ຄູ່ມືການວາງແຜນຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມຂັັ້ນບ້ານ

ປື້ມຄູ່ມືສະບັບນີ້ມີຈຸດປະສົງເພື່ອນຳາໃຊ້ເປັນເຄື່ອງມື ແລະ ບ່ອນອິງ ໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມ (PALM), ເຊິ່ງມັນເປັນວຽກໜຶ່ງ ຂອງຂະແໜງການກະສິກຳໃນວຽກງານການວາງແຜນການນໍາໃຊ້ທີ່ດິນຂັ້ນບ້ານເວົ້າລວມເວົ້າສະເພາະ. ຕາມພາລະບົດບາດ ແລະ ໜ້າທີ່ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້. ບັນດາຂະບວນການ ແລະ ຂັ້ນຕອນຕ່າງໆທີ່ໄດ້ກຳນົດໄວ້ໃນປື້ມຄູ່ມືເຫຼັ້ມນີ້ ຈະໄດ້ຖືກນໍາໄປເຜີຍແຜ່ ແລະ ນໍາໃຊ້ ໃນການວາງແຜນ ແລະ ຄຸ້ມຄອງທີ່ດິນກະສິກຳຈຳນວນ 4.5 ລ້ານເຮັກຕາ ໃນຂອບເຂດທົ່ວປະເທດ ເພື່ອຈຸດປະສົງການນໍາໃຊ້ທີ່ດິນກະສິກຳໃຫ້ມີຄວາມຍືນຍົງ ແລະ ສ້າງຜົນປະໂຫຍດສູງສຸດ ໃຫ້ກັບຊາວກະສິກອນ ໂດຍອິງຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ, ຄວາມ ຈຳກັດທາງດ້ານທຶນຮອນ ແລະ ຊັບພະຍາກອນມະນຸດ ຢູ່ພາຍໃນບ້ານ.

ການອະນຸບານລູກປາ

ການອະນຸບານປາໂດຍທົ່ວໄປແລ້ວຈະແບ່ງເປັນສອງຂັ້ນຕ ອອນ ໃຫ່ຍຄື: ການອະນຸບານປາທີ່ແຕກ ໃໝ່ໄປຈົນຮອດອາຍຸໄດ້ 7-10 ວັນ ແລະ ການອະບານນັບແຕ່ອາຍຸ 10 ມື້ – 21 ມື້ ຫຼື 1 ເດືອນ

ການລ້ຽງປາໃນກະຊັງ

ປານິນເປັນປາທີ່ລ້ຽງງ່າຍ ຈະເລີນເຕີບໂຕໄວ ສາມາດປັບຕົວ ເຂົ້າກັບສະພາບແວດລ້ອມໄດ້ດີ ມີຄວາມທົນທານຕໍ່ໂລກພະຍາດ ແລະ ສາມາດຈະເລີນເຕີບໂຕໄດ້ໃນນໍ້າຈືດທີ່ມີຄວາມເຄັມບໍ່ເກີນ 15 PPT ປາຊະນິດນີ້ ເປັນປາທີ່ມີລົດຊາດແຊບດີ ແລະ ມີໂປຼ ຕິນສູງ ປານິນທີ່ຈະນໍາມາລ້ຽງຕ້ອງເປັນປານິນເພດຜູ້ ຫລື ປາ ນິນທີ່ໄດ້ເຮັດໝັນຈຶ່ງຈະຂະຫຍາຍຕົວໄວ ຖ້າເປັນປາແມ່ທີ່ບໍ່ໄດ້ ເຮັດໝັນມັນຈະໃຫຍ່ຊ້າ ເພາະວ່າປານິນໂຕແມ່ມັນຈະໃຫ້ໄຂ່ໄວ, ໃຫ້ໄຂ່ຕະຫລອດປີໃນຊ່ວງການຟັກໄຂ່ ແລະ ລ້ຽງລູກອ່ອນຂອງ ມັນປາຈະອົມໄວ້ໃນປາກຕະຫລອດເຊິ່ງເປັນຜົນກະທົບຕໍ່ການກິນ ອາຫານຈຶ່ງເຮັດໃຫ້ການຈະເລີນເຕີບໂຕຊັກຊ້າ.

ການສະໜອງບໍລິການສັດຕະວະແພດເຊິງພານິດ

ການເຂົ້າເຖິງການບໍລິການທາງດ້ານສັດຕະວະແພດ ຂອງຊາວກະສິກອນຜູ້ລ້ຽງສັດລາຍຍ່ອຍ ໃນ ສປປ ລາວ, ແມ່ນມີຄວາມຈຳກັດ. ຍ້ອນແນວນັ້ນ, ໂຄງການ SADU ຈຶ່ງໄດ້ພະຍາຍາມ ເພື່ອຈະແກ້ໄຂບັນຫາດັ່ງກ່າວ ໂດຍການນຳສະເໜີແຜນງານ ການໃຫ້ບໍລິການທາງດ້ານສັດຕະວະແພດໃນເຊີງພານິດ. ນັບຕັ້ງແຕ່ ໄດ້ເອົາແຜນງານການບໍລິການທາງດ້ານສັດຕະວະແພດໄປທົດລອງນຳສະເໜີ ຢູ່ ແຂວງຊຽງຂວາງ ໃນ ປີ 2006, ອັດຕາການຕາຍຂອງສັດລ້ຽງຫຼຸດລົງ, ຈຳນວນຝຸງສັດເພີ້ມຂຶ້ນ ແລະ ຄອບຄົວຜູ້ລ້ຽງສັດມີລາຍຮັບເພີ້ມຂຶ້ນ ຊຶ່ງເຫັນໄດ້ ຢູ່ ເມືອງແປກ, ເມືອງຄູນ ແລະ ເມືອງໜອງແຮດ. ນອກຈາກນີ້, ແຜນງານການໃຫ້ບໍລິການສັດຕະວະແພດເຊີງການຄ້າ ຍັງເປັນຮູບແບບທີ່ມີຄວາມຍືນຍົງ ແລະ ບໍ່ຕ້ອງການການສະໜັບສະໜູນຈາກຂ້າງນອກຕຶ່ມອີກ.

ວັກຊິນອະຫິວາສັດປີກ

– ນິຍາມ – ລັກສະນະອາການ – ຂໍ້ແນະນຳ – ວິທີໃຊ້ – ໄລຍະຄຸ້ມກັນ – ການເກັບຮັກສາ – ແກ້ວບັນຈຸ

ການລ້ຽງໄກ່ພື້ນບ້ານ

ການລ້ຽງໄກ່ແບບພື້ນເມືອງເພື່ອໃຫ້ໄດ້ຜົນຜະລິດດີນັ້ນ ຈໍາເປັນ ຕ້ອງໄດ້ອາໄສຫຼັກການວິທີການລ້ຽງແບບອຸດສາຫະກຳ ຫຼືແບບເຄິ່ງອຸດ ສາຫະກຳເຂົ້າມາຊ່ວຍ, ພ້ອມທັງພິຈາລະນາເຖິງປັດໃຈສໍາຄັນທີ່ຈໍາເປັນ ເຊັ່ນ: ສະພາບລັກສະນະຄອກໄກ່ເພື່ອໃຫ້ໄກ່ ນອນ, ແນວພັນໄກ່, ຄຸນນະ ພາບຂອງອາຫານ, ຢາວັກຊິນປ້ອງກັນໂຣກ ແລະປັດໃຈອື່ນໆ ອີກຫຼາຍ ຢ່າງຊຶ່ງຊາວກະສິກອນຜູ້ລ້ຽງຫາກນໍາ ເອົາປັດໃຈເລົ່ານšມາພິຈາລະນາ ຢ່າງລະອຽດທັງໝົດ ເຮັດໃຫ້ການລ້ຽງໄກ່ພື້ນເມືອງນັ້ນໄດ້ຮັບຜົນດີ. ແຕ່ ເຖິງຢ່າງໃດກໍ່ ຕາມຖ້າຫາກຊາວກະສິກອນ ຫາກມີການດັດແປງຫຼັກການ ລ້ຽງແບບອຸດສະຫະກຳ ນໍາມາລ້ຽງແບບພື້ນເມືອງໄດ້ດີ. ການດັດແປງວິ ທີດັ່ງກ່າວ ອາດເປັນການເພີ້ມຕົ້ນທຶນແຕ່ຜົນທີ່ ໄດ້ຮັບນັ້ນຄຸ້ມຄ່າກວ່າການ ລ້ຽງແບບປ່ອຍຕາມທຳມະຊາດ ແລະປ່ອຍຕາມລໍາພັງໃຈ.

ເຕັກນິກການລ້ຽງແບ້

ຢູ່ບ້ານເຮົາ ການລ້ຽງແບ້ ແມ່ນມີການນິຍົມກັນລ້ຽງອັນເປັນທີ່ແຜ່ ຫຼາຍ ບໍ່ວ່າຢູ່ໃນລະດັບຕົວເມືອງ ຫຼື ຊົນນະບົດ; ໃນນັ້ນ ແບ້ກໍ່ເປັນສັດ ຊະນິດໜຶ່ງທີ່ລ້ຽງງ່າຍ, ກິນຫຍ້າບໍ່ເລືອກ ແລະ ມັກອາໃສຢູ່ທີ່ບ່ອນສະ ອາດ. ຊີ້ນແບ້ມີລົດຊາດທີ່ແຊບ ສາມາດຕອບສະໜອງທາດອາຫານໃຫ້ ແກ່ຄອບຄົວ ພ້ອມນັ້ນກໍ່ຂາຍໄດ້ລາຄາດີ ທັງເປັນທີ່ຕ້ອງການທາງດ້ານ ການຕະຫຼາດອີກດ້ວຍ. ຊາວກະສິກອນຜູ້ໜຶ່ງ, ຖ້າຈະລ້ຽງແບ້ຕ້ອງມີ ສະຖານທີ່ກ້ວງຂວາງເໝາະສົມ, ມີຄອກປ້ອງກັນຝົນຕົກ ແລະ ມີຮົ້ວ ອ້ອມທີ່ຮັບປະກັນເພື່ອບໍ່ໃຫ້ສັດຂອງຕົນເອງໄປລົບກວນ ຫຼືກິນເຄື່ອງປູກ ຂອງຊາວກະສິກອນຜູ້ອຶ່ນໆ

ການລ້ຽງໝູ

ການລ້ຽງໝູ% – ການປຸກສ້າງຄອກ – ການຄັດເລືອກແນວພັນ – ການປະສົມພັນ – ອາຫານ ແລະ ການໃຫ້ອາຫານ – ບາງພະຍາດທີ່ມັກເກີດກັບໝູ

ພືດອາຫານສັດ

ພືດອາຫານສັດຖືໄດ້ວ່າມີຄວາມສ ຳຄັນເປັນຢ່າງຍິ່ງ ຕໍ່ລະບົບການຜະລິດກະສິກ ຳທັງ ໃນປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກ ຳລັງພັດທະນາ ຕະຫຼອດຮອດປະເທດທີ່ຍັງ ດ້ອຍພັດທະນາ ເຫດຜົນກໍ່ຍອັນວ່າ: ພືດອາຫານສັດນອກຈາກຈະໃຊ້ເປັນອາຫານຫຼັກ ແລະ ອາຫານເສີມໃຫ້ແກ່ສັດແລ້ວ, ພວກມັນຍັງມີບົດບາດສ ຳຄັນໃນການປະກອບສ່ວນເຂົ້າໃນການ ຮັກສາຄວາມສົມດູນໃຫ້ແກ່ລະບົບນິເວດວິທະຍາ ແລະ ການພັດທະນາຂະແໜງການອື່ນໆ ເຊັ່ນ: ຂະແໜງການອຸດສະຫະກ ຳ, ຂະແໜງການແພດ.

ການລ້ຽງໄກ່

ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.