ແຜ່ນພັບເຕັກນິກການປູກຖົ່ວເຫລືອງ
ເຕັກນິກການປູກຖົ່ວເຫຼືອງ: 1. ການກຽມດິນ 2. ລະດູປູກ. 3. ອັດຕາການປູກ 4. ການກຳຈັດວັດສະພືດ 5. ການໃສ່ຝຸ່ນ 6. ການປ້ອງກັນ ແລະ ກຳຈັດແມງໄມ້
ເຕັກນິກການປູກຖົ່ວເຫລືືອງ
ເຕັກນິກການປູກສາລີ
ການປູກສາລີເປັນສິນຄ້າແມ່ນໄດ້ຮັບການສົ່ງເສີມ, ສາລີເປັນພືດບູລະມະສິດຂອງປະເທດ ທີ່ມີຄວາມຕ້ອງການສູງທັງຕະຫລາດທ້ອງຖີ່ນ ແລະ ສາກົນ. ການປູກສາລີສ່ວນຫຼາຍແມ່ນປູກເພື່ອຂາຍພືດອາຫານສັດ ແລະ ປູກເພື່ອສົ່ງອອກໄປບັນດາປະເທດໃກ້ຄຽງ, ເນື້ອທີ່ປູກສາລີຢູ່ລາວໄດ້ເພີ່ມຂື້ນຢ່າງວ່ອງໄວໃນຊູມປີຜ່ານມາ ແລະ ໃນປະຈຸບັນໄດ້ຈັດລຽງເປັນພືດອັນດັບ 3 ຮອງຈາກ ເຂົ້າ ແລະ ມັນຕົ້ນ
ການຈັດການສັດຕູພືດແບບປະສົມປະສານ
ນໍາສະເໜີລາຍຊື່ສັດຕູພືດ ໃນສວນໝາກກ້ຽງ ແລະ ຫລັງການເກັບກ່ຽວ. ຄູ່ມືການສໍາຫລວດ ແລະ ການວິໄຈສັດຕູພືດຂອງໝາກກ້ຽງ ແລະ ຫລັງການເກັບກ່ຽວ. ຂໍ້ແນະນໍາໃນການປ້ອງກັນ ແລະ ກຳຈັດສັດຕູພືດຂອງໝາກກ້ຽງ. ສະຫລຸບ
ປື້ມຄູ່ມືແນະນຳວິທີໃຊ້ເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະ ໄມ້ໃຫ້ໝາກ ໃນເຂດເນີນສູງ
ປື້ມຄູ່ມືນີ້ ມີຈຸດປະສົງເຮັດໃຫ້ການນໍາໃຊ້ເຄື່ອງມືງ ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນ ຂອງການນໍາໃຊ້ ເເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະໄມ້ໃຫ້ໝາກ ໃນເຂດເນີນສູງເພື່ອນໍາເຂົ້າໃນການຜະລິດກະສິກຳໃນເຂດແຫ້ງແລ້ງ ແລະ ເຂດນໍ້າຖ້ວມ ເພື່ອປັບປຸງທາງດ້ານກະສິກຳໃຫ້ແທດເໝາະກັບ ການປ່ຽນແປງດິນຟ້າອາກາດໃນແຕ່ລະທ້ອງຖີ່ນ.
ປຶ້ມຄູ່ມືການຜະລິດເມັດພັນຖົ່ວດິນ
ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ (ສສຄກປ) ແມ່ນໂຄງການຈຸດສຸມຂອງ ລັດຖະບານທີ່ ພະຍາຍາມເສີມຂະຫຍາຍຕົວແບບ ແລະ ຕໍ່ຍອດບັນດາໂຄງການຕ່າງໆທີ່ມີຜົນສໍາເລັດສູງຢູ່ໃນບັນດາແຂວງ ທົ່ວປະເທດ ໂດຍສະເພາະຢູ່ 5 ແຂວງ ພາກໃຕ້ ເພື່ອນໍາເອົາບັນດາຮູບແບບການປູກ-ການລ້ຽງ ທີ່ມີປະສິດທິຜົນສູງນຳມາເຜີຍແຜ່ອອກ ສູ່ສັງຄົມຢ່າງກວ້າງຂວາງ. ໂດຍໂຄງການໄດ້ຮັບການຮ່ວມມືຈາກກົມວິຊາການຕ່າງຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສາກົນຕ່າງໆລວມທັງສ່ວນຜູ້ປະກອບການຜູ້ຜະລິດແນວພັນ ແລະ ອື່ນໆ ເປັນຕົ້ນແມ່ນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ (ບັນດາສູນຄົ້ນຄວ້າ ແລະ ຜະລິດແນວພັນຕ່າງໆ).
ການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ເພື່ອຮອງຮັບການປ່ຽນແປງຂອງ ສະພາບແວດລ້ອມ ຢູ່ ສປປ ລາວ
ການຄົ້ນຄວ້າ ແລະ ພັດທະນາ ແນວພັນເຂົ້າຫອມທ່າດອກຄໍາ 8
ການຄົ້ນຄວ້າ ແລະ ການພັດທະນາ ລະບົບເຮືອນຮົ່ມ ສໍາລັບຊາວກະສິກອນຂະໜາດ ນ້ອຍ ເພື່ອເພິ່ມຜົນຜະລິດພືດຜັກໃນລະດູຝົນ
ພືດຜັກ ເປັນພືດທີ່ມີຄວາມສຳຄັນ ໃນດ້ານຄຸນຄ່າທາງດ້ານອາຫານ ແລະເສດຖະກິດ – ມີຄຸນຄ່າທາງດ້ານໂພສະນາການ ວິຕະມິນ, ແຮ່ທາດ, ໂປຣຕິນ, ທາດແປ້ງ ແລະໄຂມັນ ທີ່ຈຳເປັນຕໍ່ຮ່າງກາຍ – ເປັນພືດທີ່ສາມາດໃຫ້ຜົນຕອບແທນ (ກຳໄລ)ສູງຕໍ່ເນື້ອທີ່
ຄຸ່ມືການນຳໃຊ້ ແນວພັນຖົ່ວເຫຼືອງນາພອກ 1
ແນວພັນຖົ່ວເຫຼືອງ ນາພອກ 1 (Naphok 1) ແມ່ນໄດ້ຈາກການປະສົມ ພັນຂອງ ຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກ ຈົນໃຫ້ມີຄວາມຄົງ ຕົວ ໃນລຸ້ນ F10 ຈາກທັງໝົດ 10 ສາຍພັນ ໄດ້ທົດສອບໃນພື້ນທີ່ຂອງ ຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເມືອງ ຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸ່ນ ແຂວງອຸດົມໄຊ ເຫັນວ່າ ມີ 1 ສາຍ ພັນ ຄື ສາຍພັນ ARC2007-P3-13-1 (ນາພອກ 1) ໄດ້ໃຫ້ຜົນຜະລິດ ດີທີ່ສຸດ, ປັບຕົວໄດ້ດີ ໃນຫລາຍສະພາບແວດລ້ອມ ແລະ ຫລາຍສະພາບດິນ.


