ປຶ້ມຄູ່ມືສົ່ງເສີມເຕັກນິກການຜະລິດ, ປຸງແຕ່ງ ແລະ ເກັບຮັກສາຫຍ້າອາຫານສັດ
ປຶ້ມຄູ່ມືແນະນໍາເຕັກນິກການຜະລິດ, ປຸງແຕ່ງ ແລະ ເກັບຮັກສາອາຫານ ສັດ ສໍາລັບຊາວກະສິກອນ ໄດ້ຖືກພັດທະນາຂຶ້ນ ໃຫ້ມີລັກສະນະງ່າຍດາຍ ສາມາດເຂົ້າໃຈງ່າຍ ແລະນຳໄປປະ ຕິບັດໄດ້ງ່າຍ ໃນທ້ອງຖີ່ນຕົນ ເພາະຜູ້ຂຽນໄດ້ ເນັ້ນເຖີງການນໍາໃຊ້ອຸປະກອນວັດຖຸດິບອາຫານສັດ ທີ່ມີໃນທ້ອງຖີ່ນ. ເຕັກນິກ ການການຜະລິດ, ປຸງແຕ່ງ ແລະ ເກັບຮັກສາຫຍ້າອາຫານສັດ ແມ່ນວິທີການ ຜະລິດອາຫານສັດຮູບແບບໜື່ງ ເພື່ອໃຫ້ສັດກິນ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.
ປຶ້ມຄູູ່ມືສົົ່ງເສີມເຕັກນິກການປູກຜັກສວນຄົວຕາມລະດູການ
ປື້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ສະເໜີ ຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ ເຕັກນິກການປູກໝາກເຂືອເປັນສີ້ນຄ້າເພື່ອຊາວກະສິກອນສາມາດ ປັບປຸງການ ປູກຜັກກະທຽມໃຫ້ໄດ້ຫຼາຍຂື້ນໃຫ້ກາຍເປັນສິນຄ້າສົ່ງອອກຂາຍເພື່ອເປັນລາຍ ຮັບໃຫ້ແກ່ຊາວກະສິກອນເປັນການປັບປຸງຊິວິດການເປັນຢູ່ຂອງຊາວກະສິກອນ ໃຫ້ດີຂື້ນ ແລະ ສາມາດນໍາລາຍຮັບໄປຊື້ອາຫານມາບໍລິໂພກໃຫ້ໄດ້ຕາມຫຼັກ ໂພຊະນາການທາງດ້ານອາຫານໃຫ້ຫຼາຍຂື້ນ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ໃນບາດກ້າວທໍາອິດ ຂອງໂຄງການ ກະສິກຳເພື່ອໂພຊະນາການຮ່ວມມືກັບຊ່ຽວຊານສົມທົບກັບສະພາບການຜະລິດ ຂອງກະສິກອນຂັ້ນພື້ນຖານໃນແຕ່ລະທ້ອງຖີ່ນ ແລະ ປະສານງານພະນັກງານຂອງ ໂຄງການ IFAD/GAFSP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນ ແຂວງ,ເມືອງສາມາດຖ່າຍທອດໄປເຖີງຕາມຄວາມຕ້ອງການຂອງຊາວກະສິກອນ ໃນແຂວງເປົ້າໝາຍໂຄງການ.
ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການປູກຜັກກະທຽບ ຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.
ປຶ້ມຄູ່ມືສົ່ງເສີມເຕັກນິກການປູກຜັກຫອມປ້ອມນອກລະດູ
ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການປູກຜັກຫອມປ້ອມນອກລະດູ ຢູ່ໃນບ້ານ ເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.
ແຜ່ນພັບເຕັກນິກການປູກຖົ່ວເຫລືອງ
ເຕັກນິກການປູກຖົ່ວເຫຼືອງ: 1. ການກຽມດິນ 2. ລະດູປູກ. 3. ອັດຕາການປູກ 4. ການກຳຈັດວັດສະພືດ 5. ການໃສ່ຝຸ່ນ 6. ການປ້ອງກັນ ແລະ ກຳຈັດແມງໄມ້
ເຕັກນິກການປູກຖົ່ວເຫລືືອງ
ເຕັກນິກການປູກສາລີ
ການປູກສາລີເປັນສິນຄ້າແມ່ນໄດ້ຮັບການສົ່ງເສີມ, ສາລີເປັນພືດບູລະມະສິດຂອງປະເທດ ທີ່ມີຄວາມຕ້ອງການສູງທັງຕະຫລາດທ້ອງຖີ່ນ ແລະ ສາກົນ. ການປູກສາລີສ່ວນຫຼາຍແມ່ນປູກເພື່ອຂາຍພືດອາຫານສັດ ແລະ ປູກເພື່ອສົ່ງອອກໄປບັນດາປະເທດໃກ້ຄຽງ, ເນື້ອທີ່ປູກສາລີຢູ່ລາວໄດ້ເພີ່ມຂື້ນຢ່າງວ່ອງໄວໃນຊູມປີຜ່ານມາ ແລະ ໃນປະຈຸບັນໄດ້ຈັດລຽງເປັນພືດອັນດັບ 3 ຮອງຈາກ ເຂົ້າ ແລະ ມັນຕົ້ນ
ການຈັດການສັດຕູພືດແບບປະສົມປະສານ
ນໍາສະເໜີລາຍຊື່ສັດຕູພືດ ໃນສວນໝາກກ້ຽງ ແລະ ຫລັງການເກັບກ່ຽວ. ຄູ່ມືການສໍາຫລວດ ແລະ ການວິໄຈສັດຕູພືດຂອງໝາກກ້ຽງ ແລະ ຫລັງການເກັບກ່ຽວ. ຂໍ້ແນະນໍາໃນການປ້ອງກັນ ແລະ ກຳຈັດສັດຕູພືດຂອງໝາກກ້ຽງ. ສະຫລຸບ
ປື້ມຄູ່ມືແນະນຳວິທີໃຊ້ເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະ ໄມ້ໃຫ້ໝາກ ໃນເຂດເນີນສູງ
ປື້ມຄູ່ມືນີ້ ມີຈຸດປະສົງເຮັດໃຫ້ການນໍາໃຊ້ເຄື່ອງມືງ ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນ ຂອງການນໍາໃຊ້ ເເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະໄມ້ໃຫ້ໝາກ ໃນເຂດເນີນສູງເພື່ອນໍາເຂົ້າໃນການຜະລິດກະສິກຳໃນເຂດແຫ້ງແລ້ງ ແລະ ເຂດນໍ້າຖ້ວມ ເພື່ອປັບປຸງທາງດ້ານກະສິກຳໃຫ້ແທດເໝາະກັບ ການປ່ຽນແປງດິນຟ້າອາກາດໃນແຕ່ລະທ້ອງຖີ່ນ.
ປຶ້ມຄູ່ມືການຜະລິດເມັດພັນຖົ່ວດິນ
ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ (ສສຄກປ) ແມ່ນໂຄງການຈຸດສຸມຂອງ ລັດຖະບານທີ່ ພະຍາຍາມເສີມຂະຫຍາຍຕົວແບບ ແລະ ຕໍ່ຍອດບັນດາໂຄງການຕ່າງໆທີ່ມີຜົນສໍາເລັດສູງຢູ່ໃນບັນດາແຂວງ ທົ່ວປະເທດ ໂດຍສະເພາະຢູ່ 5 ແຂວງ ພາກໃຕ້ ເພື່ອນໍາເອົາບັນດາຮູບແບບການປູກ-ການລ້ຽງ ທີ່ມີປະສິດທິຜົນສູງນຳມາເຜີຍແຜ່ອອກ ສູ່ສັງຄົມຢ່າງກວ້າງຂວາງ. ໂດຍໂຄງການໄດ້ຮັບການຮ່ວມມືຈາກກົມວິຊາການຕ່າງຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສາກົນຕ່າງໆລວມທັງສ່ວນຜູ້ປະກອບການຜູ້ຜະລິດແນວພັນ ແລະ ອື່ນໆ ເປັນຕົ້ນແມ່ນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ (ບັນດາສູນຄົ້ນຄວ້າ ແລະ ຜະລິດແນວພັນຕ່າງໆ).


