ການປູກ ຫວາຍໂຕ່ນ

ເຕັກນິກການປູກຫວາຍໂຕ່ນ: – ປັດໄຈທີ່ຄວນເລືອກ – ເຕັກນິກການປູກ – ສະພາບສ່ວນປູກຫວາຍ – ວິທີການຕັດຍອດ – ຜົນໄດ້ຮັບຈາກການປູກຫວາຍ

ການປູກ ຫວາຍທອກ

ເຕັກນິກການປູກຫວາຍທອກ: – ປັດໄຈທີ່ຄວນເລືອກ – ເຕັກນິກການປູກ – ການເກັບກູເສັ້ນຫວາຍ

ການປູກ ຫວາຍໝາມຫ່າງ

ເຕັກນິກການປູກຫວາຍໜາມຫ່າງ: – ປັດໄຈທີ່ຄວນເລືອກ – ເຕັກນິກການປູກ – ການເກັບກູເສັ້ນຫວາຍ

ການປູກ ຫວາຍຫອມ

ເຕັກນິກການປູກຫວາຍຫອມ: – ປັດໄຈທີ່ຄວນເລືອກ – ເຕັກນິກການປູກ – ການເກັບກູເສັ້ນຫວາຍ

ການປູກ ຫວາຍຕະບອງ

ຂັ້ນຕອນການປູກຫຫວາຍຕະບອງ: – ປັດໄຈທີ່ຄວນເລືອກ – ເຕັກນິກການປູກ – ການເກັບກູ້ເສັ້ນຫວາຍ

ເຕັກນິກ ໃນການເກັບແກ່ນ ແລະ ກ້າເບ້ຍຫວາຍ

ຫວາຍເປັນຜລິດຕະພັນທີ່ຮອງລົງມາຈາກປ່າທີ່ມີຄຸນຄ່າທາງເສດຖະກິດ (ໄມ້ທ່ອນ ) ດ້ວຍເຫດນີ້ຈິ່ງ ມີການນໍາໄປໃຊ້ປະໂຫຍດໄດ້ຢ່າງກວ້າງຂວາງໃນລະດັບຊາວບ້ານ, ລະດັບໂຮງງານຫັດຖະກຳແລະອຸດສາຫະ ກໍາ. ຊາວບ້ານໄດ້ນໍາໃຊ້ປະໂຫຍດໃນລັກສະນະຕ່າງໆ: ໃຊ້ເຮັດພາຊະນະເຄື່ອງໃຊ້ສອຍ, ເຮັດເຄື່ອງເຮືອນຕະ ລອດຮອດການສ້າງບ້ານແປງເຮືອນແລະສໍາລັບໃນລະດັບໂຮງງານຫັດຖະກຳ, ອຸດສາຫະກຳໃຊ້ ໃນການເຮັດ ເຟີນີເຈີ. ປັດຈຸບັນມີໂຮງງານເຮັດເຟີນີເຈີຢ່າງມາກມາຍຫລາຍແຫ່ງໃນທົ່ວປະເທດເຄື່ອງຈັກສານໃນການເຮັດ ເຟີນີເຈີຫວາຍເປັນທີ່ນິຍົມທັງພາຍໃນແລະຕ່າປະເທດເຊັ່ນ:ໃນຢູຣົບ, ການາດາ ແລະ ອາເມລິກາ ທັ້ງນີ້ເນື່ອງ ຈາກເຟີນິເຈີຫວາຍມີລັກສະນະເດ່ນສະເພາະໃນຕົວຂອງມັນເອງຫລາຍຢ່າງ ຄື: ສາມາດອອກແບບໄດ້ແຕກ ຕ່າງກັນໄປຈາກເຟີນີເຈີໄມ້, ສາມາດດັດແປງໃຫ້ຢູ່ໃນຮູບແບບຕ່າງໆໄດ້ໂດຍບໍ່ໄດ້ຈຳກັດນອກຈາກນັ້ນຍັງມີນໍ້າ ຫນັກເບົາງ່າຍຕໍ່ການເຄື່ອນຍ້າຍ, ມີການຫຍູບຕົວເຮັດໃຫ້ມີຄວາມນູມໃນຕົວແລະລາຄາທົ່ວໄປກໍ່ຖືກກວ່າໄມ້.

ຄຸ່ມື ການສ້າງສວນກ້າ ແລະ ການປູກຫວາຍບາງຊະນິດທີ່ເປັນສິນຄ້າໃນ ສປປລາວ

ການຜະລິດປຶ້ມຄູ່ມີສະບັບນີ້ຂຶ້ນແມ່ນມີຄວາມຕັ້ງໃຈຢາກຊ່ວຍຊຸກຍູ້, ສະຫນັບສະຫນູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ການປູກຫວາຍ ໂດຍຈະໃຊ້ເວລາ ສັ້ນໃນການແຕກງອກໄດ້ປະລິມານຫລາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນ ພ້ອມທັງສາມາດປະຕິບັດກິດຈະກຳທີ່ກ່າວມານີ້ໄດ້ດ້ວຍຕົນ ເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກ ພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບ ມື້ນັບເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍຕາມ. ປັດຈຸບັນ ຈາກການເກັບກໍາຂໍ້ມູນການຕະຫລາດທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຄວາມຕ້ອງການຂອງ ຕະຫລາດ ມີຄວາມຕ້ອງການຫລາຍໂດຍສະເພາະເສັ້ນຫວາຍ. ສິ່ງດັ່ງກ່າວນີ້ເຫັນວ່າການຜະລິດ ຫວາຍໃນອະນາ ຄົດຍັງມີແນວໂນ້ມສູງ ທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວບ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ຟື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍການນໍາໃຊ້ຕົ້ນທຶນຕ່າ ໃນການພັດທະນາ.

ການຈັດການສວນກ້າ

ສວນກ້າເບ້ຍ ໝາຍເຖິງສະຖານທີ່ປະກອບການສ ຳລັບການຂະຫຍາຍພັນໄມ້, ຜະ ລິດພັນໄມ້ ແລະ ບົວລະບັດຮັກສາພັນໄມ້ ຕະຫລອດຈົນການບົວລະບັດເຮັກສາພັນໄມ້ຕ່າງ ໆທີ່ ຍັງນ້ອຍແລະ ຍັງບໍ່ທັນແຂງແຮງເຊິ່ງໄດ້ມາຈາກການຂະຫຍາຍພັນດ້ວຍວິທີການຕ່າງໆໃຫ້ແຂງ ແຮງ ແລະທົນທານຕໍ່ສະພາບແວດລ້ອມດີເສຍກ່ອນທີ່ຈະນ ຳໄປປູກໃນກວນ ຫລືກ່ອນທີ່ເຮົາຈະ ສົ່ງອອກຈ ຳໜ່າຍ. ຄ ຳວ່າສວນກ້າເບ້ຍ ບໍ່ໄດ້ໝາຍເຖິງເຮືອນກ້າເບ້ຍເຮືອນໃດໜຶ່ງເທົ່ານັ້ນ, ແຕ່ຈະ ໝາຍລວມໄປເຖິງ ອານາບໍລິເວນຕັ້ງຮົ້ວອອ້ມຮອບສວນກ້າເຂົ້າມາໂຮງເຮືອນທັງໝົດ ລວມທັງ ທຸກສິ່ງທຸກຢ່າງທີ່ຢູ່ໃນຮົ້ວນັ້ນດ້ວຍ. ສ່ວນຄ ຳວ່າເຮືອນກ້າເບ້ຍນັ້ນ, ຖືວ່າເປັນສ່ວນໜຶ່ງຂອງສວນ ກ້າເບ້ຍເທົ່ານັ້ນ.

ສວນຄົວຊີວະພາບ

ສວນຄົວຊີວະພາບແມ່ນສວນຄົວເພື່ອສຸຂະພາບ ແລະ ເສດຖະກິດຂອງຄອບຄົວ. ໃນສວນມີຜັກ ແລະ ໝາກໄມ້ກິນ ໄດ້ຕະຫລອດປີ ເພື່ອເສີມສ້າງສຸຂະພາບຂອງທ່ານໃຫ້ມີຄວາມ ຕ້ານທານພະຍາດສູງຂຶ້ນ.