ປຶ້ມຄູູ່ມືສົົ່ງເສີມເຕັກນິກການປູກຜັກສວນຄົວຕາມລະດູການ

ປື້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ສະເໜີ ຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ ເຕັກນິກການປູກໝາກເຂືອເປັນສີ້ນຄ້າເພື່ອຊາວກະສິກອນສາມາດ ປັບປຸງການ ປູກຜັກກະທຽມໃຫ້ໄດ້ຫຼາຍຂື້ນໃຫ້ກາຍເປັນສິນຄ້າສົ່ງອອກຂາຍເພື່ອເປັນລາຍ ຮັບໃຫ້ແກ່ຊາວກະສິກອນເປັນການປັບປຸງຊິວິດການເປັນຢູ່ຂອງຊາວກະສິກອນ ໃຫ້ດີຂື້ນ ແລະ ສາມາດນໍາລາຍຮັບໄປຊື້ອາຫານມາບໍລິໂພກໃຫ້ໄດ້ຕາມຫຼັກ ໂພຊະນາການທາງດ້ານອາຫານໃຫ້ຫຼາຍຂື້ນ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ໃນບາດກ້າວທໍາອິດ ຂອງໂຄງການ ກະສິກຳເພື່ອໂພຊະນາການຮ່ວມມືກັບຊ່ຽວຊານສົມທົບກັບສະພາບການຜະລິດ ຂອງກະສິກອນຂັ້ນພື້ນຖານໃນແຕ່ລະທ້ອງຖີ່ນ ແລະ ປະສານງານພະນັກງານຂອງ ໂຄງການ IFAD/GAFSP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນ ແຂວງ,ເມືອງສາມາດຖ່າຍທອດໄປເຖີງຕາມຄວາມຕ້ອງການຂອງຊາວກະສິກອນ ໃນແຂວງເປົ້າໝາຍໂຄງການ.

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການປູກຜັກກະທຽບ ຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.

ປຶ້ມຄູ່ມືສົ່ງເສີມເຕັກນິກການປູກຜັກຫອມປ້ອມນອກລະດູ

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວ ກັບການປັບຕົວທາງດ້ານເຕັກນິກ ການປູກຜັກຫອມປ້ອມນອກລະດູ ຢູ່ໃນບ້ານ ເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.

ເຕັກນິກການປູກສາລີ

ການປູກສາລີເປັນສິນຄ້າແມ່ນໄດ້ຮັບການສົ່ງເສີມ, ສາລີເປັນພືດບູລະມະສິດຂອງປະເທດ ທີ່ມີຄວາມຕ້ອງການສູງທັງຕະຫລາດທ້ອງຖີ່ນ ແລະ ສາກົນ. ການປູກສາລີສ່ວນຫຼາຍແມ່ນປູກເພື່ອຂາຍພືດອາຫານສັດ ແລະ ປູກເພື່ອສົ່ງອອກໄປບັນດາປະເທດໃກ້ຄຽງ, ເນື້ອທີ່ປູກສາລີຢູ່ລາວໄດ້ເພີ່ມຂື້ນຢ່າງວ່ອງໄວໃນຊູມປີຜ່ານມາ ແລະ ໃນປະຈຸບັນໄດ້ຈັດລຽງເປັນພືດອັນດັບ 3 ຮອງຈາກ ເຂົ້າ ແລະ ມັນຕົ້ນ

ການຈັດການສັດຕູພືດແບບປະສົມປະສານ

ນໍາສະເໜີລາຍຊື່ສັດຕູພືດ ໃນສວນໝາກກ້ຽງ ແລະ ຫລັງການເກັບກ່ຽວ. ຄູ່ມືການສໍາຫລວດ ແລະ ການວິໄຈສັດຕູພືດຂອງໝາກກ້ຽງ ແລະ ຫລັງການເກັບກ່ຽວ. ຂໍ້ແນະນໍາໃນການປ້ອງກັນ ແລະ ກຳຈັດສັດຕູພືດຂອງໝາກກ້ຽງ. ສະຫລຸບ

ປື້ມຄູ່ມືແນະນຳວິທີໃຊ້ເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະ ໄມ້ໃຫ້ໝາກ ໃນເຂດເນີນສູງ

ປື້ມຄູ່ມືນີ້ ມີຈຸດປະສົງເຮັດໃຫ້ການນໍາໃຊ້ເຄື່ອງມືງ ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນ ຂອງການນໍາໃຊ້ ເເຕັກນິກການປູກເຂົ້າປະສົມປະສານກັບຖົ່ວ ແລະໄມ້ໃຫ້ໝາກ ໃນເຂດເນີນສູງເພື່ອນໍາເຂົ້າໃນການຜະລິດກະສິກຳໃນເຂດແຫ້ງແລ້ງ ແລະ ເຂດນໍ້າຖ້ວມ ເພື່ອປັບປຸງທາງດ້ານກະສິກຳໃຫ້ແທດເໝາະກັບ ການປ່ຽນແປງດິນຟ້າອາກາດໃນແຕ່ລະທ້ອງຖີ່ນ.

ປຶ້ມຄູ່ມືການຜະລິດເມັດພັນຖົ່ວດິນ

ໂຄງການສົ່ງເສີມການຜະລິດສິນຄ້າກະສິກຳ ແລະ ປ່າໄມ້ (ສສຄກປ) ແມ່ນໂຄງການຈຸດສຸມຂອງ ລັດຖະບານທີ່ ພະຍາຍາມເສີມຂະຫຍາຍຕົວແບບ ແລະ ຕໍ່ຍອດບັນດາໂຄງການຕ່າງໆທີ່ມີຜົນສໍາເລັດສູງຢູ່ໃນບັນດາແຂວງ ທົ່ວປະເທດ ໂດຍສະເພາະຢູ່ 5 ແຂວງ ພາກໃຕ້ ເພື່ອນໍາເອົາບັນດາຮູບແບບການປູກ-ການລ້ຽງ ທີ່ມີປະສິດທິຜົນສູງນຳມາເຜີຍແຜ່ອອກ ສູ່ສັງຄົມຢ່າງກວ້າງຂວາງ. ໂດຍໂຄງການໄດ້ຮັບການຮ່ວມມືຈາກກົມວິຊາການຕ່າງຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສາກົນຕ່າງໆລວມທັງສ່ວນຜູ້ປະກອບການຜູ້ຜະລິດແນວພັນ ແລະ ອື່ນໆ ເປັນຕົ້ນແມ່ນສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ (ບັນດາສູນຄົ້ນຄວ້າ ແລະ ຜະລິດແນວພັນຕ່າງໆ).