ບຸນເລີດ ສີວິໄລ
ການຜະລິດຫມູ ແມ່ນເປັນສ່ວນສໍາຄັນໃນການຕອບສະຫນອງທາງດ້ານສະບຽງອາຫານ ແລະ ສ້າງວິຊາອາຊີບ ທີ່ສາມາດດໍາເນີນການຜະລິດເປັນເສດຖະກິດການຄ້າ ໂດຍສະເພາະແມ່ນສ້າງລາຍຮັບຄອບຄົວ ແລະ ແກ້ໄຂ ຄວາມທຸກຍາກຂອງສັງຄົມ. ເຖິງຢ່າງໃດກໍ່ຕາມ, ການລ້ຽງຫມູຍັງເປັນເຕັກນິກວິທະຍາສາດ ທີ່ສົ່ງຜົນຕໍ່ກັບຜູ້ລ້ຽງ ຫມູພົບຂໍ້ຈຳກັດ ເນື່ອງຈາກການລ້ຽງຫມູມີຕົ້ນທຶນດ້ານອາຫານສູງ ແລະ ມີມູນຄ່າການກໍ່ສ້າງໂຮງເຮືອນ-ຄອກ ກວມເອົາຈໍານວນຫລາຍ ເມື່ອທຽບໃສ່ກັບການລ້ຽງສັດຊະນິດອື່ນໆ. ສະນັ້ນ, ຄວາມເຂົ້າໃຈຕໍ່ກັບເຕັກນິກການ ຈັດການລ້ຽງ ບໍ່ວ່າຈະເປັນດ້ານການຈັດການອາຫານ, ທາງດ້ານແນວພັນ ແລະ ດ້ານສຸຂະພາບຫມູ ເປັນປັດໄຈຕົ້ນຕໍ ທີ່ສົ່ງຜົນຕໍ່ກັບການເພີ່ມຜົນຜະລິດ ແລະ ປະສິດທິພາບຂອງການຈະເລີນເຕີບໂຕ ຊຶ່ງຢັ້ງຢືນເຖິງຜົນຕອບແທນທາງ ດ້ານຜົນກໍາໄລຂອງຜູ້ລ້ຽງຫມູ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ຄູ່ມື

published in 2022, ລາວ language

Image