ພະຍາດອະຫິວາໝູອາຟຣິກາ (ASF)

ຢ່າປ່ອຍໃຫ້ໝູຂອງທ່ານຕາຍຍ້ອນພະຍາດອະຫິວາໝູອາຟຣິກາ (ASF) ໃຫ້ປະຕິບັດຕາມມາດຕະການທີ່ເປັນພື້ນຖານຄວາມປອດໄພທາງຊີວະພາບເພື່ອ ໃຫ້ຟາມຂອງທ່ານປາດສະຈາກພະຍາດອະຫິວາໝູອາຟຣິກາ (ASF)

ຄູ່ມືການລ້ຽງໝູ

ການຜະລິດຫມູ ແມ່ນເປັນສ່ວນສໍາຄັນໃນການຕອບສະຫນອງທາງດ້ານສະບຽງອາຫານ ແລະ ສ້າງວິຊາອາຊີບ ທີ່ສາມາດດໍາເນີນການຜະລິດເປັນເສດຖະກິດການຄ້າ ໂດຍສະເພາະແມ່ນສ້າງລາຍຮັບຄອບຄົວ ແລະ ແກ້ໄຂ ຄວາມທຸກຍາກຂອງສັງຄົມ. ເຖິງຢ່າງໃດກໍ່ຕາມ, ການລ້ຽງຫມູຍັງເປັນເຕັກນິກວິທະຍາສາດ ທີ່ສົ່ງຜົນຕໍ່ກັບຜູ້ລ້ຽງ ຫມູພົບຂໍ້ຈຳກັດ ເນື່ອງຈາກການລ້ຽງຫມູມີຕົ້ນທຶນດ້ານອາຫານສູງ ແລະ ມີມູນຄ່າການກໍ່ສ້າງໂຮງເຮືອນ-ຄອກ ກວມເອົາຈໍານວນຫລາຍ ເມື່ອທຽບໃສ່ກັບການລ້ຽງສັດຊະນິດອື່ນໆ. ສະນັ້ນ, ຄວາມເຂົ້າໃຈຕໍ່ກັບເຕັກນິກການ ຈັດການລ້ຽງ ບໍ່ວ່າຈະເປັນດ້ານການຈັດການອາຫານ, ທາງດ້ານແນວພັນ ແລະ ດ້ານສຸຂະພາບຫມູ ເປັນປັດໄຈຕົ້ນຕໍ ທີ່ສົ່ງຜົນຕໍ່ກັບການເພີ່ມຜົນຜະລິດ ແລະ ປະສິດທິພາບຂອງການຈະເລີນເຕີບໂຕ ຊຶ່ງຢັ້ງຢືນເຖິງຜົນຕອບແທນທາງ ດ້ານຜົນກໍາໄລຂອງຜູ້ລ້ຽງຫມູ.

ຄູ່ມືການລ້ຽງໄກ່ລາດ

ປຶ້ມຄູ່ມື ເຕັກນິກການລ້ຽງໄກ່ລາດ ສະບັບນີ້ ໄດ້ຂຽນ ແລະ ຮວບລວມຂໍ້ມູນ ເພື່ອເປັນຄວາມຮູ້ ໃຫ້ແກ່ ການຈັດຕັ້ງປະຕິບັດ ໃນການລ້ຽງໄກ່ລາດຂັ້ນພື້ນຖານ ໃຫ້ແກ່ຜູ້ທີ່ສົນໃຈທີ່ຢາກຈະລ້ຽງໄກ່ ແລະ ຜູ້ທີ່ລ້ຽງໄກ່ຢູ່ແລ້ວ ສາມາດນໍາໃຊ້ຂໍ້ມູນທາງເຕັກນິກຈາກປຶ້ມຫົວນີ້ໄປຈັດຕັ້ງປະຕິບັດເພື່ອການປັບປຸງ-ປ່ຽນແປງທີ່ດີຂຶ້ນ. ຜູ້ຂຽນໄດ້ຄັດຈ້ອນ ແລະ ຮວບລວມຈາກຄວາມຮູ້ທາງດ້ານວິທະຍາສາດ, ຜົນການຄົ້ວຄວ້າຈາກປື້ມຄູ່ມືຫຼາຍໆບ່ອນ ແລະ ຈາກປະສົບ ການທີ່ໄດ້ຈັດຕັ້ງປະຕິບັດຕົວຈິງມາໄວ້ໃນປື້ມຫົວນີ້ ເຊື່ອແນ່ວ່າຂໍ້ມູນທີ່ມີຢູ່ຈະຊ່ວຍເພີ່ມຄວາມຮູ້ ແລະ ຊ່ວຍແກ້ບັນຫາ ໃນການລ້ຽງໄກ່ບໍ່ຫຼາຍກໍ່ໜ້ອຍ.

ຄູ່ມືການລ້ຽງງົວ (ທອມງົວ)

ປະເທດລາວເປັນປະເທດໜຶ່ງ ທີ ່ມີລັກສະນະພູມສັນຖານເໝາະສົມ ແກ່ການພັດທະນາດ້ານກະສິກຳ ປະຊາກອນ 90 % ແມ່ນຖືເອົາອາຊີບກະສິກຳເຮັດການຜະລິດເຊັ່ນ: ປູກຝັງ ແລະ ລ້ຽງສັດ ເຖິງແມ່ນວ່າການ ລ້ຽງສັດໃຫຍ່ພາຍໃນປະເທດຈະໃຊ້ເວລາມາໄດ້ຫຼາຍສັດຕະວັດມາແລ້ວກໍຕາມແຕ່ບັນຫາທີ່ພົບພໍ້ໃນປັດຈຸບັນກໍຄື ການຂາດແຄນແຫຼ່ງອາຫານສັດໂດຍສະເພາະແມ່ນຊ່ວງລະດູແລ້ງເຖິງແມ່ນວ່າປະເທດເຮົາຈະມີແຫຼ່ງວັດຖຸດິບອາຫານ ສັດທີ່ທົດແທນຢ່າງພຽງພໍກໍຕາມເຊັ່ນ: ເຟືອງເຂົ້າ ແຕ່ວ່າເຟືອງເຂົ້າແມ່ນມີຄຸນຄ່າທາງດ້ານອາຫານຕໍ່າ ເຊິ່ງມີທາດຊີ້ນ ພຽງແຕ່ 3-4% ພ້ອມທັງມີເຍື່ອໃຍສູງ ແລະ ຍາກຕໍ່ການຍ່ອຍຂອງສັດລ້ຽງ. ສະນັ້ນ, ໃນການລ້ຽງງົວເຮົາຕ້ອງໄດ້ນໍາ ໃຊ້ສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ ແລະ ສິ່ງເສດເຫຼືອຈາກກະສິກຳເຂົ້າມາຊ່ວຍເຊັ່ນ: ໃບມັນຕົ້ນ, ຫົວ ມັນຕົ້ນ, ກາກເບຍ, ກາກປາມ, ກາກປາແດກ, ກາກໝາກເດືອຍ, ກາກມັນສາຄູ ແລະ ອື່ນໆ ເພື່ອນໍາມາໃຊ້ທົດ ແທນເຟືອງ, ຫຍ້າຕາມທຳມະຊາດ ເພື່ອເຮັດໃຫ້ສັດລ້ຽງມີການຈະເລີນເຕີບໂຕໄດ້ດີຂຶ້ນກວ່າເກົ່າ.

ການເຮັດຫຍ້າໝັກ (Silage)

ການເຮັດຫຍ້າໝັກ: – ລັກສະນະຂອງຫຍ້າຫມັກ – ປັດໄຈທີ່ເຮັດຫຍ້າໝັກ – ຂັ້ນຕອນການເຮັດ – ຂໍ້ດີ ແລະ ຂໍ້ເສຍ

ຄູ່ມືການລ້ຽງແບ້

ປຶ້ມຄູ ່ມື “ເຕັກນິກການລ້ຽງແບ້” ສະບັບນີ້ ໄດ້ຂຽນ ແລະ ຮວບຮວມເພື່ອນໍາສະເໜີຄວາມຮູ້, ທັກສະ ແລະ ເຕັກນິກການປະຕິບັດຕົວຈິງຂັ້ນພື້ນຖານ, ສາມາດໃຊ້ເປັນອຸປະກອນໃນການຝຶກອົບຮົມເຕັກນິກການລ້ຽງແບ້ ໃຫ້ແກ່ຊາວ ກະສິກອນຜູ້ລ້ຽງແບ້, ນັກຮຽນນັກສຶກສາວິຊາຊີບ ຫຼື ຜູ້ທີ່ສົນໃຈທົ່ວໄປ. ຜູ້ຂຽນໄດ້ຮວບຮວມຈາກຄວາມຮູ້, ຜົນການຄົ້ນຄວ້າ, ແລະ ປະສົບການຕົວຈິງ ພ້ອມທັງບັນດາຂໍ້ມູນທາງ ວິທະຍາສາດ ແລະ ບັນດາຮູບພາບຕ່າງໆ ທີ່ກ່ຽວຂ້ອງໂດຍມີເປົ້າໝາຍເພື່ອແນະນໍາເຕັກນິກພື້ນຖານໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນການລ້ຽງແບ້ຂອງຊາວກະສິກອນ ໃນ ສປປ ລາວ

ຄູ່ມື ການຜະລິດລູກປານີນ ຈິດລັດດາ 4

ຈຸດປະສົງຄູ່ມືນີັ້ພັດທະນາຂື້ນມາ ເພືີ່ອປັບປຸງຄວາມຮູ້ຄວາມສາມາດ ຂອງພະນັກງານສົັ່ງເສີມການລ້ຽງປາ, ລະດັບຊາວກະສິກອນຂະໜາດນ້ອຍ, ກຸ່ມຜູ້ລ້ຽງປາ ແລະ ພາກສ່ວນຫົວໜ່ວຍເອກະຊົນ ນຳໃຊ້ເຕັກນິກວິຊາການຍົກສູງລະບົບການລ້ຽງປາໃນແຕ່ລະທ້ອງຖີີ່ນຢຸ່າງເກີດມີປະສິດຕິຜົນ. ບົນພື້ນຖານຄວາມຮຽກຮ້ອງຕ້ອງການພັດທະນາຄູ່ມືດັັ່ງກ່າວສໍາເລັດຜົນ, ຄະນະວິຊາການສະເພາະດ້ານ ກົມສົັ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ເຮັດວຽກປະສານງານກັບຫຼາຍພາກສ່ວນທາງດ້ານວິຊາການ ພະແນກກະສິກໍາ ແລະ ປາໄມ້ນະຄອນຫຼວງ. ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ນາຊາຍທອງ, ໄຊທານີ, ຫາດຊາຍຟອງ, ສູນສະຖານີອ້ອມຂ້າງກົມສົັ່ງເສີມຈຳນວນໜຶ່ງ, ໂຄງການ ໄຈກາ JICA ສະໜັບສະໜູນວິຊາການ ເຂົ້າໃນການຄົ້ນຄວ້າ, ທົດລອງ ແລະ ຜົນສໍາເລັດທີປະກອບໃນຄູ່ມື.

ການລ້ຽງງົວແມ່ຜະລິດລູກ

ການລ້ຽງງົວໃຫ້ໄດ້ຮັບຜົນກໍາໄລດີນັົ້ນ ໃນແຕ່ລະປີຈະຕ້ອງສາມາດໃຫ້ຜົນຜະລິດງົວນ້ອຍໄດ້ເປັນຈໍານວນຫຼາຍ ເຊັົ່ນ: ການເຮັດໃຫ້ງົວແມ່ພັນສາມາດໃຫ້ລູກເປັນປົກກະຕິປີລະໂຕ, ເຮັດໃຫ້ອັດຕາການຕາຍຂອງງົວນ້ອຍເກີດໃໝ່ ແລະ ຢ່ານົມຕໍ່າ ຫຼື ເປັນສູນ. ງົວນ້ອຍເມືຶ່ອເຖິງອາຍຸຢ່ານົມຈະຕ້ອງມີນໍ້າໜັກສູງ, ຂະໜາດຮູບຮ່າງໃຫຍ່ ແລະ ມີຄຸນນະພາບດີ ເປັນທີຶ່ຕ້ອງການຂອງຕະຫຼາດ ຈິຶ່ງຈະຂາຍໄດ້ລາຄາດີ. ສະນັົ້ນ, ການລ້ຽງງົວຈິຶ່ງຄວນຄໍານຶງເຖິງບັນດາປັດໄຈຕ່າງໆ ທີຶ່ກ່ຽວຂ້ອງ

ການປູກເຫັດເຟືອງ ແລະ ເຫັດນາງລົມ

ເຫັດ: ເມື່ອເວົ້າເຖິງເຫັດທຸກຄົນ ຄົງຈະຮູ້ດີສາມາດຄິດເຫັນໄດ້, ເຫັດສາມາດເກີດຕາມທຳມະຊາດ ໂດຍສະເພາະຢ່າງຍິ່ງຕອນຕົ້ນລະດູຝົນ, ອາກາດອົບເອົ້າ, ເຫັດທຳມະຊາດມັກເກີດຕາມປ່າ, ດິນທີ່ມີຈອມປວກເປັນຕົ້ນ ເຫັດຕີນແຮດ, ສວ່ນເຫັດເຟືອງ ທີ່ເກີດຕາມທົ່ງນາ ຕາມເຫງົ້າຕົນກວ້ຍຕາຍ ແລະ ຕາມກອງເຟືອງ. ເຫັດ ມີຄຸນຄ່າທາງດ້ານອາຫານສູງ ມີລົດຊາດແຊບດີ ປະກອບດວ້ຍທາດຕາງໆດັ່ງນີ້: ທາດໂປຣຕິນ,ຄາໂບໄຮເດຣດ,ວິຕາມິນແລະແຮ່ທາດອື່ນໆ,ໃນສະໄຫມບູຮານ ມີຜູ້ໃຊ້ເຫັດປຸງແຕ່ງ ເປັນຢາປົວ ພະຍາດບາງຊະນິດ