March 25, 2025
ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ ອາຈານສອນ ແລະ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ທີ່ອຸທິດຕົນໃຫ້ກັບການສຶກສາດ້ານສັນຖານວິທະຍາຂອງພືດ ແລະ ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ, ເຊິ່ງມີຈຸດເລີ່ມຕົ້ນຈາກການເຮັດຄົ້ນຄ້ວາທີ່ຕົນເອງມັກ ແລະ ຢາກສຶກສາການນໍາໃຊ້ພືດຕ່າງໆໂດຍສະເພາະວຽກງານການຄົ້ນຄວ້າທາງດ້ານພືດສາດ ຫຼື ທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນການຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດ, ການນໍາໃຊ້ພືດຊົນເຜົ່າ, ການນໍາໃຊ້ພືດເປັນຢາ ລວມເຖິງການປະເມີນສະຖານະພາບຄວາມຢູ່ລອດ ຫຼື ຄວາມຍືນຍົງຂອງພືດບາງຊະນິດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ-ສັງຄົມ.
ຫຼັງຈາກທີ່ຈົບປະລິນຍາຕີ, ທ່ານ ສຸລິວັນ ໄດ້ເລີ່ມຕົ້ນສະໝັກເປັນອາຈານສອນຢູ່ພາກວິຊາຊີວະວິທະຍາ, ເຊິ່ງເປັນສະຖານທີ່ດຽວກັນທີ່ໄດ້ປະສົບການໃນການຄົ້ນຄວ້າ. ຈຸດປ່ຽນໃນໜ້າທີ່ວຽກງານແມ່ນໄດ້ຮັບໂອກາດອອກສໍາຫຼວດຄວາມຫຼາກຫຼາຍຂອງພືດກັບນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກທີ່ມີໂອກາດເຂົ້າຮ່ວມໂຄງການ ດາວິນ (Darwin) ຈາກປະເທດອັງກິດ ຮ່ວມກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດທໍາມະຊາດ ກໍ່ຄືພາກວິຊາຊີວະວິທະຍາ ເຊິ່ງຈາກຈຸດດັ່ງກ່າວເຮັດໃຫ້ເປັນແຮງບັນດານໃຈ ເຮັດໃຫ້ ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ ໄດ້ສືບຕໍ່ຄົ້ນຄວ້າໃນສະເພາະດ້ານໃຫ້ຫຼາຍຂຶ້ນ.
ຜົນງານ ແມ່ນໄດ້ຖືກບັນທຶກໄວ້ໃນວາລະສານລະດັບຊາດ ແລະ ສາກົນ, ເປັນຕົ້ນແມ່ນ ອຸປະກອນທາງດ້ານການສຶກສາ, ລວມທັງຕໍາລາຮຽນກ່ຽວກັບສັນຖານວິທະຍາຂອງພືດ ແລະ ບັນຊີລາຍຊື່ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ. ຜ່ານການຄົ້ນຄວ້າ ແລະ ສິດສອນ, ອາຈານໄດ້ຊຸກຍູ້ການຄຸ້ມຄອງ ແລະ ການອະນຸລັກຮັກສາຊັບພະຍາກອນທຳມະຊາດແບບຍືນຍົງ ເພື່ອຄວາມເປັນຢູ່ທີ່ດີຂອງຄົນໃນປັດຈຸບັນ ແລະ ອະນາຄົດ.
Full name:
ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ
Date of Birth:
29 June 1982
Place of Birth:
ບ້ານວຽງຄໍາ, ເມືອງວຽງຄໍາ, ແຂວງວຽງຈັນ
Current Residence:
ບ້ານໜອງວຽງຄໍາ, ເມືອງໄຊທານີ ນະຄອນຫຼວງວຽງຈັນ
Education:
ປະລິນຍາໂທ
Current Profession:
ຮອງຫົວໜ້າພາກວິຊາຊີວະວິທະຍາ
Motto:
ຮັກອາຊີບຕົນເອງທີ່ປະຕິບັດຢູ່ ແລະ ເຮັດໃຫ້ດີທີ່ສຸດໃນວຽກງານຕົນເອງຮັບຜິດຊອບ