ຄູ່ມືການລ້ຽງໄກ່ພື້ນເມືອງລາວ
ໄກ່ພື້ນເມືອງໃນປະຈຸບັນ ໄດ້ມີການລາຍງານໄວ້ວ່າເປັນໄກ່ທີ່ມີຕົ້ນກຳເນີດມາຈາກໄກ່ປ່າຂອງທະວີບອາຊີ ໂດຍ ສະເພາະ ພູມີພາກອາຊີຕາເວັນອອກສ່ຽງໃຕ້ເຊັ່ນ: ປະເທດຈີນພາກໃຕ້, ປະເທດໄທ ແລະ ມາເລເຊຍ, ເຊິ່ງ ມະນຸດ ໄດ້ນໍາມາລ້ຽງເມື່ອ 3 ພັນປີກ່ອນ, ຫຼັງຈາກນັ້ນ ມະນຸດ ແລະໄກ່ ໄດ້ອາໃສເຊິ່ງກັນ ແລະ ກັນ: ໄກ່ອາໃສໃຫ້ຄົນລ້ຽງດູ ແລະ ຄົນອາໃສໄກ່ ເອົາໄວ້ເປັນອາຫານ ແລະ ຂັນເພື່ອບອກເວລາ.
ການຄຸ້ມຄອງແຫຼ່ງອາຫານສັດໃນລະບົບການລ້ຽງສັດເຂດພູດອຍ
ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ມີຄວາມຕ້ອງການ ທາງດ້ານຜະລິດຕະພັນສັດ ເພີ້ມຂຶ້ນຢ່າງຫຼວງຫຼາຍ. ໃນ ສປປ ລາວ ເຮົາສ ຳລັບຊີ້ນສັດຈ ຳພວກກະເພາະດຽວ ເຊັ່ນ: ໝູ ແລະ ໄກ່ ຄາດຄະເນວ່າຈະສາມາດຕອບສະ ໜອງໄດ້ຕາມຄວາມຕ້ອງການ. ແຕ່ຄວາມຕ້ອງການທາງ ດ້ານຜະລິດຕະພັນຊີ້ນຈາກສັດຄ້ຽວເອື້ອງເຊັ່ນ: ງົວ, ຄວາຍ ແລະ ແບ້ ຈະສູງກວ່າຄວາມສາມາດທີ່ຈະສະໜອງໄດ້. ຄວາມຕ້ອງການ ໂດຍສະເພາະແມ່ນຊີ້ນສັດຄ້ຽວເອື້ອງໃນທົ່ວພາກພື້ນແມ່ນມີເພີ້ມຂຶ້ນ.
ການເຊື່ອມສານເອົາບັນດາເປົ້າໝາຍ SDG ເພື່ອການພັດທະນາການລ້ຽງສັດແບບຍືນຍົງ
ໃນປີ 2015 ບັນດາປະເທດສະມາຊິກ ສະຫະປະຊາຊາດ (United Nation, UN) 193 ປະເທດ ໄດ້ຮ່ວມກັນຮັບຮອງ ເອົາເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals, SDGs) ປ່ຽນແທນເປົ້າໝາຍພັດທະນາສະຫະສະວັດ (Millennium Development Goals, MDGs) ເພື່ອເປັນແນວທາງການພັດທະນາໃນໄລຍະ 15 ປີຕໍ່ໜ້າ (2016-2030) ຂອງລັດຖະບານ, ອົງການຈັດຕັ້ງສາກົນ, ສັງຄົມ ແລະ ສະຖາບັນອື່ນໆໂດຍກໍານົດໄວ້ 17 ເປົ້າໝາຍ ກັບ 169 ຕົວຊີ້ບອກ (ສະເພາະ ສປປ ລາວ ໄດ້ບວກເອົາເປົ້າໝາຍການເກັບກູ້ລູກ ລະເບີດບໍ່ທັນແຕກເພີ້ມເຂົ້າອີກ 1 ເປົ້າໝາຍ) ໂດຍວາລະການພັດທະນາແບບຍືນຍົງ (Agenda of Sustainable Development, ASD) ໄດ້ຖືກຮອງຮັບເພື່ອນໍາໃຊ້ກັບທຸກປະເທດ.
ການທອມງົວເປັນສິນຄ້າດ້ວຍການນຳໃຊ້ຂີ້ມັນຕົ້ນ
ມັນຕົ້ນ ໄດ້ກາຍເປັນພືດເສດຖະກິດທີ່ສໍາຄັນໃນ ສປປ ລາວ ຍ້ອນມີການສົ່ງອອກແປ້ງມັນຕົ້ນ ອິງໃສ່ຂໍ້ມູນຈາກ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ບົດລາຍງານສະຖິຕິພຶດ ປີ 2014 ເນື້ອທີ່ການປູກມັນຕົ້ນໃນທົ່ວປະເທດ ມີ ຈໍານວນ 60.475 ເຮັກຕາ, ສະມັດຕະພາບການຜະລິດສະເລ່ຍ 27 ໂຕນຕໍ່ເຮັກຕາ ຫລື ຜົນຜະລິດຫົວມັນຕົ້ນ ແຕ່ລະປີ ມີປະມານ 1,6 ລ້ານໂຕນ ເຊິ່ງສ່ວນຫລາຍການຜະລິດຫົວມັນຕົ້ນ ເພື່ອມາຊອຍຕາກແຫ້ງສົ່ງອອກ ແລະ ປ້ອນໂຮງງານ ອາຫານສັດ (ຊີພີລາວ) ແລະ ບາງກຸ່ມປູກເພື່ອສົ່ງຫົວມັນຕົ້ນສົດ ປ້ອນໂຮງງານຜະລິດແປ້ງມັນຕົ້ນ ເຊິ່ງປະຈຸບັນໃນ ສປປ ລາວ ມີ 5 ແຫ່ງ ທີ່ເຮັດການສົ່ງເສີມການປູກມັນຕົ້ນເພື່ອເອົາຫົວສະໜອງໂຮງງານ ແລະ ໃນນີ້, ຂີ້ມັນຕົ້ນ ເປັນໜຶ່ງໃນສິ່ງ ເສດເຫລືອຈາກການຜະລິດແປ້ງ ພາຍຫລັງຫົວມັນຕົ້ນຖືກສະກັດໄປເປັນແປ້ງມັນຕົ້ນ ຈະມີສິ່ງເສດເຫລືອທີ່ເອີ້ນວ່າຂີ້ ມັນຕົ້ນ ມີປະມານ 10-15% ຂອງນໍ້າໜັກຫົວມັນຕົ້ນສົດຖືກປ່ອຍອອກມາ.
ພະຍາດອະຫິວາໝູອາຟຣິກກາ ຫຼັກການຮັກສາຄວາມປອດໄພ
ພະຍາດ ອະຫິວາໝູ ອາຟຣິກາ ບໍ່ເປັນອັນຕະລາຍ ສໍາລັບຄົນ ແຕ່ຈະເຮັດໃຫ້ ໝູທີ່ທ່ານລ້ຽງ ແລະ ໝູປ່າຕາຍ. ໃນປັດຈຸບັນ ຍັງບໍ່ທັນມີ ວັກຊິນ ປ້ອງກັນພະຍາດດັ່ງກ່າວ.ໄວຣັດ ມີຄວາມຕ້ານທານສູງ ຕໍ່ສະພາບແວດລ້ອມ ແລະ ຢູ່ໃນ ຜະລິດຕະພັນໝູ ທີ່ຕິດເຊື້ອ.ຖ້າພວກເຮົາບໍ່ລະວັງ ຈະເຮັດໃຫ້ພະຍາດແຜ່ລະບາດຢ່າງໄວ.
ບົດສັງລວມນະໂຍບາຍ ຫ້າແນວທາງເພື່ອຊຸກຍູ້ ການລ້ຽງງົວ ແລະ ລ້ຽງໝູ
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2016-2020 ແລະ ຍຸດທະສາດການພັດທະນາກະສິກຳ ເປັນ ສອງຍຸດທະສາດ ຂອງ ສປປ ລາວ ທີ່ໄດ້ເໜັ້ນໜັກເຖິງຄວາມສຳຄັນຂອງການພັດທະນາການລ້ຽງ ສັດ. ງົວ ແລະ ໝູ ແມ່ນຕ່ອງໂສ້ຜົນຜະລິດສັດ ທີ່ຊ່ວປະກອບສ່ວນເຂົ້າໃນການຄໍ້າປະກັນສະບຽງອາຫານ ແລະ ການສ້າງລາຍຮັບຢູ່ໃນລະດັບຄົວເຮືອນ ແລະ ລະດັບຊາດ. ເຖິງຢ່າງໃດກໍຕາມ, ຊາວກະ ສິກອນກໍ່ຍັງປະເຊີນ ກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແລະ ຮຽກຮ້ອງເຖິງການສະໜັບສະໜູນ ເພື່ອພັດທະນາການລ້ຽງສັດໃຫ້ປະສົບຜົນສຳເລັດ. ສ່ວນຫຼາຍຊາວກະສິກອນແມ່ນປະເຊີນກັບຄວາມສ່ຽງ ຕ່າງໆເປັນຕົ້ນແມ່ນ ຄວາມສ່ຽງໃນການຂາດອາຫານສັດ ແລະ ການຂາດແຄນນໍ້າໃນຊ່ວງລະດູແລ້ງ ເຊິ່ງມັນເຮັດໃຫ້ເກີດມີຂໍ້ຈຳກັດ ໃນການຜະລິດ. ຄວາມສ່ຽງອື່ນໆແມ່ນກ່ຽວກັບພະຍາດລະບາດ, ຂາດ ຄວາມຮູ້ດ້ານເຕັກນິກວິຊາການ, ການ ປ່ຽນແປງດິນຟ້າອາກາດ ເຊິ່ງເປັນສາເຫດໃຫ້ເກີດມີນໍ້າຖ້ວມໜັກ ໃນຊ່ວງລະດູຝົນ ແລະ ໄພແຫ້ງແລ້ງໃນລະດູ ແລ້ງ. ມາດຕະການໃນການປ້ອງກັນ ແລະ ທາງເລືອກ ຄວນໄດ້ຮັບການສະເໜີ ໃຫ້ຊາວກະສິກອນ ເພື່ອຮັບມື ກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ.
ການປັບປຸງລະບົບການລ້ຽງສັດ
ປະຊາຊົນລາວກວມເອົາ 70% ທີ່ມີອາຊີບເປັນຊາວກະສິກອນ(ປາລິກອນທະລົງແສງຈັນ,2007)ເຊັ່ນ:ການປູກແລະການລ້ຽງທີ່ມີການພົວພັນເຊີ່ງກັນແລະກັນ,ການລ້ຽງສັດຂອງຊາວກະສິກອນລາວແມ່ນຖືເປັນອາຊີບເສີມ ຮອງຈາກການປູກເຂົ້າ ແລະ ພືດອຸດສາຫະກຳ ແຕ່ກໍ່ມີຈຳນວນບໍ່ໜ້ອຍທີ່ຢຶດຖືການລ້ຽງສັດເປັນອາຊີບຫຼັກໂດຍສະເພາະແມ່ນຜູ້ທີ່ລ້ຽງເປັນຟາມໂດຍມີການບໍລິຫານຈັດການເປັນຢ່າງດີ. ສ່ວນຫຼາຍແລ້ວຊາວບ້ານລ້ຽງສັດເປັນທຶນສະສົມໄວ້ຂາຍໃນຍາມຈຳເປັນຂອງຄອບຄົວ, ແຕ່ກ່ອນແມ່ນລ້ຽງໄວ້ໃຊ້ແຮງງານ, ໃຊ້ໃນພິທີທາງສາດສະໜາ ແລະ ໃຊ້ເປັນອາຫານ, ສຳລັບການລ້ຽງສັດເປັນສິນຄ້າສ້າງລາຍຮັບແມ່ນຈະລ້ຽງເປັນຟາມທີ່ ລ້ຽງໃນປະລິມານຫຼາຍ ເພື່ອໃຫ້ຄູ້ມຄ່າກັບການລົງທຶນ ແລະ ແຮງງານທີ່ເບິ່ງແຍງດູແລ ເຊິ່ງໃນ ສປປລາວ ຍັງບໍ່ທັນແຜ່ຂະຫຍາຍຫຼາຍເທົ່າທີ່ຄວນ ເນື່ອງຈາກຊາວກະສິກອນຍັງບໍ່ທັນມີຄວາມ ຮູ້ຢ່າງເລິກເຊິ່ງໃນການຈັດການ, ການຮັກສາສຸຂະພາບສັດ, ການສ້າງແຫຼ່ງອາຫານ ແລະ ການຈັດການທາງດ້ານຕະຫຼາດລວມທັງການເຂົ້າຫາແຫຼ່ງທຶນຍັງບໍ່ທັນທົ່ວເຖິງ.
ການປັບປຸງລະບົບການລ້ຽງສັດໃຫຍ່
ງົວ-ຄວາຍແມ່ນອົງປະກອບອັນສໍາຄັນອັນໜຶ່ງຂອງລະບົບການຜະລິດກະສິກຳຢູ່ເຂດເນີນສູງພາກເໜືອຂອງສປປ ລາວ ເພາະພວກມັນມີສ່ວນຊ່ວຍໃຫ້ຂໍ້ສະດວກໃນການເຮັດກະສິກຳ ເຊັ່ນ: ໃຊ້ແຮງງານໄດ້, ໄດ້ຝຸ່ນສັດ ແລະ ຂາຍສ້າງ ລາຍຮັບໄດ້. ການລ້ຽງ ງົວ-ຄວາຍ ຜ່ານມາແມ່ນໄດ້ລ້ຽງແບບກະແຈກກະຈາຍປ່ອຍໄປຕາມທຳມະຊາດທີ່ຖືກກຳນົດໂດຍ ການປູກພືດຕາມລະດູການ. ໃນລະດູຝົນເມື່ອມີການປູກພືດສັດລ້ຽງຈະຖືກຂັງໄວ້ໃນຄອກໄກ້ກັບເຂດຜະລິດກະສິກຳ ບ່ອນທີສາມາດໃຊ້ແຮງງານ ແລະ ເກັບຂີ້ສັດໄດ້ ຫຼື ຖືກສົ່ງໄປປ່ອຍຢູ່ປ່າໄມ້ທີ່ຫ່າງຈາກເຂດຜະລິດ ເພື່ອປ້ອງກັນບໍໃຫ້, ທໍາລາຍຜົນລະປູກ. ຂໍ້ຫຍຸ້ງຍາກກ່ຽວກັບການລ້ຽງສັດໃຫຍ່ ແມ່ນມີອັດຕາການຕາຍສູງ, ຂາດອາຫານໃນລະດູແລ້ງ, ຂາດ ອາຫານໃນໄລຍະລະດູການຜະລິດ(ຕົວຢ່າງໃນໄລຍະການປູກພືດ ແລະ ເກັບກ່ຽວຜົນຜະລິດ ໃນຂະນະທີແຮງງານເບິ່ງແຍງ ສັດລ້ຽງບໍ່ພຽງພໍ) ສັດເສຍຫາຍຍ້ອນໂຈນລັກ, ຕົກຫຽວ, ຕິດພະຍາດ ແລະ ເຂົ້າທໍາລາຍຜົນລະປູກຜູ້ອື່ນໆ, ວິທີການ ແບບປະສົມປະສານທີ່ລວມທັງ ການຮັກສາສຸຂະພາບສັດ, ເພີ່ມ ແລະ ປັບປຸງ ແຫຼ່ງອາຫານສັດເພື່ອໃຫ້ກິນໃນລະດູແລ້ງ ແລະ ຝົນ, ເພື່ອເປັນການຮັບປະກັນເຮັດໃຫ້ການປັບປຸງລະບົບການລ້ຽງສັດໃຫຍ່ໃຫ້ມີປະສິດທິພາບສູງ. ໃນປີ 2015, ໂຄງການ EFICAS ໄດ້ຊຸກຍູ້ສົ່ງເສີມເຮັດກິດຈະກຳ ການປັບປຸງລະບົບການລ້ຽງສັດໃຫຍ່ ຢູ່ 11 ບ້ານ.
ການຈັດການທົ່ງຫຍ້າສຳຫຼັບການປັບປຸງລະບົບການລ້ຽງສັດ
ການລ້ຽງສັດຂອງປະຊາຊົນລາວເຮົາຖືວ່າເປັນອາຊີບສຳຮອງຈາກການປູກພືດ ແລະ ເປັນແຫຼ່ງຕົ້ນທຶນໃນການສ້າງລາຍ ຮັບເຂົ້າໃນການໃຊ້ຈ່າຍຂອງຄອບຄົວໃຫ້ແກ່ຊາວກະສິກອນທີ່ຢູ່ເຂດຊົນນະບົດເຂດພາກເໜືອຂອງລາວໃນໄລຍະຜ່ານ ມາໄດ້ມີການການສົ່ງເສີມຈາກທາງພາກລັດ ແລະ ບັນດາອົງການຊ່ວຍເຫຼືອໃນການປູກຫຍ້າເພື່ອປັບປຸງທາງດ້ານອາ ຫານກໍ່ຄືຄຸນນະພາບຂອງການລ້ຽງສັດຂອງປະຊາຊົນໃນຮູບແບບສວນຄົວ ຫຼື ລ້ຽງເປັນເສດຖະກິດຂະໜາດນ້ອຍ ແລະ ມີທ່າອ່ຽງທີ່ເພີ່ມຂື້ນຈາກຄວາມຕ້ອງການບໍລິໂພກຊີ້ນພາຍໃນ ແລະ ຕ່າງປະທດ. ຫຼາຍເຂດໄດ້ກຳນົດເອົາການ ລ້ຽງສັດເປັນບູລິມະສິດຕົ້ນຕໍໃນການສ້າງລາຍຮັບເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈາກການລ້ຽງສັດຄຽງຄູ່ ກັບການເພີ່ມເນື້ອທີ່ການປູກຫຍ້າໃຫ້ຫຼາຍຂື້ນຕ້ອງໄດ້ມີການຈັດການທົ່ງຫຍ້າໃຫ້ມີປະສິດທິພາບ, ຄຸນນະພາບຕໍ່ກັບ ສັດ ແລະ ນໍາໃຊ້ໄດ້ຍາວນານ.
ຊະນິດພືດອາຫານສັດຕະກູນຖົ່ວ ແລະ ຕະກູນຫຍ້າເມັດນ້ອຍທີ່ນຳໃຊ້ເຂົ້າໃນການລ້ຽງສັດ
ພືດອາຫານສັດຕະກຸນຖົ່ວ ແລະ ຕະກຸນຫຍ້າເມັດນ້ອຍລ້ວນແລ້ວແຕ່ເປັນອາຫານໃຫ້ແກ່ສັດ ແລະ ໂດຍສະ ເພາະ ແມ່ນສັດໃຫຍ່. ພືດອາຫານສັດຕະກຸນຫຍ້າເມັດນ້ອຍແມ່ນໃຫ້ຜົນຜະລິດມວນສານສູງກວ່າພືດອາຫານສັດ ຕະກຸນ ຖົ່ວ ແລະ ຍັງເປັນພື້ນຖານອາຫານໃຫ້ແກ່ສັດໃຫຍ່ (ສັດຄຽວເຮືອງ) (ຄວາມຕ້ອງການຂອງສັດສໍາລັບກິນໃນ ແຕ່ລະມື້ ໂດຍປະມານແມ່ນ 3 ກິໂລຂອງມວນສານແຫ້ງສໍາລັບສັດທີ່ມີນໍ້າໜັກ 100 ກິໂລ). ຄຽງຄູ່ກັນນັ້ນພືດອາ ຫາສັດຕະ ກຸນຖົ່ວແມ່ນມີທາດໂປເຕອິນຫຼາຍກວ່າພືດອາຫານສັດຕະກຸນຫຍ້າ (ເຊິ່ງມີຢູ່ໃນລະ ຫວ່າງ 15 ຫາ 20% ກົງກັນຂ້າມພືດອາຫາສັດຕະກຸນຫຍ້າມີພຽງແຕ່ 5 ຫາ 15%) ແລະ ຍັງເຮັດໃຫ້ການຈະເລີນເຕີບໂຕຂອງສັດໄດ້ດີ.


