບໍ່ຍືນຍົງ ສາມາດສົ່ງຜົນກະທົບຕໍ່ອຸທົກກະສາດ ຂອງລະບົບນິເວດທັງໝົດຂອງດິນຖ່ານຕົມ. ດັ່ງລຸ່ມນີ້ແມ່ນ 7 ຫຼັກການໃນການ ຄຸ້ມຄອງດິນຖ່ານຕົມທີ່ຍືນຍົງ:

ດິນຖ່ານຕົມແມ່ນຫຍັງ?

ດິນຖ່ານຕົມແມ່ນລະບົບນິເວດເຂດດິນບໍລິເວນນໍ້າທີ່ເກີດຢູ່ໃນສະພາວະນໍ້າຖ້ວມຂັງ ເພື່ອປ້ອງກັນການຍ່ອຍສະຫຼາຍຂອງພືດ. ດັ່ງນັ້ນ, ການຜະລິດອິນຊີວັດຖຸຫຼາຍກ່ວາການຍ່ອຍສະຫຼາຍ, ເຊິ່ງສົ່ງຜົນເຮັດໃຫ້ມີການສະສົມຂອງດິນຖ່ານຕົມ.

ເປັນຫຍັງດິນຖ່ານຕົມຈຶ່ງມີຄວາມສໍາຄັນ?

ດິນຖ່ານຕົມມີຄວາມສຳຄັນທີ່ສຸດຕໍ່ໂລກຂອງພວກເຮົາໃນຫຼາຍໆດ້ານ. ມັນຊ່ວຍໃນການເກັບກັກທາດກາກບອນ, ເປັນບ່ອນຢູ່ອາໄສໃຫ້ແກ່ຊີວະນານາພັນ, ມີບົດບາດທີ່ສຳຄັນໃນການຄວບຄຸມປະລິມານນໍ້າ ແລະ ສະໜອງການດໍາລົງຊີວິດໃຫ້ແກ່ຊຸມຊົນ

ເປັນຫຍັງເຮົາຈຶ່ງຕ້ອງໃຫ້ດິນຖ່ານຕົມປຽກຊຸ່ມຢູ່ຕະຫຼອດເວລາ?

ດິນຖ່ານຕົມທີ່ປຽກຊຸ່ມສາມາດເກັບກັກທາດກາກບອນໄດ້ດີ ເຊິ່ງຊ່ວຍຫຼຸດຜ່ອນ ຜົນກະທົບທີ່ເຮັດໃຫ້ເກີດພາວະໂລກຮ້ອນ ແລະ ຫຼຸດຜ່ອນອັດຕາການເກີດ ໄພພິບັດ ຈາກສະພາບດິນຟ້າອາກາດ

ການສ້າງແນວທາງຂອງການປູກພືດໃນອະນາຄົດ ເພື່ອໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ໃນ ສປປ ລາວ

ການສ້າງແນວທາງຂອງການປູກພືດໃນອະນາຄົດມີຄວາມສໍາຄັນແນວໃດ? ແຜນທີ່ເລື່ອງສະແດງໃຫ້ເຫັນຂໍ້ມູນຂ່າວສານກະສິກໍາຂອງຜະລິດຕະພັນກະສິກໍາຕ່າງໆ.ເພື່ອສະໜັບສະໜູນ ຊ່ວຍການພັດທະນາເຂດນິເວດກະສິກຳ ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການພັດທະນານະໂຍບາຍ ກະສິກຳເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ ແລະ ອະນາຄົດ. ວິໄສທັດ, ຮັບປະກັນຄວາມຫມັ້ນຄົງ ທາງດ້ານສະບຽງອາຫານ, ຜະລິດສິນຄ້າ ກະສິກໍາທີ່ມີທ່າແຮງ, ພັດທະນາ ກະສິກໍາສະອາດ, ປອດໄພ ແລະ ຍືນຍົງ ບົນພື້ນຖານການຫັນເປັນອຸດສະຫະກໍາ ແລະ ທັນສະໄຫມ ຕິດພັນກັບ ການພັດທະນາຊົນນະບົດ ເພື່ອປະກອບສ່ວນ ສ້າງພື້ນຖານເສດຖະກິດແຫ່ງຊາດ ຊຸກຍູ້ການຜະລິດກະສິກໍາ ເພື່ອຄ້ໍາປະກັນຄວາມຫມັ້ນຄົງທາງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ມີຄວາມຫຼາກຫຼາຍ. ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂື້ນ ເຮັດໃຫ້ຄວາມທຸກຍາກ ແລະ ຊີວິດການເປັນຢູ່ຊາວຊົນນະບົດໄດ້ ຮັບການປັບປຸງ ດີຂຶ້ນ, ພັດທະນາສ້າງມູນຄ່າເພີ້ມ ແລະ ລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂື້ນ

ປອ. ຄຳຫຼ້າ ອິນຄະວິໄລ

ຮອງຫົວໜ້າຫ້ອງການຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ, ຜູ້ອຳນວຍການສູນຄວາມເປັນເລີດດ້ານຊີວະນາໆພັນ ມະຫາວິທະຍາໄລແຫ່ງຊາດລາວ. ສູນ​ຄວາມ​ເປັນ​ເລີດ​ດ້ານຊີວະນາໆພັນ ຂຽນຫຍໍ້ວ່າ “ສຊພ” ມີພາລະບົດໃນການ​ຄົ້ນ​ຄວ້າ, ການສອນ ແລະ ການຝຶກອົບຮົມທາງດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການອະນຸລັກ. ຫ້ອງການຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ ຍັງມີບົດບາດສໍາຄັນໃນວຽກງານການຄຸ້ມຄອງຊັບສິນທາງປັນຍາ, ວຽກງານແຜນການ-ການຮ່ວມມື ຄຽງຄູ່ໄປກັບການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ພ້ອມທັງ ຊີ້ນໍາ ແລະ ຄຸ້ມຄອງວຽກງານຂອງສູນຄົ້ນຄວ້າຈີນ ແລະ ສູນຄົ້ນຄວ້າອື່ນໆຂອງ ມະຫາວິທະຍາໄລແຫ່ງຊາດລາວ.     ປອ. ຄຳຫຼ້າ ເປັນຜູ້ຊ່ຽວຊານດ້ານຊີວະນາໆພັນຫອຍທາກ ເຊິ່ງເປັນສາຂາການຄົ້ນຄວ້າທີ່ຍັງບໍ່ມີນັກວິທະຍາສາດຫຼາຍຄົນສຶກສາດ້ານນີ້ໂດຍສະເພາະ. ໃນປີ 2019, ລາວໄດ້ເຜີຍແຜ່ປຶ້ມທີ່ສຳຄັນ ທີ່ບັນທຶກ 231 ຊະນິດຂອງຫອຍທາກໃນລາວ, ເຊິ່ງໃນເມື່ອກ່ອນມີພຽງແຕ່ 79 ຊະນິດທີ່ໄດ້ບັນທຶກໄວ້ໃນເອກະສານ. ໃນວັນທີ 7 ຕຸລາ 2024, ລາວໄດ້ປະກາດຄົ້ນພົບ ຫອຍທາກໃໝ່ 2 ຊະນິດ, ເຊິ່ງເຮັດໃຫ້ໄດ້ເຫັນເຖິງຄວາມສຳຄັນທາງດ້ານນິເວດວິທະຍາຂອງລາວ. ຫອຍທາກມີບົດບາດສໍາຄັນໃນຕ່ອງໂສ້ ອາຫານ ແລະ […]