ເປັນຫຍັງໄຟໄໝ້ທີ່ເກີດຈາກດິນຖ່ານຕົມຈຶ່ງດັບຍາກ?

ດິນຖ່ານຕົມປະກອບມີທາດກາກບອນສູງ ແລະ ລັກສະນະໂຄງສ້າງຜຸພຸນໂດຍທຳມະຊາດ. ດັ່ງນັ້ນ, ໃນສະພາວະທີ່ແຫ້ງ, ເຂດບໍລິເວນດິນຖ່ານຕົມ ມີຄວາມສ່ຽງສູງໃນການເກີດໄຟໄໝ້, ແລະ ສົ່ງຜົນໃຫ້ມີຄວາມເປັນໄປໄດ້ຍາກໃນການດັບໄຟ ໂດຍປາສະຈາກການ ກຳເນີດແຫຼ່ງນໍ້າບາດານຂຶ້ນມາໃໝ່

ເປັນຫຍັງການຄຸ້ມຄອງດິນຖ່ານຕົມແບບຍືນຍົງຈຶ່ງມີຄວາມສໍາຄັນຕໍ່ການດໍາລົງຊີວິດຂອງຊຸມຊົນ?

ດິນຖ່ານຕົມມີຜົນປະໂຫຍດຫຼາກຫຼາຍຕໍ່ການດຳລົງຊີວິດ ແລະ ສະໜອງລາຍຮັບທີ່ຍືນຍົງ. ຖ້າຫາກດິນຖ່ານຕົມຊຸດໂຊມລົງ, ຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງຊຸມຊົນ

7 ຫຼັກການໃນການຄຸ້ມຄອງດິນຖ່ານຕົມທີ່ຍືນຍົງ

ດິນຖ່ານຕົມຖືເປັນວຽກງານສຳຄັນ ເຊິ່ງສາກົນມີຄວາມພະຍາຍາມສູງ ໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ. ການລຸກລ້ຳດິນຖ່ານຕົມໂດຍການຄຸ້ມຄອງນໍາໃຊ້ ດິນຖ່ານຕົມແບບບໍ່ຍືນຍົງ ສາມາດສົ່ງຜົນກະທົບຕໍ່ອຸທົກກະສາດ ຂອງລະບົບນິເວດທັງໝົດຂອງດິນຖ່ານຕົມ. ດັ່ງລຸ່ມນີ້ແມ່ນ 7 ຫຼັກການໃນການຄຸ້ມຄອງດິນຖ່ານຕົມທີ່ຍືນຍົງ:

ເປັນຫຍັງເຮົາຈຶ່ງຕ້ອງໃຫ້ດິນຖ່ານຕົມປຽກຊຸ່ມຢູ່ຕະຫຼອດເວລາ?

ດິນຖ່ານຕົມທີ່ປຽກຊຸ່ມສາມາດເກັບກັກທາດກາກບອນໄດ້ດີ ເຊິ່ງຊ່ວຍຫຼຸດຜ່ອນຜົນກະທົບທີ່ເຮັດໃຫ້ເກີດພາວະໂລກຮ້ອນ ແລະ ຫຼຸດຜ່ອນອັດຕາການເກີດໄພພິບັດ ຈາກສະພາບດິນຟ້າອາກາດ.

ເປັນຫຍັງດິນຖ່ານຕົມຈຶ່ງມີຄວາມສໍາຄັນ?

ດິນຖ່ານຕົມມີຄວາມສຳຄັນທີ່ສຸດຕໍ່ໂລກຂອງພວກເຮົາໃນຫຼາຍໆດ້ານ. ມັນຊ່ວຍໃນການເກັບກັກທາດກາກບອນ, ເປັນບ່ອນຢູ່ອາໄສໃຫ້ແກ່ຊີວະນານາພັນ, ມີບົດບາດທີ່ສຳຄັນໃນການຄວບຄຸມປະລິມານນໍ້າ ແລະ ສະໜອງການດໍາລົງຊີວິດໃຫ້ແກ່ຊຸມຊົນ.

ດິນຖ່ານຕົມແມ່ນຫຍັງ?

ດິນຖ່ານຕົມແມ່ນລະບົບນິເວດເຂດດິນບໍລິເວນນໍ້າທີ່ເກີດຢູ່ໃນສະພາວະນໍ້າຖ້ວມຂັງເພື່ອປ້ອງກັນການຍ່ອຍສະຫຼາຍຂອງພືດ. ດັ່ງນັ້ນ, ການຜະລິດອິນຊີວັດຖຸຫຼາຍກ່ວາການຍ່ອຍສະຫຼາຍ, ເຊິ່ງສົ່ງຜົນເຮັດໃຫ້ມີການສະສົມຂອງດິນຖ່ານຕົມ.

ຕົ້ນກະຖີ່ນໝາມຈາກພືດຮຸກຮານສູ່ການນຳໃຊ້ປະໂຫຍດ: ກໍລະນີສຶກສາການຜະລິດຖ່ານອັດກ້ອນ

ຕົ້ນກະຖີນໜາມເປັນວັດສະພືດຊະນິດໜື່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນເຂດດິນຊຸ່ມນ້ຳຢ່າງໄວວາ ເຊິ່ງເປັນຂໍ້ຈຳກັດ ເຮັດໃຫ້ພືດຊະນິດອື່ນບໍ່ຂະຫຍາຍຕົວໂຕໄດ້. ນອກຈາກນັ້ນ, ຍັງບໍ່ມີີສັດຕູທາງທຳມະຊາດຫຼາຍ ເຮັດໃຫ້ມີການຂະຫຍາຍຕົວ ແລະ ການກະຈາຍພັນເປັນບໍລິເວນກວ້າງ. ດັ່ງນັ້ນການນຳເອົາຕົ້ນກະຖີ່ນໜາມມາໃຊ້ປະໂຫຍດໃນດ້ານພະລັງງານ ຊີວະພາບເປັນວິທີການໜື່ງໃນການກຳຈັດ, ໃຊ້ປະໂຫຍດ ພ້ອມທັງຫຼຸດຜ່ອນບັນຫາດັ່ງກ່າວ. ເຊິ່ງການສຶກສາຄັ້ງນີ້ ແມ່ນການສີກສາຕໍ່ຍອດຈາກການສຶກສາຜ່ານມາທີ່ມີການສົມທຽບຖ່ານອັດກ້ອນຈາກສິ່ງເສດເຫຼືອທາງກະສິກຳ ໂດຍມີຈຸດປະສົມເພື່ອສຶກສາອັດຕາສ່ວນທີ່ເໝາະສົມໃນການຜະລິດເປັນຖ່ານອັດກ້ອນຈາກຕົ້ນກະຖິນໝາມ, ປ່ຽບທຽບປະສິດທິພາບໃນແຕ່ລະອັດຕາສ່ວນ ເຊິ່ງໄດ້ມີການທົດລອງທັງໝົດ 4 ອັດຕາສ່ວນ (ກະຖີນໝາກ:ແປ້ງ)ຄື: 500:50, 500:75, 500:100 ແລະ ຖ່ານກະຖິນໜາມບໍ່ໄດ້ແປຮູບ ພ້ອມທັງປຽບທຽບກັບຖ່ານໄມ້ວິກອິກດ້ວຍ. ໃນການປຽບທຽບປະສິດທິພາບ ແມ່ນນຳໃຊ້ການຕົ້ມນ້ຳ (Water boiling test, WBT) ໂດຍນຳໃຊ້ຖ່ານ 500 ກຣາມ ໃນການທົດລອງໃນແຕ່ລະອັດຕາສ່ວນ. ຈາກຜົນການສຶກສາເຫັນວ່າຖ່ານອັດກ້ອນອັດຕາສ່ວນ 500:75 ມີຄ່າປະສິດທິພາບດີທີ່ສຸດ ເຊິ່ງໃຫ້ອຸນຫະພູມທີ່ຄົ້ງທີສະໜໍ່າສະເໜີ, ມີໄລຍະເວລາໃນການເຜົາໄໝ້ສູງ ແລະ ມີປະລິມານຂີ້ເຖ້າໜ້ອຍ. ດັ່ງນັ້ນສາມາດສະຫຼຸບໄດ້ວ່າຖ່າຍອັດກ້ອຍຈາກະຖິນໝາມມີປະສິດທິພາບ ແລະ ຍັງສາມາດເປັນທາງເລືອກທົດແທນຖ່ານຈາກໄມ້ທຳມະຊາດອື່ນໆ.

ຂະບວນການແຍກເສັ້ນໄຍຜັກຕົບເພື່ອຜະລິດເຄື່ອງຫັດຖະກຳ

ຜັກຕົກເປັນວັດຊະພືດຊະນິດໜື່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນແຫຼ່ງນ້ຳຢ່າງໄວວາ ເຊິ່ງເປັນຂໍ້ຈຳກັດຫຼັດໃນດ້ານການຄົມມະນາຄົມທາງນ້ຳ ແລະ ກິດຂວາງຂອງການລະບາຍນ້ຳ ແລະ ຍັງເຮັດໃຫ້ແຫຼ່ງນ້ຳຕຶ້ນເຂີນ. ດັ່ງນັ້ນ, ການນຳເອົາຜັກຕົບມາໃຊ້ປະໂຫຍດໃນດ້ານຫັດຖະກຳ ເປັນໜື່ງໃນວິທີການຫຼຸດຜ່ອນບັນຫາດັ່ງກ່າວ. ການສຶກສາຄັ້ງນີ້ມີຈຸດປະສົມເພື່ອສຶກສາຂະບວນການແຍກເສັ້ນໃຍຜັກຕົບ, ປຽບທຽບຄຸນນະພາບຂອງເສັ້ນໄຍຜັກຕົບ ແລະ ນຳເອົາເສັ້ນໄຍທີ່ໄດ້ໄປຜະລິດເປັນເຄື່ອງຫັດຖະກຳ. ເຊິ່ງໄດ້ມີການປະສົມເສັ້ນໃຍຜັກຕົບ ແລະ ເສັ້ນໃຍກາບກ້ວຍໃນອັດຕາສ່ວນທີ່ແຕກຕ່າງກັນ. ໂດຍມີທັງໝົດ 7  ອັດຕາສ່ວນຂອງເສັ້ນໃຍຜັກຕົບ.

ຄູ່ມືພາກສະໜາມປາໃນອາງແມ່ນ້ຳຂອງປະເທດລາວ

ປະເທດແມ່ນສ່ວນໜຶ່ງຂອງຈຸດສຸມຊີວະນາໆພັນອິນໂດ-ມຽນມາ; ເຊິ່ງເປັນໜື່ງໃນຈຳນວນ 34 ຈຸດສຸມຊີວະນາໆພັນຂອງໂລກທີ່ຖີກໄພຂົ່ມຂູ່. ອ່າງແມ່ນ້ໍາຂອງໃນປະເທດລາວມີລັກສະນະພູມສັນຖານທີ່ມີນໍ້າໄຫຼແຮງ ແລະ ມີແມ່ນ້ຳສາຂາຫຼາກຫຼາຍ, ມີເນື້ອທີ່ 202, 000 ກິໂລຕາເມັດ; ເຊິ່ງກວມເອົາປະມານ 25% ຂອງເນື່ອທີ່ທັງໝົດຂອງປະເທດ ແລະ 35% ຂອງການໄຫຼເຂົ້າອ່າງແມ່ນນ້ຳຂອງໃນແຕ່ລະປີ. ປ່າຫຼາຍກວ່າ 490 ຊະນິດ (ລວມທັງ 22 ຊະນິດຕ່າງຖີ່ນ) ທີ່ຮູ້ກັນດີໃນພື້ນທີ່ນີ້. ນອກຈາກນີ້ຍັງສາມາດຄົນພົບສາຍພັນປາທີ່ຍັງບໍ່ຮູ້ໄດ້ອິກ, ຖ້າຫາກວ່ານັກຊ່ຽວຊານກ່ຽວກັບປາທຳການຄົ້ນຄວ້າຫາປາເຫຼົ່ານັ້ນ.