ການລ້ຽງປາໃນໜອງ
ໃນປະຈຸບັນ ຄວາມຮຽກຮ້ອງຕ້ອງການໃນການບໍລິໂພກຊີ້ນປາ ນັບມື້ເພີ້ມຂື້ນເລື້ອຍໆ ຄຽງຄູ່ກັນນັ້ນ ລາຄາຂອງ ຊີ້ນປາກໍ່ເພີ້ມຂື້ນສູງເຊັ່ນດຽວກັນ ສາຍເຫດກໍ່ຍ້ອນວ່າປາທີ່ເຄີຍຫາໄດ້ງ່າຍ ຈາກທ ຳມະຊາດ ກໍ່ແມ່ນນັບມື້ຫລຸດ ຫນ້ອຍຖອຍລົງທຸກໆວັນ. ດັ່ງນັ້ນ ປະຊາຊົນສ່ວນຫລວງຫລາຍ ຈຶ່ງຄ່ອຍຫັນມາລ້ຽງປາຢູ່ໃນຫນອງ ແລະ ສະ ຖານທີ່ຕ່າງໆ ເພື່ອກະກຽມໄວ້ບໍລິໂພກຢູ່ພາຍໃນຄອບຄົວ, ເພື່ອການຈ ຳຫນ່າຍອອກສູ່ຕະຫລາດ ໃນການດ ຳລົງ ຊີວິດປະຈ ຳວັນ. ສະນັ້ນ ວຽກງານການລ້ຽງປານີ້ ກໍ່ແມ່ນວຽກງານນື່ງ ທີ່ສ ຳຄັນ ແລະ ມີບົດບາດໃນການຊຸກຍູ້ ການລ້ຽງປາຢ່າງຫລວງຫລາຍ ບໍ່ວ່າການລ້ຽງແບບທ ຳມະຊາດ ກໍ່ຄືແບບວິທະຍາສາດ ມັນກໍ່ຕ້ອງໄດ້ນ ຳເອົາ ຫລັກວິຊາການເຂົ້າມາຫມູນໃຊ້ໃຫ້ຖຶກຕ້ອງກັບສະພາບຕົວຈິງ ເພື່ອເຮັດໃຫ້ວຽກງານການລ້ຽງປານີ້ ໄດ້ຮັບຜົນ ຢ່າງແທ້ຈິງ.
ການລ້ຽງປາໃນນາເຂົ້າ
ຊາວນາ ສາມາດໃຊ້ປະໂຫຍດຈາກພື້ນນາໄດ້ຢ່າງເຕັມທີ່. ຕາມປົກກະຕິ ຢູ່ໃນພື້ນນາ ຈະມີ ອາຫານທ ຳມະຊາດ, ເຊິ່ງໄດ້ແກ່ພືດ ແລະ ສັດຕົວນ້ອຍໆ ທັ້ງໆທີ່ບໍ່ສາມາດເບິ່ງດ້ວຍຕາເປົ່າ ໄດ້. ອາຫານທ ຳມະຊາດເຫລົ່ານີ້ ຕາມປົກະຕິແລ້ວ ຈະບໍ່ໄດ້ມີການໃຊ້ປະໂຫຍດແຕ່ຢ່າງໃດ. ຖ້າຫາກວ່າຊາວນາຜູ້ທີ່ສົນໃຈຫັນມາລ້ຽງປາໃສ່ນາເຂົ້າ ປາທີ່ລ້ຽງກໍ່ຈະສາມາດ ໃຊ້ອາຫານ ທ ຳມະຊາດດັ່ງກ່າວນັ້ນ ເປັນອາຫານຂອງປາໂດຍສະເພາະ ແລະ ໃຫ້ຜົນປະໂຫຍດຢ່າງຄຸ້ມ ຄ່າ ໂດຍການປ່ຽນມາເປັນອາຫານຈ ຳພວກໂປຼຕີນໃນຮູບຂອງຊີ້ນປາ ໃຫ້ແກ່ເຈົ້າຂອງນາ. ນອກຈາກນີ້ ປາຍັງສ້າງລາຍຮັບເພີ້ມອັນນຶ່ງໃຫ້ແກ່ຄອບຄົວອີກດ້ວຍ.
ປື້ມຄູ່ມີການລ້ຽງໄກ່ລາດ
ຢູ່ບ້ານເຮົາການລ້ຽງໄກ່ລາດ ແມ່ນມີການນິຍົມກັນລ້ຽງຢ່າງແຜ່ຫລາຍ ບໍ່ວ່າໃນຕົວເມືອງ ຫລືຊົນນະບົດ. ໄກ່ລາວລ້ຽງງ່າຍ, ທ່າອາຫານກິນ ເອງໄດ້ ແລະ ມີຄວາມຕ້ານທານພະຍາດ ແລະ ດິນຟ້າອາກາດໄດ້ດີ. ໄກ່ລາດມີລົດແຊບສາມາດສະຫນອງອາຫານໃຫ້ແກ່ຄອບຄົວ ແລະ ຂາຍໄດ້ທຸກເວລາ, ຊາວກະສິກອນຜູ້ຫນຶ່ງ, ຖ້າຢາກປູກຝັງກໍ່ຕ້ອງລ້ຽງ ສັດໄປນຳ. ສັດທີ່ລ້ຽງງ່າຍກໍ່ແມ່ນໄກ່ລາດ, ຊຶ່ງນອກຈາກຈະໃຫ້ຊີ້ນ ແລະ ໄຂ່ເປັນອາຫານແລ້ວ ກໍ່ຍັງໃຫ້ຝຸ່ນ ເພື່ອໄປໃສ່ຕົ້ນໄມ້, ສວນຜັກ ແລະ ນາເຂົ້າໄດ້ອີກນຳ.
ການຕອນໄກ່
ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ການລ້ຽງງົວຊົນ
ປື້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວ ບ້ານແລະ ອາສາສະໝັກຊຶ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອໍານວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຄອນຫຼວງ ວຽງຈັນ. ປື້ມຫົວນ້ອຍຫົວນີ້ ໄດ້ບັນຈຸເອົາເນື້ອໃນທີ່ເວົ້າເຖິງຫົວຂໍໃດໜຶ່ງ ໂດຍມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້າ ນໍາພາ ແລະ ສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນ ປໍ1 ປໍ 2 ແລະ ບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ການລ້ຽງຫມູຕອນ
ປື້ມພູມປັນຍາທ້ອງຖິ່ນຫົວນີ້ໄດ້ມາຈາກການຂຽນຂອງຊາວ ບ້ານແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອ ຳນວຍ ການສູນອົບຮົມຮ່ວມພັດທະນາແລະພະແນກສຶກສານະຄອນຫຼວງວຽງ ຈັນ ປື້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ.
ການລ້ຽງກົບໃສ່ກະຊັງໂດຍນຳໃຊ້ອາຫານທີ່ແຕກຕ່າງກັນ
ປື້ມເຫຼັ້ມນີ້ໄດ້ຂັດຈ້ອນເອົາຂໍ້ມູນມາຈາກປື້ມຂໍ້ມູນສິ່ງແວດ ລ້ອມສຶກສາບ້ານໜອງຍາວທີ່ເປັນຜົນງານການຂຽນ ແລະໃຫ້ຂໍ້ ມູນຂອງຄູອາຈານແລະຊາວບ້ານໜອງຍາວ, ເມືອງນາຊາຍ ທອງ, ນະຄອນຫຼວງວຽງຈັນ. ແລ້ວມາສັງລວມເປັນປື້ມຄວາມ ຮູ້ສິ່ງແວດລ້ອມສຶກສາທ້ອງຖິ່ນເຫຼັ້ມນີ້ ທີ່ມີເນື້ອໃນຄວາມຮູ້ກ່ຽວ ກັບໜອງຍາວ ແລະສັດທີ່ມີຢູ່ໜອງຍາວ ເພື່ອເປັນບ່ອນອີງໃຫ້ ແກ່ຄູທີ່ສົນໃຈນໍາໄປໝູນໃຊ້ປູກຈິດສໍານຶກໃຫ້ແກ້ເດັກໄດ້ຮັບຮູ້ ຄວາມສໍາຄັນ, ຄຸນປະໂຫຍດ ແລະຄຸນຄາຂອງສິ່ງແວດລ້ອມ ໃນທ້ອງຖິ່ນ.
ການລ້ຽງເປັດ
ຢູ່ບ້ານເຮົາການລ້ຽງສັດປີກ ແມ່ນມີການນິຍົມກັນລ້ຽງຢ່າງແຜ່ຫລາຍບໍ່ວ່າໃນຕົວເມືອງ ຫລື ຊົນນະບົດ, ເຊິ່ງໃນນັ້ນ ເປັດກໍ່ເປັນສັດປີກຊະນິດຫນື່ງທີ່ລ້ຽງງ່າຍ ແລະ ມີຄວາມຕ້ານທານພະຍາດ ແລະ ດິນຟ້າອາກາດໄດ້ດີ. ເປັດມີລົດແຊບສາມາດສະຫນອງອາຫານໃຫ້ແກ່ຄອບຄົວ ແລະ ຂາຍໄດ້ທຸກເວລາ. ຊາວກະສິກອນຜູ້ຫນື່ງ, ຖ້າຢາກປູກຝັງກໍ່ຕ້ອງລ້ຽງສັດໄປນຳ. ສັດທີ່ລ້ຽງງ່າຍກໍ່ແມ່ນເປັດ, ຊຶ່ງນອກຈາກຈະໃຫ້ຊີ້ນ ແລະ ໄຂ່ເປັນອາຫານແລ້ວ ກໍ່ຍັງໃຫ້ຝຸ່ນເພື່ອໄປໃສ່ຕົ້ນໄມ້, ສວນຜັກ ແລະ ນາເຂົ້າໄດ້ອີກນຳ.
ຄູ່ມືການລ້ຽງໄກ່ລາດ
ການລ້ຽງໄກ່ພື້ນເມືອງ
ການລ້ຽງໄກ່ພື້ນເມືອງ – ສິ່ງທີ່ຄວນຄຳນຶງ – ສະຖານທີ່ລ້ຽງໄກ່ – ລັກສະນະຂອງລົກໄກ່ – ພັນໄກ່ – ການກຽມສະານທີ່ກ່ອນນຳມາລ້ຽງ – ການລ້ຽງໄກ່ນ້ອຍ – ເວລາການໃຫ້ອາຫານ – ແຫຼ່ງອາຫານ – ການຟັກໄຂ່ – ພໍ່ແມ່ນພັນ – ການປ້ອງກັນພະຍາດ – ພະຍາດທີ່ມັກເກີດກັບໄກ່ – ການຕະຫຼາດ


