ການປູກເຂົ້າດ້ວຍວິທີປະຢັດນ້ຳ ແລະ ເປັນມິດກັບສິ່ງແວດລ້ອມ
1.ໂອກາດ ແລະ ສິ່ງທ້າທາຍ ໃນການຜະລິດເຂົ້າ ຢູ່ ສປປ ລາວ 2. ຄວາມຕ້ອງການນໍ້າໃນການປູກເຂົ້າ ແລະ ການປ່ອຍອາຍແກດເຮືອນແກ້ວ 3.ການຈັດການນ້ຳ ແລະ ແປງປູກເຂົ້າເພື່ອລູດຜ່ອນການປ່ອຍອາຍແກດເຮືອນແກ້ວ 4. ຜົນການສາທິດປູກເຂົ້າ ແບບປະຢັດນນ້ຳ ແລະ ແບບຂັງນ້ຳ 5. ຂໍ້ແນະນໍາ
ເຕັກນິກທີ່ດີສຳລັບການປູກສາລີຢູ່ລາວ
ສາລີ ເປັນພືດທັນຍາຫານທີ່ໃຫ້ຜົນຜະລິດສູງ ປັບໂຕໄດ້ໃນວົງກວ້າງຖ້າທຽບໃສ່ພືດທັນຍາຫານຊະ ນິດອື່ນ, ເປັນໂອກາດທີ່ດີໃນການເພີ່ມການປູກສາລີ ໃຫ້ຫລາຍຂຶ້ນຢູ່ ສປປ ລາວ ໂດຍນຳໃຊ້ການປູກແບບ ກະເສດສຸມເນື້ອແທນຈາກການຖາງປ່າເຮັດໄຮ່ເຂົ້າ. ນອກຈາກນັ້ນ, ສາລີຍັງສາມາດປູກໃນພື້ນທີ່ຊົນລະປະ ທານບ່ອນທີ່ເຄີຍປູກເຂົ້ານາປີ. ຜົນຜະລິດສາລີໃນ ສປປ ລາວ ປະມານ 1 ລ້ານໂຕນຈາກເນື້ອທີ່ 200,000 ເຮັກຕາ ຈາກສະມັດຕະພາບປະມານ 5 ໂຕນ/ຮຕ. ນອກຈາກນັ້ນຍັງມີສາລີຫວານປະມານ 80,000 ໂຕນ ທີ່ປູກໃນ ສປປ ລາວ.
ຄູ່ມື ເຕັກນິກ ການປ້ອງກັນພະຍາດຮາກເນົ່າໃນຜັກບົ່ວແບ່ງ (Erwinia root rot disease)
ປື້ມຄູ່ມືສະບັບນີ້ຜູ້ຈັດທໍາໄດ້ສັງລວມ ແລະ ຄັດຈ້ອນເອົາເຕັກນິກຈາກການຄົ້ນຄວ້າທົດລອງຂອງສູນປ້ອງກັນພືດຮ່ວມກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄາອາຫານໃນ ສປປລາວ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ບັນດາເອກະສານ, ຕຳລາຕ່າງໆ ແລະ ປະສົບການ ທີ່ມີຄວາມສໍາເລັດ ແລະ ແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ. ບົດຮຽນເລົ່ານີ້ ຊາວກະສິກອນສາມາດເອົາໃຊ້ ເຂົ້າໃນການປັບຕົວກັບສະພາບການປ່ຽນແປງຂອງດິນຟ້າອາກາດເພື່ອເຮັດໃຫ້ການ ດໍາລົງຊີວິດດີຂຶ້ນ. ເຊິ່ງຜູ້ຈັດທໍາຂໍສະແດງຄວາມຂອບໃຈມາຍັງເຈົ້າຂອງເອກະສານຄູ່ມື ແລະ ຕຳລາທີ່ກ່ຽວຂ້ອງຕ່າງໆ ທີ່ໄດ້ເຜີຍແຜ່ສູ່ສັງຄົມ ແລະ ຫວັງຢ່າງຍິ່ງວ່າຈະເປັນການປະກອບສ່ວນໃນການຄົ້ນຄວ້າຮຽບຮຽງເປັນຄູ່ມືສະບັບນີ້.
ຄູ່ມືເຕັກນິກ ການສ້າງມາດຕະການປ້ອງກັນພະຍາດຮາກປົມ ໃນການປຸກຜັກກະລ່ຳປີ (Clubroot disease)
ປື້ມຄູ່ມືຫົວນີ້ ໄດ້ຮັບການສ້າງຂື້ນມາຈາກການຮ່ວມມືຂອງ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ຮ່ວມກັບ ໂຄງການສ້າງ ຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າອາຫານໃນສປປລາວ (FVC) ໄດ້ມີການຄັດເລືອກຜັກກະລໍ່າປີ ເປັນພືດເປົ້າໝາຍຢູ່ໃນແຂວງ ຈໍາປາສັກ ເພື່ອເປັນໂຄງການທົດລອງ, ແລະ ບໍ່ດົນຫຼັງຈາກນັ້ນກໍ່ພົບວ່າສວນຜັກກະລໍ່າປີ ໄດ້ຮັບຜົນກະທົບຈາກພະຍາດຮາກປົມນີ້. ຈາກນັ້ນ, ໂຄງການກໍ່ໄດ້ດໍາເນີນການວິນິດໄສ, ສໍາຫຼວດສະພາບປະຈຸບັນ ແລະ ມີປະຕິບັດໂຄງການທົດລອງ 3 ຄັ້ງ ເພື່ອຫາມາດ ຕະການຕ້ານພະຍາດນີ້ຢ່າງມີປະສິດທິຜົນ, ຄູ່ມືຍັງໄດ້ອະທິບາຍແຕ່ລະເຕັກນິກທີ່ໃຊ້ໃນການທົດລອງເຫຼົ່ານັ້ນ, ລວມທັງຜົນໄດ້ຮັບ, ແລະ ຄໍາແນະນໍາ. ດັ່ງນັ້ນ, ຖ້າການສະໜອງຂໍ້ມູນບາງອັນຍັງບໍ່ພຽງພໍ ທາງທີມງານຜູ້ຈັດພີມກໍ່ຍິນດີຮັບຟັງທຸກໆຄໍາແນະນໍາຈາກບັນດາທ່ານ ເພື່ອ ປັບປຸງຄູ່ມືດັ່ງກ່າວໃຫ້ດີຂື້ນໄປເລື້ອຍໆ. ທີມງານຜູ້ຈັດພີມຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງທຸກໆອົງການຈັດຕັ້ງ ແລະ ບຸກຄົນທີ່ໄດ້ປະກອບສ່ວນໃນການພັດທະນາປື້ມນີ້ດ້ວຍ.
ຄູ່ມືເຕັກນິກ ການຜະລິດກະສິກຳອິນຊີ
ຍ້ອນເຫັນໄດ້ທ່າແຮງ ຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນພູມອາກາດ, ດິນ, ແຫຼ່ງນໍ້າ ສໍາລັບການ ປູກຝັງ ຂອງປະເທດເຮົາ ຍັງມີຫຼາຍ ແລະ ຄວາມອຸດົມສົມບູນໄປດ້ວຍ ອີນຊີວັດຖຸ, ຊີວະນາໆພັນ ທີ່ຍັງບໍ່ທັນຖືກກະທົບທາງລົບ ຈາກການນໍາໃຊ້ສານເຄມີຄືກັບປະເທດອື່ນໆ. ດັ່ງນັ້ນ, ສູນມາດຕະຖານກະສິກໍາສະອາດ ແລະ ໂຄງການພັດທະນາກະສິກໍາສະອາດ ຈື່ງໄດ້ພັດທະນາ ຄູ່ມືເຕັກນິກ ການຜະລິດກະສິກໍາອິນຊີ ເພື່ອເປັນຂໍ້ມູນ ຮັບໃຊ້ໃຫ້ແກ່ຜູ້ທີ່ ເຮັດການຜະລິດເຊັ່ນ: ຊາວກະສິກອນ, ຜູ້ປະກອບການ ແລະ ພາກສ່ວນທີ່ກ່ຽວຂ້ອງປະຕິບັດໄດ້ຢ່າງຖືກຕ້ອງ ຕາມຄູ່ມືເຕັກນິກສະບັບນີ້.
ຄູ່ມື ດ້ານວິຊາການ ການສ້າງມາດຕະການປ້ອງກັນພະຍາດ (Panama Disease). ໃບແຫ້ງໃນກ້ວຍ
ອິງໃສ່ຄວາມກ້າວໜ້າວ່ອງໄວທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ສະພາບຄວາມເປັນຈິງໃນການພັດທະນາທາງດ້ານກະສິກຳ ແລະ ປ່າໄມ້ ຢູ່ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໂດຍທົ່ວໄປແລ້ວ ພໍ່ແມ່ປະຊາຊົນລາວເຮົາ ມີມູນເຊື້ອຄວາມດຸໝັ່ນ ໂດຍສະເພາະການຜະລິດກະສິກໍາຫຼາຍດ້ານ; ແຕ່ສັງເກດລວມແລ້ວ ຍັງມີຫຼາຍຂົງເຂດຢູ່ຊານເມືອງ ເຊິີ່ງການຜະລິດຍັງຕິດພັນກັບທໍາ ມະຊາດ ແລະ ມີສິ່ງທ້າທາຍການຍົກສະມັດຕະພາບການຜະລິດ ເຊັັ່ນ: ພະຍາດສັດຕູພືດລະບາດ, ບົ້ງ, ພະຍາດໃບແຫ້ງ, ເພັ້ຍເຊື້ອລາພະຍາດ, ທີ່ມາຂອງພະຍາດ ລວມເຖິງດ້ານເຕັກນິກ ຂະບວນການປູກ ແລະ ບົວລະບັດຮັກສາຈົນຮອດມື້ເກັບກູ່ຽວຜົນຜະລິດ ບາງຄັ້ງກໍ່ໄດ້ຮັບຜົນດີ, ບາງຄັ້ງການຜະລິດຂ້ອນຂ້າງຕົກຕໍ່າ ທາງນີ້ກໍ່ຂື້ນກັບການເອື້ອອຳນວຍຂອງສິີ່ງແວດລ້ອມຕ່າງໆ.
ການເຊືີ່ອມໂຍງອາຫານປ່າເຂົົ້າໃນ ໂພຊະນາການ: ທາດເຫຼັກ
ພືດປ່າເປັນຕົ້ນແມ່ນ: ຜັກອີຮຸມ, ຜັກສ້ຽນ. ຜັກບົ້ງ, ໜໍ່ໄມ້ ແລະ ເຫັດປ່າ ພ້ອມທັງສັດ ເຊັັ່ນ: ຫອຍ, ຈິງຫຼີດ, ແລະ ປານ້ອຍ ໃຫ້ທາດເຫຼັກທີ່ຊ່ວຍຮັກສາເລືອດ ແລະ ຮ່າງກາຍຂອງທ່ານໃຫ້ມີສຸຂະພາບດີ. ໃນໜ້າຕໍ່ໄປ, ທ່ານຈະພົບເຫັນ ອາຫານປ່າຫຼາກຫຼາຍຊະນິດ ແລະ ສູດອາຫານບາງຢ່າງທີ່ສະແດງວິທີທີ່ທ່ານ ສາມາດກະກຽມພວກມັນໄດ້.
ການເຊື່ອມໂຍງອາຫານປ່າເຂົົ້າໃນໂພຊະນາການ: ວິຕາມິນ ເອ (A)
ຮູ້ຫຼືບໍ່ອາຫານທໍາມະຊາດຊະນິດຕ່າງໆມີ ວິຕາມິນເອ ເປັນຕົ້ນແມ່ນ: ໃບຢານາງ, ຜັກຂະ, ຜັກຫວານ, ຜັກໜອກ ລ້ວນແຕ່ອຸດົມໄປດ້ວຍເບຕ້າແຄໂຣທີນ ເຊິ່ງຮ່າງກາຍສາມາດປ່ຽນເປັນວິຕາມິນເອໄດ້. ການກິນອາຫານພືື້ນເມືອງເຫຼົ່ານີ້ຊ່ວຍໃຫ້ຄອບຄົວມີສຸຂະພາບແຂງແຮງ. ໃນໜ້າຕໍ່ໄປ, ທ່ານຈະພົບກັບ ການນໍາສະເໜີອາຫານທໍາມະຊາດທີ່ຫຼາກຫຼາຍຊະນິດ ແລະ ວີທີການປຸງແຕ່ງອາຫານບາງລາຍການທີິ່ທ່ານກໍສາມາດເຮັດໄດ້.
ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີ ເຄື່ອງປ່າຂອງດົງ I, II ແລະ III
– ອີງຕາມ ກົດໝາຍວ່າດ້ວຍ ປ່າໄມ້ ສະບັບເລກທີ 64/ສພຊ, ລົງວັນທີ່ 13 ມິຖຸນາ 2019 – ອີງຕາມ ດຳລັດຂອງນາຍົກລັດທະມົນຕີ ສະບົບເລກທີ 99/ນຍ, ລົງວັນທີ່ 9 ມີນາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ – ອີງຕາມ ໜັງສືສະເໜີຂອງກົມປ່າໄມ້ ເລກທີ 0527/ກປ, ລົງວັນທີ່ 31 ມັງກອນ 2020; – ອີງຕາມ ການຄົ້ນຄວ້າ ແລະ ການສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 080/ກບນ, ລົງວັນທີ່ 30 ກຸມພາ 2020
ຄູ່ມື ການສ້າງສວນກ້າ ແລະ ການປູກຫວາຍບາງຊະນິດທີ່ເປັນສິນຄ້າໃນ ສປປ ລາວ
ການຜະລິດປຶ້ມຄູ່ມີສະບັບນີ້ຂຶ້ນແມ່ນມີຄວາມຕັ້ງໃຈຢາກຊ່ວຍຊຸກຍູ້, ສະຫນັບສະຫນູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ການປູກຫວາຍ ໂດຍຈະໃຊ້ເວລາ ສັ້ນໃນການແຕກງອກໄດ້ປະລິມານຫລາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນ ພ້ອມທັງສາມາດປະຕິບັດກິດຈະກໍາທີ່ກ່າວມານີ້ໄດ້ດ້ວຍຕົນ ເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກ ພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບ ມື້ນັບເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍຕາມ. ປັດຈຸບັນ ຈາກການເກັບກໍາຂໍ້ມູນການຕະຫລາດທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຄວາມຕ້ອງການຂອງ ຕະຫລາດ ມີຄວາມຕ້ອງການຫລາຍໂດຍສະເພາະເສັ້ນຫວາຍ. ສິ່ງດັ່ງກ່າວນີ້ເຫັນວ່າການຜະລິດ ຫວາຍໃນອະນາ ຄົດຍັງມີແນວໂນ້ມສູງ ທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວບ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ພື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍການນໍາໃຊ້ຕົ້ນທຶນຕ່າ ໃນການພັດທະນາ.


