ຄູ່ມືການປູກໝາກເລັ່ນ

– ຮ່ອງນໍ້າຊ່ວຍໃນເລຶ່ອງການໃຫ້ນໍ້າ ແລະ ລະບາຍນໍ້າ – ປັກຄ້າງຫຼັງຍ້າຍປູກ 8-10 ວັນ – 4,260 ຕົ້ນ/ໄລ

ຄູ່ມືທາງເຕັກນິກໜອນຊອນໃບ

ຫນອນຊ້ອນໃບຈາກແມງກະບີກາງຄືນ, Tuta absoluta ຄືສັດຕູພືດທີ່ສໍາຄັນໃນຫມາກເລັ່ນ ລວມທັງພືດອຶ່ນ ເຊັ່ນ ຫມາກເຂືອ, ຫມາກແຕງ ແລະ ຖົ່ວ ຫາກບ່ໍມີການຈັດການທີ່ດີຜົນຜະລິດຈະມີຄວາມເສຍຫາຍ 50-100%

ຄູ່ມືການກາ້ແກ່ນຊາ

ລະດູການທີ່ເໝາະສົມທີ່ສຸດໃນການເກັບແກ່ນຊາແມ່ນຢູ່ລະຫວ່າງ ທ້າຍເດືອນ ກັນຍາ ຫາ ຕົ້ນເດືອນ ພະຈິກ, ໄລຍະນີ້ແກ່ນຊາແມ່ນສຸກດີ ສັງເກດເບິ່ງໝາກຊາຕ້ອງເປັນໝາກທີ່ແກ່ດີ, ເຮົາແກະເອົາເປືອກນອກອອກແລ້ວ ຈະສັງເກດ ເຫັນແກ່ນຊາທີ່ຢູ່ທາງໃນເປັນສີນໍ້າຕານເຂັ້ມ ແມ່ນສາມາດເກັບມາກ້າແກ່ນໄດ້

ປື້ມຄູ່ມືສົ່ງເສີມເຕັກນິກການຄຸ້ມຄອງປ່າໜໍ່ຂົມທຳມະຊາດ

ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນການ ຈັດຕັ້ງປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປຶ້ມຄູ່ມື ກ່ຽວກັບການປັບຕົວທາງດ້ານເຕັກນິກ ການຄຸ້ມຄອງໜໍ່ຂົມຢູ່ໃນບ້ານເປົ້າໝາຍ ໂຄງການ ກະສິກຳເພື່ອ ໂພຊະນາການ ເຂດພາກເໜືອຂອງປະເທດລາວ. ປຶ້ມຄູ່ມື້ດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນ ການຈັດຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການ ຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/DTEAP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ. ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນຟື້ນ ທີເປົ້າໝາຍໂຄງການ.

ປື້ມຄູ່ມືສົ່ງເສີມເຕັກນິກການປູກໝາກເຂືອ

ປື້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂຶ້ນໃນ ການຈັດຕັ້ງປະຕິບັດ ແລະ ສະເໜີ ຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ ເຕັກນິກການປູກໝາກເຂືອເປັນສີ້ນຄ້າເພື່ອຊາວກະສິກອນສາມາດ ປັບປຸງການ ປູກຜັກກະທຽມໃຫ້ໄດ້ຫຼາຍຂື້ນໃຫ້ກາຍເປັນສີນຄ້າສົ່ງອອກຂາຍເພື່ອເປັນລາຍ ຮັບໃຫ້ແກ່ຊາວກະສິກອນເປັນການປັບປຸງຊິວິດການເປັນຢູ່ຂອງຊາວກະສິກອນ ໃຫ້ດີຂື້ນ ແລະ ສາມາດນໍາລາຍຮັບໄປຊື້ອາຫານມາບໍລິໂພກໃຫ້ໄດ້ຕາມຫຼັກ ໂພຊະນາການທາງດ້ານອາຫານໃຫ້ຫຼ ືຍຂື້ນ. ປື້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາໃນບາດກ້າວທຳອິດຂອງໂຄງການ ກະສິກຳເພື່ອໂພຊະນາການຮ່ວມມືກັບຊ່ຽວຊານສົມທົບກັບສະພາບການຜະລິດ ຂອງກະສິກອນຂັ້ນພື້ນຖານໃນແຕ່ລະທ້ອງຖີ່ນ ແລະ ປະສານງານພະນັກງານຂອງ ໂຄງການ IFAD/GAFSP ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນ ແຂວງ,ເມືອງສາມາດຖ່າຍທອດໄປເຖີງຕາມຄວາມຕ້ອງການຂອງຊາວກະສິກອນ ໃນແຂວງເປົ້າໝາຍໂຄງການ.