ປຶ້ມຄູ່ມືສົ່ງເສີມເຕັກນິກການລ້ຽງໄກ່ລາດ

ປຶ້ມຄູ່ມືເຫລັ້ມນີ້ ຈັດພິມຂຶ້ນເພື່ອເປັນເຄື່ອງມືທາງດ້ານວິຊາການໃນການ ນໍາໄປຈັດຕັ້ງປະຕິບັດ ຂອງຊາວກະສິກອນໃນສະພາບການປ່ຽນແປງດິນຟ້າ ອາກາດທີ່ເກີດຂຶ້ນໃນປະຈຸບັນ ຊຶ່ງເປັນສາຍເຫດເຮັດໃຫ້ມີການສູນເສຍແນວ ພັນໄກ່ໄປໃນແຕ່ລະປີເປັນຈໍານວນບໍ່ໜ້ອຍ. ຊາວກະສິກອນບາງຄອບຄົວເກີດ ເສຍກຳລັງໃຈຍ້ອນວ່າໄກ່ທີ່ລ້ຽງເກີດການລະບາດຂອງພະຍາດ ເຮັດໃຫ້ໄກ່ຕາຍ ແລະ ຂາດການຈັດການ-ຄຸ້ມຄອງທີ່ດີ. ສະນັ້ນ ການຕອບໂຕ້ ແລະ ຮັບມືກັບ ສະພາບດັ່ງກ່າວ ແມ່ນເປັນບັນຫາທີ່ສໍາຄັນ ແລະ ຮີບດ່ວນ ເພື່ອເຮັດໃຫ້ການສູນ ເສຍໜ້ອຍລົງ ແລະ ກຽມຄວາມພ້ອມສໍາລັບການແກ້ໄຂບັນຫາໃນສະເພາະໜ້າ, ຍາວນານ ແລະ ໝັ້ນຄົງ. ປຶ້ມຄູ່ມືດັ່ງກ່າວນີ້ ແມ່ນໄດ້ພັດທະນາໂດຍທິມງານຂອງສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ທິມງານຂອງ ໂຄງການກະສິກຳເພື່ອໂພຊະນາການ ໂດຍມີຈຸດປະສົງ ເພື່ອເປັນບ່ອນອີງໃຫ້ແກ່ ພະນັກງານວິຊາການ ໃນການນໍາໄປຊຸກຍູ້ສົ່ງເສີມການລ້ຽງໄກ່ຂອງຄອບຄົວຊາວ ກະສິກອນໃຫ້ໄດ້ຮັບປະສິດທິຜົນສູງ ໃນສະພາບການທີ່ມີການປ່ຽນແປງຂອງດິນ ຟ້າອາກາດ.

ຄຳສັງວ່າດ້ວຍ ການຕ້ານ, ເຝົ້າລະວັງ, ຄວບຄຸມ ແລະ ປ້ອງກັນພະຍາດປາກເປື່ອຍລົງເລັບ

ເຖິງ: ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາເຈົ້າເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ລ້ຽງສັດເລັບຄູ່ ( ງົວ,ຄວາຍ, ແບ້ ແລະ ໝູ ). – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ,ລົງວັນທີ 11 ພະຈິກ 2016. – ອີງຕາມ ລາຍງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0172/ກປ, ລົງວັນທີ02 ມີນາ 2018. – ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 28 ມີນາ 2018.

ວ່າດ້ວຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ ແລະ ສັດນ້ຳ

– ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016; – ອີງຕາມ ດຳລັດວ່າດ້ວຍຢາສັດຕະວະແພດ ເລກທີ 199/ລບ, ລົງວັນທີ 13 ມີນາ 2020; – ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສີກຳ ແລະ ປ່າໄມ້ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017;ອີງຕາມ ໜັງສືສະເໜີຂອງກົມລ້ຽງສັດ ແລະ ການປະມົງ ເລກທີ 0717/ກລປ, ລົງວັນທີ 31 ມີນາ 2021; – ອີງຕາມ ການຄົ້ນຄວ້າ ແລະ ສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0226/ກບນ, ລົງວັນທີ 07 […]

ວິທີການປະຕິບັດ ໃນກໍລະນີສັດເກີດພະຍາດຜິວໝັງອັກເສບຕິດຕໍໍ່ຂອງງົວ-ຄວາຍ

ພະຍາດຜິວໜັງອັກເສບຕິດຕໍໍ່ຂອງງົວຄວາຍເກີດຈາກເຊື້ອໄວລັດສ Lumpy Skin Disease virus ໃນຕະກຸນ Capripoxvirus ຊຶ່ງພະຍາດນີ້ເກີດຂ ື້ນກັບສັດປະເພດງົວ ແລະ ຄວາຍເທົ່ານັ້ນ ບໍໍ່ສາມາດຕິດແປດສູ່ຄົນ. ພະຍາດນີ້ຈະມີການແຜ່ລະບາດໃນ ລະດູທີຶ່ມີອາກາດອົບອຸູ່ນ ແລະ ຊຸມ ແລະ ໃນຍາມທີ່ມີແມງດູດເລືອດອອກເຄືອນໄຫວຫາກິນ. ພະຍາດນີ້ ເຮັດໃຫ້ສູນເສຍການຜະລິດທີຶ່ສໍາຄັນ ເນື່ອງຈາກການຜະລິດນົມຫຼຸດລົງ,ບັນຫາການຈະເລີນພັນ, ການແທ້ງລູກ, ຜິວໜັງເສຍຫາຍ, ນໍ້າໜັກຫຼຸດລົງ ແລະ ເຮັດໃຫ້ສັດຕາຍ.

ການເຮັດຫຍ້າໝັກ (Silage)

ການເຮັດຫຍ້າໝັກ: – ລັກສະນະຂອງຫຍ້າຫມັກ – ປັດໄຈທີ່ເຮັດຫຍ້າໝັກ – ຂັ້ນຕອນການເຮັດ – ຂໍ້ດີ ແລະ ຂໍ້ເສຍ

ຄູ່ມື ການຜະລິດລູກປານີນ ຈິດລັດດາ 4

ຈຸດປະສົງຄູ່ມືນີັ້ພັດທະນາຂື້ນມາ ເພືີ່ອປັບປຸງຄວາມຮູ້ຄວາມສາມາດ ຂອງພະນັກງານສົັ່ງເສີມການລ້ຽງປາ, ລະດັບຊາວກະສິກອນຂະໜາດນ້ອຍ, ກຸ່ມຜູ້ລ້ຽງປາ ແລະ ພາກສ່ວນຫົວໜ່ວຍເອກະຊົນ ນຳໃຊ້ເຕັກນິກວິຊາການຍົກສູງລະບົບການລ້ຽງປາໃນແຕ່ລະທ້ອງຖີີ່ນຢຸ່າງເກີດມີປະສິດຕິຜົນ. ບົນພື້ນຖານຄວາມຮຽກຮ້ອງຕ້ອງການພັດທະນາຄູ່ມືດັັ່ງກ່າວສໍາເລັດຜົນ, ຄະນະວິຊາການສະເພາະດ້ານ ກົມສົັ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ເຮັດວຽກປະສານງານກັບຫຼາຍພາກສ່ວນທາງດ້ານວິຊາການ ພະແນກກະສິກໍາ ແລະ ປາໄມ້ນະຄອນຫຼວງ. ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ນາຊາຍທອງ, ໄຊທານີ, ຫາດຊາຍຟອງ, ສູນສະຖານີອ້ອມຂ້າງກົມສົັ່ງເສີມຈຳນວນໜຶ່ງ, ໂຄງການ ໄຈກາ JICA ສະໜັບສະໜູນວິຊາການ ເຂົ້າໃນການຄົ້ນຄວ້າ, ທົດລອງ ແລະ ຜົນສໍາເລັດທີປະກອບໃນຄູ່ມື.

ການລ້ຽງງົວແມ່ຜະລິດລູກ

ການລ້ຽງງົວໃຫ້ໄດ້ຮັບຜົນກໍາໄລດີນັົ້ນ ໃນແຕ່ລະປີຈະຕ້ອງສາມາດໃຫ້ຜົນຜະລິດງົວນ້ອຍໄດ້ເປັນຈໍານວນຫຼາຍ ເຊັົ່ນ: ການເຮັດໃຫ້ງົວແມ່ພັນສາມາດໃຫ້ລູກເປັນປົກກະຕິປີລະໂຕ, ເຮັດໃຫ້ອັດຕາການຕາຍຂອງງົວນ້ອຍເກີດໃໝ່ ແລະ ຢ່ານົມຕໍ່າ ຫຼື ເປັນສູນ. ງົວນ້ອຍເມືຶ່ອເຖິງອາຍຸຢ່ານົມຈະຕ້ອງມີນໍ້າໜັກສູງ, ຂະໜາດຮູບຮ່າງໃຫຍ່ ແລະ ມີຄຸນນະພາບດີ ເປັນທີຶ່ຕ້ອງການຂອງຕະຫຼາດ ຈິຶ່ງຈະຂາຍໄດ້ລາຄາດີ. ສະນັົ້ນ, ການລ້ຽງງົວຈິຶ່ງຄວນຄໍານຶງເຖິງບັນດາປັດໄຈຕ່າງໆ ທີຶ່ກ່ຽວຂ້ອງ

ການປ້ອງກັນແລະກຳຈັດແມງໄມ້ສັດຕູພືດຕົ້ນຕໍ່ຂອງເຂົ້າ(ດ້ວງກໍ)

ດ້ວງກໍຢູ່ໃນປະເທດເຮົາມີຫຼາຍຊະນິດ ແຕ່ດ້ວງກໍທີ່ທຳ ລາຍເຂົ້າໄຮ່ ແລະ ເຂົ້ານາ ສ່ວນຫຼາຍແມ່ນມີ 4 ຊະນິດຄື : ດ້ວງກໍສີເຫຼືອງ, ດ້ວງກໍສີຊົມພູ, ດ້ວງກໍສີລາຍແຊກ ແລະ ດ້ວງກໍສີເຫຼືອງ, ແມ່ດ້ວງກໍມັກອອກຫຼິ້ນແສງໄຟ ໃນຍາມ ກາງຄືນ, ຖ້າປະກົດເຫັນແມ່ດ້ວງກໍອອກຫຼິ້ນແສງໄຟ ຄວນ ລະມັດລະວັງໃນການບົວລະບັດຮັກສາຕົ້ນເຂົ້າ