ປອ. ລຳເຜີຍ ແກ້ວສົມບັດ

ທ່ານ ປອ. ລຳເຜີຍ ແກ້ວສົມບັດ ເປັນນັກວິໄຈດ້ານໂພຊະນາການສັດ ແລະ ການຈັດການຟາມ ຜູ້ທີ່ໄດ້ນຳເອົາຄວາມຮູ້ຂອງຕົນໄປໃຊ້ໃນການສ້າງການປ່ຽນແປງທີ່ມີຄວາມໝາຍໃນຊຸມຊົນຊົນນະບົດຂອງປະເທດລາວ. ປອ. ລຳເຜີຍ ເຊື່ອວ່າຄວາມຮູ້ທາງວິຊາການຈະມີຄຸນຄ່າຢ່າງແທ້ຈິງ ຕໍ່ເມື່ອຖືກນຳໄປປັບໃຊ້ໃນທາງປະຕິບັດ ເພື່ອຍົກລະດັບຄຸນນະພາບຊີວິດຂອງຄົນໃນຄວາມເປັນຈິງ. ໃນຊ່ວງປີ 2016 ຫາ 2019 ປອ. ລຳເຜີຍ ໄດ້ດຳລົງຕຳແໜ່ງເປັນອາຈານຢູ່ ຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດລາວ (NUoL). ໃນໄລຍະນັ້ນ ທ່ານ ໄດ້ລົງເລິກດ້ານການປະເມີນໂຄງການ, ການວາງແຜນ ແລະ ການຕິດຕາມປະເມີນ ຜ່ານການຝຶກອົບຮົມວິຊາການຫຼາຍຄັ້ງ. ໃນປີ 2020 ປອ. ລໍາເຜີຍ ກ້າວອອກຈາກຫ້ອງສອນ ໄປເຮັດວຽກກັບສະມາຄົມ Anoulak ໃນໂຄງການພັດທະນາຊຸມຊົນ ເພື່ອຊອກຫາໂອກາດຕະຫຼາດຢ່າງຍືນຍົງໃຫ້ກັບຫັດຖະກຳດັ້ງເດີມ ຜ່ານການຊ່ວຍຈັດລະບຽບການຜະລິດໃຫ້ດີຂຶ້ນ, ການຍົກລະດັບຄຸນນະພາບສິນຄ້າ ແລະ ການເພີ່ມການເຂົ້າເຖິງຜູ້ຊື້ໄດ້ຊ່ວຍປ່ຽນຄວາມຮູ້ດັ້ງເດີມໃຫ້ກາຍເປັນແຫຼ່ງລາຍໄດ້ທີ່ໝັ້ນຄົງ. ສິ່ງນີ້ໄດ້ເສີມສ້າງຄວາມໝັ້ນຄົງທາງເສດຖະກິດ ແລະ ຊ່ວຍຫຼຸດຜ່ອນແຮງກົດດັນຕໍ່ຊັບພະຍາກອນທຳມະຊາດ ແລະ ທັງຍັງມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ. ກຸ່ມຫັດຖະກຳ “Thaphaiban New Normal Crafting Group” ໄດ້ຖືກຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2023, […]

ກາເຟສະຫາຍ: ກາເຟທີ່ມີຈັນຍາບັນຈາກຫຼວງພະບາງ

ໂຮງງານ ຂົ້ວກາເຟສະຫາຍລາວ (Sahai Lao Coffee Roastery) ແມ່ນໂຄງການທີ່ຂັບເຄື່ອນໂດຍຊຸມຊົນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ແກ່ຊາວກະສິກອນໃນພາກເໜືອຂອງລາວ. ສະຫາຍ ສົ່ງເສີມແນວທາງການຜະລິດຢ່າງຍືນຍົງ ໂດຍຝຶກອົບຮົມໃຫ້ຊາວສວນກາເຟໃນການເກັບກ່ຽວດ້ວຍມື,ໃນການຄັດເລືອກ (hand-picking) ແລະ ວິທີການແປຮູບທີ່ພິຖີພິຖັນ. ພ້ອມກັນນັ້ນ ຍັງຊ່ວຍເຫຼືອຊຸມຊົນຄູ່ຮ່ວມງານໃຫ້ເຂົາເຈົ້າເຂົ້າໃຈ ແລະ ຊຳນານໃນທຸກຂັ້ນຕອນຂອງການຜະລິດ ພ້ອມກັບປົກປ້ອງຜືນດິນບັນພະບຸລຸດຂອງພວກເຂົາ. ໃນປີ 2012 ທ່ານ Alex Chitdara ໜຶ່ງໃນສອງຜູ້ກໍ່ຕັ້ງຂອງໂຮງຄົ່ວກາເຟສະຫາຍ ໄດ້ຂະຫຍາຍແນວຄິດໄປສູ່ພາກການທ່ອງທ່ຽວ ໂດຍຈັດທົວທ່ອງທ່ຽວ ນຳທ່ຽວໄປໃນເຂດປູກກາເຟໃນຮອບໆເມືອງຫຼວງພະບາງ, ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກມຸມມອງຂອງຜູ້ຜະລິດໃນຫ່ວງໂຊ່ຄຸນຄ່າຂອງກາເຟ ໂດຍຍຶດຫຼັກການ “ຄວາມຮັບຜິດຊອບຂອງຜູ້ບໍລິໂພກ” ເປັນຫຼັກ ການທ່ອງທ່ຽວເຫຼົ່ານີ້ ເນັ້ນໃສ່ການແລກປ່ຽນວັດທະນະທຳຢ່າງແທ້ຈິງ ແລະ ການມີປະສົບການຮ່ວມກັນຢ່າງມີຄວາມໝາຍກັບຊຸມຊົນທ້ອງຖິ່ນ. ຜ່ານປະສົບການນີ້ ຜູ້ຢ້ຽມຢາມຈະໄດ້ຮຽນຮູ້ກະບວນການປູກ, ເກັບກ່ຽວ ແລະ ແປຮູບກາເຟ ໃນຂະນະທີ່ປະຊາຊົນໃນທ້ອງຖິ່ນກໍໄດ້ຮັບລາຍໄດ້ເພີ່ມເຕີມ ແລະ ການຍອມຮັບຕໍ່ພູມປັນຍາດັ້ງເດີມຂອງພວກເຂົາ. ປັດຊະຍາຂອງ SAHAI ຍັງຍຶດຖືສິນລະປະໃນການສ້າງສັນເຄື່ອງດື່ມຕົ້ນສະບັບ ຢູ່ໃນອາຫານທ້ອງຖິ່ນ ໂດຍຜປະສົມປະສານລົດຊາດທີ່ແທ້ຈິງ ແລະ ຄວາມຍືນຍົງເຂົ້າ,  ເຄື່ອງດື່ມທຸກແກ້ວ ຖືກຜະລິດຈາກວັດຖຸດິບທີ່ຮັບຊື້ໂດຍກົງຈາກຊາວກະສິກອນ, […]

ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ

ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ ອາຈານສອນ ແລະ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ທີ່ອຸທິດຕົນໃຫ້ກັບການສຶກສາດ້ານສັນຖານວິທະຍາຂອງພືດ ແລະ ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ, ເຊິ່ງມີຈຸດເລີ່ມຕົ້ນຈາກການເຮັດຄົ້ນຄ້ວາທີ່ຕົນເອງມັກ ແລະ ຢາກສຶກສາການນໍາໃຊ້ພືດຕ່າງໆໂດຍສະເພາະວຽກງານການຄົ້ນຄວ້າທາງດ້ານພືດສາດ ຫຼື ທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນການຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດ, ການນໍາໃຊ້ພືດຊົນເຜົ່າ, ການນໍາໃຊ້ພືດເປັນຢາ ລວມເຖິງການປະເມີນສະຖານະພາບຄວາມຢູ່ລອດ ຫຼື ຄວາມຍືນຍົງຂອງພືດບາງຊະນິດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ-ສັງຄົມ. ຫຼັງຈາກທີ່ຈົບປະລິນຍາຕີ, ທ່ານ ສຸລິວັນ ໄດ້ເລີ່ມຕົ້ນສະໝັກເປັນອາຈານສອນຢູ່ພາກວິຊາຊີວະວິທະຍາ, ເຊິ່ງເປັນສະຖານທີ່ດຽວກັນທີ່ໄດ້ປະສົບການໃນການຄົ້ນຄວ້າ. ຈຸດປ່ຽນໃນໜ້າທີ່ວຽກງານແມ່ນໄດ້ຮັບໂອກາດອອກສໍາຫຼວດຄວາມຫຼາກຫຼາຍຂອງພືດກັບນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກທີ່ມີໂອກາດເຂົ້າຮ່ວມໂຄງການ ດາວິນ (Darwin) ຈາກປະເທດອັງກິດ ຮ່ວມກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດທໍາມະຊາດ ກໍ່ຄືພາກວິຊາຊີວະວິທະຍາ ເຊິ່ງຈາກຈຸດດັ່ງກ່າວເຮັດໃຫ້ເປັນແຮງບັນດານໃຈ ເຮັດໃຫ້ ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ ໄດ້ສືບຕໍ່ຄົ້ນຄວ້າໃນສະເພາະດ້ານໃຫ້ຫຼາຍຂຶ້ນ. ຜົນງານ ແມ່ນໄດ້ຖືກບັນທຶກໄວ້ໃນວາລະສານລະດັບຊາດ ແລະ […]

ຄູ່ມືທາງເຕັກນິກໜອນຊ້ອນໃບ

ຫນອນຊ້ອນໃບຈາກແມງກະບີກາງຄືນ, Tuta absoluta ຄືສັດຕູພືດທີ່ສໍາຄັນໃນຫມາກເລັ່ນ ລວມທັງພືດອຶ່ນ ເຊັ່ນ ຫມາກເຂືອ, ຫມາກແຕງ ແລະ ຖົ່ວ ຫາກບ່ໍມີການຈັດການທີ່ດີຜົນຜະລິດຈະມີຄວາມເສຍຫາຍ 50-100%