ສູນວາງສະແດງ ແລະ ຈັດຈຳໜ່າຍຜະລິດຕະພັນເຜິ້ງ
ສູນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 2019ຜ່ານການຮ່ວມມືລະຫວ່າງຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ແລະ ອົງການ Terra Renaissance, ເປົ້າໝາຍຂອງສູນແມ່ນເພື່ອສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ຄຽງຄູ່ໄປກັບປົກປັກຮັກສາລະບົບນິເວດ. ໂດຍການສົ່ງເສີມການຈັດຕັ້ງປະຕິບັດການລ້ຽງເຜິ້ງໂກນແບບຍືນຍົງ ເຊິ່ງຈະຊ່ວຍຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ເຊື່ອມສານກັບການປົກປັກຮັກສາສິ່ງແວດລ້ອມ. ເອົາຊະນະສິ່ງທ້າທາຍດ້ວຍການຮ່ວມມືຈາກຫຼາຍພາກສ່ວນ ເຖິງວ່າຈະມີສິ່ງທ້າທາຍຕ່າງໆບໍ່ວ່າຈະເປັນການເຂົ້າເຖິງຕະຫຼາດທີ່ຈໍາກັດ, ການຂາດທຶນ, ແລະ ຄວາມຊໍານານດ້ານວິຊາການບໍ່ພຽງພໍ ສູນດັ່ງກ່າວຍັງຄົງມີການເຄື່ອນໄຫວມາຫຼາຍກວ່າຫ້າປີ. ໃນໄລຍະນີ້, ໄດ້ສຸມໃສ່ການຜະລິດນ້ຳເຜິ້ງທີ່ມີຄຸນນະພາບສູງ, ມີການຝຶກອົບຮົມໃຫ້ຜູ້ລ້ຽງເຜິ້ງ, ແລະ ດຳເນີນການຄົ້ນຄວ້າຕະຫຼາດເພື່ອຂະຫຍາຍໂອກາດ ເຊິ່ງຄວາມພະຍາຍາມເຫຼົ່ານີ້ໄດ້ນໍາໄປສູ່ຄວາມສຳເລັດໃນປະຈຸບັນ. ນອກນັ້ນ, ສູນດັ່ງກ່າວໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີລາຍຮັບແບບຍືນຍົງ ພ້ອມທັງປະກອບສ່ວນອະນຸລັກສິ່ງແວດລ້ອມ. ນ້ຳເຜີ້ງແຂວງຊຽງຂວາງ ມີເອກະລັກສະເພາະທາງດ້ານລົດຊາດ ແລະ ມີກິ່ນຫອມຈາກແຫຼ່ງດອກໄມ້ຫຼາກຫຼາຍຊະນິດໃນພາກພື້ນ ເຊິ່ງໄດ້ຮັບຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ. ການບໍລິການສໍາລັບຜູ້ທີ່ສົນໃຈລ້ຽງເຜິ້ງໃນອະນາຄົດ ສໍາລັບຜູ້ທີ່ສົນໃຈໃນການເລີ່ມຕົ້ນທຸລະກິດລ້ຽງເຜິ້ງໂກນເປັນຂອງຕົນເອງ, ສູນກໍຍິນດີທີ່ຈະສະຫນອງຄໍາແນະນໍາ ແລະ ການສະຫນັບສະຫນູນທີ່ມີຄຸນຄ່າ.ດ້ວຍການກະກຽມ ແລະ ຄວາມມຸ່ງຫມັ້ນ ເຊື່ອວ່າເຫຼົ່າຜູເລິເລີ່ມລ້ຽງເຜິ້ງໂກນ ຈະສາມາດຊ່ວຍປົກປັກຮັກສາສິ່ງແວດລ້ອມຄຽງຄຸ່ໄປກັບຄວາມເພີດເພີນ ແລະ ຄວາມສຸກຈາກຜົນປະໂຫຍດຂອງກິດຈະກຳເຫຼົ່ານີ້ໄດ້. ພວກເຮົາເຊີນທ່ານໄປຢ້ຽມຢາມສູນເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ້ໍາເຜີ້ງຂອງພວກເຮົາ ແລະ ລິເລີ່ມລ້ຽງເຜິ້ງໂກນໄປນໍາກັນ.
ປອ.ເພັດລາສີ ສຸລະເດດ
ຜູ້ຊ່ວຍສາດສະດາຈານ ປອ.ເພັດລາສີ ສຸລະເດດ, ຫົວໜ້າຝ່າຍຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ອາຈານເພັດລາສີໄດ້ອຸທິດຕົນເພື່ອສຸມໃສ່ເສີມຂະຍາຍວຽກງານດ້ານຊີວະນາໆພັນ ໂດຍເນັ້ນສຶກສາກ່ຽວກັບຊະນິດພັນພືດ. ໂດຍເລີ່ມຈາກທີ່ມີໂອກາດໄດ້ຮັບທຶນດາວິນ (Darwin Scholarship) ສະໜັບສະໜູນໃນຊ່ວງຝຶກງານ ທີ່ຮຽນປະລິນຍາຕີ ແລະ ເຮັດການຄົ້ນຄ້ວາ ຝຶກງານຢູ່ປະເທດອັງກິດ ໃນການເປັນນັກຄົ້ນຄວ້າທາງດ້ານການນໍາໃຊ້ພືດແບບພູມປັນຍາພື້ນບ້ານ. ໃນຊ່ວງໄລຍະທີ່ຜ່ານມານີ້, ອາຈານໄດ້ມີໂອກາດເປັນທີ່ປຶກສາຮ່ວມ ໃຫ້ກັບນັກສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາ ມາຫາສາລະຄາມ ປະເທດໄທ ທີ່ມີຄວາມສົນໃຈເຊີງເລິກສຶກສາພືດພື້ນເມືອງຊົນເຜົ່າ ໂດຍສະເພາະຄວາມແຕກແຕ່າງຂອງການນໍາໃຊ້ພືດຂອງ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວ ທີ່ແຂວງບໍລິຄໍາໄຊ ປະເທດລາວ, ຈຶ່ງເກີດເປັນໂຄງການໄລຍະສັ້ນຂອງການສຶກສາຄົ້ນຄ້ວາໃນຄັ້ງນີ້ ໂດຍໄດ້ຮວບຮວມເອົາການນຳໃຊ້ແບບພື້ນເມືອງ, ນັບຕັ້ງແຕ່ການໃຊ້ເປັນອາຫານຈົນເຖິງເປັນຢາສະໝຸນໄພ. ເຊິ່ງການຄົ້ນຄ້ວານີ້ຍັງເປັນສ່ວນໜຶ່ງຂອງການລິເລີ່ມສ້າງປື້ມບັນຊີລາຍຊື່ພືດໃນ ສປປ ລາວ ໂດຍແນໃສ່ການອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສໍານຶກເຖິງຄວາມສຳຄັນຂອງພືດ. ເປົ້າໝາຍລິເລີ່ມຂອງອາຈານ ແມ່ນເພື່ອສ້າງບັນຊີລາຍການພືດທີ່ສົມບູນແບບໃນລາວ ແນໃສ່ອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສຳນຶກເຖິງຄວາມສຳຄັນທາງດ້ານນິເວດວິທະຍາ ແລະ ວັດທະນະທຳ, ນໍາສະເໜີການມີສ່ວນຮ່ວມຂອງບຸກຄົນ ແລະ ຊຸມຊົນໃນການອະນຸລັກຮັກສາມໍລະດົກທາງທຳມະຊາດ.
ພອນໄພລິນ (ນ້ອຍ) ແກ້ວດວງດີ, ເຈົ້າຂອງຮ້ານ ແລະ ນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ຮ້ານອາຫານໂດຍຂະນ້ອຍ
ພອນໄພລິນ ແກ້ວດວງດີ ຫຼື ເຈົ້າຂອງຮ້ານອາຫານໂດຍຂະນ້ອຍ ທີ່ນະຄອນຫຼວງວຽງຈັນ ປະເທດລາວ ຖືໄດ້ວ່າເປັນນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ອຸທິດຕົນເພື່ອອະນຸລັກ ແລະ ສົ່ງເສີມອາຫານລາວ. ນ້ອຍ ມາຈາກຊຸມຊົນທີ່ເຮັດການກະເສດທີ່ແຂວງຄໍາມ່ວນ ສະຖານທີ່ ທີ່ເຮັດໃຫ້ມີໂອກາດໄດ້ສຶກສາວິທີການປຸງແຕ່ງ ແລະ ຄວາມສຳຄັນຂອງວັດຖຸດິບທີ່ສົດໃໝ່ ແລະ ມີຄຸນນະພາບນໍາແມ່ຕູ້ ທີ່ຮ້ານອາຫານ ໂດຍຂະນ້ອຍ ໄດ້ເອົາໃຈໃສ່ເຖິງການນຳໃຊ້ວັດຖຸດິບທີ່ສົດໃໝ່ ແລະ ມາຈາກທ້ອງຖິ່ນ ເຊິ່ງເປັນການສະໜັບສະໜູນຊາວກະສິກອນທ້ອງຖິ່ນ ແລະ ຍັງສົ່ງເສີມການປຸງແຕ່ງອາຫານແບບຍືນຍົງອີກດ້ວຍ ເຊິ່ງລາຍການອາຫານຂອງຮ້ານອາຫານໂດຍຂະນ້ອຍຈະມີການປ່ຽນແປງເປັນປະຈໍາທຸກໆອາທິດ ໂດຍຈະເນັ້ນໃສ່ວັດຖຸດິບຕາມລະດູການ ແລະ ລົດຊາດແບບດັ່ງເດີມ. ວິທີການປຸງແຕ່ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມເສດຖະກິດທ້ອງຖິ່ນເທົ່ານັ້ນ ແຕ່ເປັນການຮັບປະກັນວ່າອາຫານທຸກຢ່າງຄວນມີລົດຊາດທີ່ໂດດເດັ່ນເປັນເອກະລັກ ແລະ ສົດໃໝ່ສະເໝີ. ນ້ອຍໄດ້ນໍາສະເໜີ ຕໍ່ກັບການອະນຸລັກທາງດ້ານການປຸງແຕ່ງອາຫານ ແລະ ວິທີສ້າງສັນຂອງລາວ ຈົນເຮັດໃຫ້ຮ້ານອາຫານໂດຍຂະນ້ອຍ ກາຍເປັນໜຶ່ງໃນຮ້ານອາຫານທີ່ໜ້າຊື່ນຊົມທີ່ສຸດອີກໜຶ່ງຮ້ານໃນນະຄອນຫຼວງວຽງຈັນ ແລະ ຍັງໄດ້ເປັນໜຶ່ງໃນ 50 ຮ້ານອາຫານທີ່ດີທີ່ສຸດໃນອາຊີ ໂດຍໄດ້ຮັບລາວງວັນ “Essence of Asia”.