ຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ
ໃນປະຈຖບັນການນຳໃຊ້ຢາທີ່ຜະລິດຈາກທາດເຄມີສັງເຄາະມີຜົນສະທ້ອນບໍ່ດີຫຼາຍຢ່າງໃຫ້ແກ່ຜູ້ຊົມໃຊ້, ສະນັ້ນ ຈິ່ງເຮັດໃຫ້ຄົນທົ່ວໂລກໂດຍສະເພາະໃນບັນດາປະເທດອຸດສາຫະກຳຂະຫຍາຍຕົວຫັນມາໃຫ້ຄວາມສົນໃຈແກ່ການນຳໃຊ້ຢາຊຶ່ງຜະລິດຈາກຕົ້ນໄມ້ທຳມະຊາດ
ຜະລິດຕະພັນນ້ຳເຜິ້ງທຳມະຊາດ ແຂວງຊຽງຂວາງ
ປ້າຍບອກຈຸດທີ່ ບ້ານລາດຢາຍ ແລະ ສູນຮຽນຮູ້ການປຸງແຕ່ງນ ໍ້າເຜິ້ງ ຂອງແຂວງຊຽງຂວາງ
ຊາທຳມະຊາດ (ແຈປ່າ)
ຕົ້ນຊາທຳມະຊາດເປັນຊາດັ້ງເດີມ ແລະ ເປັນແຫລ່ງ ສໍາຫລັບ ຂະຫຍາຍການຜະລິດຊາສາມາດສ້າງເປັນຜະລິດຕະພັນເອກະລັກຂາຍເປັນລາຍຮັບໃຫ້ແກ່ຄອບຄົວໃນເຂດຊົນນະບົດ, ໂດຍສະເພາະເມືອງກວັນກໍ່ເປັນເມືອງທີ່ມີຕົ້ນຊາທຳມະຊາດມາໄດ້ຫລາຍຮ້ອຍປີແລ້ວ, ໂຄງການຕາບີໄດ້ ສະໜັບສະໜູນໃນການໂຄສະນາປູກຈິດສຳນຶກ ເພື່ອໃຫ້ຊາວບ້ານເຂົ້າໃຈຄວາມຫມາຍຄວາມສຳຄັນຂອງການປົກປັກຮັກສາ ອະນຸລັກຕົ້ນຊາປ່າໃຫ້ຍືນຍົງ ເພື່ອສ້າງເປັນແຫລ່ງລາຍຮັບເພີ່ມໃຫ້ແກ່ປະຊາຊົນໃນທ້ອງຖິ່ນ.
ສາດສະດາຈານ ປອ ວິຈິດ ລຳໄຊ
ໃນປີ 2016 ແລະ 2020, ສາດສະດາຈານ ປອ ວິຈິດ ລຳໄຊ ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະວິທະຍາສາດທຳມະຊາດ ໄດ້ກາຍເປັນແບບຢ່າງໃຫ້ກັບຫຼາຍໆທ່ານໃນສາຂາອະນຸກົມວິຖານພືດ ແລະ ຊີວະນາໆພັນ. ທ່ານ ສາດສະດາຈານ ປອ ວິຈິດ ລໍາໄຊ ເປັນນັກຄົ້ນຄ້ວາທີ່ມີຊື່ສຽງທາງດ້ານຊີວະນາໆພັນ ແລະ ໄດ້ຮັບການຍອມຮັບຈາກການຜົນງານການປະກອບສ່ວນເຂົ້າໃນວຽກງານການກະສິກຳປ່າໄມ້, ການຄຸ້ມຄອງລະບົບນິເວດ ແລະ ຊີວະນາໆພັນກະສິກຳ ໂດຍໄດ້ສຸມໃສ່ການອະນຸລັກຄວາມຫຼາກຫຼາຍຂອງຊະນິດພັນພືດ, ການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງກັບລະບົບນິເວດແບບດັ້ງເດີມ, ແລະ ການພັດທະນາຍຸດທະສາດຂອງຊຸມຊົນໃນການຄຸ້ມຄອງແນວພັນທ້ອງຖິ່ນ. ຫນຶ່ງໃນຂົງເຂດການຄົ້ນຄວ້າທີ່ໂດດເດັ່ນ ແມ່ນການເຊື່ອມສານລະຫວ່າງຄວາມຫຼາກຫຼາຍຂອງຊະນິດພັນພືດ ແລະ ລະບົບນິເວດກະສິກໍາ, ເນັ້ນຫນັກໃສ່ບົດບາດຂອງຄວາມຫຼາກຫຼາຍທາງພັນທຸກໍາເພື່ອການປັບຕົວ ແລະ ຄວາມອ່ອນໄຫວຂອງຊະນິດ. ນອກນັ້ນ,ຍັງໄດ້ປະກອບສ່ວນເຂົ້າໃນທະນາຄານແນວພັນຂອງຊຸມຊົນ ເພື່ອເກັບຮັກສາແນວພັນພືດໃນທ້ອງຖິ່ນ ແລະ ຄໍ້າປະກັນສະບຽງອາຫານ. ຫຼາຍໆຜົນງານການສຶກສາຄົ້ນຄ້ວາຂອງ ສາດສະດາຈານ ປອ ວິຈິດ ລຳໄຊ https://www.researchgate.net/profile/Vichith-Lamxay ໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງພູມປັນຍາທ້ອງຖິ່ນໃນການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ການເຊື່ອມໂຍງລະຫວ່າງພູມປັນຍາພື້ນບ້ານ ແລະ ຂໍ້ມູນວິທະຍາສາດເພື່ອຄຸ້ມຄອງຊີວະນາໆພັນໃຫ້ເກີດປະສິດທິຜົນ. ເພື່ອທີ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານຊີວະນາໆພັນ ອາຈານວິຈິດໄດ້ຊີ້ໃຫ້ເຫັນເຖິງບົດບາດຄວາມສຳຄັນ […]
ປອ.ເພັດລາສີ ສຸລະເດດ
ຜູ້ຊ່ວຍສາດສະດາຈານ ປອ.ເພັດລາສີ ສຸລະເດດ, ຫົວໜ້າຝ່າຍຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ອາຈານເພັດລາສີໄດ້ອຸທິດຕົນເພື່ອສຸມໃສ່ເສີມຂະຍາຍວຽກງານດ້ານຊີວະນາໆພັນ ໂດຍເນັ້ນສຶກສາກ່ຽວກັບຊະນິດພັນພືດ. ໂດຍເລີ່ມຈາກທີ່ມີໂອກາດໄດ້ຮັບທຶນດາວິນ (Darwin Scholarship) ສະໜັບສະໜູນໃນຊ່ວງຝຶກງານ ທີ່ຮຽນປະລິນຍາຕີ ແລະ ເຮັດການຄົ້ນຄ້ວາ ຝຶກງານຢູ່ປະເທດອັງກິດ ໃນການເປັນນັກຄົ້ນຄວ້າທາງດ້ານການນໍາໃຊ້ພືດແບບພູມປັນຍາພື້ນບ້ານ. ໃນຊ່ວງໄລຍະທີ່ຜ່ານມານີ້, ອາຈານໄດ້ມີໂອກາດເປັນທີ່ປຶກສາຮ່ວມ ໃຫ້ກັບນັກສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາ ມາຫາສາລະຄາມ ປະເທດໄທ ທີ່ມີຄວາມສົນໃຈເຊີງເລິກສຶກສາພືດພື້ນເມືອງຊົນເຜົ່າ ໂດຍສະເພາະຄວາມແຕກແຕ່າງຂອງການນໍາໃຊ້ພືດຂອງ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວ ທີ່ແຂວງບໍລິຄໍາໄຊ ປະເທດລາວ, ຈຶ່ງເກີດເປັນໂຄງການໄລຍະສັ້ນຂອງການສຶກສາຄົ້ນຄ້ວາໃນຄັ້ງນີ້ ໂດຍໄດ້ຮວບຮວມເອົາການນຳໃຊ້ແບບພື້ນເມືອງ, ນັບຕັ້ງແຕ່ການໃຊ້ເປັນອາຫານຈົນເຖິງເປັນຢາສະໝຸນໄພ. ເຊິ່ງການຄົ້ນຄ້ວານີ້ຍັງເປັນສ່ວນໜຶ່ງຂອງການລິເລີ່ມສ້າງປື້ມບັນຊີລາຍຊື່ພືດໃນ ສປປ ລາວ ໂດຍແນໃສ່ການອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສໍານຶກເຖິງຄວາມສຳຄັນຂອງພືດ. ເປົ້າໝາຍລິເລີ່ມຂອງອາຈານ ແມ່ນເພື່ອສ້າງບັນຊີລາຍການພືດທີ່ສົມບູນແບບໃນລາວ ແນໃສ່ອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສຳນຶກເຖິງຄວາມສຳຄັນທາງດ້ານນິເວດວິທະຍາ ແລະ ວັດທະນະທຳ, ນໍາສະເໜີການມີສ່ວນຮ່ວມຂອງບຸກຄົນ ແລະ ຊຸມຊົນໃນການອະນຸລັກຮັກສາມໍລະດົກທາງທຳມະຊາດ.
ການຊຸກຍູ້ການລົງທຶນໃນຂະແໜງກະສິກຳ ແລະ ລະບົບສະບຽງອາຫານ ແບບມີຄວາມຮັບຜິດຊອບໃນ ສປປ ລາວ
ເປັນຫຍັງ ການລົງທຶນໃນຂະແໜງກະສິກຳ ແລະ ລະບົບສະບຽງອາຫານ ແບບມີຄວາມຮັບຜິດຊອບ ຈຶ່ງສຳຄັນຢູ່ໃນ ສປປ ລາວ? ປະສົບການ ແລະ ເລື່ອງເລົ່າຄວາມສຳເລັດຈາກພະນັກງານລັດ
ທ່ານແນ່ໃຈແລ້ວບໍວ່າອາຫານທີ່ກິນແຕ່ລະມື້ມີຄວາມປອດໄພ
ປະເພດການເປັນພິດຂອງອາຫານ ສາເຫດໃນການນຳໃຊ້ຢາປາບສັດຕູພືດຂອງຊາວກະສິກອນ ສານຕົກຄ້າງຈາກຢາປາບສັດຕູພືດ ການເຈືອປົນຂອງຢາປາບສັດຕູພືດໃນກະແສເລືອດ ການຫຼີກລ່ຽງ ແລະ ຫຼຸດຄວາມສ່ຽງຂອງຢາປາບສັດຕູພືດ
ການຈັດຕັ້ງປະຕິບັດສວນຫຍ້າອາຫານສັດດ້ວຍການປູກຫຍ້າທີ່ມີປະສິດທິພາບສູງ
ສະໜອງຫຍ້າອາຫານສັດໃຫ້ສັດໃຫຍ່ຂອງທ່ານໄດ້ກິນ ຈະຊ່ວຍປັບປຸງສຸຂຂະພາບຂອງສັດທີ່ດີ ແລະ ເຮັດໃຫ້ສັດໃຫຍ່ໄວ. ຖ້າທ່ານປ່ອຍສັດໄວ້ໃນສວນຫຍ້າ, ທ່ານບໍ່ຈຳເປັນຕ້ອງກັງວົນວ່າສັດຈະໄປທຳລາຍພືດຜົນຂອງຄົນອື່ນ. ສະດວກຕໍ່ການຕິດຕາມ ການຈະເລີນເຕິບໂຕຂອງສັດແຕ່ລະໄລຍະ, ດ້ານສຸຂະພາບ ແລະ ງ່າຍໃນການນຳສັດມາສິດວັກຊິນ ກັນພະຍາດ ຫຼື ປິ່ນປົວ. ຖ້າທ່ານມີການຈັດການສວນຫຍ້າຂອງທ່ານໄດ້ດີ, ທ່ານຈະມີຫຍ້າໄວ້ໃຫ້ສັດກິນຕະຫຼອດປີ ແລະ ກຸ້ມໄດ້ຫຼາຍປີ.
ຜະລິດຕະພັນຊີວະນາໆພັນກະສີກຳລາວ ສິບຫົກຊະນິດທີ່ມີທ່າແຮງສູງ ຕໍ່ການຄ້ຳປະກັນສະບຽງອາຫານ ແລະ ເສີມສ້າງລາຍຮັບໃຫ້ແກ່ປະຊາຊົນ
ຊີວະນາໆພັນກະສິກຳຂອງລາວ ມີທ່າແຮງເພື່ອຍົກລະດັບເສດຖະກິດທ້ອງຖິ່ນ ໂດຍຜ່່ານການປັບປຸງຊີວິດການເປັນຢູ່ຂອງຄອບຄົວຊາວພູດອຍ ແລະ ພ້ອມນັ້ນ ກໍເປັນການສ້າງຊື່ສຽງໃນເວທີສາກົນ ກ່ຽວກັບ ຜະລິດຕະພັນຊີວະນາໆພັນກະສິກຳທີ່ເປັນເອກະລັກຂອງລາວ Lao agrobiodiversity has the potential of improving local economy through enhancing the livelihood of hundred of upland families, and at the same time creating an international reputation for Lao unique products
ບົດສະເໜີໂຄງການຫຍໍ້ ການຜະລິດໜໍ່ໄມ້ປຸງແຕ່ງ ແລະ ຜະລີດຕະພັນໄມ້ປ່ອງແປຮູບ (ໜໍ່ຫລອຍ ແລະ ໜໍ່ໄລ່).
ໄມ້ປ່ອງເປັນຊັບພະຍາກອນຊີວະນາໆພັນທີ່ສໍາຄັນ ແລະ ຍັງຖືເອົາເປັນເຄື່ອງປາຂອງດົງທີ່ສໍາຄັນຫລາຍຕໍ່ກັບເສດຖະກິດ ຂອງ ສປປ ລາວ. ມັນມີຄວາມຈໍາເປັນຕໍ່ການດໍາລົງດ້ານວັດທະນະທໍາ ສັງຄົມ ເສດຖະກິດ ແລະ ຊີວິດການເປັນຢູ່ຂອງຊຸມຊົນໃນຊົນນະບົດ (ເປັນລາຍຮັບເປັນເງິນສົດ, ເປັນການຄໍ້າປະກັນດ້ານອາຫານ ແລະ ເປັນເຄື່ອງມືເຄື່ອງໃຊ້ຕ່າງໆ) ລວມທັງມີຄວາມສໍາຄັນຕໍ່ສັງຄົມ ແລະ ວັດທະນະທໍາອີກດ້ວຍ. ໄມ້ປ່ອງ ຍັງມີບົດບາດສໍາຄັນດ້ານສິ່ງແວດລ້ອມ ຊຶ່ງລວມມີ ການຫລຸດຜ່ອນການເຊາະເຈື່ອນຂອງດິນ, ເປັນທີ່ຢູ່ອາໃສຂອງຊີວະນາໆພັນສັດ ແລະ ພືດຕ່າງໆ ແລະ ປະກອບສ່ວນເຂົ້າໃນການເກັບກັກທາດກາກບອນ ແລະ ຊ່ວຍເຂົ້າໃນການປ້ອງກັນການປ່ຽນແປງຂອງສະພາບພູມີອາກາດນໍາອີກດ້ວຍ. ເນື້ອທີ່ປ່າໄມ້ປ່ອງໜຶ່ງເຮັກຕາ ຈະສາມາດເກັບກັກທາດກາກບອນໄດ້ເຖິງ 5 ໂຕນຕໍ່ໜຶ່ງປີ. ຢູ່ໃນ ສປປລ ມີເນື້ອທີ່ປ່າໄມ້ປ່ອງຫລາຍກ່ວາ 6,000 ເຮັກຕາ ແລະ ມີປະເພດໄມ້ປ່ອງທັງໝົດຫລາຍກ່ວາ 50 ຊະນິດພັນ. ໄມ້ປ່ອງເປັນ ໄມ້ຢືນຕົ້ນທີ່ເກີດຂຶ້ນເອງໃໝ່ດ້ວຍໜໍ່ເປັນແຕ່ລະປີ ຈຶ່ງເປປັນການສ້າງທາງເລືອກທີ່ມີຄຸນຄ່າສູງຢູ່ພາຍໃນລະບົບການຜະລິດໃນເຂດພູດອຍ. ຕົ້ນໄມ້ປ່ອງ ເປັນຊະນິດພັນໄມ້ທີ່ໃຫຍ່ໄວ ແລະ ສາມາດຈໍາແນກອອກໄປຕາມສອງກຸ່ມະລິດຕະພັນ ຄື: (1) ລໍາໄມ້ປ່ອງ ທີ່ໃຊ້ທົດແທນໄມ້ຈິງ; ແລະ (2) […]