ໜໍ່ໄມ້ ເປັນອາຫານພື້ນບ້ານທີ່ນິຍົມໃນລາວ. ສາມາດນຳມາປຸງແຕ່ງໄດ້ຫຼາຍເມນູ ເຊັ່ນ ແກງໜໍ່ໄມ້, ຂົ້ວໜໍ່ໄມ້, ມົກໜໍ່ໄມ້ ແລະ ຍຳໜໍ່ໄມ້.
ວັດຖຸດິບ
- ໜໍ່ໄມ້ຕົ້ມສຸກ 300 ກຣາມ
- ໝາກເຜັດແຫ້ງ ຫຼື ໝາກເຜັດສົດ 5–10 ໜ່ວຍ
- ກະທຽມ 3–4 ກີບ
- ຫົວສີໄຄ 1–2 ຫົວ
- ເກືອ 1/2 ບ່ວງຊາ
- ແປ້ງນົວ 1 ບ່ວງຊາ
- ນໍ້າມັນ 2 ບ່ວງແກງ
ວິທີເຮັດ
- ຕຳໝາກເຜັດ, ກະທຽມ ແລະ ຫົວສີໄຄໃຫ້ລະອຽດ.
- ນຳໜໍ່ໄມ້ຕົ້ມສຸກມາຈີກເປັນເສັ້ນນ້ອຍໆ.
- ຕັ້ງໝໍ້ແລ້ວໃສ່ນໍ້າມັນລົງໄປ ແລ້ວນໍາເອົາເຄື່ອງທີ່ກຽມໄວ້ລົງໄປຂົ້ວ.
- ຈາກນັ້ນນໍາເອົາໜໍ່ໄມ້ທີ່ກຽມໄວ້ນັ້ນລົງໄປຂົ້ວ ຄົນທຸກຢ່າງໃຫ້ເຂົ້າກັນ ປະໄວ້ປະມານ 4-5 ນາທີ.
- ຊີມເບິ່ງ ຖ້າໄດ້ລົດຊາດທີ່ກຽມໄວ້ສາມາດຕັກໄປຮັບປະທານໄດ້.
ຂໍ້ຄວນຮູ້: ກ່ອນຮັບປະທານ ຄວນຕົ້ມໜໍ່ໄມ້ໃຫ້ສຸກດີ ເພາະໜໍ່ໄມ້ສົດບາງຊະນິດມີສານບໍ່ດີຕໍ່ຮ່າງກາຍຖ້າກິນດິບ.