ການອອກແບບເຮືອນຮົ່ມ
ການອອກແບບເຮືອນຮົ່ມ
ການປູກພືດຜັກໃນເຮືອນຮົ່ມ (Vegetable Protected Cropping)
ການປູກພືຈຜັກໃນເຮືອນຮົ່ມ ແມ່ນເພື່ອປ້ອງກັນບັນຫາຕ່າງໆ ທີ່ຈະກະທົບຕໍ່ພືດ ເຊັ່ນ: ຝົນ ຫຼື ແມງໄມ້.
ຄູ່ມືທາງເຕັກນິກໜອນຊ້ອນໃບ
ຫນອນຊ້ອນໃບຈາກແມງກະບີກາງຄືນ, Tuta absoluta ຄືສັດຕູພືດທີ່ສໍາຄັນໃນຫມາກເລັ່ນ ລວມທັງພືດອຶ່ນ ເຊັ່ນ ຫມາກເຂືອ, ຫມາກແຕງ ແລະ ຖົ່ວ ຫາກບ່ໍມີການຈັດການທີ່ດີຜົນຜະລິດຈະມີຄວາມເສຍຫາຍ 50-100%
ຄູ່ມືການປູກຜັກກາດຮອງເຕ
ຮ່ອງນໍ້າຊວ່ຍໃນການໃຫ້ນ້ຳ ແລະ ລະບາຍນໍ້າ ສາມາດປູກໄດ້ 35,552 ຕົ້ນ/ໄລ່
ຄູ່ມືການປູກໝາກຖົ່ວຝັກຍາວ
ຮ່ອງນໍ້າຊ່ວຍໃນການໃຫ້ນໍ້າ ແລະ ລະບາຍນໍ້າ ປັກຄ້າງກ່ອນການຍ້າຍປູກ 4,260 ຕົ້ນ/ໄລ່
ຄູ່ມືທາງເຕັກນິກພະຍາດຫ່ຽວຂຽວ
ພະຍາດດີນທີເກີດຈາກເຊື້ອ bacterium Ralstonia solanacearum ທໍາລາຍພືດຈໍານວນຫຼາຍໂດຍສະເພາະພືດຕະກຸນ Solanaceae
ປ້າຍຕິດຕັ້ງຕາມວັງສະຫງວນຕ່າງໆພາຍໃນແຂວງຫຼວງພະບາງ 2017
ປ້າຍຕິດຕັ້ງຕາມວັງສະຫງວນຕ່າງໆພາຍໃນແຂວງຫຼວງພະບາງ 2017
ການສົ່ງເສີມຜະລິດຊາໃນແຂວງຫຼວງພະບາງ
ຊາປ່າເປັນໄມ້ຢືນຕົ້ນສູງ ຖ້າຢູ່ໃນທຳມະຊາດ,ໂດຍມີຊື່ວິທະຍາສາດວ່າ Camellia sinensis var. assamica ເຊິ່ງເປັນຊາທຳມະຊາດທີ່ພົບໃນເຂດເນີນສູງຂອງລາວ. ຊາຊ່ວຍເສີມສ້າງພູມຕ້ານທານໃຫ້ກັບຮ່າງກາຍຂອງຄົນເຮົາ, ປ້ອງກັນມະເຮັງສາມາດຊ່ວຍປ້ອງກັນຂໍ້ອັກເສບ, ສາມາດຊ່ວຍຕ້ານໄຂ້ຫວັດໃຫຍ່, ຊ່ວຍປ້ອງກັນການຕິດເຊື້ອ. ຊາຍັງເປັນສັນຍາລັກເຖິງຄວາມອຸດົມສົມບູນຂອງປ່າ. ນອກນັ້ນຍັງສາມາດປູກປະສົມປະສານກັບພືດຊະນິດອື່ນໄດ້ດີ.
ເຄື່ອງມືຫາປາໃນ ສປປ ລາວ (Fishing gears in Lao PDR)
ເຄື່ອງມືຫາປາທີ່ໃຊ້ໃນ ສປປ ລາວ
ສູນວາງສະແດງ ແລະ ຈັດຈຳໜ່າຍຜະລິດຕະພັນເຜິ້ງ
ສູນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 2019ຜ່ານການຮ່ວມມືລະຫວ່າງຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ແລະ ອົງການ Terra Renaissance, ເປົ້າໝາຍຂອງສູນແມ່ນເພື່ອສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ຄຽງຄູ່ໄປກັບປົກປັກຮັກສາລະບົບນິເວດ. ໂດຍການສົ່ງເສີມການຈັດຕັ້ງປະຕິບັດການລ້ຽງເຜິ້ງໂກນແບບຍືນຍົງ ເຊິ່ງຈະຊ່ວຍຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ເຊື່ອມສານກັບການປົກປັກຮັກສາສິ່ງແວດລ້ອມ. ເອົາຊະນະສິ່ງທ້າທາຍດ້ວຍການຮ່ວມມືຈາກຫຼາຍພາກສ່ວນ ເຖິງວ່າຈະມີສິ່ງທ້າທາຍຕ່າງໆບໍ່ວ່າຈະເປັນການເຂົ້າເຖິງຕະຫຼາດທີ່ຈໍາກັດ, ການຂາດທຶນ, ແລະ ຄວາມຊໍານານດ້ານວິຊາການບໍ່ພຽງພໍ ສູນດັ່ງກ່າວຍັງຄົງມີການເຄື່ອນໄຫວມາຫຼາຍກວ່າຫ້າປີ. ໃນໄລຍະນີ້, ໄດ້ສຸມໃສ່ການຜະລິດນ້ຳເຜິ້ງທີ່ມີຄຸນນະພາບສູງ, ມີການຝຶກອົບຮົມໃຫ້ຜູ້ລ້ຽງເຜິ້ງ, ແລະ ດຳເນີນການຄົ້ນຄວ້າຕະຫຼາດເພື່ອຂະຫຍາຍໂອກາດ ເຊິ່ງຄວາມພະຍາຍາມເຫຼົ່ານີ້ໄດ້ນໍາໄປສູ່ຄວາມສຳເລັດໃນປະຈຸບັນ. ນອກນັ້ນ, ສູນດັ່ງກ່າວໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີລາຍຮັບແບບຍືນຍົງ ພ້ອມທັງປະກອບສ່ວນອະນຸລັກສິ່ງແວດລ້ອມ. ນ້ຳເຜີ້ງແຂວງຊຽງຂວາງ ມີເອກະລັກສະເພາະທາງດ້ານລົດຊາດ ແລະ ມີກິ່ນຫອມຈາກແຫຼ່ງດອກໄມ້ຫຼາກຫຼາຍຊະນິດໃນພາກພື້ນ ເຊິ່ງໄດ້ຮັບຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ. ການບໍລິການສໍາລັບຜູ້ທີ່ສົນໃຈລ້ຽງເຜິ້ງໃນອະນາຄົດ ສໍາລັບຜູ້ທີ່ສົນໃຈໃນການເລີ່ມຕົ້ນທຸລະກິດລ້ຽງເຜິ້ງໂກນເປັນຂອງຕົນເອງ, ສູນກໍຍິນດີທີ່ຈະສະຫນອງຄໍາແນະນໍາ ແລະ ການສະຫນັບສະຫນູນທີ່ມີຄຸນຄ່າ.ດ້ວຍການກະກຽມ ແລະ ຄວາມມຸ່ງຫມັ້ນ ເຊື່ອວ່າເຫຼົ່າຜູເລິເລີ່ມລ້ຽງເຜິ້ງໂກນ ຈະສາມາດຊ່ວຍປົກປັກຮັກສາສິ່ງແວດລ້ອມຄຽງຄຸ່ໄປກັບຄວາມເພີດເພີນ ແລະ ຄວາມສຸກຈາກຜົນປະໂຫຍດຂອງກິດຈະກຳເຫຼົ່ານີ້ໄດ້. ພວກເຮົາເຊີນທ່ານໄປຢ້ຽມຢາມສູນເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ້ໍາເຜີ້ງຂອງພວກເຮົາ ແລະ ລິເລີ່ມລ້ຽງເຜິ້ງໂກນໄປນໍາກັນ.