DTEAP, AFN, IFAD, NAFRI
ປຶ້ມຄູ່ມືແນະນໍາເຕັກນິກການຜະລິດລູກແບ້ ສໍາລັບຊາວກະສິກອນ ໄດ້ ຖືກພັດທະນາຂຶ້ນ ໃຫ້ມີລັກສະນະງ່າຍດາຍ ສາມາດເຂົ້າໃຈງ່າຍ ແລະນໍາໄປປະ ຕິ ບັດໄດ້ງ່າຍ ໃນທ້ອງຖິ່ນຕົນ ເພາະຜູ້ຂຽນໄດ້ເນັ້ນເຖີງການນໍາໃຊ້ອຸປະກອນ ວັດ ຖຸດິບອາຫານສັດ ແລະແນວພັນທີ່ມີໃນທ້ອງຖີ່ນ. ເຕັກນິກການລ້ຽງແບ້ນ້ອຍ ແມ່ນວິທີກນການລ້ຽງແບ້ນ້ອຍແຕ່ເລີ້ມເກີດໃໝ່ຈົນຮອດຢ່ານົມ ແລະວິທີການ ລ້ຽງແບ້ນ້ອຍພາຍຫຼັງທີ່ໄດ້ອອກນົມແລ້ວ ເພື່ອເຮັດໃຫ້ມີອັດການຕາຍຂອງແບ້ ນ້ອຍຕໍ່າສຸດ, ເປັນຂອດປັດໃຈອັນສໍາຄັນໃນການລ້ຽງແບ້ ຮັບປະກັນເຖີງໝາກ ຜົນ ແລະຄວາມສໍາເລັດໃນການລ້ຽງແບ້ ກໍ່ຄືຮັບປະກັນທາງດ້ານສະບຽງ ແລະ ຜະລິດເປັນສິນຄ້າ.ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ຄູ່ມື
published in 2019, ລາວ language



