LARREC
ປະຊາຊົນຢູ່ຕາມຊານເມືອງ ແລະ ເຂດຊົນນະບົດມີຄວາມສາມາດໃນການລ້ຽງປາແບບປະສົມປະສານກັບການ ລ້ຽງສັດ ແລະ ປູກຝັງຢູ່ຕາມໜອງປາທຳມະຊາດ ແລະ ໜອງທີ່ສ້າງຂຶ້ນເອງ ແຕ່ວ່າຜົນຜະລິດຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ດັ່ງ ນັ້ນເພື່ອຍົກຜົນຜະລິດ ແລະ ຫຼຸດຜ່ອນຕົ້ນທຶນໃນການຜະລິດປາຈຶ່ງເຫັນໄດ້ຄວາມຈຳເປັນໃນການຄົ້ນຄວ້າທົດລອງ ແລະ ການ ຊອກຫາເຕັກນິກວິຊາການທີ່ແທດເໝາະກັບເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ.ການສໍາຫຼວດຂອງການລ້ຽງປາແບບປະສົມປະສານໃນ 3 ແຂວງຄື: ກຳແພງນະຄອນວຽງຈັນ, ຫຼວງພະບາງ ແລະ ສະຫວັນນະເຂດໄດ້ນໍາໃຊ້ແບບຟອມສໍາພາດ 30 ຄອບຄົວໃນແຕ່ລະແຂວງເຫັນໄດ້ວ່າ: ອັດຕາການປ່ອຍປາໃນແຕ່ລະ ແຂວງມີຄວາມແຕກຕ່າງກັນເຊັ່ນ: ຢູ່ແຂວງຫຼວງພະບາງອັດຕາການປ່ອຍປາຫຼາຍກວ່າກຳແພງນະຄອນວຽງຈັນ ແລະ ແຂວງ ສະຫວັນນະເຂດແຕ່ການປ່ອຍປາໂດຍສະເລ່ຍ 3 ແຂວງແມ່ນ 42,000 ໂຕ/ເຮັກຕາ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ຄູ່ມື

published in 2002, ລາວ language

Image