ແຜນດໍາເນີນງານແຫ່ງຊາດວ່າດ້ວຍຫວາຍ ແລະ ໄມ້ປ່ອງແບບຍືນຍົງ (2021-2025)
ສປປ ລຳວ ມີຄວຳມອຸດົມສົມບຸນທາງດ້ານຊີວະນາໆພັນ ແລະ ຄວາມຫຼາກຫຼາຍທຳງດ້ຳນຊະນິດຂອງຫວາຍ-ໄມ້ປ່ອງ ທີ່ມີບົດບຳດສ ຳຄັນໃນກຳນສ້ຳງລຳຍຮັບໃຫ້ແກ່ປະຊາຊົນໃນເຂດຊົນນະບົດ. ມີການຄາດຄະເນວ່າ, ຫວາຍ-ໄມ້ປ່ອງ ສາມາດປະກອບສ່ວນເຂົ້າໃນການສ້າງຜະລິດຕະພັນລວມຍອດພາຍໃນ (GDP) ຂອງປະເທດ ໄດ້ປະມານ 22.000.000 ໂດລາ ຫຼື ຫຼາຍກ່າວນັົ້ນຕ ໍ່ປີ. ໃນນັົ້ນ, ປະມານ 150.000 ຄົວເຮືອນ, ພາຍໃນ 1.700 ບ້ານມີການເຂົ້າເຖິງ ແລະ ນ າໃຊ້ຫວາຍ-ໄມ້ປ່ອງ. ອິງໃສ່ປະສົບການ ແລະ ບົດຮຽນຕ່າງໆທີ່ຫຼາຍໂຄງການໄດ້ໃຫ້ການສະໜັບສະໜູນ ແລະ ຈັດຕັົ້ງປະຕິບັດໃນໄລຍະຜ່ານມາ, ເປັນຕົ້ນແມ່ນໂຄງການໄມ້ປ່ອງ ແລະ ຫວາຍ (GRET) ແລະ ໂຄງການເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງ (WWF) ເຫັນວ່າ, ວຽກງານຫວາຍ-ໄມ້ປ່ອງ ຍັງມີທ່າແຮງສູງໃນການພັດທະນາແບບຍືນຍົງ. ໃນຂະນະທີ່ການພັດທະນາວຽກງານຫວາຍ-ໄມ້ປ່ອງ ຢູ່ ສປປ ລາວ ຍັງມີລັກສະນະກະແຈກກະຈາຍ, ຍັງບ ໍ່ມີແຜນດ າເນີນງານສະເພາະຂອງພາກລັດ ເຮັດໃຫ້ປະສິດທິຜົນໃນການຄຸ້ມຄອງປ່າຫວາຍ-ໄມ້ປ່ອງ, ການພັດທະນາຕ່ອງໂສ້ມູນຄ່າຜະລິດຕະພັນຫວາຍ-ໄມ້ປ່ອງ, ການສ້າງລາຍຮັບ […]
ຍຸດທະສາດການເຕິບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ເຖິງປີ 2030
ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ສະບັບນີ້ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ວິໄສທັດ 2030, ຍຸດທະສາດໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໃຫ້ເປັນອັນລະອຽດ. ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດສະບັບນີ້ ແມ່ນເພື່ອເສີມສ້າງຄວາມອາດສາມາດໃນການເຊື່ອມສານການເຕີບໂຕສີຂຽວເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການຂອງຂະແໜງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະຍາວທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ກຳນົດໄວ້ ເປັນຕົ້ນແມ່ນ: ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນຕໍ່ໜ້າ ແລະ ກ້າວໄປເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດສີຂຽວ-ຍືນຍົງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນປີ 2030 ຢ່າງມີຄຸນນະພາບ.
ປື້ມຄູ່ມືສົ່ງເສີມເຕັກນິກການປູກເຫັດ
ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ໂພຊະນາການໃນແກ່ຊາວກະສິກອນໃນເຂດບ້ານເປົ້າໝາຍຂອງໂຄງການກະສິກຳເພື່ອໂພຊະນາການ
ເອກະສານປະກອບການສອນ: ວິຊາການປູກເຫັດນາງລົມ, ນາງຟ້າ
ປະຈຸບັນເຮົາເຫັນວ່າເຫັດນາງລົມ-ນາງຟ້າມີຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນຫຼາຍ ຜູ້ບໍລິໂພກມີຄວາມນິຍົມມາເຮັດອາຫານຫຼາຍທີ່ຈຳເປັນຕໍ່ຮ່າງກາຍ ຊາວກະສິກອນຈິງນິຍົມໃນການປູກເຫັດນາງຟ້າເພື່ອໃຫ້ເປັນອາຊິບເສີມ
ທ່ານແນ່ໃຈແລ້ວບໍວ່າອາຫານທີ່ກິນແຕ່ລະມື້ມີຄວາມປອດໄພ
ປະເພດການເປັນພິດຂອງອາຫານ ສາເຫດໃນການນຳໃຊ້ຢາປາບສັດຕູພືດຂອງຊາວກະສິກອນ ສານຕົກຄ້າງຈາກຢາປາບສັດຕູພືດ ການເຈືອປົນຂອງຢາປາບສັດຕູພືດໃນກະແສເລືອດ ການຫຼີກລ່ຽງ ແລະ ຫຼຸດຄວາມສ່ຽງຂອງຢາປາບສັດຕູພືດ
ສະຖິຕິກະສິກຳປະຈຳປີ 2019
ຂໍ້ມູນສະຖິຕິໃນປື້ມວາລະສານສະບັບນີ້ສ່ວນໃຫຍ່ໄດ້ສັງລວມມາຈາກການເກັບກໍາຂອງກົມວິຊໍາກໍານອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ບາງຂໍ້ມູນໄດ້ມາຈາກສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ກໍານລົງທືນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ ແລະ ຈາກພາກສ່ວນອື່ນໆທີ່ກ່ຽວຂ້ອງ.
ແມງແຄງພິຄາດ
ແມງງແຄງພິຄາດ ຫຼື ໂຕຫໍ້າ ທີ່ມີບົດບາດສຳຄັນໃນການຄວບຄຸມ ແລະ ຈຳກັດບົ້ງຝູງສາລີທີ່ເປັນສສັດຕູຮ້າຍແຮງຂອງສາລີ
ແຜນການດຳເນີນງານການອະນຸລັກທະນີໃນ ສປປ ລາວ 2011-2020
ໃນເຂດອາຊີຕາເວນອອກສ່ຽງໃຕ້ສປປລາວ ແມ່ນຫນຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງ ຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕໍານານ ຖ້າຫາກວ່າພວກເຮົາບໍ່ເລີ່ມ ເອົາໃຈໃສ່ ໃນການອະນຸລັກຢ່າງຈິງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ນິເວດວິທະຍາປ່າໄມ້ຂາດຄວາມສົມດູນແລະອ່ອນແອໃນທີ່ສຸດ. ທະນີເປັນຫນື່ງໃນບັນດາສັດປ່າທີ່ສໍາຄັນທີ່ສຸດທັງເປັນສັດຕົວແທນສໍາລັບການອະນຸລັກ, ແລະບາງຕົວຊີ້ບອກ ຂອງປ່າໄມ້ທີ່ມີ ການລົບກວນຫນ້ອຍ. ແຕ່ເປັນທີ່ຫນ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍ ຢູ່ໃນສປປລາວໄດ້ຫຼຸດລົງຢ່າງຫນ້າເປັນຮ່ວງເຊິ່ງ ປັດຈຸບັນພວກເຮົາຫາຟັງສຽງຮ້ອງ ຂອງທະນີໃນທໍາມະຊາດໄດ້ຍາກຫຍິ່ງຂຶ້ນ.
ຄູ່ມືການວາງແຜນຈັດສັນ ແລະ ຄຸ້ມຄອງ ການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມ
ປຶ້ມຄູ່ມືສະບັບນີ້ແນະນຳວິທີຈັດຕັ້ງປະຕິບັດວຽກ P-FALUPAM ຢູ່ຂັ້ນກຸ່ມບ້ານ ແລະ ບ້ານແບບມີສ່ວນຮ່ວມໂດຍແບ່ງອອກເປັນ 5 ບາດກ້າວໃນນີ້ລວມມີວຽກຢູ່ຫ້ອງການ ແລະ ວຽກພາກສະໜາມ. ບາດກ້າວທີ1 ແມ່ນການກະກຽມແຜ່ນວຽກ, ບຸກຄະລາກອນ, ງົບປະມານ ແລະ ອຸປະກອນເຄື່ອງມືຮັບໃຊ້. ບາດກ້າວທີ2 ແມ່ນການເກັບກຳຂໍ້ມູນລະດັບບ້ານ ແລະ ສ້າງແຜ່ນທີ່ພື້ນຖານ ຂອງບ້ານ ບາດກ້າວທີ3 ແມ່ນ ການສ້າງແຜ່ນທີ່ນຳໃຊ້ທີ່ດິນໃນປະຈຸບັນ ເກັບກຳຂໍ້ມູນເສດຖະກິດສັງຄົມ ແລະ ປະເມີນຄວາມອຸດົມສົມບູນຂອງດິນ, ບາດກ້າວທີ4 ແມ່ນການກຳນົດຂອບເຂດຈັດສັນ ຄຸ້ມຄອງນຳໃຊ້ທີ່ດິນປະຈຸບັນ ແລະ ປ່າໄມ້ຂອງບ້ານ, ບາດກ້າວທີ5 ແມ່ນການກວດກາຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັັດຕາມແຜນຈັດສັນເຂດຄຸ້ມຄອງກະສິກຳ ແລະ ປ່າໄມ້ ເພື່ອເປັນບ່ອນອີງໃຫ້ແກ່ວຽກຂຶ້ນສຳມະໂນທີ່ດິນ ອອກໃບຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຕາດິນໃຫ້ປະຊາຊົນຂັ້ນບ້ານ
ລະບົບຖານຂໍ້ມູນອອນໄລນ໌ ພາເຂົ້າລາວ
ພາເຂົ້າ ເປັນໂຕະທີ່ໃຊ້ຮັບປະທານອາຫານໃນປະເທດລາວ ແລະ ເປັນສັນຍາລັກຂອງປະຊາຊົນລາວ ທີ່ກ້ຽວຂ້ອງກັບຄວາມຫຼາກຫຼາຍທາງຊີວະນາໆພັນ (ABD) ໂຕະດັ່ງກ່າວມັກຈະເຮັດດ້ວຍຫວາຍ ແລະ ໄມ້ໄຜ່ທີ່ຜະລິດພາຍໃນປະເທດ, ຄອບຄົວໝູ່ເພື່ອນຈະຮ່ວມກັນເພື່ອຮ່ວມແບ່ງປັນອາຫານຕ່າງໆແມ່ນມາຈາກທຳມະຊາດເຊັ່ນ: ເຂົ້າໜຽວ, ປາປີ້ງ, ເອາະ, ຜັກລວກ ຫຼື ແຈ່ວທີ່ຕໍາເປັນສູດພິເສດຂອງແຕ່ລະທ້ອງຖິ່ນ.