ທ່ານຮູ້ບໍວ່າ ນ້ຳມັນຢາງຫອມຍານຂອງລາວ ແມ່ນເປັນສິ່ງທີ່ຫຼາຍໆຄົນສະແຫວງຫາ? ບໍລິສັດເຄື່ອງສຳອາງຍັກໃຫຍ່ຫຼາຍບ່ອນໃນແຖວເອີຣົບກຳລັງຊອກຫາແຫຼ່ງສະໜອງຢາງຫອມຍານທີ່ເປັນການອະນຸລັກຮັກສາທຳມະຊາດ ເພື່ອໃຊ້ເປັນສ່ວນປະກອບໃນສະບູລ້າງໜ້າ, ລ້າງມື? ຢາງຫອມຍານຈາກ ປະເທດລາວກວມເຖິງ 70 ສ່ວນຮ້ອຍຂອງສ່ວນແບ່ງຕະຫຼາດທີ່ປະເທດຝຣັ່ງ.
ວ່າງບໍ່ດົນມານີ້, ບໍລິສັດ Lush ໄດ້ເຂົ້າມາປະເທດລາວເພື່ອຊອກຫາບ່ອນສະໜອງຢາງຫອມຍານຈາກຊຸມຊົນທ້ອງຖິ່ນ.
ປະເທດລາວ ແມ່ນໜຶ່ງໃນບັນດາປະເທດທີ່ມີການຜະລິດຢາງຫອມຍານແບບທຳມະຊາດ. Stryrax tonkinensis (Lao Benzoin or, locally, yarn), ຈະມີພຽງຢູ່ປະເທດລາວ ແລະ ຫວຽດນາມເທົ່ານັ້ນ (of the botanical Family Styracaceae, and closely related to species found throughout Southeast Asia, Asia Minor and South America), ຜະລິດຢາງເພື່ອນຳໃຊ້ ແລະ ເພື່ອສົ່ງອອກຈາກປະເທດ ອິນໂດເນເຊຍ ຕັ້ງແຕ່ ສັດຕະວັດທີ 16, ໃນລະຫວ່າງການປົກຄອງລາດຊະອານາຈັກ ລາວລ້ານຊ້າງ ຂອງເຈົ້າສຸລິຍະວົງສາ. ຢາງຫອມຍານເປັນທີ່ຮູ້ກັນດີວ່າສາມາດນຳໃຊ້ໄດ້ຫຼາຍຮູບແບບ, ນີ້ແມ່ນຄວາມສຳຄັນ 11ຢ່າງໃນການນຳໃຊ້ຍານ.
ຢາງຫອມຍານບໍ່ໄດ້ເກີດໃນຂອບເຂດທົ່ວປະເທດຂອງລາວ, ແຕ່ມັນຈະເກີດສ່ວນໃຫຍ່ໃນພື້ນທີ່ພູສູງ, ຄາດວ່າມີຈຳນວນ 184 ທີ່ມີການຜະລິດໃນ 3 ແຂວງຄື: ຫົວພັນ, ຫຼວງພະບາງ ແລະ ຜົ້ງສາລີ, ຊຶ່ງມີຈຳນວນ 3,285 ຄອບຄົວ (ຫຼືປະມານ 19,700 ຄົນ) ໃນເນື້ອທີ່ການຜະລິດ 5,307 ເຮັກຕາ.
ການຜະລິດຍານມີປະຫວັດສາດອັນຍາວນານທີ່ກ່ຽວຂ້ອງກັບຊົນເຜົ່າກຶມມຸ, ຊຶ່ງເປັນກຸ່ມທີ່ປູກຍານເກືອບ 90 ສ່ວນຮ້ອຍຂອງການປູກຍານທັງໝົດ. ໃນຊຸມຊົນຂອງຊົນເຜົ່າກຶມມຸສ່ວນໃຫຍ່, ການຜະລິດຢາງຫອມຍານແມ່ນສ່ວນໜຶ່ງທີ່ສຳຄັນໃນການປະຕິບັດ ແລະ ເຊື່ອຖືແບບດັ້ງເດີມ, ທີ່ແທດເໝາະກັບຊຸມຊົນໃນເຂດຊົນະບົດ. ໂດຍການສະໜອງຜະລິດຕະພັນທີ່ມີອັດຕາສ່ວນປະລິມານທີ່ຕໍ່າຖ້າທຽບກັບມູນຄ່າ, ໄລຍະເວລາໃນການປູກທີ່ຍາວນານແລະ ຄວາມມີຄວາມຕ້ອງການສູງຂອງຕະຫຼາດ.
ຍານມີການຜະລິດຄືແນວໃດ?
ຍານເປັນຊະນິດພັນພືດທີ່ບໍ່ສາມາດເຕີບໂຕໃນປ່າໄມ້ທົ່ວໄປ ແຕ່ຈະຈະເລີນເຕີບໂຕບ່ອນທີ່ເປັນປ່າເລົ່າໄຮ່. ຍານເກີດແລະເຕີບໂຕດ້ວຍຕົວຂອງມັນເອງໃນໄຮ່ເຂົ້າ ແລະ ເຮັດໃຫ້ປ່າເລົ່າມີເຄື່ອງປ່າຂອງດົງຫຼາຍກວ່າ 1000 ຊະນິດ ຊຶ່ງປະກອບດ້ວຍລະບົບຕ່ອງໂສ້ອາຫານທີ່ສະຫຼັບຊັບຊ້ອນທີ່ຢູ່ໃນພື້ນທີ່ພູມສັນຖານການເຮັດໄຮ່ຂອງປະເທດລາວ.
ໃນຂະນະທີ່ຕົ້ນໄມ້ທີ່ປູກສ່ວນໃຫຍ່ເກີດຂຶ້ນຕາມທຳມະຊາດ, ເກີດຈາກແກ່ນ ແລະ ເບ້ຍອ່ອນຢູ່ໃນບ່ອນລ່າວໄຮ່ໃໝ໋ ຊາວກະສິກອນບາງຄົນສ້າງ ແລະ ປັບປຸງລະບົບການປູກປ່າຍານດ້ວຍການອຳນວຍຄວາມສະດວກໃຫ້ກັບຕົ້ນຍານ.
ການປູກເທື່ອທຳອິດ ແລະການຖາງໄຮ່ຈະເຮັດກ່ອນລະດູການປູກເຂົ້າໄຮ່ ເພື່ອໃຫ້ເບ້ຍຍານຈະລເີນເຕີບໂຕພ້ອມກັບເຂົ້າໄຮ່ໃນປີທຳອິດ. ໃນຊ່ວງຫຼາຍປີຜ່ານມາຊາວກະສິກອນສາມາດປູກເຂົ້າໄປພ້ອມໆກັບການປ່ອຍໃຫ້ຍານຈະເລີນເຕີບໂຕ.
ຕົ້ນຍານບໍ່ໄດ້ເຕີບໂຕພຽງແຕ່ມັນເອງ. ເຂົ້າ ແລະພືດພັນພື້ນບ້ານ ແລະຕົ້ນໄມ້ຊະນິດອື່ນເຊັ່ນ: ແຂມ (Thysanolaena latifolia) ມັກຈະມີການປູກຮ່ວມກັບຕົ້ນຍານທີ່ປູກແລ້ວ ຈົນເຖິງປີທີ 2. ຫຼັງຈາກນັ້ນປ່າຍານຈະດົກໜາຂຶ້ນ ບໍ່ເໝາະສຳລັບຕົ້ນເຂົ້າ, ບັນດາພືດສັງເຄາະແສງໜ້ອຍ ແລະ ຜະລິດຕະພັນເຄື່ອງປ່າຂອງດົງເຊັ່ນ: ເຫັດ ເຄື່ອງປ່າຂອງດົງຄື ຕະກູນຂ່າ (Alpinia spp.), ເຫັດ (Russula spp., Lentinus spp., Termitomyces spp.,ອື່ນໆ.), ໝາກແໜ່ງ(Lentinus spp) ແລະ ໄມ້ປ່ອງ(Bambusa spp., Indosasa spp., Phyllostachys spp. etc.) ຍັງສາມາດຈະເລີນເຕີບໂຕພ້ອມໆກັບການຂະຫຍາຍຕົວຂອງຕົ້ນຍານ.
ຜູ້ຜະລິດຢາງຫອມຍານ ຈາກບ້ານສາມໝື່ນ, ຮ່ວມຖ່າຍຮູບກັບພະນັກງານສົ່ງເສີມຂັ້ນເມືອງ ແລະ ທ່ານ ພູນສະຫວັນ ພັນທະວົງໄຊ ຈາກໂຄງການ TABI.
ຜູ້ຜະລິດເຫຼົ່ານີ້ ສາມາດສ້າງລາຍຮັບໄດ້ 80 ລ້ານກີບຕໍ່ປີ/ຄົວເຮືອນຈາກການຂາຍຢາງຫອມຍານ, ພວກເຂົາໄດ້ໃຊ້ລາຍໄດ້ທີ່ຫາມາເພື່ອສະໜັບສະໜຸນລູກໃຫ້ຮຽນໜັງສື. ມີລູກຜູ້ໜຶ່ງໄດ້ໄປຮຽນທີ່ປະເທດ ອິດສະລາເອລ.ການປາດຢາງ ແລະ ການເກັບຢາງຫອມຍານ
ຄົນເກັບຢາງຫອມຍານຂອງລາວຖືວ່າມີຝີມືເປັນທີໜຶ່ງຂອງໂລກ, ປະຫວັດສາດໃນການຜະລິດຍານ, ຜູ້ຜະລິດໂດຍທົ່ວໄປຈະເລີ່ມຕົ້ນກີດຢາງຕົ້ນຍານເມື່ອຕົ້ນມີອາຍຸຳດ້ 8 ປີ ເມື່ອເປືອກຂອງມັນໜາພໍສຳລັບການຜະລິດປະລິມານຢາງທີ່ມີຄຸນນະພາບສູງ ແລະ ຍັງຮັບປະກັນເຖິງອາຍຸການຂອງຕົ້ນຍານ. ຜູ້ຜະລິດຈະສືບຕໍ່ປາດຢາງຈົນກວ່າຕົ້ນຂອງມັນຈະຕາຍ, ໂດຍທົ່ວໄປຈະຕາຍຫຼັງຈາກມີອາຍຸໄດ້ 15 ປີ, ແຕ່ກໍ່ມີບາາງຕົ້ນທີ່ສາມາດໃຫ້ຢາງເຖິງ 20 ປີ. ໂດຍສະເພາະຈະເລີ່ມມີການປາດຢາງ ໃນລະຫວ່າງເດືອນ ພຶດສະພາ-ມິຖຸນາ, ເມື່ອຕົ້ນຍານອອກດອກ ແລະ ໃຫ້ປະລິມານຢາງທີ່ຫຼາຍ.
ຕົ້ນຍານທີ່ປາດ ຈະຖືກປະໃຫ້ຢາງຍ້ອຍເປັນເວລາຫຼາຍເດືອນ, ເພື່ອປ່ອຍໃຫ້ຢາງອອກພຽງພໍສຳລັບເກັບກູ້ ແລະກ້າມດີ. ສ່ວນໃຫຍ່ແລ້ວລະດູເກັບກ່ຽວຢາງຍານຈະແມ່ນໃນເດືອນພະຈິກເຖິງເດືອນເມສາ. ເປັນເວລາທີ່ນອກເໜືອຈາກການເກັບກ່ຽວເຂົ້າໄຮ່. ຊຶ່ງເປັນເວລາທີ່ມີແຮງງານພຽງພໍ. ຊ່ວງເວລາທີ່ເໝາະສົມທີ່ສຸດແມ່ນເດືອນ ທັນວາ ຫຼັງຈາກລະດູເກັບກ່ຽວ, ໃນລະຫວ່າງການເກັບກ່ຽວຢາງ, ຊາວກະສິກອນໃຊ້ມີດຫຼືເຄື່ອງມືແຫຼມອື່ນໆເພື່ອຕັດເປືອກແລະເອົາຢາງອອກມາຈາກຕົ້ນຍານທີ່ຖືກປາດຢາງ. ຖ້າຫາກວ່າຈຸດເກັບຢາງຢູ່ໃນຕຳແໜ່ງທີ່ສູງເກີດນໄປ ຊາວກະສິກອນກໍ່ຈະໃຊ້ເຊືອກ ແລະ ຂັ້ນຕອນອື່ນໆໃນການປີນຄືກັບຊ່ວງທີ່ປາດຢາງ. ຢາງຫອມຍານຈະເກັບໃວ້ໃນກະຕ່າຈົນກວ່າຈະຂາຍໃຫ້ແກ່ພໍ່ຄ້າ.
ຢາງຫອມຍານເກດເອ, ຈະຂາຍຢູ່ໃນລາຄາ 18,200 ກີບຕໍ່ກິໂລ ໃນປີກາຍນີ້ (2016).
ໃນຂະນະທີ່ໄດ້ສັງເກດເຫັນວ່າອັດຕາການຕາຍຂອງຕົ້ນຍານໄດ້ເພີ່ມຂື້ນຢ່າງຕໍ່ເນື່ອງພາຍຫຼັງ 15 ປີ, ຫຼາຍຕົ້ນກໍ່ຢູ່ລອດຫຼາຍກວ່າ 20 ປີ. ຢ່າງໃດກໍ່ຕາມ, ຄວາມຫຍຸ້ງຍາກຕົ້ນຕໍກ່ຽວກັບອາຍຸໃນການໃຫ້ຢາງຂອງຕົ້ນຍານແມ່ນໄລຍະເວລາຮອບວຽນຂອງການເຮັດໄຮ່, ຊາວກະສິກອນສ່ວນໃຫຍ່ຈະລ່າວໄຮ່ ແລະ ຈູດຕົ້ນຍານທີ່ສູງຊຶ່ງລວມມີຕົ້ນຍານທີ່ຍັງນ້ອຍນຳ (ຈຸດທີ່ພວກເຮົາກັບໄປເບິ່ງຂ້າງລຸ່ມນີ້).
ການຜະລິດຍານໃນອະນາຄົດຈະເປັນແນວໃດ?
ການຜະລິດຍານແມ່ນຂຶ້ນກັບການກະສິກຳໃນເຂດເນີນສູງ, ແຕ່ການນໍາໃຊ້ທີ່ດິນນີ້ແມ່ນໄພຂົ່ມຂູ່ຕໍ່ທັງການປັບປຸງລະບົບການກະສິກໍາແລະນະໂຍບາຍຕ່າງໆທີ່ສົ່ງເສີມການເຮັດໄຮ່ຄົງທີ່. ໃນແງ່ໜຶ່ງເພື່ອຮັບປະກັນຮັກສາສະຖຽນລະພາບຂອງການປູກຝັງ. ຫນຶ່ງໃນວິທີການເພື່ອຮັບປະກັນໃຫ້ມີການສືບຕໍ່ເກັບກູ້ຍານແມ່ນພິຈາລະນາໃຫ້ເປັນການປູກພືດໃນໄລຍະຍາວເຊັ່ນ: ຢາງພາລາ. ປ່າເລົ່າທີ່ມີອາຍຸຫຼາຍປີ ຖືວ່າເປັນທາງເລືອກແບບຍືນຍົງພາຍໃຕ້ການຄຸ້ມຄອງປ່າໄມ້ແບບຊຸມຊົນ ເພື່ອເສີມຂະຫຍາຍການປົກຫຸ້ມຂອງປ່າໄມ້ໃນໄລຍະເວລາທີ່ຈັດການກັບຕົ້ນໄມ້ໃຫຍ່ຢືນຕົ້ນ ແລະ ການປາດຢາງ. ແລະ ທັງເປັນພື້ນທີ່ໃຫ້ແກ່ການກັບມາຂອງປ່າເລົ່າມີ່ມີຄວາມອຸດົມສົມບູນສຳລັບປູກເຂົ້າ, ຜົນປະໂຫຍດທາງດ້ານສັງຄົມ ແລະ ທຳມະຊາດທີ່ມາພ້ອມກັບການຜະລິດຍານ.
ຊອກຫາວິທີືທາງທີ່ສ້າງສັນໃນການຄຸ້ມຄອງການຜະລິດຍານ ເພື່ອໃຫ້ແນ່ໃຈວ່າປ່າໄມ້ຂອງລາວຈະຍັງຮັກສາຄວາມຫຼາກຫຼາຍທາງດ້ານນິເວດວິທະຍາທີ່ອຸດົມສົມບູນຂອງມັນແລະຍັງສືບຕໍ່ເປັນຢາງຫອມທີ່ມີຄວາມໂດດເດັ່ນໃນວົງການເສີມຄວາມງາມຂອງເອີຣົບ!