ບຸນຖັນ ຕັນດາວົງ
ແນວພັນຫນອງລົມ 1 (NL1) ຫຼື TDK10394-B-B-54-(42)-SKX-B- B-NL-B-B ແມ່ນປະສົມພັນຈາກສູນຄົ້ນຄວ້າເຂົ້າ ນາພອກ ລະດູແລ້ງ 2007-2008 ໂດຍປະສົມລະຫວ່າງ ແນວພັນ B6144F-MR-6-0-0 ກັບ ແນວພັນ TDK 7. ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງ 2007- 2008, ປູກຄັດເລືອກທີ່ສູນແບບສຶບປະຫວັດ ຮອດ ຊົ່ວທີ 4 ແລ້ວສົ່ງໄປໃຫ້ ໂຮງຮຽນຊາວນາບ້ານ ສາມັກຄີ ເມືອງສາມັກຄີໄຊ ແຂວງອັດຕະປືຄັດເລືອກຕໍ່ ໃນຊົ່ວທີ 5 ແລະ 6 ໃນລະດູ 2015-2016 ແມ່ນ ທ່ານ ບຸນຖັນ ປູກຄັດ ເລືອກ ເຫັນວ່າສາຍພັນເລີ້ມຄົງຕົວ ປັບຕົວໄດ້ດີໃນສະພາບແວດລ້ອມເຂດນີ້, ແລ້ວເງື່ອນໄຂນໍ້າບໍ່ສະດວກ ຈື່ງໄດ້ເອົາມາສືບຕໍ່ຄັດເລືອກຢູ່ ສູນຄົ້ນຄວ້າກະສິ ກຳ ຫນອງລົມໃນປີ 2017-2020, ໃນລະດູຝົນ 2020 ໄດ້ທົດສອບການກິນ ເຫັນວ່າແຊບ ອ່ອນນຸ້ມ ພ້ອມກັບໃຫ້ຜົນຜະລິດດີ. ໃນປີ 2021 ໄດ້ປູກ ຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບຜົນຜະລິດ ຢູ່ 18 ບ້ານ ໃນ 6 ແຂວງ (ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ວຽງຈັນ, ສາລະວັນ ແລະ ອັດຕະປື) ເຫັນວ່າຜົນຜະລິດ ຕັ້ງແຕ່ 3,5 ຫາ 5,7 ໂຕນ/ເຮັກຕາ ສະເລັຍ 18 ບ້ານຜົນຜະລິດ 4,95 ໂຕນ/ເຮັກຕາ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ການມີສ່ວນຮ່ວມລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ການມີສ່ວນຮ່ວມລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ
Types:
ຄູ່ມື
published in 2022, ລາວ language



