June 5, 2026

ແຕ່ລະມື້ເຮົາໃຊ້ສະໝອງໃນການຄົ້ນຄິດ, ຕັດສິນໃຈຢູ່ຕະຫຼອດເວລາ ດັ່ງນັ້ນຈຶ່ງຈຳເປັນຕ້ອງໄດ້ດູແລສະໝອງໃຫ້ແຂງແຮງຢູ່ສະເໝີ ກ່ອນທີ່ສະໝອງຈະເຂົ້າສູ່ພາວະສະໝອງເຊື່ອມໂຊມ ໂດຍຈະສະແດງໃຫ້ເຫັນງ່າຍໆຄືກັນຫຼົງລືມງ່າຍ, ນອນຫຼັບຍາກ, ຕື່ນນອນແລ້ວສະມອງບໍ່ສົດຊື່ນ ດັ່ງນັ້ນມາເລີ່ມຮັກສາສະໝອງກັນດ້ວຍການກິນອາຫານທີ່ມີປະໂຫຍດ ແລະ ດີ ຕໍ່ສະມອງກັນ:
ຈັດເປັນແຫຼ່ງພະລັງງານຂອງສະໝອງທີ່ຈໍາເປັນຕ້ອງໄດ້ຮັບຄາບທຳອິດຂອງມື້ ເຊິ່ງພົບເຫັນຢູ່ນໍາແປ້ງ, ເຜືອກ, ມັນ ແລະ ສາລີ ແຕ່ຄາໂບໄຮເດດກຸ່ມນີ້ມັນຈະມາພ້ອມກັບນໍ້າຕານຊຶ່ງສົ່ງຜົນເຮັດໃຫ້ສະໝອງເຊື່ອມ, ທາງທີ່ດີແນະນໍາໃຫ້ຮັບປະທານທັນຍາພືດທີ່ບໍ່ຜ່ານການໃສ່ສີ ແລະ ທັນຍາພືດເມັດ ເພາະນອກຈາກຈະໃຫ້ພະລັງງານແລ້ວ ຍັງອຸດົມໄປດ້ວຍວິຕາມິນບີ ຊື່ງຊ່ວຍບໍາລຸງລະບົບປະສາດໄດ້ຢ່າງດີ.
ທຸກເຊວຢູ່ໃນຮ່າງກາຍຕ້ອງການໂປຼຕິນເປັນສ່ວນຊ່ວຍເສີມສ້າງສໍາຄັນ ລວມໄປເຖິງຊ່ວຍແຊມເນື້ອເຍື່ອ ແລະ ຈໍາເປັນຢ່າງຍິ່ງຕໍ່ການສ້າງສານສື່ປະສາດ ຊຶ່ງສ່ວນໃນການພັດທະນາການຮັບຮູ້ ຄວາມຈໍາ ແລະ ອາລົມ. ແຫຼ່ງອາຫານໂປຼຕິນທີ່ຈັດເປັນອາຫານບໍາລຸງສະໝອງນັ້ນມີທັງສັດ ແລະ ພືດ ໄດ້ແກ່: ສັດ, ຖົ່ວ, ນົມ ແລະ ສິ່ງທີ່ຂາດບໍ່ໄດ້ແມ່ນ ປາ.
ຫຼາຍຄົນຄິດວ່າໄຂມັນກໍ່ໃຫ້ເກີດໂທດຫຼາຍກ່ອນປະໂຫຍດຕໍ່ຮ່າງກາຍ ໂດຍສະເພາະຢ່າງຍິ່ງຄົນທີ່ກຳລັງຕ້ອງການຫຼຸດນໍ້າໜັກ, ແຕ່ຮູ້ຫຼືບໍ? ໄຂມັນມີສ່ວນສໍາຄັນໃນການສ້າງເນື້ອເຍື່ອຫຸ້ມເຊວປະສາດ ແລະ ເຍື່ອຜິວຂອງເນື້ອເຍື່ອສະໝອງເຊັ່ນດຍວກັນ ທັງໂອເມກ້າ 3, 6 ແລະ ໂອເມກ້າ 9 ເປັນກົດໄຂມັນທີ່ມີປະໂຫຍດຕໍ່ຮ່າງກາຍ ໂດຍສະເພາະໂອເມກ້າ 3.
ຜັກ ແລະ ໝາກໄມ້ອຸດົມໄປດ້ວຍວິຕາມິນບໍາລຸງສະໝອງ ຈັດເປັນໜຶ່ງໃນອາຫານບໍາລຸງສະໝອງຂອງເຮົາເຊັ່ນກັນ ໄດ້ແກ່ ວິຕາມິນເອ, ວິຕາມິນບີ, ວິຕາມິນຊີ ແລະ ວິຕາມິນອີ ໂດຍສະເພາະໝາກໄມ້ທີ່ມີວິຕາມິນຊີເຊັ່ນ: ໝາກກ້ຽງ, ອາງຸ່ນແດງ, ຈໍາພວກເບີຣີ່ ລວມໄປເຖິງຜັກທີ່ມີໃບໂອຕິກສູງ ຕ່າງເປັນອາຫານສໍາຄັນໃຫ້ໂປຼໄບໂອຕິກໃນລະບົບທາງເດີນອາຫານ ມີສ່ວນຊ່ວຍໃນການສ້າງສານສື່ປະສາດຜັກ ແລະ ໝາກໄມ້ທີ່ມີໃຍອາຫານທີ່ມີຄຸນປະໂຫຍດຫຼາຍ.
ແຫຼ່ງຂໍ້ມູນ: https://www.vimut.com/article/brain-foods


