ໂຄງການສົ່ງເສີມຊາວບ້ານ ເຮັດການຄົ້ນຄວ້າ
ບ້ານຫາດຄໍ້ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງປາກອູ ຫ່າງຈາກສໍານັກເມືອງປາກອຸປະມານ 2 ກິໂລແມັດ, ຢູ່ລຽບຕາມແຄມແມ່ນໍ້າອູ ມີປະຊາຊົນອາໄສຢູ່ 159 ຄອບຄົວ, ມີພົນລະເມືອງ ທັງໝົດ 779 ຄົນ, ຍິງ 387 ຄົນ, ມີແຮງງານທັງໝົດ 269 ແຮງງານ ເປັນຍິງ 137 ແຮງງານ. ບ້ານຫາດຄໍ້ ເປັນບ້ານຊົນເຜົ່າລື້ ທີ່ມີມູນເຊື້ອດຸໝັ່ນຂະຫຍັນພຽນມາແຕ່ ບູຮານນະການ. ທິດເໜືອຕິດກັບບ້ານຜາທຶງ, ທິດໃຕ້ຕິດກັບບ້ານຫາດຍາ ແລະ ບ້ານສົມສະ ນຸກ, ທິດຕາເວັນອອກຕິດກັບບ້ານຫ້ວຍເລີນ ແລະ ທິດຕາເວັນຕົກຕິດກັບບ້ານຫ້ວຍຄໍ້. ອາຊີບຕົ້ນຕໍແມ່ນເຮັດນາປູກເຂົ້າ, ຖືເອົາການປູກຝັງ ລ້ຽງສັດ ແລະ ຄ້າຂາຍ, ບໍລິການ ເປັນ ອາຊີບສໍາຮອງ, ປະຈຸບັນບ້ານຫາດຄໍ້ມີຄອບຄົວກຸ້ມກິນ 104 ຄອບຄົວ, ຄອບຄົວເຫຼືອກິນ 52 ຄອບຄົວ ແລະ ຂາດກິນຍັງເຫຼືອພຽງແຕ່ 3 ຄອບຄົວ ເນື່ອງຈາກຄວາມເປັນພິການຂາ ກຸດ ແຂນຂາດ ແຕ່ກໍ່ມີລາຍໄດ້ຈາກການປະກອບອາຊີບຈັກສານ. ສະຫຼຸບລວມແລ້ວບ້ານຫາດ ຄໍ້ສາມາດກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ 100%.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ

published in 2022, ລາວ language

Image