ການລ້ຽງເຜິ້ງພື້ນເມືອງໃນໂກນທີ່ທັນສະໄຫມ

ເປັນທີ່ຮູ້ກັນດີວ່າ ວຽກງານການລ້ຽງເຜິ້ງແມ່ນເປັນວຽກງານໜຶ່ງ ທີ່ໄດ້ຈັດເຂົ້າໃນຂົງເຂດວຽກງານ ການ ກະສິກ ຳ ເພາະການລ້ຽງເຜິ້ງມັນເປັນສິ່ງຈ ຳເປັນ ແລະ ສ ຳຄັນໃນການຂະຫຍາຍຕົວທາງດ້ານທັນຍາ ຫານ, ປຸງແຕ່ງຢາພື້ນເມືອງ ແລະ ອື່ນໆ ເປັນຕົ້ນແມ່ນເຂດຊົນນະບົດທີ່ຢູ່ຮ່າງໄກສອກ ຫລີກ, ມັກປຸງ ແຕ່ງຢາພື້ນເມືອງຕ່າງໆ. ນອກຈາກນັ້ນ ນາໍ້ເຜິ້ງກໍ່ຍັງເປັນຂອງຕ້ອນແຂກ ແລະ ຂາຍກໍ່ໄດ້ລາຄາດີ, ແຕ່ ສ່ວນຫລາຍພວກເຮົາມັກຮັບປະທານນ ຳເຜິ້ງສົດຫຍາຍກວ່າ ເພາະນາໍ້ ເຜິ້ງມັນມີລົດຊາດຫວານ ແລະ ປະກອບມີທາດອົງຄະທາດຫລາຍຢ່າງຢູ່ນ ຳນເຜິ້ງຊຶ່ງເປັນຢາບ ຳລຸງພາກສ່ວນຮ່າງກາຍຂອງຄົນ. ຍ້ອນ ມັນມີຜົນປະໂຫຍດຄືແນວນັ້ນ ປະຊາຊົນຈຶ່ງນິຍົມກັນລ້ຽງເຜິ້ງ ມາແຕ່ບູຮານນະການ ແຕ່ການລ້ຽງເຜິ້ງ ໃນສະໄໝນັ້ນຍັງບໍ່ທັນມີເຕັກນິກຢ່າງຄັກແນ່ ຍັງເປັນການລ້ຽງແບບດັ້ງເດີມ.

ສຶກສາຄຸນລັກສະນະການກິນອາຫານຂອງໄກ່ພັນແລະໄກ່ລາດ

ການທົດລອງ ໄດ້ນຳໃຊ້ໄກ່ພັນ ແລະ ໄກ່ລາດ ຊຶ່ງໃຊ້ແໜສະໜອງເປັນອາຫານທາດຊີ້ນ (CP). ສັດ ຖືກແຈກຢາຍເຂົ້າໃນຮູບແບບການທົດລອງ RCBD ແບ່ງອອກເປັນ 2 ຈຸທົດລອງ ແລະ 2 ຊໍ້າ ປະ ກອບມີໄກ່ລາດ ແລະ ໄກ່ພັນຕາມຮ່ວງ (Tamhoang). ຈຸດປະສົງແມ່ນເພື່ອປຽບທຽບຄຸນ ລັກສະນະການ ກິນອາຫານຂອງແນວພັນໄກ່ທີ່ແຕກຕ່າງກັນ ໂດຍນຳໃຊ້ອາຫານ 3 ຢ່າງ ຄື: ແໜ, ຖົ່ວເຫຼືອງ ແລະ ເຂົ້າປຽນ. ໄລຍະເວລາການທົດລອງ 21 ວັນ. ໃນແຕ່ລະວັນ ໄດ້ບັນທຶກອາຫານ ທີ່ໃຫ້ ແລະ ອາຫານເຫຼືອ ໃນແຕ່ລະວັນ. ວິໃຈວັດຖຸແຫ້ງ (dry matter, DM) ຂອງແໜ ທຸກໆວັນ ແລະ ທາດໄນໂຕຣເຈນ N ທຸກໆ 5. ວັນ. ພາຍຫຼັງການທົດລອງ ໄດ້ທຳການຜ່າຕັດໜຽງໄກ່ ເພື່ອ […]

ການນຳໃຊ້ວັກຊິນປ້ອງກັນພະຍາດອະຫິວາສັດປີກ

ວັກຊິນຊະນິດນີ້ ປຸງແຕ່ງມາຈາກເຊື້ອ ພັນ PASTEURELLA MULTOCIDA AVIN ໃນພູມ ປູກນໍ້າຊິ້ນ ແລະ ຂ້າເຊື້ອດ້ວຍຟອກໂມນ, ເປັນວັກຊິນເຊື້ອ ຕາຍຊະນິດນຳ້ ໍາ ປະສົມກັບ ອາລຸຍມີນຽມ ໂປຕາສຊອນຊັນ ເຟດ. Aluminum Potassium Sulphate ເປັນສານເສີມ ພະລັງ.

ການ​ເຊື່ອມ​ສານ​ເອົ​າ​ບັນ​ດາ​ເປົ້າ​ໝາຍ SDG ເພື່ອ​ການ​ພັດ​ທະ​ນາ​ການ​ລ້ຽງ​ສັດ​ແບບ​ຍືນ​ຍົງ

ໃນປີ 2015 ບັນດາປະເທດສະມາຊິກ ສະຫະປະຊາຊາດ (United Nation, UN) 193 ປະເທດ ໄດ້ຮ່ວມກັນຮັບຮອງ ເອົາເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals, SDGs) ປ່ຽນແທນເປົ້າໝາຍພັດທະນາສະຫະສະວັດ (Millennium Development Goals, MDGs) ເພື່ອເປັນແນວທາງການພັດທະນາໃນໄລຍະ 15 ປີຕໍ່ໜ້າ (2016-2030) ຂອງລັດຖະບານ, ອົງການຈັດຕັ້ງສາກົນ, ສັງຄົມ ແລະ ສະຖາບັນອື່ນໆໂດຍກໍານົດໄວ້ 17 ເປົ້າໝາຍ ກັບ 169 ຕົວຊີ້ບອກ (ສະເພາະ ສປປ ລາວ ໄດ້ບວກເອົາເປົ້າໝາຍການເກັບກູ້ລູກ ລະເບີດບໍ່ທັນແຕກເພີ້ມເຂົ້າອີກ 1 ເປົ້າໝາຍ) ໂດຍວາລະການພັດທະນາແບບຍືນຍົງ (Agenda of Sustainable Development, ASD) ໄດ້ຖືກຮອງຮັບເພື່ອນໍາໃຊ້ກັບທຸກປະເທດ.

ການ​ທອມ​ງົວ​ເປັນ​ສິນ​ຄ້າ​ດ້ວຍ​ການ​ນຳ​ໃຊ້​ຂີ້​ມັນ​ຕົ້ນ

ມັນຕົ້ນ ໄດ້ກາຍເປັນພືດເສດຖະກິດທີ່ສໍາຄັນໃນ ສປປ ລາວ ຍ້ອນມີການສົ່ງອອກແປ້ງມັນຕົ້ນ ອິງໃສ່ຂໍ້ມູນຈາກ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ບົດລາຍງານສະຖິຕິພຶດ ປີ 2014 ເນື້ອທີ່ການປູກມັນຕົ້ນໃນທົ່ວປະເທດ ມີ ຈໍານວນ 60.475 ເຮັກຕາ, ສະມັດຕະພາບການຜະລິດສະເລ່ຍ 27 ໂຕນຕໍ່ເຮັກຕາ ຫລື ຜົນຜະລິດຫົວມັນຕົ້ນ ແຕ່ລະປີ ມີປະມານ 1,6 ລ້ານໂຕນ ເຊິ່ງສ່ວນຫລາຍການຜະລິດຫົວມັນຕົ້ນ ເພື່ອມາຊອຍຕາກແຫ້ງສົ່ງອອກ ແລະ ປ້ອນໂຮງງານ ອາຫານສັດ (ຊີພີລາວ) ແລະ ບາງກຸ່ມປູກເພື່ອສົ່ງຫົວມັນຕົ້ນສົດ ປ້ອນໂຮງງານຜະລິດແປ້ງມັນຕົ້ນ ເຊິ່ງປະຈຸບັນໃນ ສປປ ລາວ ມີ 5 ແຫ່ງ ທີ່ເຮັດການສົ່ງເສີມການປູກມັນຕົ້ນເພື່ອເອົາຫົວສະໜອງໂຮງງານ ແລະ ໃນນີ້, ຂີ້ມັນຕົ້ນ ເປັນໜຶ່ງໃນສິ່ງ ເສດເຫລືອຈາກການຜະລິດແປ້ງ ພາຍຫລັງຫົວມັນຕົ້ນຖືກສະກັດໄປເປັນແປ້ງມັນຕົ້ນ ຈະມີສິ່ງເສດເຫລືອທີ່ເອີ້ນວ່າຂີ້ ມັນຕົ້ນ ມີປະມານ 10-15% ຂອງນໍ້າໜັກຫົວມັນຕົ້ນສົດຖືກປ່ອຍອອກມາ.

ພະຍາດອະຫິວາໝູອາຟຣິກກາ ຫຼັກການຮັກສາຄວາມປອດໄພ

ພະຍາດ ອະຫິວາໝູ ອາຟຣິກາ ບໍ່ເປັນອັນຕະລາຍ ສໍາລັບຄົນ ແຕ່ຈະເຮັດໃຫ້ ໝູທີ່ທ່ານລ້ຽງ ແລະ ໝູປ່າຕາຍ. ໃນປັດຈຸບັນ ຍັງບໍ່ທັນມີ ວັກຊິນ ປ້ອງກັນພະຍາດດັ່ງກ່າວ.ໄວຣັດ ມີຄວາມຕ້ານທານສູງ ຕໍ່ສະພາບແວດລ້ອມ ແລະ ຢູ່ໃນ ຜະລິດຕະພັນໝູ ທີ່ຕິດເຊື້ອ.ຖ້າພວກເຮົາບໍ່ລະວັງ ຈະເຮັດໃຫ້ພະຍາດແຜ່ລະບາດຢ່າງໄວ.

ປຶ້ມຄູ່ມືສົ່ງເສີມເຕັກນິກການຜະລິດລູກໝູລາດ

ປຶ້ມຄູ່ມືແນະນໍາເຕັກນິກການຜະລິດລູກໝູລາດ ສໍາລັບຊາວກະສິກອນ ໄດ້ຖືກພັດທະນາຂຶ້ນ ໃຫ້ມີລັກສະນະງ່າຍດາຍ ສາມາດເຂົ້າໃຈງ່າຍ ແລະນໍາໄປປະ ຕິບັດໄດ້ງ່າຍ ໃນທ້ອງຖິ່ນຕົນ ເພາະຜູ້ຂຽນໄດ້ເນັ້ນເຖີງການນໍາໃຊ້ອຸປະກອນ ວັດ ຖຸດິບອາຫານສັດ ແລະແນວພັນທີ່ມີໃນທ້ອງຖີ່ນ. ເຕັກນິກການຜະລິດລູກ ໝູລາດ ແມ່ນວິທີກນການແຕ່ເລີ້ມເກີດໃໝ່ຈົນຮອດຢ່ານົມ ແລະ ເພື່ອເຮັດໃຫ້ມີ ອັດການຕາຍຂອງໝູນ້ອຍຕໍ່າ, ເປັນຂອດປັດໃຈອັນສໍາຄັນໃນການລ້ຽງໝູ ກໍ່ຄື ຮັບປະກັນທາງດ້ານສະບຽງ ແລະ ຜະລິດເປັນສີນຄ້າ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.

ປຶ້ມຄູ່ມືສົ່ງເສີມເຕັກນິກການລ້ຽງແບ້ແບບຂັງສຳລັບຊາວກະສິກອນ

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການລ້ຽງການແບ້ແບບຂັງຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.

ປຶ້ມຄູ່ມືສົ່ງເສີມເຕັກນິກການລ້ຽງໄກ່ລາດ

ປຶ້ມຄູ່ມືເຫລັ້ມນີ້ ຈັດພິມຂຶ້ນເພື່ອເປັນເຄື່ອງມືທາງດ້ານວິຊາການໃນການ ນໍາໄປຈັດຕັ້ງປະຕິບັດ ຂອງຊາວກະສິກອນໃນສະພາບການປ່ຽນແປງດິນຟ້າ ອາກາດທີ່ເກີດຂຶ້ນໃນປະຈຸບັນ ຊຶ່ງເປັນສາຍເຫດເຮັດໃຫ້ມີການສູນເສຍແນວ ພັນໄກ່ໄປໃນແຕ່ລະປີເປັນຈໍານວນບໍ່ໜ້ອຍ. ຊາວກະສິກອນບາງຄອບຄົວເກີດ ເສຍກຳລັງໃຈຍ້ອນວ່າໄກ່ທີ່ລ້ຽງເກີດການລະບາດຂອງພະຍາດ ເຮັດໃຫ້ໄກ່ຕາຍ ແລະ ຂາດການຈັດການ-ຄຸ້ມຄອງທີ່ດີ. ສະນັ້ນ ການຕອບໂຕ້ ແລະ ຮັບມືກັບ ສະພາບດັ່ງກ່າວ ແມ່ນເປັນບັນຫາທີ່ສໍາຄັນ ແລະ ຮີບດ່ວນ ເພື່ອເຮັດໃຫ້ການສູນ ເສຍໜ້ອຍລົງ ແລະ ກຽມຄວາມພ້ອມສໍາລັບການແກ້ໄຂບັນຫາໃນສະເພາະໜ້າ, ຍາວນານ ແລະ ໝັ້ນຄົງ. ປຶ້ມຄູ່ມືດັ່ງກ່າວນີ້ ແມ່ນໄດ້ພັດທະນາໂດຍທິມງານຂອງສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ທິມງານຂອງ ໂຄງການກະສິກຳເພື່ອໂພຊະນາການ ໂດຍມີຈຸດປະສົງ ເພື່ອເປັນບ່ອນອີງໃຫ້ແກ່ ພະນັກງານວິຊາການ ໃນການນໍາໄປຊຸກຍູ້ສົ່ງເສີມການລ້ຽງໄກ່ຂອງຄອບຄົວຊາວ ກະສິກອນໃຫ້ໄດ້ຮັບປະສິດທິຜົນສູງ ໃນສະພາບການທີ່ມີການປ່ຽນແປງຂອງດິນ ຟ້າອາກາດ.