ສະຖາບັນຄົ້ນຄວ້າກະສິກຳ, ປ່ າໄມ້ ແລະ ພດັທະນາຊົນນະບົດ, ອົງການອອກຟາມ, ພະແນກກະສິກຳແຂວງອຸດົມໄຊ
ແນວພັນເມືອງໄຊ 1 ຫລື ສາຍພັນ TDK 10493-B-B-5-2-1 ແມ່ນໄດ້ຈາກ ການປັບປຸງພັນດ້ວຍການປະສົມພັນລະຫວ່າງ ແນວພັນ ທ່າດອກຄໍາ 11 ກັບ Til 4 (IR84639-7-97-6-6-2-2-4-2-2-2-B (Introgression line, yield- promising at IRRI)) ໃຊ້ຮູບແບບການປະສົມພັນແບບດ່ຽວເຊິ່ງແມ່ນປະສົມຢູ່ ສຸນຜະລິດແນວພັນເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນະ ບົດ, ຈາກນັ້ນໄດ້ນໍາເອົາໄປທົດລອງຢູ່ໂຮງຮຽນຊາວນາກຸ່ມບ້ານ ລ້ອງຢາ, ເມືອງໄຊ, ແຂວງອຸດົມໄຊ ລະດູຝົນໃນປີ 2019,ໄດ້ນຳເອົາສາຍພັນດັ່ງກ່າວ ໄປຄັດເລືອກໃນ ພື້ນທີ່ນາຂອງຊາວກະສິກອນ,ບ້ານບໍ່,ບ້ານດອນແກ້ວ,ບ້ານນາໝີ, ເມືອງໄຊ ແລະ ຍັງໄດ້ແລກປ່ຽນກັບຊາວນາຈາກຕ່າງແຂວງ ໃນງານແລກປ່ຽນແນວພັນຢູ່ສູນຄົ້ນຄ້ ວາເຂົ້າ ປີ2019,. ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບ ຜົນຜະລິດ ຢູ່ 18 ບ້ານ ໃນ 6 ແຂວງ (ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ວຽງ ຈັນ, ສາລະວັນ ແລະ ອັດຕະປື) ເຫັນວ່າການຈະເລີນເຕີບໂຕດີ, ທົນທານຕໍ່ສະພາບ ແວດລ້ອມໄດ້ດີ, ທົນທານຕໍ່ພະຍາດ ແລະ ແມງໄມ້ໄດ້ດີ,ປູກໄດ້ໃນດິນທຸກປະເພດ ສາມາດເກັບກ່ຽວໄດ້ໃນເຂດພື້ນທີ່ແຫ້ງແລ້ງຜົນຜະລິດປານກາງ ຕັ້ງແຕ່ 3,5 ຫາ 5 ໂຕນ/ເຮັກຕາ ສະເລ່ຍ 18 ບ້ານ ຜົນຜະລິດສະເລັຍ 4,5 ໂຕນ/ເຮັກຕາ
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ການມີສ່ວນຮ່ວມລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຍຸດທະສາດການປັບຕົວກ່ຽວກັບການປ່ຽນແປງທາງດ້ານດິນຟ້າອາກາດ

Types:
ຄູ່ມື

published in 2023, ລາວ language

Image