ສັດຕຸພືດທີ່ເປັນຜົນກະທົບຕໍ່ການຜະລິດໝາກເຜັດຂອງຊາວກະສິກອນ
ໝາກເຜັດເປັນພືດເສດຖະກິດອີກຊະນິດໜຶ່ງທີ່ສ້າງລາຍຮັບໃຫ້ແກ່ຊາວກະສິກອນ ໃນທຸກພາກຂອງປະເທດລາວ ແຕ່ການປູກໝາກເຜັດຂອງຊາວກະສິກອນ ໃນໄລຍະຜ່ານມາ ໄດ້ພົບບັນຫາຂອງສັດຕູພືດເຂົ້າທໍາລາຍຜົນຜະລິດ ເຊັ່ນ: ແມງໄມ້ສັດຕູພືດ (ແມງວັນທອງ, ແມງໝີຂາວ, ເພຍໄຟ, ເພຍສຸອນ ແລະ ເພຍແປງ); ພະຍາດພືດ (ພະຍາດໝາກ ແຫ່ງ, ພະຍາດໃບດ່າງ ແລະ ພະຍາດທ່ຽວ) ໃນນັ້ນຊະນິດສັດຕູພືດພຶດທີ່ມີຜົນກະທົບໃຫ້ແກ່ຊາວກະສິກອນຫຼາຍທີ່ສຸດແມ່ນ ພະຍາດໝາກແຫ່ງ ແລະ ແມງວັນທອງໝາກເຜັດ.
ແນວພັນຖົ່ວເຫຼືອງນາພອກ 1
ແນວພັນຖົ່ວເຫຼືອງ ນາພອກ 1 (Naphok 1) ແມ່ນໄດ້ຈາກການປະສົມ ພັນຂອງ ຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກຈົນໃຫ້ມີຄວາມຄົງ ຕົວໃນລຸ້ນ F10 ຈາກທັງໝົດ 10 ສາຍພັນຖືກທົດສອບໃນພື້ນທີ່ຂອງ ຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ຈາກແຂວງຈຳປາສັກ, ເມືອງຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸນ ແຂວງອຸດົມໄຊ ເຫັນວ່າ ມີ 1 ສາຍພັນຄື ສາຍພັນ ARC2007-P3-13-1 (ນາພອກ 1) ໄດ້ໃຫ້ ຜົນຜະລິດດີທີ່ສຸດ, ປັບຕົວໄດ້ດີໃນຫລາຍສະພາບແວດລ້ອມ ແລະ ຫລາຍ ສະພາບດີນ.
ບົ້ງຝູງສາລີ ແລະ ການກໍາຈັດແບບຍືນຍົງ
ບົ້ງຝູງສາລີ (Fall armyworm), ຊຶ່ງມີຊີ່ວິທະຍາສາດວ່າ Spodoptera frugiperda (J.E.Smith) ເປັນແມງໄມ້ສັດຕູພືດທີ່ຮ້າຍແຮງຂອງສາລີ ແລະ ກິນພືດອາຫານສໍາຮອງຫຼາຍກ່ວາ 80 ຊະນິດ ເຊັ່ນ: ເຂົ້າ, ອ້ອຍ, ພືດຕະກຸນຜັກທັງໝົດ, ພືດຕະກຸນໄມ້ດອກໄມ້ປະດັບ. ບົ້ງຝູງສາລີ ມີຖິ່ນກໍາເນີດໃນພື້ນທີ່ເຂດຮ້ອນ ຂອງອາເມລິກາໃຕ້ ແລະ ທາງທິດໃຕ້ຂອງທະວີບາເມລິກາ, ໃນປີ 2018 ໄດ້ພົບການລະບາດເຂົ້າມາຍັງທະວີບອາຊີ ໂດຍເລີ່ມພົບການລະບາດຄັ້ງທໍາອິດທີ່ ປະເທດ ອິນເດຍ ແລະ ໃນຊ່ວງປາຍປີ 2018 ຈື່ງແຜ່ລາມມາຍັງປະເທດມຽນມ້າ, ປະເທດໄທ ແລະ ແຜ່ລາມເຂົ້າສູ່ປະເທດ ສປປ ລາວ ໃນປີດຽວກັນ. ຮອດປີ 2021 ພົບບົ້ງຝູງໃນທຸກແຂວງທີ່ປູກສາລີ ໃນປະກັນພືດ, 2021
ບົ້ງຝູງສາລີ ແລະ ການຈັດການແບບຍືນຍົງ
ແມງໝັດ ແລະ ການຈັດການແບບປະສົມປະສານ
ແມງໝັດເປັນສັດຕູພືດຊະນິດໜື່ງ ທີ່ສາມາດສ້າງຄວາມເສຍ ຫາຍໃຫ້ແກ່ຊາວສວນຜູ້ປູກພືດຜັກຕະກຸນກະລໍ່າ ເຊັ່ນ: ຜັກກາດ ຂາວ, ຜັກກາດຊອມ, ຜັກກາດຂີວ ແລະ ຜັກອື່ນໆ. ແມງໝັດຢູ່ລາວສ່ວນຫຼາຍມີ 2 ຊະນິດ ຄື: ແມງໝັດຜັກແຖບ ລາຍ ແລະ ແມງໝັດຜັກສີຟ້າແກ່ ເຊິ່ງມີຮູບລັກສະນະຄືລຸ່ມ
ພະຍາດຮາກເໜົ່າຜັກບົ່ວ ແລະ ການປ້ອງກັນກໍາຈັດ
ບົດລາຍງານຜົນການລົງສໍາຫຼວດ ເກັບກໍາຂໍ້ມູນການທໍາລາຍຂອງພະຍາດ ແລະ ແມງໄມ້ສັດຕູພືດຢູ່ກຸ່ມການຜະລິດກະສິກໍາອິນຊີ ຂອງສະຫະກອນກະສິກໍາທົ່ງມັ່ງ ຄັ້ງວັນທີ 16 ເດືອນ ທັນວາ 2022 ຂອງ ທ່ານພູເຂົາທອງ ສີໄກສອນ, ໜ່ວຍງານປ້ອງກັນພືດແບບປະສົມປະສານ,ສູນປ້ອງກັນພືດ. ຊາວກະສິກອນ, ສະຫະກອນຜັກອີນຊີທົ່ງມັ່ງ ປື້ມຄູ່ມືແນະນໍາ ແລະ ກໍາຈັດສັດຕູພືດຂອງກະລໍ່າປີ ຮູບຈາກຊາວສວນບ້ານທົ່ງມັ່ງ ເບີໂທຕິດຕໍ່: ທ່ານ
ຂັ້ນຕອນການຜະລິດແນວພັນເຂົ້າລຸ້ນ 3
ແຫຼ່ງທີ່ມາຂອງເມັດພັນ ສະເພາະການຜະລິດເມັດພັນເຂົ້າລຸ້ນ 3 ຈະຕ້ອງແມ່ນເມັດພັນທີ່ໄດ້ຮັບການລົງທະບຽນ ຫຼື ຢັ້ງຢືນວ່າເປັນເມັດພັນເຂົ້າລຸ້ນ 2 ມາກ່ອນທີ່ໄດ້ຮັບການຜະລິດຢູ່ບັນດາສູນຂອງສູນກາງຂອງແຂວງເຊີ່ງໄດ້ຮັບຮອງທາງ ດ້ານມາດຖານການຜະລິດເມັດພັນເຂົ້າທີ່ຂື້ນກັບການຈັດຕັ້ງຂອງລັດ.
ຄູ່ມືການປູກຜັກກາດຊອມ
ຄູ່ມືການປູກຜັກກາດຊອມໄດ້ຂຽນຂຶ້ນບົນພື້ນຖານຄວາມຮູ້ ຄວາມສາມາດ ແລະ ປະສົບການຂອງ ທີມງານຜູ້ຂຽນເອງ, ທີ່ໄດ້ສັງລວມບົດຮຽນຂຶ້ນເພື່ອເປັນແນວທາງ ໃຫ້ກັບຜູ້ສົນໃຈໃນການປູກຜັກກາດຊອມ ເພື່ອເປັນແນວທາງໃນການອ້າງອີງ ແລະ ນໍາໄປຜັນຂະຫຍາຍເພື່ອໃຫ້ເກີດດອກອອກຜົນ; ເນື້ອໃນບົດນີ້ໄດ້ຂຽນ ຂຶ້ນ ໂດຍລວມເອົາວິທີການປູກ, ການດູແລຮັກສາຈົນເຖິງຂັ້ນຕອນການເກັບກ່ຽວ ແລະ ຫໍ່ຫຸ້ມ, ເຖິງຢ່າງໃດກໍດີ ເນື້ອໃນຂອງບົດຍັງມີເນື້ອໃນທີ່ເປັນລັກສະນະກວມລວມ, ຍັງບໍ່ໄດ້ເຈາະຈົງເຖິງເຕັກນິກການປູກວິທີໃດວິທີໜຶ່ງ, ນັ້ນກໍເພາະວ່າ ຜູ້ຂຽນຍັງເປີດໂອກາດ ແລະ ແນວທາງໃຫ້ຜູ້ສົນໃຈສາມາດນໍາໄປໃຊ້ ແລະ ສາມາດປະຍຸກໃຫ້ເຂົ້າ ກັບເງື່ອນໄຂຕົວຈິງ ໃນເມື່ອປະຕິບັດຕົວຈິງ
ການປູກເຂົ້າດ້ວຍວິທີປະຢັດນ້ຳ ແລະ ເປັນມິດກັບສິ່ງແວດລ້ອມ
1.ໂອກາດ ແລະ ສິ່ງທ້າທາຍ ໃນການຜະລິດເຂົ້າ ຢູ່ ສປປ ລາວ 2. ຄວາມຕ້ອງການນໍ້າໃນການປູກເຂົ້າ ແລະ ການປ່ອຍອາຍແກດເຮືອນແກ້ວ 3.ການຈັດການນ້ຳ ແລະ ແປງປູກເຂົ້າເພື່ອລູດຜ່ອນການປ່ອຍອາຍແກດເຮືອນແກ້ວ 4. ຜົນການສາທິດປູກເຂົ້າ ແບບປະຢັດນນ້ຳ ແລະ ແບບຂັງນ້ຳ 5. ຂໍ້ແນະນໍາ
ເຕັກນິກທີ່ດີສຳລັບການປູກສາລີຢູ່ລາວ
ສາລີ ເປັນພືດທັນຍາຫານທີ່ໃຫ້ຜົນຜະລິດສູງ ປັບໂຕໄດ້ໃນວົງກວ້າງຖ້າທຽບໃສ່ພືດທັນຍາຫານຊະ ນິດອື່ນ, ເປັນໂອກາດທີ່ດີໃນການເພີ່ມການປູກສາລີ ໃຫ້ຫລາຍຂຶ້ນຢູ່ ສປປ ລາວ ໂດຍນຳໃຊ້ການປູກແບບ ກະເສດສຸມເນື້ອແທນຈາກການຖາງປ່າເຮັດໄຮ່ເຂົ້າ. ນອກຈາກນັ້ນ, ສາລີຍັງສາມາດປູກໃນພື້ນທີ່ຊົນລະປະ ທານບ່ອນທີ່ເຄີຍປູກເຂົ້ານາປີ. ຜົນຜະລິດສາລີໃນ ສປປ ລາວ ປະມານ 1 ລ້ານໂຕນຈາກເນື້ອທີ່ 200,000 ເຮັກຕາ ຈາກສະມັດຕະພາບປະມານ 5 ໂຕນ/ຮຕ. ນອກຈາກນັ້ນຍັງມີສາລີຫວານປະມານ 80,000 ໂຕນ ທີ່ປູກໃນ ສປປ ລາວ.


