ແຈ່ວກຸ້ງຝອຍ🦐
ກຸ້ງຝອຍສາມາດກິນໄດ້ທັງຕົວ (ລວມເປືອກ) ຈຶ່ງເປັນແຫຼ່ງແຄລຊຽມທຳມະຊາດທີ່ຊ່ວຍເສີມກະດູກ ແລະ ແຂ້ວໃຫ້ແຂງແຮງ
ວັດຖຸດິບ
- ກຸ້ງຝອຍ 200 ກຣາມ (ລວກສຸກ)
- ໝາກເຜັດ 5–10 ໜ່ວຍ
- ຫົວທຽມ 3–5 ກີບ
- ຜົງປຸງລົດ 1 ບ່ວງກາເຟ
- ນ້ຳປາ 1 ບ່ວງແກງ
- ນ້ຳໝາກນາວ 1 ບ່ວງແກງ
- ເຂົ້າຄົ່ວ 1 ບ່ວງແກງ
- ຜັກຫອມປ້ອມ 2-3 ຕົ້ນ
ວິທີເຮັດ
- ລວກກຸ້ງຝອຍໃຫ້ສຸກ ແລ້ວພັກໄວ້.
- ຕຳຫົວທຽມ ແລະ ໝາກເຜັດໃຫ້ລະອຽດ.
- ໃສ່ກຸ້ງຝອຍ ແລ້ວຕຳເບົາໆ.
- ປຸງລົດດ້ວຍຜົງປຸງລົດ, ນ້ຳປາ ແລະ ນ້ຳໝາກນາວ.
- ໃສ່ເຂົ້າຄົ່ວ ແລະ ຜັກຫອມປ້ອມ.
- ຄົນໃຫ້ເຂົ້າກັນ ແລ້ວພ້ອມກິນ.