ປອ.ເພັດລາສີ ສຸລະເດດ

ຜູ້ຊ່ວຍສາດສະດາຈານ ປອ.ເພັດລາສີ ສຸລະເດດ,  ຫົວໜ້າຝ່າຍຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ອາຈານເພັດລາສີໄດ້ອຸທິດຕົນເພື່ອສຸມໃສ່ເສີມຂະຍາຍວຽກງານດ້ານຊີວະນາໆພັນ ໂດຍເນັ້ນສຶກສາກ່ຽວກັບຊະນິດພັນພືດ. ໂດຍເລີ່ມຈາກທີ່ມີໂອກາດໄດ້ຮັບທຶນດາວິນ (Darwin Scholarship) ສະໜັບສະໜູນໃນຊ່ວງຝຶກງານ ທີ່ຮຽນປະລິນຍາຕີ ແລະ ເຮັດການຄົ້ນຄ້ວາ ຝຶກງານຢູ່ປະເທດອັງກິດ  ໃນການເປັນນັກຄົ້ນຄວ້າທາງດ້ານການນໍາໃຊ້ພືດແບບພູມປັນຍາພື້ນບ້ານ. ໃນຊ່ວງໄລຍະທີ່ຜ່ານມານີ້, ອາຈານໄດ້ມີໂອກາດເປັນທີ່ປຶກສາຮ່ວມ ໃຫ້ກັບນັກສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາ ມາຫາສາລະຄາມ ປະເທດໄທ ທີ່ມີຄວາມສົນໃຈເຊີງເລິກສຶກສາພືດພື້ນເມືອງຊົນເຜົ່າ ໂດຍສະເພາະຄວາມແຕກແຕ່າງຂອງການນໍາໃຊ້ພືດຂອງ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວ ທີ່ແຂວງບໍລິຄໍາໄຊ ປະເທດລາວ, ຈຶ່ງເກີດເປັນໂຄງການໄລຍະສັ້ນຂອງການສຶກສາຄົ້ນຄ້ວາໃນຄັ້ງນີ້ ໂດຍໄດ້ຮວບຮວມເອົາການນຳໃຊ້ແບບພື້ນເມືອງ, ນັບຕັ້ງແຕ່ການໃຊ້ເປັນອາຫານຈົນເຖິງເປັນຢາສະໝຸນໄພ. ເຊິ່ງການຄົ້ນຄ້ວານີ້ຍັງເປັນສ່ວນໜຶ່ງຂອງການລິເລີ່ມສ້າງປື້ມບັນຊີລາຍຊື່ພືດໃນ ສປປ ລາວ ໂດຍແນໃສ່ການອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສໍານຶກເຖິງຄວາມສຳຄັນຂອງພືດ. ເປົ້າໝາຍລິເລີ່ມຂອງອາຈານ ແມ່ນເພື່ອສ້າງບັນຊີລາຍການພືດທີ່ສົມບູນແບບໃນລາວ ແນໃສ່ອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສຳນຶກເຖິງຄວາມສຳຄັນທາງດ້ານນິເວດວິທະຍາ ແລະ ວັດທະນະທຳ, ນໍາສະເໜີການມີສ່ວນຮ່ວມຂອງບຸກຄົນ ແລະ ຊຸມຊົນໃນການອະນຸລັກຮັກສາມໍລະດົກທາງທຳມະຊາດ.

ພອນໄພລິນ (ນ້ອຍ) ແກ້ວດວງດີ, ເຈົ້າຂອງຮ້ານ ແລະ ນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ຮ້ານອາຫານໂດຍຂະນ້ອຍ

ພອນໄພລິນ ແກ້ວດວງດີ ຫຼື ເຈົ້າຂອງຮ້ານອາຫານໂດຍຂະນ້ອຍ ທີ່ນະຄອນຫຼວງວຽງຈັນ ປະເທດລາວ ຖືໄດ້ວ່າເປັນນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ອຸທິດຕົນເພື່ອອະນຸລັກ ແລະ ສົ່ງເສີມອາຫານລາວ. ນ້ອຍ ມາຈາກຊຸມຊົນທີ່ເຮັດການກະເສດທີ່ແຂວງຄໍາມ່ວນ ສະຖານທີ່ ທີ່ເຮັດໃຫ້ມີໂອກາດໄດ້ສຶກສາວິທີການປຸງແຕ່ງ ແລະ ຄວາມສຳຄັນຂອງວັດຖຸດິບທີ່ສົດໃໝ່ ແລະ ມີຄຸນນະພາບນໍາແມ່ຕູ້ ທີ່ຮ້ານອາຫານ ໂດຍຂະນ້ອຍ ໄດ້ເອົາໃຈໃສ່ເຖິງ​ການ​ນຳ​ໃຊ້​ວັດ​ຖຸ​ດິບ​ທີ່ສົດໃໝ່ ແລະ ມາຈາກ​ທ້ອງ​ຖິ່ນ ເຊິ່ງເປັນການສະໜັບສະໜູນຊາວກະສິກອນທ້ອງຖິ່ນ ແລະ ຍັງສົ່ງເສີມການປຸງແຕ່ງອາຫານແບບຍືນຍົງອີກດ້ວຍ ເຊິ່ງລາຍການອາຫານຂອງຮ້ານອາຫານໂດຍຂະນ້ອຍຈະມີການປ່ຽນແປງເປັນປະຈໍາທຸກໆອາທິດ ໂດຍຈະເນັ້ນໃສ່ວັດຖຸດິບຕາມລະດູການ ແລະ ລົດຊາດແບບດັ່ງເດີມ. ວິທີການປຸງແຕ່ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມເສດຖະກິດທ້ອງຖິ່ນເທົ່ານັ້ນ ແຕ່ເປັນການຮັບປະກັນວ່າອາຫານທຸກຢ່າງຄວນມີລົດຊາດທີ່ໂດດເດັ່ນເປັນເອກະລັກ ແລະ ສົດໃໝ່ສະເໝີ. ນ້ອຍໄດ້ນໍາສະເໜີ ຕໍ່ກັບການອະນຸລັກທາງດ້ານການປຸງແຕ່ງອາຫານ ແລະ ວິທີສ້າງສັນຂອງລາວ ຈົນເຮັດໃຫ້ຮ້ານອາຫານໂດຍຂະນ້ອຍ ກາຍເປັນໜຶ່ງໃນຮ້ານອາຫານທີ່ໜ້າຊື່ນຊົມທີ່ສຸດອີກໜຶ່ງຮ້ານໃນນະຄອນຫຼວງວຽງຈັນ ແລະ ຍັງໄດ້ເປັນໜຶ່ງໃນ 50 ຮ້ານອາຫານທີ່ດີທີ່ສຸດໃນອາຊີ ໂດຍໄດ້ຮັບລາວງວັນ “Essence of Asia”.

ວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ

ຝຸ່ນນັບວ່າເປັນປັດໄຈສຳຄັນຢ່າງໜຶ່ງ ໃນບັນດາຫຼາຍປັດໄຈດິນໃນການເພີ່ມຜົນຜະລິດຂອງຊາວກະສິກອນ ເພາະວ່າພືດຈະໃຫ້ຜະລິດຕະພາບສູງກໍ່ຕໍ່ເມື່ອໄດ້ຮັບທາດອາຫານທີ່ພຽງພໍກັບຄວາມຕ້ອງການ ເພາະສະນັ້ນ ແມ່ນຈຳເປັນຕ້ອງໃສ່ຝຸ່ນເພີ່ມລົງໄປໃນດິນນາ ເຊັ່ນຝຸ້ນບົ່ມ

ຫລັກສູດການສຶກສາດ້ານຊີວະນາໆພັນກະສິກຳໃນແຂວງຫົວພັນ

ຫລັກສູດການສຶກສາດ້ານຊີວະນາໆພັນກະສິກໍາ ໄດ້ຖືກຮັບຮອງເອົາ ໂດຍ ກະຊວງສຶກສາທິການ ແລະ ກິລາ, ໄດ້ມີຜົນສໍາເລັດເປັນຢ່າງດີຕໍ່ການຈັດຕັ້ງປະຕິບັດ, ຈົນສາມາດຂະຫຍາຍການຮຽນການສອນອອກໄປສູ່ໂຮງຮຽນສາມັນໃນເມືອງອື່ນໆ. ຫລັກສູດນີ້ເກີດຂຶ້ນເປັນໄປຕາມຄວາມມຸ້ງຫວັງ ແລະ ຕັ້ງໃຈ ຂອງ ຄູອາຈານ, ນັກຮຽນ ແລະ ພໍ່ແມ່ນັກຮຽນ.

ການລ້ຽງປາໃນນາເຂົ້າ ໃນແຂວງຊຽງຂວາງ

ການລ້ຽງປາໃນນາເຂົ້າເປັນວິຖິຊີວິດດັ້ງເດີມຂອງປະຊາຊົນຊາວຊຽງຂວາງ, ເຊິ່ງສ້າງເປັນແຫຼ່ງອາຫານທີ່ຕິດພັນກັນລະຫວ່າງເຂົ້າ ແລະ ປາ. ນອກນັ້ນ, ຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດໃນນາເຂົ້າ, ເຮັດໃຫ້ຜົນຜະລິດເຂົ້າໄດ້ຄຸນນະພາບສູງຂຶ້ນ ແລະ ຍັງສ້າງລາຍຮັບເພີ່ມຈາກການຂາຍປາ.