ຄວາມຊຳນານໃນການຜະລິດເຂົ້າ
ບັ້ງສີດຢາດ້ວຍມືແມ່ນອຸປະກອນທີ່ສໍາຄັນອັນນຶ່ງ ໃນການຜະລິດເຂົ້າ. ຕາມປົກກະຕິແລ້ວຢາຂ້າ ແມງໄມ້ຊະນິດຝຸ່ນ ແລະຊະນິດນໍ້າຈະມີລາຄາ ຖືກກ່ວາຊະນິດເມັດ. ເຖີງຢ່າງໃດກໍຕາມການ ນໍາໃຊ້ຢາເຫລົ່ານີ້ແມ່ນມີຄວາມຕ້ອງການກ່ຽວ ກັບອຸປະກອນການສີດຢາປາບສັດຕູເຂົ້າ ເພື່ອ ໃຫ້ໄດ້ຮັບຜົນດີ. ສະນັ້ນຊາວນາ ຄວນຈະຮູ້ວິ ທີ່ນໍາໃຊ້ ບັ້ງສີດຢາດ້ວຍມືຢ່າງຖືກຕ້ອງ.
ວິທີການປູກໝາກແຕງ(ຂີ້ໄກ່)
ປຶ້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວບ້ານ ແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອຳ ນວຍການສູນອົບຮົມຮ່ວມພັດທະນາ ແລະພະແນກສຶກສານະຄອນຫຼວງວຽງຈັນ ປຶ້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາ ພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະ ຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ
ການສ້າງສວນກ້າ ແລະ ການປູກຫວາຍບາງຊະນິດເປັນສິນຄ້າ ໃນ ສປປ ລາວ
ການຜະລິດປຶ້ມຄູ່ມີສະບັບນີ້ຂຶ້ນແມ່ນມີຄວາມຕັ້ງໃຈຢາກຊ່ວຍຊຸກຍູ້, ສະຫນັບສະຫນູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ການປູກຫວາຍ ໂດຍຈະໃຊ້ເວລາ ສັ້ນໃນການແຕກງອກໄດ້ປະລິມານຫລາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນ ພ້ອມທັງສາມາດປະຕິບັດກິດຈະກຳທີ່ກ່າວມານີ້ໄດ້ດ້ວຍຕົມ ເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກ ພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບ ມື້ນັບເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍຕາມ. ປັດຈຸບັນ ຈາກການເກັບກຳຂໍ້ມູນການຕະຫລາດທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຄວາມຕ້ອງການຂອງ ຕະຫລາດ ມີຄວາມຕ້ອງການຫລາຍໂດຍສະເພາະເສັ້ນຫວາຍ. ສິ່ງດັ່ງກ່າວນີ້ເຫັນວ່າການຜະລິດ ຫວາຍໃນອະນາ ຄົດຍັງມີແນວໂນ້ມສູງ ທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວບ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ຟື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຢືນຍົງ ໂດຍການນໍາໃຊ້ຕົ້ນທຶນຕາ ໃນການພັດທະນາ.
ການປູກໝາກຖົ່ວ
ປຶ້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວບ້ານ ແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອຳ ນວຍການສູນອົບຮົມຮ່ວມພັດທະນາ ແລະພະແນກສຶກສານະຄອນຫຼວງວຽງຈັນ ປຶ້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາ ພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະ ຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ
ການປູກພຶດປະເພດຖົ່ວ
ພືດຖົ່ວເປັນພືດທີ່ຊາວລາວເຮົາຮູ້ຈັກ ແລະ ປະກອບເປັມອາຫານແຕ່ດົນນານແລ້ວ ອາດຈະພ້ອມໆກັນກັບການນຳໃຊ້ ພືດທັນຍາຫານ ແລະ ພືດຜັກຕ່າງໆ ເພື່ອມາປຸງແຕ່ງອາຫານ. ປຶ້ມຫົວນີ້ແມ່ນແນໃສ່ປັບປຸງການຜະລິດຖົ່ວຊະນິດທີ່ໃຫ້ມມັນໃຫ້ທາດຊີ້ມທີ່ເປັນອາຫາມຄົນ ແລະ ສັດ( ຖົ່ວເຫຼືອງ, ຖົ່ວດິນ,ຖົ່ວຂຽວ) ແລະ ເບັນພືດຜັກເພື່ອຮັບໃຊ້ການກິນຢູ່ປະຈຳວັນ ຂອງແຕ່ ລະຄອບຄົວ. ຖົ່ວເຫຼືອງທີ່ບີບເອົານມັນແລ້ວເອີ້ນວ່າ ກາກຖົ່ວເຫຼືອງນັ້ນ ປະຈຸບັນແມ່ນໄດ້ສັ່ງເຂົ້າມາຈາກຕ່າງປະເທດ ເປັນອັດຕາສ່ວນສູງພໍສົມຄວນ ແຕ່ຄຽງຄູ່ກັນນີ້ ປະເທດເຮົາກໍ່ມີເງື່ອນໄຂປູກໄດ້ດີໃນບາງເຂດ ແຕ່ຍັງບໍ່ທັມພຽງພໍກັບຄວາມຮຽກຮ້ອງ ຕ້ອງການ ເພື່ອຜະລິດອາຫານ ແລະ ເປັນສ່ວນປະສົມທີ່ສຄັນໃນ ອາທານສັດ.
ການຫວ່ານກ້າ
ປຶ້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວບ້ານ ແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອຳ ນວຍການສູນອົບຮົມຮ່ວມພັດທະນາ ແລະພະແນກສຶກສານະຄອນຫຼວງວຽງຈັນ ປຶ້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາ ພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະ ຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ
ຄູ່ມືການຜະລິດຫົວເຊື້ອ ແລະ ການປູກເຫັດ
ເຫັດຈັດເປັນອາຫານທີ່ສຳຄັນຕໍ່ມະນຸດ ໃນການນ ຳມາປະກອບອາຫານ ສະນັ້ນ, ເນື່ອງຈາກວ່າ ເຫັດ ມີປະລິມານຂອງ ໂປຣຕີນ, ວິຕາມີນແລະ ແຮ່ທາດ ຢູ່ໃນປະລິມານສູງ, ນອກຈາກນີ້ ຍັງມີເຫັດອີກຫຼາຍຊະນິດ ໄດ້ແກ່ ເຫັດຫູໝູ,ເທັດຫອມ, ເຫັດຫລີງຈື ແລະ ເທັດອື່ນໆອີກ, ຊື່ງມີສັບພະຄຸນທາງດ້ານການແພດ,ໃຊ້ເປັນຢາຮັກສາໂຣກໄດ້ຈຶ່ງເຮັດໃຫ້ອາຫານປະເພດນີ້ນັບມື້ ຈະມີຄວາມສຳຄັນຂື້ນຕາມລຳດັບ, ປະກອບກັບປະຊາຊົນໄດ້ໃຫ້ຄວາມສົນໃຈ ແລະ ຫັນມາປູກເຫັດຫຼາຍຂື້ນ ແລະ ມັກວິຊາການປູກພືດຕະ ຫຼອດຈົນຜູ້ທີ່ປະກອບອາຊີບດ້ານການປູກເຫັດ ໄດ້ມີການທົດລອງຄົ້ນຄ້ວາຫາເທັກໂນ ໂລຊີການປູກເຫັດ ດ້ວຍວິທີໃໝ່ ມາຊ່ວຍໃນການປູກເຫັດ ຈື່ງເຮັດໃຫ້ອາຊີບດ້ານການ ປູກເຫັດໃນປະເທດລາວຂອງພວກເຮົາຈະເລີນກ້າວໜ້າຕໍ່ໄປ.
ແມງໄມ້ທຳລາຍພຶດຜັກທີ່ສຳຄັນ ໃນອາຊີເຂດຮ້ອນ ແລະ ເຄີ່ງຮ້ອນ
ບົ້ງເຈາະໝາກເລັ່ນ
ບົ້ງເຈາະໝາກເລັ່ນ ແມ່ນມີພືດອາໃສຢ່າງຫລວງຫລາຍ ລວມທັງພືດວັກ, ຝ້າຍ, ສາລີ, ຢາສູບ, ເຂົ້າຝ້າງ ແລະ ບາງແນວພັນຂອງຕົ້ນໄມ້ປະດັບມງໄມ້ສັດຕູພືດພວກນີ້ -ມີຄວາມຕ້ານທານສູງ ຕໍ່ຢາເຄມີ ປາບສັດຕູພືດ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນຕົ້ນເຫດ ການທ ຳລາຍຕໍ່ຝ້າຍ, ພືດຕະກຸນຖົ່ວ ແລະ ພືດຜັກ ຢ່າງຫລວງຫລາຍ.
ເສັ້ນທາງໄປສູ່ຢາປາບສັດຕູພຶດ
ພວກເຮົາຢາກຂໍຂອບໃຈຊາວກະສິກອນ ທີ່ໄດ້ຕ້ອນຮັບພວກເຮົາດ້ວຍຄວາມອົດທົນ ແລະ ເມດຕາເຫັນໃຈ, ໄດ້ຕອບຄຳຖາມຢ່າງເປີດເຜີຍ (ຊຶ່ງບາງຄັ້ງເປັນຄ ຳຖາມບໍ່ຄ່ອຍສະຫຼາດ). ພວກເຮົາຫວັງວ່າຂໍ້ມູນ ແລະ ແນວຄິດບາງຢ່າງໃນນີ້ຈະມີສ່ວນປະກອບໃຫ້ແກ່ການຊອກຫາວິທີແກ້ໄຂບັນຫາຕ່າງໆ ທີ່ຊາວກະສິກອນກຳລັງພົບພໍ້ຢູ່. ພ້ອມດຽວກັນ ພວກເຮົາກໍຮັບຮູ້ ແລະ ຂອບໃຈການຮ່ວມມືຢ່າງຂະຫຍັນຂັນແຂງ ແລະ ມີປະສິດທິພາບຂອງພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ແຂວງ ແລະ ເມືອງ. ຂໍ້ມູນຂ່າວສານທີ່ເພິ່ນໄດ້ແຈ້ງໃຫ້ພວກເຮົາຊາບ ນັບວ່າເປັນປະໂຫຍດຫຼາຍ ແລະ ການຮ່ວມມືໃນການຈັດຕັ້ງການສົນທະນາເປັນກຸ່ມກັບຊາວກະສິກອນກໍມີຄວາມສຳຄັນ. ການສະໜັບສະໜູນນັບແຕ່ຕອນຫົວທີ່ຂອງພະນັກງານກອງສົ່ງເສີມກະສິກ ຳ ແລະ ປ່າໄມ້ ແລະ ກົມປູກຝັງ ຖືວ່າເປັນສິ່ງລະດົມຈິດໃຈ. ທ້າຍສຸດການສະໜັບສະໜູນຂອງທີມງານ FAO-IPM ເຮັດໃຫ້ການສຶກສາຄັ້ງນີ້ເວົ້າໄດ້ວ່າເປັນວຽກລວມໝູ່ ແລະ ເປັນປະສົບການທີ່ສ້າງຄວາມພໍໃຈໃຫ້ພວກເຮົາ. ພວກເຮົາຂໍຂອບໃຈເປັນພິເສດມາຍັງ ທ່ານ Randall Amst ທີ່ ໄດ້ໃຫ້ການສະໜັບສະໜູນພວກເຮົາຢ່າງສະເຫມີຕົ້ນສະເຫມີປາຍ ແລະ ໃນການອ່ານກວດແກ້ລາຍງານສະບັບນີ້.


