ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸ່ງ)

ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ໝວດທີ VI ມາດຕາ 67 ຂໍ້ 1; ອີງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 08/ສພຊ, ລົງວັນທີ 13 ມິຖຸນາ 2019 ກ່ຽວກັບການຮັບຮອງເອົາກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ); ອີງຕາມ ໜັງສືສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 14/ຄປຈ, ລົງວັນທີ 11 ກໍລະກົດ 2019.

ການສ້າງລະບຽບຄຸ້ມຄອງຊັບພະຍາກອນສັດນໍ້າຢູ່ເຂດວັງສະຫງວນ

ປື້ມຄູ່ມືນີົ້ແມ່ນເຈດຕະນາເຮັດໃຫ້ການນຳໃຊ້ເຄືື່ອງມືງ່າຍຂຶົ້ນໃນການຈັດ ຕັົ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບືົ້ອງຕົົ້ນຂອງການນຳໃຊ້ປື້ມຄູ່ມື ກ່ຽວກັບການສ້າງລະບຽບຄຸ້ມຄອງວັງສະຫງວນ ຂອງຊຸມຊົນ ໃຫ້ມີຄວາມຍືນຍົງ ຢູ່ໃນບ້ານເປົ້າໝາຍ ໂຄງການກະສິກຳ ເພືື່ອໂພຊະນາການ ໄລຍະ 2. ປື້ມຄູ່ມືດັັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸ່ງໃຫ້ແທດເໝາະໃນ ການຈັດຕັົ້ງປະຕິບັດຂອງ ໂຄງການ ກະສິກ າເພືື່ອ ໂພຊະນາການ ໄລຍະ 2. ໂດຍມີການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI ເພືື່ອພັດທະນາມາເປັນເຄືື່ອງມືໃຫ້ແກ່ພະນັກງານຂັົ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພືົ້ນທີເປົ້າໝາຍໂຄງການ.

ປີເຕີ (Peter Brakels)

ທ່ານ ປີເຕີ (Peter Brakels) ເປັນຜູ້ປະສານງານໂຄງການດ້ານຊະນິດພັນ ແລະ ພື້ນທີ່ອະນຸລັກຂອງ IUCN Laos. ວຽກຂອງລາວເນັ້ນໃສ່ການອະນຸລັກຊີວະນາໆພັນ, ການຕິດຕາມຊະນິດພັນ ແລະ ການກຳນົດ ແລະ ຈັດການພື້ນທີ່ສຳຄັນຕໍ່ທຳມະຊາດ. ໂດຍການເຮັດວຽກຮ່ວມກັບພາກລັດ, ອົງກອນທີ່ບໍ່ຫວັງຜົນກຳໄລ, ຊຸມຊົນທ້ອງຖິ່ນ, ພາກເອກະຊົນ ແລະ ມະຫາວິທະຍາໄລ ເພື່ອສະໜັບສະໜູນການວາງແຜນອະນຸລັກ ແລະ ການແບ່ງປັນຄວາມຮູ້. ສ່ວນສຳຄັນໜຶ່ງໃນວຽກຂອງ ປີເຕີ ແມ່ນການເຊື່ອມໂຍງ ຄວາມຮູ້ທ້ອງຖິ່ນ ເຂົ້າກັບ ວິທະຍາສາດດ້ານການອະນຸລັກ. ລາວສະໜັບສະໜູນຊາວບ້ານ ແລະ ຊຸມຊົນຊົນເຜົ່າໃຫ້ເຂົ້າຮ່ວມການສຳຫຼວດສັດປ່າ ເຊັ່ນ ການຕິດຕັ້ງກ້ອງດັກຖ່າຍ ແລະ ການບັນທຶກສຽງສັດປ່າ. ຄວາມຮູ້ຂອງຄົນໃນທ້ອງຖິ່ນກ່ຽວກັບສັດປ່າ, ປ່າໄມ້ ແລະ ພູມສັນຖານ ສາມາດໃຫ້ຂໍ້ມູນທີ່ເປັນປະໂຫຍດໃນການຈຳແນກຊະນິດພັນ, ເຂົ້າໃຈໄພຄຸກຄາມ ແລະ ສະໜັບສະໜູນວຽກງານອະນຸລັກ. ປີເຕີ ຍັງມີສ່ວນຮ່ວມໃນການກຳນົດພື້ນທີ່ ແລະ ລະບົບນິເວດທີ່ມີຄຸນຄ່າ ຊຶ່ງຢູ່ນອກຂອບເຂດອະນຸລັກທີ່ຖືກປະກາດຢ່າງເປັນທາງການ. ວຽກຂອງລາວໄດ້ຊ່ວຍສຳຫຼວດ ແລະ ຈັດແຜນທີ່ຫຼາຍກວ່າ 80 ພື້ນທີ່ […]

ກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ

ກົດໝາຍ ສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານສັດນໍ້າ ແລະ ການປະມົງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ສັດນໍ້າ, ການປະມົງໃຫ້ມີຄຸນນະພາບ, ປອດໄພ, ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດສີຂຽວ ແລະ ຍືນຍົງ,ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸ່ງ)

ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານສັດປ່າ ເພື່ອເຮັດໃຫ້ວຽກງານດັັ່ງກ່າວມີປະສິດທິພາບ, ປະສິດທິຜົນ ແນໃສ່ບໍໍ່ໃຫ້ມີຜົນກະທົບຕໍໍ່ ທໍາມະຊາດ, ຖິ່ນທີ່ຢູ່ອາໄສ, ຈໍາກັດການຫຼຼຸດລົງ ແລະ ການສູນພັນ ຂອງສັດປ່າ ພ້ອມທັງປຸກລະດົມທົ່ວປວງຊົນ ໃຫ້ເຫັນໄດ້ຄວາມສໍາຄັນ, ເຊີດຊູສະຕິຮັກ, ຫວງແຫນ, ຖະໜອມ ແລະ ເປັນເຈົ້າການເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ສັດປ່າ ແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ຮັບປະກັນສິດ ແລະ ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ຄຳສັງວ່າດ້ວຍ ການຕ້ານ, ເຝົ້າລະວັງ, ຄວບຄຸມ ແລະ ປ້ອງກັນພະຍາດປາກເປື່ອຍລົງເລັບ

ເຖິງ: ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາເຈົ້າເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ລ້ຽງສັດເລັບຄູ່ ( ງົວ,ຄວາຍ, ແບ້ ແລະ ໝູ ). – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ,ລົງວັນທີ 11 ພະຈິກ 2016. – ອີງຕາມ ລາຍງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0172/ກປ, ລົງວັນທີ02 ມີນາ 2018. – ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 28 ມີນາ 2018.

ດຳລັດ ວ່າດ້ວຍການຄວບຄຸມພະຍາດສັດລະບາດ

– ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ່ 02/ສພຊ, ລົງວັນທີ່ 06 ພຶດສະພາ 2003. – ອີງຕາມກົດໝາຍ ວ່າດ້ວຍກະສິກ ຳ ສະບັບເລກທີ່ 01/98 ສພຊ, ລົງວັນທີ່ 10/10/1998. – ອີງຕາມໜັງສືສະເໜີ ຂອງລັດຖະມົນຕີວ່າການກະຊວງກະສິກ ຳ ແລະ ປ່າໄມ້ ເລກທີ່ ລົງວັນທີ່

ເຫັດເຜາະ

ການເກັບກູ້ແບບຢືນຍົງ ແລະ ການຈັດການອາຫານປ່າ ແລະ ສັດນ້ຳ: ເຫັດເຜາະ

ເຕັກນິກການກ້າ ແລະ ການປູກໝາກແຄ່ນ

ປຶ້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປຶ້ມເຕັກນິກທີ່ທາງໂຄງການກະສິກຳເພື່ອໂພສະນາການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປຶ້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກໝາກແຄ່ນ ເພື່ອສາມາດນໍາເອົາເຕັກນິກດັ່ງກ່າວນີ້ໄປສົ່ງເສີມໃຫ້ບັນດາຊາວກະສິກອນ ແລະ ບັນພາກສ່ວນກ່ຽວຂ້ອງນໍາໄປໝູນໃຊ້ໄດ້. ຈຸດປະສົງຂອງປຶ້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນ ເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ. ປະຊາຊົນມີຢູ່ມີກິນມີແຮໄວ້ ແລະ ຂາຍສ້າງລາຍຮັບແກ່ຄອບຄົວ. ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວເຮັດໃຫ້ ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ໄດ້ ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ສາມາດນໍາໄປຖ່າຍທອດໃຫ້ແກ່ປະຊາຊົນບ້ານ ເປົ້າໝາຍໂຄງການ.

ຄູ່ມືການຄຸ້ມຄອງເຄື່ອງປ່າຂອງດົງ (ເຫັດເຜາະ)

ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆ ຈາກບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍ ມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການກ່ຽວຂ້ອງຕ່າງໆທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປຶ້ມຄູ່ມືເຕັກນິການປູກ, ຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງ ທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງ ເຫັດເຜາະໃນປ່າທຳມະຊາດແບບຍືນຍົງ ໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະ ເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າດົງ (ເຫັດເຜາະ) ໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ, ເມືອງ ແລະ ແຂວງ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ […]