ກໍລະນີສຶກສາຜົນສຳເລັດຂອງການບໍລິການສຸຂະພາບສັດ
ການສຳຫຼວດໃນພາກເໜືອຂອງ ສ.ປ.ປ. ລາວ ທີ່ຜ່ານມາໄດ້ສະແດງໃຫ້ເຫັນຄ່າສະເລ່ຍອັດຕາການຕາຍຂອງສັດຄ້ຽວເອື້ອງແມ່ນ 8%, ແລະ ໝູ 33%. ໃນໄລຍະສອງປີຜ່ານມາວິທີການແກ້ໄຂບັນຫາການລົ້ມຕາຍຂອງສັດແມ່ນໄດ້ອີງໃສ່ການສັກຢາປ້ອງກັນພະຍາດ “ພື້ນບ້ານ”ເປັນຫຼັກ (ເຊັ່ນ HMS, FMD, ໄຂ້ລຳໃສ້ອັກເສບ ໆລໆ). ເຖິງແມ່ນວ່າພະຍາດເລົ່ານີ້ຈະມີຄວາມ ສຳຄັນກໍ່ຕາມຍັງມີພະຍາດຊະນິດອື່ນໆ ທີ່ເຮັດໃຫ້ສັດຕາຍ ຫຼື ເປັນພະຍາດບາດເຍົາຕ່າງໆ ເຊິ່ງຍັງບໍ່ທັນໄດ້ຮັບການແກ້ໄຂ.
ທ່າແຮງໃນການລ້ຽງງົວທອມຢູ່ທົ່ງໄຫຫິນແຂວງຊຽງຂວາງ,ສປປລາວ
ໃນຂົງເຂດບໍລິເວນ ໂພນສະຫວັນ (ເມືອງເທດສະບານແຂວງຊຽງຂວາງ, ເຂດທົ່ງໄຫຫີນ) ຊຶ່ງກໍ່ ເໝືອນກັນກັບເຂດອື່ນຂອງ ສປປ ລາວ, ການລ້ຽງສັດ ຍັງເປັນອົງປະກອບໜຶ່ງ ຂອງລະບົບການ ຜະລິດ ກະສິກ ຳ. ຢູ່ເມືອງແປກແຂວງຊຽງຂວາງ ການລ້ຽງສັດຍັງສ້າງລາຍຮັບ ໃຫ້ຄອບຄົວຊາວກະສິກອນ ຫຼາຍ ກວ່າ 50 ສ່ວນຮ້ອຍ. ການລ້ຽງງົວຂອງຊາວກະສິກອນ ຍັງປະຕິບັດຕາມແບບປະເພນີດັ່ງເດີມ ໂດຍ ບົນພື້ນຖານການລ້ຽງແບບປະປ່ອຍ ສັດຫາເລັມຫງ້າກິນເອງຕາມທ ຳມະຊາດ ແລະ ເສດພືດກະສິກ ຳ ພາຍຫຼັງເກັບກ່ຽວ. ສະພາບດິນບໍ່ສົມບູນ, ພືດອາຫານສັດບໍ່ພຽງພໍ ແລະ ສະພາບເສດຖະກິດຄອບຄົວ ທີ່ຂາດເຂີນ ຍັງເປັນອຸປະສັກຕົ້ນຕໍ ຕໍ່ການຂະຫຽາຍຕົວຂອງການລ້ຽງສັດ.
ເຜີຍແຜ່ ວິທີການທີ່ເໝາະສົມໃນການຂະຫຍາຍ ການລ້ຽງສັດໃນເຂດພາກເໝືອ
ການລ້ຽງສັດຂອງລາວໃນປັດຈຸບັນ.ຫຼັງຈາກລາວໄດ້ປູກພືດອາຫານສັດ ລາວກໍ່ມີວິທີປັບປຸງ ການລ້ຽງສັດຂອງລາວ ຈາກການລ້ຽງປ່ອຍຕາມທຳມະຊາດ ຫັນມາລ້ຽງແບບມີ ການຈັດການ, ໃກ້ສິດ, ຕິດຕາມ ຄື: ທຸກໆຕອນແລງຕ້ອງນຳເອົາງົວມາແຫຼ່ງໃນຄອກ ແລະ ໃຊ້ພຶດອຫານສັດ ທີ່ເປັນອາຫານເສີມບາງເລັກນ້ອຍ ສວ່ນ ສັດທີ່ທອມຂາຍແມ່ນເອົາໃຈໃສ່ພິເສດ
ການປູກຂີງດຳແບບປະສົມປະສານກັບພືດກະສິກຳທີ່ເມືອງໂພນໄຊ, ແຂວງຫຼວງພະບາງ
ຂີງດຳ ນອນຢູ່ໃນວົງຕະກຸນ Zingiberaceae ຊື່ວິທະຍາສາດແມ່ນ Boesenbergia SPP ມີຖິ່ນກ ຳເນີດຢູ່ໃນ ເອເຊັຽ ເຂດຮ້ອນ ເຕີບໂຕໄດ້ໃນເຂດປ່າຂື້ນປຽກຊຸ່ມ, ດິນຜຸຜຸ່ຍ, ດິນປົນຊາຍເປັນພືດລົ້ມລຸກ ລຳຕົ້ນເປັນກາບກ້ານໃບໂອບ ຂຶ້ນສູງປະມານ 20-50 ຊັງຕີແມັດ. ຫົວເປັນສີມ່ວງດຳ, ມີກິ່ນທີ່ມີສານນຳໄປສະກັດເປັນຢາສະໝຸນໄພເຊັ່ນ: ຢາບຳລຸງຮ່າງກາຍ, ຢາດີທ້ອງຍິ່ງເປັນຕົ້ນ. ໃນປະຈຸບັນຂີງດຳນິຍົມກັນປູກຫຼາຍຢູ່ ແຂວງບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ເຂດເມືອງວັງວຽງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ. ຂີງດຳຂະຫຍາຍພັນດ້ວຍຫົວ ໂດຍນຳເອົາຫົວຂີງມາອານາໄມແກະສ່ວນທີ່ເປັນຫົວເກົ່າອອກແລ້ວ ເອົາຫົວທີ່ໃໝ່ມາຕັດ ຂະໜາດເທົ່ານິ້ວມືຕາມບ່ອນທີ່ມີຕາແລ້ວນຳໄປປູກ ໃນຊ່ວງຕົ້ນລະດູຝົນ (ເດືອນ 4-5) ແລະ ເກັບກູ້ຫຼັງຈາກປູກໄດ້ 7 ເດືອນ (ເດືອນ 11-12) (ສະໝຸນໄພໃນຄົວ ຮສ. ດຣ ວັນດີ ກິດສະພັນ 2541, ພືດສະໝຸນໄພ ນິດສິຖີ ເຮືອງຣັງສີ 2534, ປູກສະໝູນໄພໃຊ້ເອງ ພະຍອມ […]
ການຜະລິດກະສິກຳເຂດເນີນສູງດິນຄ້ອຍຊັນແບບຂັ້ນໄດ
ການເຮັດນາຂັ້ນໄດນັບວ່າເປັນວິທີການອະນຸລັກດິນແລະນທີ່ມີການປະຕິບັດກັນມາແຕ່ດົນນານແລ້ວນັບຕັ້ງແຕ່ສະໄໝເລີ່ມມີອະລິຍະທ ຳໃນຕາເວັນອອກກາງເຊັ່ນ:ການສ້າງຂັ້ນບັນໄດແບບ Bench terracesໃນປະເທດຣູເປຊື່ວ່າ: Incas ຫຼື Per-incas of peruມີອາຍຸກໍ່ສ້າງ4000ປີມາແລ້ວເຊິ່ງສ້າງຄັນດິນດ້ວຍກ້ອນຫີນ.ນອກຈາກນີ້ການສ້າງຂັ້ນໄດໃນປະເທດຊີເລຍ,ຟີລີນ,ສາທາລະນະລັດປະຊາຊົນຈີນ,ຍີ່ປຸ່ນມີອາຍຸຫຼາຍກ່ວາ2000ປີ ແລະ ໃນສ່ວນປະເທດອິນໂດເນເຊຍຂັ້ນບັນໄດທີ່ສ້າງຂຶ້ນກໍ່ມີອາຍຸຫຼາຍກ່ວາຮ້ອຍປີມາແລ້ວແລະຍັງຄົງໃຊ້ຈົນເຖິງທຸກວັນນີ້.ການສ້າງຂັ້ນບັນໄດທຸກວັນນີ້ຍັງຄົງນິຍົມເທິງພູເຂົາຫຼືພື້ນທີ່ທີ່ມີຄວາມຄ້ອຍຊັນໂດຍສ້າງຫຼືປັບສະພາບພື້ນທີ່ໃຫ້ມີລັກສະນະເປັນຂັ້ນຄ້າຍຄືບັນໄດຫຼືເອີ້ນວ່າ:ພະໜັງດິນຫີນ (Stonewall). ການເຮັດຂັ້ນບັນໄດໝາຍເຖິງການກໍ່ສ້າງຄັນດິນຫຼືຄັນຫີນ (Earthembank ment) . ໂດຍວາງຕົວຂວາງກັບຄວາມຄ້ອຍຊັນຂອງທິດທາງນໄຫຼຈຶ່ງເປັນການດັດແປງສະພາບພື້ນທີ່ເພື່ອໃຫ້ເກີດການພັງທະລາຍຂອງໜ້າດິນຫຼຸດລົງແລະເປັນການອະນຸລັກນອີກດ້ວຍ.ການເຮັດຂັ້ນບັນໄດຫຼຸດຜ່ອນການພັງທະລາຍຂອງດິນເພາະເປັນການຫຼຸດຄວາມຍາວຂອງຄວາມຄ້ອຍຊັນຂອງພື້ນທີ່(Slope length),ການເຮັດຂັ້ນບັນໄດຍັງຫຼຸດປະລິມານການໄຫຼບ່າຂອງນດທິງຜິວດິນເຮັດໃຫ້ນຊຶມລົງໃນດິນໄດ້ຫຼາຍຂຶ້ນ,ຫຼຸດຜ່ອນນນາໍ້ຖ້ວມແລະຍັງປ້ອງກັນການພັງທະລາຍທີ່ມັກເກີດເປັນຮ່ອງນຂະໜາດໃຫ່ຍ.
ການປູກໝາກໜອດທີ່ເມືອງຄູນແຂວງຊຽງຂວາງ
ໝາກໜອດແມ່ນໝາກໄມ້ທີ່ເກີດຢູ່ໃນປ່າ ແລະ ຊາວບ້ານກໍ່ເກັບເອົາມາຂາຍ. ໝາກໜອດປ່າ ຂອງລາວມື ເປືອກເປັນສີມ້ວງແກ່ ແລະ ແລະ ມີກິ່ນຫອມ. ໂຮງງານແປຮູບໝາກໄມ້ ໂພນງາມໃຕ້ ແມ່ນຜູ້ເກັບຊື້ໝາກໜອດ ເພື່ອສະກັດເອົານ ຳຫົວເຊື້ອ ແລ້ວສົ່ງໃຫ້ກຸ່ມບໍລິສັດກະສິກອນລາວ ໃນນະຄອນຫຼວງວຽງຈັນເພື່ອຜະລິດ ກວານໝາກໜອດສົ່ງອອກຂາຍໃຫ້ປະເທດຕ່າງໆໃນທະ ວີບເອີລົບ.
ການຜະລິດເຂົ້ານາແຊງໃນພື້ນທີ່ດິນສູງ
ອຸນຫະພູມໜາວໃນຊ່ວງເດືອນທັນວາ ຫາ ເດືອນມັງກອນແມ່ນເປັນບັນຫາໜື່ງໃນການຕົກກ້ານາແຊງຢູ່ ສປປ ລາວໂດຍສະເພາະພື້ນທີ່ທີ່ມີລະດັບສູງຈາກໜ້ານ ຳທະເລ 600 ມ ຂື້ນໄປ. ອຸນຫະພູມໜາວເປັນສາຍເຫດເຮັດໃຫ້ ກ້າບໍ່ແຕກງອກດີ ແລະ ເຮັດໃຫ້ກ້າບໍ່ຂື້ນ ແລະ ຍັງເຮັດໃຫ້ອາຍຸຂອງເຂົ້າແກ່ຍາວອີກດ້ວຍ. ພື້ນທີ່ສູງເທົ່າໃດ, ບັນ ຫາເຫຼົ່ານີ້ແມ່ນກໍ່ເພີ່ມຂື້ນເທົ່ານັ້ນ. ວິທີທີ່ສາມາດແກ້ໄຂບັນຫາດັ່ງກ່າວຕ້ອງນ ຳໃຊ້ແນວພັນທີ່ເໝາະສົມ ແລະ ນ ຳ ໃຊ້ຜ້າຢາງປົກຄຸມຕາກ້າເວລາຕົກກ້າ.
ການປູກໝາກມີ້
ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີ້ໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນ ການປະຕິບັດຕ່າງໆລວມທັງຄຸນປະໂຫຍດຂອງການປູກໝາກໜີ້ທ້ອງຖິ່ນບ້ານ ພູເມືອງ ເມືອງຄໍາ ແຂວງຊຽງຂວາງ ໂດຍແມ່ນຄູເຝິກຊຸມຊົນເປັນຜູ້ໃຫ້ຂໍ້ມູນ ແລະຂຽນດ້ວຍຕົນເອງໂດຍຜ່ານການຮັບຮອງ ແລະຮຽບຮຽງຈາກຫ້ອງການ ສຶກສາປະຈໍາເມືອງ, ພະແນກສຶກສາປະຈໍາແຂວງ, ສູນອົບຮົມຮ່ວມພັດທະ ນາ, ກົມພາລະ ແລະສິລະປະສຶກສາ (ກະຊວງສຶກສາທິການ).
ຄູ່ມືວິທີການປູກຕົ້ນແປກ
ການສ້າງຄວາມຍືນຍົງແມ່ນການທີ່ຈະເຮັດແນວໃດບໍ່ໃຫ້ ປ່າແປກໝົດໄປ. 1. ແຕ່ລະປີປະຊາຊົນພາຍໃນບັນຈະຕ້ອງພາກັນໄປປູກຕົ້ນ ແປກເພື່ອທົດແທນຕົ້ນທີ່ປູກບໍ່ໄດ້ຜົນ(ຕົ້ນທີ່ຕາຍ 2. ແຕ່ລະປີຈະມີການຂະຫຍາຍພື້ນທີ່ປູກປ່າແປກໄປພູໜ່ວຍ ໃໝ່ທຸກໆປີ ແຕ່ລະຄອບຄົວຕ້ອງໄດ້ປູກຢ່າງ ໜ້ອຍ 200 ຕົ້ນຂຶ້ນໄປຕໍ່ພູ ໜຶ່ງໜ່ວຍ.
ການປູກກ້ວຍ
ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີ້ໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນ ການປະຕິບັດຕ່າງໆລວມທັງຄຸນປະໂຫຍດຂອງການປູກກ້ວຍທ້ອງຖິ່ນ ບ້ານ. ນາປາ ເມືອງ ຄໍາ. ແຂວງຊຽງຂວາງໂດຍແມ່ນຄູເຝິກຊຸມຊົນເປັນຜູ້ ໃຫ້ຂໍ້ມູນ ແລະຂຽນດ້ວຍຕົນເອງໂດຍຜ່ານການຮັບຮອງແລະຮຽບຮຽງຈາກ ຫ້ອງການສຶກສາປະຈໍາເມືອງ. ພະແນກສຶກສາປະຈ ໍາແຂວງ, ສູນອົບຮົມຮ່ວມ ພັດທະນາ, ກົມພາລະ ແລະສິລະປະສຶກສາ (ກະຊວງສຶກສາທິການ).


