ຄຸນປະໂຫຍດຂີ້ກະເດືອນ ແລະ ຝຸ່ນຂີ້ກະເດືອນ
ຂີ້ກະເດືອນຊ່ວຍໃນການເພີ່ມຊອງວ່າງອາກາດໃນ ດິນເຮັດໃຫ້ດິນບໍ່ແຈບ ແລະ ສາມາດເກັບຄວາມ ຊຸມໄດ້ດີພ້ອມທັງເຮັດໃຫ້ຮາກພືດຂະຫຍາຍໂຕ ແລະ ກິນອາຫານໄດ້ດີຂຶ້ນ
ການອະນຸບານລູກປາ
ການອະນຸບານປາໂດຍທົ່ວໄປແລ້ວຈະແບ່ງເປັນສອງຂັ້ນຕ ອອນ ໃຫ່ຍຄື: ການອະນຸບານປາທີ່ແຕກ ໃໝ່ໄປຈົນຮອດອາຍຸໄດ້ 7-10 ວັນ ແລະ ການອະບານນັບແຕ່ອາຍຸ 10 ມື້ – 21 ມື້ ຫຼື 1 ເດືອນ
ກໍລະນີສຶກສາຜົນສຳເລັດຂອງການບໍລິການສຸຂະພາບສັດ
ການສຳຫຼວດໃນພາກເໜືອຂອງ ສ.ປ.ປ. ລາວ ທີ່ຜ່ານມາໄດ້ສະແດງໃຫ້ເຫັນຄ່າສະເລ່ຍອັດຕາການຕາຍຂອງສັດຄ້ຽວເອື້ອງແມ່ນ 8%, ແລະ ໝູ 33%. ໃນໄລຍະສອງປີຜ່ານມາວິທີການແກ້ໄຂບັນຫາການລົ້ມຕາຍຂອງສັດແມ່ນໄດ້ອີງໃສ່ການສັກຢາປ້ອງກັນພະຍາດ “ພື້ນບ້ານ”ເປັນຫຼັກ (ເຊັ່ນ HMS, FMD, ໄຂ້ລຳໃສ້ອັກເສບ ໆລໆ). ເຖິງແມ່ນວ່າພະຍາດເລົ່ານີ້ຈະມີຄວາມ ສຳຄັນກໍ່ຕາມຍັງມີພະຍາດຊະນິດອື່ນໆ ທີ່ເຮັດໃຫ້ສັດຕາຍ ຫຼື ເປັນພະຍາດບາດເຍົາຕ່າງໆ ເຊິ່ງຍັງບໍ່ທັນໄດ້ຮັບການແກ້ໄຂ.
ການປັບປຸງການລ້ຽງໝູເພື່ອສ້າງລາຍຮັບເພີ້ມໃຫ້ຊາວກະສິກອນ
ໂດຍທົ່ວໄປແລ້ວ ການລ້ຽງໝູ ຂອງຊາວກະສິກອນ ສ່ວນຫຼາຍ ເຄີຍມີມູນເຊື້ອ ລ້ຽງມາແຕ່ດົນນານແລ້ວ ແຕ່ວິທີ ການ ລ້ຽງ ຂອງເຂົາເຈົ້າ ແມ່ນ ລ້ຽງແບບທ ຳມະຊາດ, ຕາມມີຕາມເກີດ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວ ເວລາ ຈຸຈົນ ແລະ ຍາມມີບຸນງານປະເພນີເທົ່ານັ້ນ. ຊາວກະສິກອນ 4 ເມືອງໃຕ້ ແຂວງໄຊຍະບູລີ ມີການປູກພືດເປັນ ສິນຄ້າ ສົ່ງອອກເປັນອາຊີບ ເພື່ອເຮັດໃຫ້ເຂົາເຈົ້າ ມີລາຍຮັບເພີ້ມເຂົ້າໃນຄອບຄົວ, ອີກດ້ານໜຶ່ງ ຄວາມຮຽກຮ້ອງ ຕ້ອງການຂອງຕະຫຼາດມີຫຼາຍຂຶ້ນ ຄຽງຄູ່ກັນນັ້ນ ຊາວກະສິກອນ ກໍ່ຕ້ອງໄດ້ເອົາໃຈໃສ່ປັບປຸງລະບົບການລ້ຽງໝູໃຫ້ມີ ການຈະເລີນເຕີບໂຕດີ ໂດຍອິງໃສ່ເງື່ອນໄຂ ແລະ ວັດຖຸພັນທີ່ມີຢູ່ໃນຄອບຄົວມາປຸງແຕ່ງເປັນອາຫານສັດ ເພື່ອຕອບ ສະໜອງຊີ້ນໃຫ້ ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ເຊັ່ນ: ດ້ານການສ້າງຄອກ, ການໃຫ້ອາຫານ, ການປັບປຸງ ພັນ ແລະ ການຮັກສາສຸຂະພາບສັດ.
ວັກຊິນອະຫິວາສັດປີກ
– ນິຍາມ – ລັກສະນະອາການ – ຂໍ້ແນະນຳ – ວິທີໃຊ້ – ໄລຍະຄຸ້ມກັນ – ການເກັບຮັກສາ – ແກ້ວບັນຈຸ
ພືດອາຫານສັດ
ພືດອາຫານສັດຖືໄດ້ວ່າມີຄວາມສ ຳຄັນເປັນຢ່າງຍິ່ງ ຕໍ່ລະບົບການຜະລິດກະສິກ ຳທັງ ໃນປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກ ຳລັງພັດທະນາ ຕະຫຼອດຮອດປະເທດທີ່ຍັງ ດ້ອຍພັດທະນາ ເຫດຜົນກໍ່ຍອັນວ່າ: ພືດອາຫານສັດນອກຈາກຈະໃຊ້ເປັນອາຫານຫຼັກ ແລະ ອາຫານເສີມໃຫ້ແກ່ສັດແລ້ວ, ພວກມັນຍັງມີບົດບາດສ ຳຄັນໃນການປະກອບສ່ວນເຂົ້າໃນການ ຮັກສາຄວາມສົມດູນໃຫ້ແກ່ລະບົບນິເວດວິທະຍາ ແລະ ການພັດທະນາຂະແໜງການອື່ນໆ ເຊັ່ນ: ຂະແໜງການອຸດສະຫະກ ຳ, ຂະແໜງການແພດ.
ການຕອນໄກ່
ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ການລ້ຽງຫມູຕອນ
ປື້ມພູມປັນຍາທ້ອງຖິ່ນຫົວນີ້ໄດ້ມາຈາກການຂຽນຂອງຊາວ ບ້ານແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອ ຳນວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຫຼວງວຽງ ຈັນ ປື້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ການລ້ຽງເປັດ
ຢູ່ບ້ານເຮົາການລ້ຽງສັດປີກ ແມ່ນມີການນິຍົມກັນລ້ຽງຢ່າງແຜ່ຫລາຍບໍ່ວ່າໃນຕົວເມືອງ ຫລື ຊົນນະບົດ, ເຊິ່ງໃນນັ້ນ ເປັດກໍ່ເປັນສັດປີກຊະນິດຫນື່ງທີ່ລ້ຽງງ່າຍ ແລະ ມີຄວາມຕ້ານທານພະຍາດ ແລະ ດິນຟ້າອາກາດໄດ້ດີ. ເປັດມີລົດແຊບສາມາດສະຫນອງອາຫານໃຫ້ແກ່ຄອບຄົວ ແລະ ຂາຍໄດ້ທຸກເວລາ. ຊາວກະສິກອນຜູ້ຫນື່ງ, ຖ້າຢາກປູກຝັງກໍ່ຕ້ອງລ້ຽງສັດໄປນຳ. ສັດທີ່ລ້ຽງງ່າຍກໍ່ແມ່ນເປັດ, ຊຶ່ງນອກຈາກຈະໃຫ້ຊີ້ນ ແລະ ໄຂ່ເປັນອາຫານແລ້ວ ກໍ່ຍັງໃຫ້ຝຸ່ນເພື່ອໄປໃສ່ຕົ້ນໄມ້, ສວນຜັກ ແລະ ນາເຂົ້າໄດ້ອີກນຳ.


