ແຜນທີ່ກະສິກຳ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ ຮັບຮູ້ເຖິງຄວາມສໍາຄັນທີ່ໃຫຍຫຼວງ ຂອງທາແຮງການພັດທະນາດານກະສິກໍາຂອງປະເທດຢູ່ສະເໝີ. ທັງນີ້ ກໍເນື່ອງຈາກວາ ຂະແໜງການກະສິກໍາ ໄດ້ປະກອບສ່ວນຢາງແຂງແຮງໃຫ້ແກ່ການເຕີບໂຕຂອງຊາດ, ແລະ ເປັນເສັ້ນທາງທີ່ເຕັມໄປດ້ວຍຄວາມຫວັງ ໃນການນໍາພາປະເທດຊາດ ໃຫ້ຫຼດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຜົນງານທີ່ຢັ້ງຢືນເຖິງການຊີ້ນໍາອັນສະຫຼາດສອງໃສຂອງບັນດາຜູ່ນຳປະເທດ.

ຄູ່ມື ການວາງແຜ່ນ, ຈັດສັນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນ ກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານ.

ປື້ມຄູມື (Manual) ວາງແຜນ, ຈັດສັນ ແລະ ຄຸ້ມຄອງ ການນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ສະບັບນີ້ ມີຊື່ພາສາອັງກິດວ່າ: Participatory Forest and Agriculture Land Use Planning, Allocation and Management ແລະ ມີຊື່ຫຍໍ້ວ່າ “P-FALUPAM” ຖືກສ້າງຂື້ນ ໂດຍອິງໃສ່ ຂໍ້ຕົກລົງ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ່ 7838/ກຊສ. ລົງວັນທີ່ 09 ພະຈິກ 2012, ວ່າດ້ວຍການປັບປຸງປຶ້ມຄູ່ມື ວາງແຜນນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານພັດທະນາ (ParticipatoryAgriculture and Forest LandUse Planning atVillage and Village Cluster […]

ການສ້າງແນວທາງຂອງການປູກພືດໃນອະນາຄົດ ເພື່ອໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ໃນ ສປປ ລາວ

ການສ້າງແນວທາງຂອງການປູກພືດໃນອະນາຄົດມີຄວາມສໍາຄັນແນວໃດ? ແຜນທີ່ເລື່ອງສະແດງໃຫ້ເຫັນຂໍ້ມູນຂ່າວສານກະສິກໍາຂອງຜະລິດຕະພັນກະສິກໍາຕ່າງໆ.ເພື່ອສະໜັບສະໜູນ ຊ່ວຍການພັດທະນາເຂດນິເວດກະສິກຳ ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການພັດທະນານະໂຍບາຍ ກະສິກຳເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ ແລະ ອະນາຄົດ. ວິໄສທັດ, ຮັບປະກັນຄວາມຫມັ້ນຄົງ ທາງດ້ານສະບຽງອາຫານ, ຜະລິດສິນຄ້າ ກະສິກໍາທີ່ມີທ່າແຮງ, ພັດທະນາ ກະສິກໍາສະອາດ, ປອດໄພ ແລະ ຍືນຍົງ ບົນພື້ນຖານການຫັນເປັນອຸດສະຫະກໍາ ແລະ ທັນສະໄຫມ ຕິດພັນກັບ ການພັດທະນາຊົນນະບົດ ເພື່ອປະກອບສ່ວນ ສ້າງພື້ນຖານເສດຖະກິດແຫ່ງຊາດ ຊຸກຍູ້ການຜະລິດກະສິກໍາ ເພື່ອຄ້ໍາປະກັນຄວາມຫມັ້ນຄົງທາງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ມີຄວາມຫຼາກຫຼາຍ. ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂື້ນ ເຮັດໃຫ້ຄວາມທຸກຍາກ ແລະ ຊີວິດການເປັນຢູ່ຊາວຊົນນະບົດໄດ້ ຮັບການປັບປຸງ ດີຂຶ້ນ, ພັດທະນາສ້າງມູນຄ່າເພີ້ມ ແລະ ລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂື້ນ

ເປັນຫຍັງເຮົາຈຶ່ງຕ້ອງໃຫ້ດິນຖ່ານຕົມປຽກຊຸ່ມຢູ່ຕະຫຼອດເວລາ?

ດິນຖ່ານຕົມທີ່ປຽກຊຸ່ມສາມາດເກັບກັກທາດກາກບອນໄດ້ດີ ເຊິ່ງຊ່ວຍຫຼຸດຜ່ອນຜົນກະທົບທີ່ເຮັດໃຫ້ເກີດພາວະໂລກຮ້ອນ ແລະ ຫຼຸດຜ່ອນອັດຕາການເກີດໄພພິບັດ ຈາກສະພາບດິນຟ້າອາກາດ.

ເປັນຫຍັງດິນຖ່ານຕົມຈຶ່ງມີຄວາມສໍາຄັນ?

ດິນຖ່ານຕົມມີຄວາມສຳຄັນທີ່ສຸດຕໍ່ໂລກຂອງພວກເຮົາໃນຫຼາຍໆດ້ານ. ມັນຊ່ວຍໃນການເກັບກັກທາດກາກບອນ, ເປັນບ່ອນຢູ່ອາໄສໃຫ້ແກ່ຊີວະນານາພັນ, ມີບົດບາດທີ່ສຳຄັນໃນການຄວບຄຸມປະລິມານນໍ້າ ແລະ ສະໜອງການດໍາລົງຊີວິດໃຫ້ແກ່ຊຸມຊົນ.

ດິນຖ່ານຕົມແມ່ນຫຍັງ?

ດິນຖ່ານຕົມແມ່ນລະບົບນິເວດເຂດດິນບໍລິເວນນໍ້າທີ່ເກີດຢູ່ໃນສະພາວະນໍ້າຖ້ວມຂັງເພື່ອປ້ອງກັນການຍ່ອຍສະຫຼາຍຂອງພືດ. ດັ່ງນັ້ນ, ການຜະລິດອິນຊີວັດຖຸຫຼາຍກ່ວາການຍ່ອຍສະຫຼາຍ, ເຊິ່ງສົ່ງຜົນເຮັດໃຫ້ມີການສະສົມຂອງດິນຖ່ານຕົມ.

ເປັນຫຍັງໄຟໄໝ້ທີ່ເກີດຈາກດິນຖ່ານຕົມຈຶ່ງດັບຍາກ?

ດິນຖ່ານຕົມປະກອບມີທາດກາກບອນສູງ ແລະ ລັກສະນະໂຄງສ້າງຜຸພຸນໂດຍທຳມະຊາດ. ດັ່ງນັ້ນ, ໃນສະພາວະທີ່ແຫ້ງ, ເຂດບໍລິເວນດິນຖ່ານຕົມ ມີຄວາມສ່ຽງສູງໃນການເກີດໄຟໄໝ້, ແລະ ສົ່ງຜົນໃຫ້ມີຄວາມເປັນໄປໄດ້ຍາກໃນການດັບໄຟ ໂດຍປາສະຈາກການ ກຳເນີດແຫຼ່ງນໍ້າບາດານຂຶ້ນມາໃໝ່

ເປັນຫຍັງການຄຸ້ມຄອງດິນຖ່ານຕົມແບບຍືນຍົງຈຶ່ງມີຄວາມສໍາຄັນຕໍ່ການດໍາລົງຊີວິດຂອງຊຸມຊົນ?

ດິນຖ່ານຕົມມີຜົນປະໂຫຍດຫຼາກຫຼາຍຕໍ່ການດຳລົງຊີວິດ ແລະ ສະໜອງລາຍຮັບທີ່ຍືນຍົງ. ຖ້າຫາກດິນຖ່ານຕົມຊຸດໂຊມລົງ, ຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງຊຸມຊົນ