ການຊຸກຍູ້ການລົງທຶນໃນຂະແໜງກະສິກຳ ແລະ ລະບົບສະບຽງອາຫານ ແບບມີຄວາມຮັບຜິດຊອບໃນ ສປປ ລາວ
ເປັນຫຍັງ ການລົງທຶນໃນຂະແໜງກະສິກຳ ແລະ ລະບົບສະບຽງອາຫານ ແບບມີຄວາມຮັບຜິດຊອບ ຈຶ່ງສຳຄັນຢູ່ໃນ ສປປ ລາວ? ປະສົບການ ແລະ ເລື່ອງເລົ່າຄວາມສຳເລັດຈາກພະນັກງານລັດ
ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມເພື່ອກະຕຸ້ນ ລະບົບກະສິກຳສະໜອງອາຫານໃນ ສປປ ລາວ
ເລື່ອງເລົ່າຈາກປະສົບການກະສິກຳໜຸ່ມ
ແຜນການດຳເນີນງານການອະນຸລັກທະນີໃນ ສປປ ລາວ 2011-2020
ໃນເຂດອາຊີຕາເວນອອກສ່ຽງໃຕ້ສປປລາວ ແມ່ນຫນຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງ ຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕໍານານ ຖ້າຫາກວ່າພວກເຮົາບໍ່ເລີ່ມ ເອົາໃຈໃສ່ ໃນການອະນຸລັກຢ່າງຈິງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ນິເວດວິທະຍາປ່າໄມ້ຂາດຄວາມສົມດູນແລະອ່ອນແອໃນທີ່ສຸດ. ທະນີເປັນຫນື່ງໃນບັນດາສັດປ່າທີ່ສໍາຄັນທີ່ສຸດທັງເປັນສັດຕົວແທນສໍາລັບການອະນຸລັກ, ແລະບາງຕົວຊີ້ບອກ ຂອງປ່າໄມ້ທີ່ມີ ການລົບກວນຫນ້ອຍ. ແຕ່ເປັນທີ່ຫນ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍ ຢູ່ໃນສປປລາວໄດ້ຫຼຸດລົງຢ່າງຫນ້າເປັນຮ່ວງເຊິ່ງ ປັດຈຸບັນພວກເຮົາຫາຟັງສຽງຮ້ອງ ຂອງທະນີໃນທໍາມະຊາດໄດ້ຍາກຫຍິ່ງຂຶ້ນ.
ຫວັງສະຫງວນໃນແຂວງຫົວພັນ
ວັງສະຫງວນ ຢູ່ຕາມສາຍນໍ້າລໍາຫ້ວຍພາຍໃນ ແຂວງຫົວພັນແມ່ນໄດ້ກາຍເປັນຍຸດທະສາດທີ່ໄດ້ຮັບຜົນດີ ໂດຍການເຂົ້າຮ່ວມຂອງຊຸມຊົນໃນທ້ອງຖິ່ນເພື່ອຮັບປະກັນໃຫ້ປະຊາກອນປາຊະນິດພັນຕ່າງໆໃຫ້ມີຄວາມອຸດດົມສົມບຸນຫລາຍຂຶ້ນ. ວັງສະຫງວນ ຍັງເປັນພື້ນຖານທີ່ຕອບສະໜອງທາງດ້ານສະບຽງອາຫານໃຫ້ປະຊາຊົນໄດ້ບໍລິໂພກປາຫລາຍຂຶ້ນ ແລະ ມີລາຍຮັບເພີ່ມຂຶ້ນຈາກການຂາຍປາ. ວັງສະຫງວນຍັງຊ່ວຍໃນການອະນຸລັກດິນແຄມຕາຝັ່ງລວມທັງການທ່ອງທ່ຽວ.
ການສ້າງວັງສະຫງວນປາທຳມະຊາດໃນແຂວງຫຼວງພະບາງ (Fish Conservations Zones (FCZ) in Luang Prabang Province)
ວັງສະຫງວນ ຕາມສາຍນໍ້າລໍາຫ້ວຍ ຢູ່ ແຂວງຫລວງພະບາງ ແມ່ນໄດ້ກາຍເປັນຍຸດທະສາດທີ່ໄດ້ຮັບຜົນດີ ໂດຍການປະກອບສ່ວນຂອງຊຸມຊົນໃນທ້ອງຖິ່ນ ເພື່ອຮັບປະກັນໃຫ້ປະຊາກອນຂອງປາຊະນິດພັນຕ່າງໆ ເພື່ອໃຫ້ມີຄວາມອຸດົມສົມບຸນຫລາຍຂຶ້ນ. ວັງສະຫງວນ ຍັງເປັນພື້ນຖານໃນການຕອບສະໜອງທາງ ດ້ານສະບຽງອາຫານໃຫ້ປະຊາຊົນໄດ້ບໍລິໂພກຊີ້ນປາຫລາຍຂຶ້ນ ແລະ ມີລາຍຮັບຫລາຍຂຶ້ນຈາກການຂາຍປາ. ວັງສະຫງວນ ຍັງເປັນການຊ່ວຍການອານຸຮັກແຄມຕາຝັ່ງນໍ້າ ລວມທັງ ການທ່ອງທ່ຽວ. Fish Conservations Zones on rivers and streams in Luang Prabang province have been a successful strategy employed by local communities to ensure abundant and diverse fish populations. FCZs lead to substantial increases in local fish consumption and income from […]