ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ/Bamboo & NTFP Development Association (BNDA)

ສຳລັບຫຼາຍຊຸມຊົນໃນແຂວງຫົວພັນ, ໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງ (NTFPs) ບໍ່ແມ່ນພຽງແຕ່ຊັບພະຍາກອນຈາກປ່າໄມ້ເທົ່ານັ້ນ. ແຕ່ຍັງເປັນສ່ວນສຳຄັນຂອງການດຳລົງຊີວິດ, ແຫຼ່ງອາຫານ, ຄວາມຮູ້ພື້ນບ້ານ ແລະ ເສດຖະກິດຂອງຊຸມຊົນ. ແຕ່ການນຳໃຊ້ຊັບພະຍາກອນເຫຼົ່ານີ້ໃຫ້ຍືນຍົງ ຈຳເປັນຕ້ອງອາໄສຄວາມຮູ້ ແລະ ຄວາມຮ່ວມມື. ໃນປີ 2020ໄດ້ສ້າງຕັ້ງ ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ/Bamboo & NTFP Development Association (BNDA) ໄດ້ເຮັດວຽກເພື່ອສົ່ງເສີມການນຳໃຊ້ໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງຢ່າງຍືນຍົງ. ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ ດຳເນີນການສຳຫຼວດ ແລະ ປະເມີນຜະລິດຕະພັນຈາກໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງພ້ອມທັງໃຫ້ຄຳແນະນຳດ້ານວິຊາການກ່ຽວກັບວິທີເກັບກ່ຽວ ແລະ ນຳໃຊ້ຊັບພະຍາກອນຢ່າງຍືນຍົງ, ລວມເຖິງການກຳນົດປະລິມານທີ່ສາມາດເກັບກ່ຽວໄດ້ ໂດຍບໍ່ສ້າງຜົນກະທົບ ຫຼື ກົດດັນຕໍ່ຊັບພະຍາກອນຫຼາຍເກີນໄປ. ນອກຈາກນັ້ນ, ສະມາຄົມຍັງສຶກສາ ແລະ ທົບທວນບັນດາລະບຽບ ແລະ ຫຼັກເກນທີ່ກ່ຽວຂ້ອງກັບການຈັດການປ່າໄມ້. ວຽກງານນີ້ຊ່ວຍໃຫ້ຊາວບ້ານມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການຈັດການ ແລະ ນຳໃຊ້ປ່າໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງຂອງຕົນ. ສະມາຊິກບາງຄົນຂອງສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ ມີປະສົບການເຮັດວຽກຮ່ວມກັບ GRET ມາເປັນເວລາຫຼາຍປີ. ປະສົບການດັ່ງກ່າວໄດ້ຊ່ວຍເສີມສ້າງຄວາມຮູ້ ແລະ ປະສົບການຂອງສະມາຊິກໃນການເຮັດວຽກກັບຊຸມຊົນທ້ອງຖິ່ນ […]

ມະນີວັນ ອະລິຍາວົງ

ປັດຈຸບັນ ທ່ານ ນາງ ມະນີວັນ ດຳລົງຕຳແໜ່ງຜູ້ຈັດການທຶນນ້ອຍລະດັບພາກພື້ນ ຢູ່ ALiSEA (Agroecology Learning Alliance in Southeast Asia). ລາວໄດ້ສະໜັບສະໜູນພາກສ່ວນທ້ອງຖິ່ນ ແລະ ພາກພື້ນ ທີ່ກຳລັງຂັບເຄື່ອນການປ່ຽນແປງດ້ານນິເວດວິທະຍາການກະເສດ (agroecology) ບົດບາດດັ່ງກ່າວຂອງມະນີວັນ ໄດ້ເຊື່ອມໂຍງໂຄງການຈາກຊຸມຊົນຮາກຖານເຂົ້າກັບການຮຽນຮູ້ລະດັບພາກພື້ນ ເພື່ອໃຫ້ໄດ້ປະສົບການຈິງແລະ ນຳໄປໃຊ້ໃນການສ້າງຄວາມຮູ້ ແລະ ການດຳເນີນງານຮ່ວມກັນ. ເສັ້ນທາງການເຮັດວຽກຂອງມະນີວັນ ເລີ່ມຕົ້ນໃນປີ 2015 ກັບໂຄງການ The Agro-Biodiversity Initiative (TABI) ເຊິ່ງເປັນໂຄງການຮ່ວມມືສຳຄັນລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ ແລະ ອົງການພັດທະນາສະວິດ (SDC). ໃນຊ່ວງປີສຸດທ້າຍຂອງໂຄງການ 10 ປີ ທ່ານມະນີວັນ ໄດ້ມີສ່ວນຮ່ວມໃນວຽກງານທີ່ເຊື່ອມໂຍງການຈັດການດິນຢ່າງຍືນຍົງ ກັບການອະນຸລັກຊີວະນາໆພັນ ແລະ ການປັບປຸງຊີວິດຄວາມເປັນຢູ່ຂອງຊຸມຊົນເຂດພູດອຍ, ຕັ້ງແຕ່ການຮ່ວມມືຈັດການປະມົງ, ການເຮັດກະສິກຳອິນຊີ ຈົນເຖິງຫ່ວງໂສ້ມູນຄ່າຂອງຜະລິດຕະພັນເຄື່ອງປ່າຂອງດົງ (non-timber forest products), TABI ໄດ້ກາຍເປັນພື້ນຖານສຳຄັນໃຫ້ກັບວຽກຂອງມະນີວັນ […]