ປຶ້ມຄູ່ມືສົ່ງເສີມເຕັກນິກການລ້ຽງໄກ່ລາດ

ປຶ້ມຄູ່ມືເຫລັ້ມນີ້ ຈັດພິມຂຶ້ນເພື່ອເປັນເຄື່ອງມືທາງດ້ານວິຊາການໃນການ ນໍາໄປຈັດຕັ້ງປະຕິບັດ ຂອງຊາວກະສິກອນໃນສະພາບການປ່ຽນແປງດິນຟ້າ ອາກາດທີ່ເກີດຂຶ້ນໃນປະຈຸບັນ ຊຶ່ງເປັນສາຍເຫດເຮັດໃຫ້ມີການສູນເສຍແນວ ພັນໄກ່ໄປໃນແຕ່ລະປີເປັນຈໍານວນບໍ່ໜ້ອຍ. ຊາວກະສິກອນບາງຄອບຄົວເກີດ ເສຍກຳລັງໃຈຍ້ອນວ່າໄກ່ທີ່ລ້ຽງເກີດການລະບາດຂອງພະຍາດ ເຮັດໃຫ້ໄກ່ຕາຍ ແລະ ຂາດການຈັດການ-ຄຸ້ມຄອງທີ່ດີ. ສະນັ້ນ ການຕອບໂຕ້ ແລະ ຮັບມືກັບ ສະພາບດັ່ງກ່າວ ແມ່ນເປັນບັນຫາທີ່ສໍາຄັນ ແລະ ຮີບດ່ວນ ເພື່ອເຮັດໃຫ້ການສູນ ເສຍໜ້ອຍລົງ ແລະ ກຽມຄວາມພ້ອມສໍາລັບການແກ້ໄຂບັນຫາໃນສະເພາະໜ້າ, ຍາວນານ ແລະ ໝັ້ນຄົງ. ປຶ້ມຄູ່ມືດັ່ງກ່າວນີ້ ແມ່ນໄດ້ພັດທະນາໂດຍທິມງານຂອງສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ທິມງານຂອງ ໂຄງການກະສິກຳເພື່ອໂພຊະນາການ ໂດຍມີຈຸດປະສົງ ເພື່ອເປັນບ່ອນອີງໃຫ້ແກ່ ພະນັກງານວິຊາການ ໃນການນໍາໄປຊຸກຍູ້ສົ່ງເສີມການລ້ຽງໄກ່ຂອງຄອບຄົວຊາວ ກະສິກອນໃຫ້ໄດ້ຮັບປະສິດທິຜົນສູງ ໃນສະພາບການທີ່ມີການປ່ຽນແປງຂອງດິນ ຟ້າອາກາດ.

ປຶ້ມຄູ່ມືສົ່ງເສີມເຕັກນິກການລ້ຽງໝູຂຸມ

ປຶ້ມຄູ່ມືແນະນໍາເຕັກນິກການລ້ຽງໝູຂຸມ ສໍາລັບຊາວກະສິກອນ ໄດ້ຖືກ ພັດທະນາຂຶ້ນ ໃຫ້ມີລັກສະນະງ່າຍດາຍ ສາມາດເຂົ້າໃຈງ່າຍ ແລະ ນໍາໄປປະ ຕິບັດ ໄດ້ງ່າຍ ໃນທ້ອງຖິ່ນຕົນ ເພາະຜູ້ຂຽນໄດ້ເນັ້ນເຖີງການນໍາໃຊ້ອຸປະກອນ ວັດ ຖ ດິບອາຫານສັດ ແລະ ແນວພັນທີ່ມີໃນທ້ອງຖິ່ນ. ເຕັກນິກການການລ້ຽງໝູຂຸມ ເພື່ອບປະກັນທາງດ້ານສະບຽງ ແລະ ຜະລິດເປັນສິນຄ້າ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.

ການລ້ຽງຈີ້ງຫຼີດຢູ່ປະເທດລາວ

ຈຸດປະສົງ: ພັດທະນາວິທີການອາຫານໃນລາຄາຜ່ອນ ໂດຍການລ້ຽງຈີ້ງຫຼີດຊຶ່ງບໍລິໂພກໄດ້ ອັນເໝາະສົມ ກັບຊາວບ້ານທີ່ມີລາຍໄດ້ຕ່ຳໂດຍບໍ່ຕ້ອງອາໃສໄກ່ເປັນແຫຼ່ງອາຫານ. ວິທີການດັ່ງກ່າວນີ້ກໍເພື່ອແນໃສ່ ຄວາມໝັ້ນຄົງ ຂອງເຄື່ອງບໍລິໂພກ ດ້ວຍການປັບປຸງຄຸນນະພາບ ຂອງໂພຊະນາອາຫານ ແລະວິທີດັ່ງ ກ່າວນີ້ກໍຍັງຢູ່ໃນຂອບເຂດຂອງການອະນຸລັກສິ່ງແວດລ້ອມ, ລະບົບນິເວດ ແລະຊີວະນາໆພັນອີກດ້ວຍ.

ຄຳສັງວ່າດ້ວຍ ການຕ້ານ, ເຝົ້າລະວັງ, ຄວບຄຸມ ແລະ ປ້ອງກັນພະຍາດປາກເປື່ອຍລົງເລັບ

ເຖິງ: ທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາເຈົ້າເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ລ້ຽງສັດເລັບຄູ່ ( ງົວ,ຄວາຍ, ແບ້ ແລະ ໝູ ). – ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ,ລົງວັນທີ 11 ພະຈິກ 2016. – ອີງຕາມ ລາຍງານ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0172/ກປ, ລົງວັນທີ02 ມີນາ 2018. – ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 28 ມີນາ 2018.

ວ່າດ້ວຢາຕ້ານເຊື້ອຈຸລະຊີບ ສຳລັບ ສັດ ແລະ ສັດນ້ຳ

– ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016; – ອີງຕາມ ດຳລັດວ່າດ້ວຍຢາສັດຕະວະແພດ ເລກທີ 199/ລບ, ລົງວັນທີ 13 ມີນາ 2020; – ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສີກຳ ແລະ ປ່າໄມ້ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017;ອີງຕາມ ໜັງສືສະເໜີຂອງກົມລ້ຽງສັດ ແລະ ການປະມົງ ເລກທີ 0717/ກລປ, ລົງວັນທີ 31 ມີນາ 2021; – ອີງຕາມ ການຄົ້ນຄວ້າ ແລະ ສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0226/ກບນ, ລົງວັນທີ 07 […]

ວິທີການປະຕິບັດ ໃນກໍລະນີສັດເກີດພະຍາດຜິວໝັງອັກເສບຕິດຕໍໍ່ຂອງງົວ-ຄວາຍ

ພະຍາດຜິວໜັງອັກເສບຕິດຕໍໍ່ຂອງງົວຄວາຍເກີດຈາກເຊື້ອໄວລັດສ Lumpy Skin Disease virus ໃນຕະກຸນ Capripoxvirus ຊຶ່ງພະຍາດນີ້ເກີດຂ ື້ນກັບສັດປະເພດງົວ ແລະ ຄວາຍເທົ່ານັ້ນ ບໍໍ່ສາມາດຕິດແປດສູ່ຄົນ. ພະຍາດນີ້ຈະມີການແຜ່ລະບາດໃນ ລະດູທີຶ່ມີອາກາດອົບອຸູ່ນ ແລະ ຊຸມ ແລະ ໃນຍາມທີ່ມີແມງດູດເລືອດອອກເຄືອນໄຫວຫາກິນ. ພະຍາດນີ້ ເຮັດໃຫ້ສູນເສຍການຜະລິດທີຶ່ສໍາຄັນ ເນື່ອງຈາກການຜະລິດນົມຫຼຸດລົງ,ບັນຫາການຈະເລີນພັນ, ການແທ້ງລູກ, ຜິວໜັງເສຍຫາຍ, ນໍ້າໜັກຫຼຸດລົງ ແລະ ເຮັດໃຫ້ສັດຕາຍ.

ດຳລັດ ວ່າດ້ວຍການຄວບຄຸມພະຍາດສັດລະບາດ

– ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ່ 02/ສພຊ, ລົງວັນທີ່ 06 ພຶດສະພາ 2003. – ອີງຕາມກົດໝາຍ ວ່າດ້ວຍກະສິກ ຳ ສະບັບເລກທີ່ 01/98 ສພຊ, ລົງວັນທີ່ 10/10/1998. – ອີງຕາມໜັງສືສະເໜີ ຂອງລັດຖະມົນຕີວ່າການກະຊວງກະສິກ ຳ ແລະ ປ່າໄມ້ ເລກທີ່ ລົງວັນທີ່

ພະຍາດອະຫິວາໝູອາຟຣິກາ (ASF)

ຢ່າປ່ອຍໃຫ້ໝູຂອງທ່ານຕາຍຍ້ອນພະຍາດອະຫິວາໝູອາຟຣິກາ (ASF) ໃຫ້ປະຕິບັດຕາມມາດຕະການທີ່ເປັນພື້ນຖານຄວາມປອດໄພທາງຊີວະພາບເພື່ອ ໃຫ້ຟາມຂອງທ່ານປາດສະຈາກພະຍາດອະຫິວາໝູອາຟຣິກາ (ASF)

ຄູ່ມືການລ້ຽງໝູ

ການຜະລິດຫມູ ແມ່ນເປັນສ່ວນສໍາຄັນໃນການຕອບສະຫນອງທາງດ້ານສະບຽງອາຫານ ແລະ ສ້າງວິຊາອາຊີບ ທີ່ສາມາດດໍາເນີນການຜະລິດເປັນເສດຖະກິດການຄ້າ ໂດຍສະເພາະແມ່ນສ້າງລາຍຮັບຄອບຄົວ ແລະ ແກ້ໄຂ ຄວາມທຸກຍາກຂອງສັງຄົມ. ເຖິງຢ່າງໃດກໍ່ຕາມ, ການລ້ຽງຫມູຍັງເປັນເຕັກນິກວິທະຍາສາດ ທີ່ສົ່ງຜົນຕໍ່ກັບຜູ້ລ້ຽງ ຫມູພົບຂໍ້ຈຳກັດ ເນື່ອງຈາກການລ້ຽງຫມູມີຕົ້ນທຶນດ້ານອາຫານສູງ ແລະ ມີມູນຄ່າການກໍ່ສ້າງໂຮງເຮືອນ-ຄອກ ກວມເອົາຈໍານວນຫລາຍ ເມື່ອທຽບໃສ່ກັບການລ້ຽງສັດຊະນິດອື່ນໆ. ສະນັ້ນ, ຄວາມເຂົ້າໃຈຕໍ່ກັບເຕັກນິກການ ຈັດການລ້ຽງ ບໍ່ວ່າຈະເປັນດ້ານການຈັດການອາຫານ, ທາງດ້ານແນວພັນ ແລະ ດ້ານສຸຂະພາບຫມູ ເປັນປັດໄຈຕົ້ນຕໍ ທີ່ສົ່ງຜົນຕໍ່ກັບການເພີ່ມຜົນຜະລິດ ແລະ ປະສິດທິພາບຂອງການຈະເລີນເຕີບໂຕ ຊຶ່ງຢັ້ງຢືນເຖິງຜົນຕອບແທນທາງ ດ້ານຜົນກໍາໄລຂອງຜູ້ລ້ຽງຫມູ.