ພະຍາດເຫງົ້າເນົ່າຄໍດິນ Damping off
ລັກສະນະອາການ ແລະ ການທໍາລາຍ: ເຊື້ອພະຍາດຈະ ເຂົ້າທໍາລາຍຕົ້ນກາເຟໃນໄລຍະກ້າເບ້ຍຊ່ວງອາຍຸ ປະມານ 1-3 ເດືອນ ສາເຫດທີ່ພະຍາດ ແລະ ຄວາມຮຸນແຮງຂອງເຊື່ອ ຂື້ນກັບປັດໄຈຫຼາຍຢ່າງ ເຊັ່ນ: ໝານກ້າທີ່ພາໃຫ້ເບ້ຍບໍ່ສາມາດລະບາຍນໍ້າໄດ້ດີ, ການກ້າເບ້ຍໃນໝານເກົ່າ ແລະ ມີຄວາມຊຸ່ມສູງ, ໂດຍສັງເກດເຫັນໄດ້ງ່າຍ ຄື: ສ່ວນຄໍຮາກຈະເປັນສີດໍາຖ້າອາການຮ້າຍແຮງຈະເຮັດໃຫ້ ເບ້ຍກາເຟເນົ່າຍຸບລົງເປັນວົງກວ້າງ.
ມອດເຈາະໝາກກາເຟ Coffee Berry Borer
ມອດຈະເຂົ້າທໍາລາຍ ໝາກກາເຟ ຕັ້ງແຕ່ໝາກກາເຟຍັງນ້ອຍ ຈົນ ເຖີງໝາກສຸກແກ່, ມອດຈະເຈາະກົ້ນຂອງໝາກກາເຟ ເປັນຮູກົມເຫັນ ຊັดเจน และ ทำลายຢູ່ທາງໃນໝາກ, ໝາກກາເຟທີ່ຖືກມອດເຈາະຈະ ເປັນທາງໃຫ້ເຊື້ອລາ, ເຊື້ອແບັກທີເລຍ ເຂົ້າທໍາລາຍຊ້ຳເຮັດໃຫ້ໝາກຫຼົ່ນ, ຜົນຜະລິດເສຍຫາຍ ແລະ ຄຸນນະພາບຂອງໝາກກາເຟຫຼຸດລົງ.
ພະຍາດເພ້ຍຫອຍສີຂຽວ Green Coffee Scale
เພ້ຍຫອຍສີຂຽວ ເປັນສັດຕູພືດທີ່ສຳຄັນຂອງກາເຟ ໃນກຸ່ມພວກແມງປາກດູດ ໄລ່ຍະທຳອິດ ເປືອກຫຸ້ມເປັນສີຂຽວ ເປັນຮູບຄ້າຍໜ່ວຍໄຂ່ ແລະ ຕໍ່ມາສີຂຽວປົນເຫຼືອງ
ການຄຸ້ມຄອງແນວພັນພືດຢູ່ໃນ ສປປ ລາວ
ພາລະບົດບາດ ຂອງກົມປູກຝັງ ສະບັບເລກທີ 0078/ກປ, ລົງວັນທີ 12 ມັງກອນ 2022. ກ່ຽວກັບ ວຽກງານຄຸ້ມຄອງ ແນວພັນພືດ ກົມປູກຝັງ ມີໜ້າຮັບຜິດຊອບ: 1. ການກໍານົດມາດຖານແນວພັນພືດ, ແນວພັນ ແລະ ເມັດພັນພືດ; ການທົດສອບ, ການວິໄຈ 2. ຕິດຕາມ, ກວດກາ ຄຸນນະພາບແນວພັນ ແລະ ເມັດພັນພືດ ຢູ່ ສະຖານທີ່ການຜະລິດ ແລະ ສະຖານທີ່ເກັບຮັກສາ.
ຄູ່ມືການປູກຜັກກະລ່ຳປີ
ປື້ມຄູ່ມືເຫຼັ້ມນີ້ໄດ້ຮັບການຮຽບຮຽງຂຶ້ນເພື່ອຮັບໃຊ້ໃນການຝຶກອົບຮົມໃຫ້ແກ່ຊາວໜຸ່ມຜູ້ດ້ອຍໂອກາດໃນການ ຮຽນລະດັບວິຊາຊີບ, ເປັນການຝຶກອົບຮົມໄລຍະສັ້ນ ສໍາລັບຜູ້ປະກອບການໃນການລິເລີ່ມເຮັດການຜະລິດກະສິກຳກ່ຽວ ກັບການປູກພືດ ໂດຍສະເພາະແມ່ນລົງເລິກເຕັກນິກຂອງການປູກກະລໍ່າປີ ເຊິ່ງຄູ່ມືສຳບັບນີ້ປະກອບມີທັງໝົດ 5 ບົດ ເຊິ່ງເນື້ອໃນຂອງປື້ມ ໂດຍລວມປະກອບມີຄື: ຄວາມຮູ້ເບື້ອງຕົ້ນກ່ຽວກັບການປູກກະລໍ່າປີ, ປັດໄຈທີ່ກ່ຽວຂ້ອງກັບການ ປູກກະລໍ່າປີ, ເມັດພັນເຕັກນິກການປູກ ແລະ ການບົວລະບັດຮັກສາກະລໍ່າປີ, ສັດຕູພືດຂອງກະລໍ່າປີ ແລະ ການຈັດການ ແລະ ຂັ້ນຕອນການເກັບກ່ຽວ ແລະ ການປະຕິບັດຫຼັງການເກັບກ່ຽວ.
ຄູ່ມືການປູກເຫັດເຟືອງ
ເຫັດເຟືອງຈັດເປັນເຫັດເສດຖະກິດທີ່ສໍາຄັນຊະນິດໜຶ່ງ ເປັນເຫັດທີ່ສ້າງລາຍໄດ້ດີໃຫ້ກັບ ຊາວກະສິກອນຜູ້ຜະລິດເຫັດປັນສິນຄ້າ ເນື່ອງຈາກຝົນຜະລິດເຫັດເຟືອງຈຳໜ່າຍໄດ້ລາຄາດີ ຕະຫຼາດມີຄວາມຕ້ອງການປະລິມານສູງຢ່າງຕໍ່ເນື່ອງ ແລະ ໃຊ້ຕົ້ນທືນການຜະລິດຕໍ່າແຕ່ໃຫ້ຜົນ ຜະລິດຕອບແທນສູງ ແລະ ໄວ.
ຄູ່ມືການປູກເຫັດຂອນຂາວ
ເຫັດຂອນຂາວຈັດເປັນເຫັດເສດຖະກິດທີ່ສໍາຄັນຊະນິດໜຶ່ງເປັນເຫັດທີ່ສ້າງລາຍໄດ້ດີໃຫ້ກັບຊາວ ກະສິກອນຜູ້ຜະລິດເຫັດປັນສິນຄ້າເນື່ອງຈາກຜົນຜະລິດເຫັດຂອນຂາວຈໍາໜ່າຍໄດ້ລາຄາດີຕະຫຼາດມີ ຄວາມຕ້ອງການປະລິມານສູງຢ່າງຕໍ່ເນື່ອງແລະໃຊ້ຕົ້ນທືນການຜະລິດຕໍ່າແຕ່ໃຫ້ຜົນຜະລິດຕອບແທນ ສູງແລະໄວ.
ຄູ່ມືການປູກເຫັດນາງຟ້າ
ເຫັດນາງຟ້າຈັດເປັນເຫັດເສດຖະກິດທີື່ສ າຄັນຊະນິດໜຶື່ງ ເປັນເຫັດທີື່ສູ້າງລາຍໄດູ້ດີໃຫູ້ກັບຊາວກະສິກອນຜູູ້ຜະລິດ. ເຫັດປັນສິນຄູ້າ ເນືື່ອງຈາກຜົນນຜະລິດເຫັດນາງຟ້າຈ າໜ່າຍໄດູ້ລາຄາດີເຊີື່ງຕະຫຼາດມີຄວາມຕູ້ອງ ການປະລິມານສູງຢ່າງຕ ໍ່ເນືື່ອງ. ນອກຈາກນີື້, ການຜະລິດເຫັດນາງຟ້າໃຊູ້ຕົື້ນທືນການຜະລິດບ ໍ່ສູງຫຼາຍ ແຕ່ໃຫູ້ຜົນຜະລິດຕອບແທນດີ ແລະ ການຜະລິດບ ໍ່ໃຊູ້ເວລາດົນ.
ເຕັກນິກນາຜົວງາມ
ເນື່ອງຈາກປັດຈຸບັນນີ້ ເນື້ອທີ່ນາແມ່ນໜ້ອຍລົງ ຈະເຮັດແນວໃດໃຫ້ມີສະມັດຕະພາບສູງຂຶ້ນ ແລະ ນ ຳໃຊ້ຊັບພະຍາກອນນ ຳ ໜ້ອຍໃນການຜະລິດເຂົ້າ. ຈາກການໄດ້ໄປທັດສະນະກັບແລກປ່ຽນກັບຊາວກະສິກອນ ທີ່ ສສ ຫວຽດນາມ ແມ່ນມີການປູກ ເຂົ້າໃສ່ໃນໂຖ, ດັ່ງນັ້ນ, ຈິ່ງໄດ້ທົດລອງເຕັກນິກໃໝ່ເອີ້ນວ່າ “ ນາຜົວງາມ” ເຊິ່ງເປັນວິທີໜຶ່ງທີ່ຈະຊ່ວຍໃນການປະຢັດນ້ ຳ, ເນື້ອ ທີ່ນາ, ຝຸ່ນ, ແນວພັນ ແລະ ແຮງງານ; ພ້ອມທັງຍົກສະມັດຕະພາບໃຫ້ສູງກວ່ານາທົ່ວໄປ. – ເຕັກນິກນີ້ແມ່ນໄດ້ເຮັດການທົດລອງຢູ່ທີ່ບ້ານແຈ້ງ ແຂວງວຽງຈັນ ປີ 2021 – ນາປີ 2022, ປີ 2023 ແມ່ນກ ຳລັງປູກ. – ໄດ້ຮັບທຶນຈາກເຄືອຂ່າຍຊາວກະສິກອນລາວໃນການເຮັດທົດລອງ ຊື້ອຸປະກອນທີ່ຈ ຳເປັນເຊັ່ນ: ຖິ່ນ, ໂປ້ມດູດນ້ ຳ ແລະ ຊັດໂຕໂດ. – ທົດລອງ 1 ແປງສາທິດ, ເນື້ອທີ່ 300 ຕາແມັດ […]
ແມງໝັດ ແລະ ການຈັດການແບບປະສົມປະສານ
ແມງໝົດ ເປັນສັດຕູພືດຊະນິດໜຶ່ງທີ່ສາມາດສ້າງຄວາມເສຍຫາຍໃຫ້ແກ່ຊາວສວນຜູ້ປູກພືດຜັກຕະກູນກະລ່ ຳເຊັ່ນ: ຜັກກາດຂາວ, ຜັກກາດຊອມ, ຜັກກາດຂົວແລະ ຜັກອື່ນໆ. ແມງໝົດຢູ່ລາວສ່ວນຫຼາຍມີ 2 ຊະນິດຄື: ແມງພັດຜັກແຖບລາຍ ແລະ ແມງໝົດຜັກສີຟ້າ


