ຄວາມຮັບຮູ້ຂອງປະຊາຊົນທ້ອງຖີ່ນ ແຂວງຊຽງຂວາງ, ຫົວພັນ ຕໍ່ກັບການນຳໃຊ້ ແລະ ປົກປັກຮັກສາເຫັດຫວາຍ
ການສຶກສາຄວາມຮັບຮູ້ຂອງປະຊາຊົນທ້ອງຖິ່ນ ກ່ຽວກັບການນຳໃຊ້ ແລະ ປົກປັກຮັກສາເຫັດຫວາຍຢູ່ແຂວງຊຽງຂວາງ ແລະ ຫົວພັນ ແມ່ນເລີ່ມແຕ່ປີ 2016 ຫາ 2017. ການເກັບກຳຂໍ້ມູນດຳເນີນດ້ວຍ 3 ວິທີຄື: ການສຳພາດ, ການເກັບກຳຂໍ້ມູນພາກສະໜາມ ແລະ ການສຶກສາຢູ່ຫ້ອງທົດລອງ. ຜົນການສຶກສາ ສາມາດສຳພາດຄອບຄົວເກັບເຫັດໄດ້ທັງໝົດ 81 ຄອບຄົວ, ປະຊາຊົນທ້ອງຖິ່ນການເອີ້ນຊື່ເຫັດຫວາຍແຕກຕ່າງກັນ ເຊິ່ງເອິ້ນຕາມລັກສະນະພາຍນອກຂອງເຫັດເຊັ່ນ: ເຫັດສຸມ, ເຫັດລອກ, ເຫັດແປກ ນັ້ນແມ່ນເຫັດຊະນິດດຽວກັນຄື: Mutsutake mushroom. ດ້ານອາຊີບຂອງປະຊາຊົນທີ່ເກັບເຫັດ ມີອັດຕາສ່ວນຄື: ຊາວໄຮ່ນາກວມ 64%, ນັກຮຽນ 25% ແລະ ພະນັກງານ 11%. ດ້ານເສດຖະກິດ, ຄອບຄົວທຸກຍາກອອກໄປເກັບເຫັດຫຼາຍກວ່າໝູ່ 81% ແລະ ຄອບຄົວທີ່ມີຖານະປານກາງ 19%, ສ່ວນຄອບຄົວທີ່ບໍ່ໄດ້ປະກອບສ່ວນແມ່ນຄອບຄົວຮັ່ງມີ 0% (ຮັບຊື້). ກຸ່ມອາຍຸຂອງຊາວບ້ານທີ່ເກັບເຫັດ ຄື: ກຸ່ມຄົນທີ່ມີອາຍຸ 50 ປີຂື້ນໄປ ກວມ 9%, ກຸ່ມທີ່ມີອາຍຸ […]
ຄູ່ມືແນະນໍາເຕັກນິກພື້ນຖານການປູກໝາກແໜູ່ງກວາງຕຸງ
ໝາກແໜູ່ງ ແມ່ນເຄືື່ອງປ່າຂອງດົງຊະນິດໜື່ງທີື່ມີຄຸນຄູ່າ ແລະ ເປັນປະໂຫຍດຕ ໍ່ສັງຄົມມະນຸດເຮົາ ໂດຍໄດ້ນໍາໃຊ້ເຂົ້າ ໃນວົງການການແພດ ເພືື່ອປະກອບເປັນສູ່ວນປະສົມຂອງອາຫານ ແລະ ຢາສະໝຸນໄພເຂົື້າໃນການຮັກສາ ໂລກໄພ ໄຂ້ເຈັບ ຕູ່າງໆ ເຊັົ່ນ: ຢາດີເຈັບທ້ອງ, ທ້ອງອືດ, ຊູ່ວຍຍູ່ອຍກະເພາະອາຫານ, ເປັນຢາດີເຈັບແຂ້ວ ແລະ ໃຊ້ປະສົມ ກັບຊະນິດຢາອືື່ນໆ, ນອກນັື້ນຍັງໃຊ້ເປັນເຄືື່ອງເທດໃນການປະສົມອາຫານອີກຫຼາຍຢ່າງ.