ການສົມທຽບປະສິດທິພາບຂອງນ້ຳເປື່ອຍ 5 ຊະນິດໃນການທຳຄວາມສະອາດຜັກສົດ ເພື່ອຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາ

ໃນການສຶກສາຄັ້ງນີ້ ມີຈຸດປະສົງເພື່ອສຶກສາວິທີການ ແລະ ຄວາມເໝາະສົມຂອງນ້ຳເປື່ອຍ 5 ຊະນິດ ຊຶ່ງປະກອບມີ: CH3COOH, C6H10O8, KMnO4, NaHCO3 ແລະ NaCl ທີ່ຄວາມເຂັ້ມຂຸ້ນ 3 ລະດັບຄື: 0.1%, 0.5%, 1% ໃນການຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາໃນຕົວຢ່າງຜັກສົດ 5 ຊະນິດຄື: ຜັັກຫອມປ້ອມ, ຜັກຫອມລາບ, ຜັກຫອມເປ, ຜັກຄາວທອງ ແລະ ຜັກສະຫຼັດ. ຜັກສົດຖືກທຳຄວາມສະອາດດ້ວຍ 2 ວິທີຄື: ວິທີປາສະຈາກການແຊ່ ແລະ ແຊ່ໄວ້ 15 ນາທີ ແລ້ວກວດສອບຫາປະລິມານເຊື້ອແບັກທີເຣຍໂດຍໃຊ້ວິທີກະຈາຍເຊື້ອ. ຈາກຜົນການທົດລອງພົບວ່າ ການປົນເປື້ອນເຊື້ອຂອງຈຸລະຊີບທັງໝົດຫຼາຍທີ່ສຸດ ແມ່ນໃນຜັກຫອມປ້ອມ ແລະ ຜັກຄາວທອງຕົວຢ່າງລະ 21%, ຮອງລົງມາແມ່ນຜັກຫອມເປ ແລະ ຜັກສະຫຼັດຕົວຢ່າງລະ 20% ແລະ ຜັກຫອມລາບ 18% ຂອງຈຳນວນຜັກທີ່ນຳມາສຶກສາ.  ຜັກທີ່ມີການປົນເປື້ອນຂອງເຊື້ອຊາໂມເນລາຫຼາຍທີ່ສຸດແມ່ນຜັກຫອມເປ 37%, […]

ການຄັດເລືອກຢີສ໌ທີ່ສາມາດໃຊ້ໄຊໂລສເພື່ອການໜັກເຫຼົ້າເອຕາໂນລ

ການສຶກສາກ່ຽວກັບການຄັດເລືອກເຊື້ອຢີສ໌ທີ່ສາມາດໝັກໄຊໂລສໃຫ້ເປັນເຫຼົ້າເອຕາໂນລ ເຊິ່ງໄດ້ນໍາໃຊ້ ສິ່ງເສດເຫຼືອທາງການກະເສດ ລວມທັງໝົດ 56 ຕົວຢ່າງ. ໃນຂະບວນການທົດລອງໄດ້ດຳເນີນໂດຍ ນຳໃຊ້ເຕັກນິກການເພີ່ມເຊື້ອໃນອາຫານແຫຼວ YPX ທີ່ອຸນຫະພູມ 37ºC. ຈາກການຄັດແຍກ ໄດ້ເຊື້ອ ບໍລິສຸດທັງໝົດ 60 ໄອໂຊເລດ ແລະ ໃນຈໍານວນນີ້ໄດ້ຄັດເລືອກເອົາ 35 ໄອໂຊເລດ ມາທົດສອບຄວາມ ສາມາດ ຈະເລີນເຕີບໂຕຢູ່ໃນອາຫານແຂງ YPD,  YPS, YPX  ແລະ YNB ທີ່ອຸນຫະພູມ 37ºC, 40ºC,  42ºC  ແລະ 45ºC, ສຶກສາລັກສະນະລັກສັນຖານຂອງເຊື້ອຢີສ໌, ທົດສອບຄຸນລັກສະນະຕ່າງໆຂອງຢີສ໌ ທີ່ຖືກຄັດເລືອກທີ່ອຸນຫະພູມ 37ºC ແລະ ການຈັດຈຳແນກຊະນິດຂອງເຊື້ອຢີສ໌ທີ່ຖືກຄັດເລືອກ. ຈາກຜົນທີ່ໄດ້ຮັບສະແດງໃຫ້ເຫັນວ່າເຊື້ອຢີສ໌ສາມາດຈະເລີນເຕີບໂຕໄດ້ດີທີ່ອຸນຫະພູມຕ່າງໆໃນອາຫານ YPD ມີ 8 ໄອໂຊເລດ, ອາຫານ YPS ມີ 6 ໄອໂຊເລດ, ສ່ວນໃນອາຫານ YPX ແລະ ອາຫານ YNB  […]