DTEAP, AFN, IFAD, NAFRI
ປຶ້ມຄູ່ມືແນະນໍາເຕັກນິກການຜະລິດລູກໝູລາດ ສໍາລັບຊາວກະສິກອນ ໄດ້ຖືກພັດທະນາຂຶ້ນ ໃຫ້ມີລັກສະນະງ່າຍດາຍ ສາມາດເຂົ້າໃຈງ່າຍ ແລະນໍາໄປປະ ຕິບັດໄດ້ງ່າຍ ໃນທ້ອງຖິ່ນຕົນ ເພາະຜູ້ຂຽນໄດ້ເນັ້ນເຖີງການນໍາໃຊ້ອຸປະກອນ ວັດ ຖຸດິບອາຫານສັດ ແລະແນວພັນທີ່ມີໃນທ້ອງຖີ່ນ. ເຕັກນິກການຜະລິດລູກ ໝູລາດ ແມ່ນວິທີກນການແຕ່ເລີ້ມເກີດໃໝ່ຈົນຮອດຢ່ານົມ ແລະ ເພື່ອເຮັດໃຫ້ມີ ອັດການຕາຍຂອງໝູນ້ອຍຕໍ່າ, ເປັນຂອດປັດໃຈອັນສໍາຄັນໃນການລ້ຽງໝູ ກໍ່ຄື ຮັບປະກັນທາງດ້ານສະບຽງ ແລະ ຜະລິດເປັນສີນຄ້າ.ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.
Topics:
ສຸຂະພາບ ແລະ ໂພຊະນາການ
ສຸຂະພາບ ແລະ ໂພຊະນາການ
Types:
ຄູ່ມື
published in 2019, ລາວ language



