ຝົນກົດ ເປັນປະກົດການທາງທໍາມະຊາດ ເນື່ອງມາຈາກມົນລະພິດທາງອາກາດ ຊຶ່ງສ່ວນໃຫຍ່ເກີດມາຈາກຂະບວນການຜະລິດໄຟຟ້າ ແລະ ອຸດສະຫະກໍາທົ່ວໄປຂອງມະນຸດໂດຍຝົນກົດກໍ່ໃຫ້ເກີດບັນຫາຕ່າງໆ ຕໍ່ສະພາບແວດລ້ອມຢ່າງໃຫຍ່ຫຼວງ.
ຝົນກົດ ເກີດມາຈາກກາສຊັນເຟີໄດອັອກໄຊມ໌ (Sulfur Dioxide: SO2) ແລະ ໄນໂຕຣເຈນອັອກໄຊມ໌ (Nitrogen Oxide: NOx) ໂດຍກາສທັງສອງຊະນິດນີ້ສ່ວນໃຫຍ່ເກີດມາຈາກການເຜົາໄໝ້ເຊື້ອໄຟຕ່າງໆເຊັ່ນ: ຖ່ານຫີນ, ກາສທໍາມະຊາດ ແລະ ນໍ້າມັນ. ກາສທັງສອງຊະນິດນີ້ເມື່ອພົບກັບນໍ້າຈະເກີດປະຕິກິລິຍາເຄມີ ແລະ ກໍ່ໃຫ້ເກີດສານພິດຈໍານວນໜຶ່ງໃນຊັ້ນບັນຍາກາດເຊັ່ນ: ອາຊິດຊັນຟູຣິກ (Sulfuric Acid: H2SO4) ອາຊິດໄນຕຣິກ (Nitric Acid: HNO3) ແລະ ສານມົນລະພິດອື່ນໆ. ກາສເຫຼົ່ານີ້ຈະຖືກກະແສລົມພັດພາໄປຫຼາຍຮ້ອຍກິໂລແມັດ ແລະ ຖືກລ້າງລົງສູ່ພື້ນໂລກໂດຍຝົນ, ຫິມະ, ໝອກ ຫຼື ໃນຮູບຂອງຝຸ່ນລະອອງໂດຍຕົວມັນເອງ.
ຄວາມເສຍຫາຍອັນເກີດມາຈາກຝົນກົດ:
ໄດ້ແຜ່ຂະຫຍາຍໄປທົ່ວອາເມລິກາເໜືອ,ຢູໂຣບ, ຍີ່ປຸ່ນ, ຈີນ ແລະ ອາຊີຕາເວັນອອກສຽງໃຕ້ ຝົນກົດຈະລະລາຍປຸຍໃນດິນ ເຮັດໃຫ້ພືດເຕີບໂຕຊ້າ, ເມື່ອໄຫຼລົງສູ່ແຫຼ່ງນໍ້າ ກໍ່ຈະເຮັດໃຫ້ແຫຼ່ງນໍ້ານັ້ນໆ ບໍ່ເອື້ອອໍານວຍໃຫ້ສິ່ງມີຊີວິດອາໄສຢູ່ໄດ້ ຫຼື ໃນຕົວເມືອງເອງ ຝົນກົດກໍ່ເຮັດໃຫ້ເກີດບັນຫາກັບສິ່ງກໍ່ສ້າງຕ່າງໆ ຫຼື ອາດຈະຈັບຕົວລວມກັບໝອກກໍ່ໃຫ້ເກີດໝອກຄັວນ ທີ່ເປັນອັນຕະລາຍກັບລະບົບທາງເດີນຫາຍໃຈ ແລະ ອາດຈະຮຸນແຮງເຖິງແກ່ຊີວິດໄດ້ ຖ້າໄດ້ຮັບຫຼາຍເກີນໄປ. ຂະບວນການກໍ່ໃຫ້ເກີດຝົນກົດນັ້ນ ເລີ່ມຕົ້ນຈາກການເຜົາຊາກເສດຕ່າງໆ ການເຜົາໄໝ້ ຄືປະຕິກິລິຍາເຄມີທີ່ອັອກຊີເຈນໃນອາກາດຮວມຕົວກັບຄາບອນ, ໄນໂຕຣເຈນ, ຊັນເຟີ ແລະ ສານອື່ນໆ ທີ່ປະກອບຢູ່ໃນສານທີ່ເກີດການເຜົາໄໝ້, ຜະລິດຕະພັນທີ່ເກີດຂຶ້ນນັ້ນ ເຮົາເອີ້ນວ່າ: ກາສອັອກໄຊມ໌ (Oxide). ຊຶ່ງໝາຍເຖິງການຮ່ວມຕົວກັນລະຫວ່າງທາດເຄມີໃດໜຶ່ງກັບອອກຊີເຈນຢ່າງໜ້ອຍ 1 ອາຕອມ. ໃນສິ່ງທີ່ຖືກເຜົາໄໝ້ນັ້ນ ຖ້າຫາກມີໄນໂຕຣເຈນ ຫຼື ຊັນເຟີເປັນສ່ວນປະກອບຢູ່ນໍາມັນຈະເຮັດໃຫ້ສານອັອກໄຊມ໌ເຫຼົ່ານີ້ກໍ່ກໍາເນີດຂຶ້ນມາໄດ້. ໃນປະເທດອາເມລິກາ 70% ຂອງຊັນເຟີໄດອັອກໄຊມ໌ເກີດມາຈາກໂຮງງານໄຟຟ້າໂດຍສະເພາະແມ່ນ ແຫຼ່ງທີ່ໃຊ້ຖ່ານຫີນເປັນເຊື້ອເພີງ, ໃນປະເທດການາດາອຸດສະຫະກໍາບາງຢ່າງເຊັ່ນ: ການກັ່ນນໍ້າມັນ, ການຫຼອມໂລຫະ ກໍ່ໃຫ້ເກີດສານຊັນເຟີໄດອັອກໄຊມ໌ໃນບັນຍາກາດສູງເຖິງ 61% ສ່ວນໄນໂຕຣເຈນອັອກໄຊມ໌ນັ້ນ ເກີດໄດ້ຈາກຫຼາຍແຫ່ງເນື່ອງຈາກສານອົງຄະທາດສ່ວນຫຼາຍມັກຈະມີໄນໂຕຣເຈນ ເປັນສ່ວນປະກອບ.
ຜົນກະທົບຈາກຝົນກົດ:
ຝົນກົດຈະເຮັດປະຕິກິລິຍາເຄມີກັບວັດຖຸຕ່າງໆ ທີ່ມັນສໍາພັດ, ການວັດຄ່າສານທີ່ເປັນກົດແມ່ນອີງໃສ່ຄ່າ pH ເປັນຫົວໜວ່ຍວັດແທກ ໂດຍຈະມີຄ່າເປັນໄປໄດ້ຕັ້ງແຕ່ 0 ເຖິງ 14 ການທີ່ສານໃດໜຶ່ງຈະເປັນກົດໄດ້ນັ້ນໝາຍ ເຖິງສານນັ້ນໆ ຈະຕ້ອງມີຄ່າ pH ຕັ້ງແຕ່ 1-6 ໂດຍຄ່າ pH ຍິ່ງນ້ອຍເທົ່າໃດ ໝາຍເຖິງຍິ່ງເປັນອາຊິດແຮງເທົ່ານັ້ນ, ກົງກັນຂ້າມສານທີ່ມີຄ່າ pH ຕັ້ງແຕ່ 8-14 ເຮົາຈະເອີ້ນວ່າ: ເບສ(Bases ຫຼື Alkalis), ໃນນໍ້າບໍລິສຸດມີຄ່າ pH=7 ໝາຍຄວາມວ່າບໍ່ເປັນອາຊິດ ແລະເບສເຮົາເອີ້ນສານນີ້ວ່າ: ເປັນກາງ. ໂດຍທົ່ວໄປແລ້ວຖ້າຝົນ, ຫິມະ ຫຼື ໝອກ ທີ່ມີຄ່າ pH ນ້ອຍກວ່າ 5,6 ຖືວ່າ ຝົນ, ຫິມະ ແລະ ໝອກເຫຼົ່ານີ້ເປັນອາຊິດ, ເມື່ອໃດກໍ່ຕາມທີ່ອາຊິດລວມຕົວກັບເບສ ເບສຈະເຮັດໃຫ້ຄວາມເປັນອາຊິດລົດລົງ, ປົກກະຕິຝົນໃນບັນຍາກາດຈະເປັນກົອ່ອນໆຢູ່ແລ້ວ ແລະ ມັກຈະເຮັດປະຕິກິລິຍາກັບເບສອື່ນໆ ໃນທໍາມະຊາດເຮັດໃຫ້ເກີດຄວາມສົມດຸນຂຶ້ນ, ແຕ່ເມື່ອໃດກໍ່ຕາມທີ່ປະລິມານອາຊິດໃນບັນຍາກາດຍັງສືບຕໍ່ເພີ່ມສູງຂຶ້ນ ອັນເປັນສາເຫດເຮັດໃຫ້ເສຍຄວາມສົມດຸນ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕ່າງໆ ກັບສະພາບແວດລ້ອມຢ່າງຫຼວງຫຼາຍ ຕັ້ງແຕ່ດິນ, ນໍ້າ, ພືດ ແລະ ສັດຕ່າງໆ ລວມໄປເຖິງສິ່ງປຸກສ້າງຂອງມະນຸດນໍາອີກ.
ການແກ້ໄຂ ແລະ ປ້ອງກັນບັນຫາຝົນກົດ:
ການຫຼຸດຜ່ອນບັນຫາຝົນກົດສາມາດເຮັດໄດ້ຢ່າງມີປະສິດທິພາບສູງສຸດໂດຍວິທີການຫຼຸດປະລິມານກາສຊັນເຟີໄດອັອກໄຊມ໌ ແລະ ໄນໂຕຣເຈນອັອກໄຊມ໌ທີ່ຈະເຂົ້າສູ່ບັນຍາກາດຊຶ່ງໝາຍຄວາມວ່າ: ຕ້ອງຫຼຸດຜ່ອນການປ່ອຍທາດເຄມີຈໍາພວກຊັນເຟີໄດອັອກໄຊມ໌ ແລະ ໄນໂຕຣເຈນອັອກໄຊມ໌ຈາກໂຮງງານໄຟຟ້າ, ໂຮງງານຜະລິດລົດຍົນ ແລະ ແຫຼ່ງໂຮງງານອຸດສະຫະກໍາທົ່ວໄປ. ວິທີງ່າຍທີ່ສຸດ ແມ່ນການໃຊ້ນໍ້າມັນເຊື້ອເພີງຢ່າງປະຢັດ, ການໃຊ້ເຄື່ອງໄຟຟ້າທີ່ມີປະສິດທິພາບ, ການປະຢັດພະລັງງານໂດຍລວມ. ຕົວຢ່າງທີ່ບາງປະເທດໄດ້ນໍາໃຊ້ເພື່ອແກ້ໄຂບັນຫາຝົນກົດມີດັ່ງນີ້: ຢູ່ຫຼາຍປະເທດການໃຊ້ລົດເມປະຈໍາທາງກໍລ້ວນແລ້ວແຕ່ແມ່ນ ວິທີການໜຶ່ງເພື່ອຫຼຸດຜ່ອນບັນຫາຝົນກົດນັ້ນເອງ, ຢູ່ປະເທດນໍເວແລະ ສະວີເດັນເພິ່ນຕື່ມປູນຂາວລົງໃນແຫຼ່ງນໍ້າຕ່າງໆ ແລະ ຖັງເກັບນໍ້າເພື່ອປ້ອງກັນບໍ່ໃຫ້ອາຊິດ ສ້າງຄວາມເສຍຫາຍກັບທໍ່ນໍ້າປະປາ ໃນຕົວເມືອງ. ນອກຈາກນີ້ ການໃຊ້ສີຫຼື ສານອື່ນໆ ເຄືອບທາສິ່ງປຸກສ້າງກໍ່ສາມາດປ້ອງກັນຝົນກົດໄດ້ເຊັ່ນກັນ.
ແຫຼ່ງທີ່ມາ ນິເວດວິທະຍາພື້ນຖານ