December 9, 2025
ນ້ຳມັນງາລາວ ຜະລິດຈາກເມັດງາ ທີ່ປູກພາຍໃນປະເທດ ໂດຍໃຊ້ວິທີການສະກັດເຢັນ (cold-press) ແລະ ບໍ່ໃສ່ສານເຄມີກັນບູດ ຫຼື ສານແຕ່ງສີໃດໆ
ທ່ານ ວຽງສະຫວັດ ວິໄລທອງ ເປັນຜູ້ທີ່ໃຫ້ຄວາມສຳຄັນກັບສຸຂະພາບ ແລະ ໄດ້ສັງເກດເຫັນວ່າ ຜູ້ບໍລິໂພກຊາວລາວເລີ່ມໃຫ້ຄວາມສົນໃຈກັບອາຫານເພື່ອສຸຂະພາບຫຼາຍຂຶ້ນ, ແຕ່ຢ່າງໃດກໍຕາມ ທາງເລືອກຂອງຜະລິດຕະພັນທີ່ມີໂພຊະນາການສູງ ໂດຍສະເພາະນ້ຳມັນ ຍັງມີຂໍ້ຈຳກັດ ເຖິງແມ່ນວ່າ ນ້ຳມັນມະໝາກກອກສົດ (olive oil) ຈະເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງວ່າມີປະໂຫຍດຕໍ່ສຸຂະພາບ ແຕ່ດ້ວຍລາຄາທີ່ສູງ ເຮັດໃຫ້ຫຼາຍໆຄົວເຮືອນ ບໍ່ສາມາດເຂົ້າເຖິງໄດ້ ແລະ ກໍບໍ່ສາມາດຜະລິດໃນປະເທດລາວໄດ້.
ທ່ານວຽງສະຫວັດ ໄດ້ເຫັນວ່າ ເມັດງາເຊັ່ນ: ງາຈຽງ, ງາຂາວ ແລະ ງາດຳ ທີ່ປູກກັນມາແຕ່ດັ່ງເດີມໃນບ້ານເຮົາ ມີຄຸນຄ່າທາງໂພຊະນາການ ແລະ ປະໂຫຍດຕໍ່ສຸຂະພາບໃກ້ຄຽງກັນ. ໃນອະດີດ ຊາວລາວຍັງເຄີຍນຳເມັດງາເຫຼົ່ານີ້ມາໃຊ້ເພື່ອບຳລຸງກະດູກ. ດ້ວຍແຮງບັນດານໃຈນີ້ ທ່ານໄດ້ອຸທິດເວລາຮຽນຮູ້ກະບວນການສະກັດເຢັນ ແລະ ຜະລິດນ້ຳມັນງາດ້ວຍຕົນເອງ ໂດຍບໍ່ໃສ່ສານເຄມີ ຫຼື ສານແຕ່ງສີ. ຫຼັງຈາກການທົດລອງ ແລະ ພັດທະນາມາປະມານ 5 ປີ ໃນປີ 2000 ລາວກໍສາມາດພັດທະນາຜະລິດຕະພັນທີ່ມີຄຸນນະພາບດີ ແລະ ຕັ້ງຊື່ວ່າ “ມືລາວ – The Hand” ເພື່ອສະທ້ອນເຖິງຄວາມປະນີດ ແລະ ຄວາມໃສ່ໃຈໃນທຸກຂັ້ນຕອນການຜະລິດ.
ຜ່ານຜົນງານນີ້ ທ່ານວຽງສະວັດ ມຸ່ງໝາຍທີ່ຈະສົ່ງເສີມພຶດຕິກຳການບໍລິໂພກອາຫານເພື່ອສຸຂະພາບ, ສະໜັບສະໜູນຊາວກະສິກອນທ້ອງຖິ່ນ, ແລະ ຫຼຸດການພຶງພາຜະລິດຕະພັນນຳເຂົ້າ ເພື່ອສ້າງທາງເລືອກທີ່ຍືນຍົງ ແລະ ຂັບເຄື່ອນໂດຍຄົນລາວ ສຳລັບນ້ຳມັນປຸງແຕ່ງອາຫານທີ່ມີໂພຊະນາການ.

Full name:
Date of Birth:
Place of Birth:
Current Residence:
Education:
Current Profession:
Motto:


