EFICAS project
ງົວ-ຄວາຍແມ່ນອົງປະກອບອັນສໍາຄັນອັນໜຶ່ງຂອງລະບົບການຜະລິດກະສິກຳຢູ່ເຂດເນີນສູງພາກເໜືອຂອງສປປ ລາວ ເພາະພວກມັນມີສ່ວນຊ່ວຍໃຫ້ຂໍ້ສະດວກໃນການເຮັດກະສິກຳ ເຊັ່ນ: ໃຊ້ແຮງງານໄດ້, ໄດ້ຝຸ່ນສັດ ແລະ ຂາຍສ້າງ ລາຍຮັບໄດ້. ການລ້ຽງ ງົວ-ຄວາຍ ຜ່ານມາແມ່ນໄດ້ລ້ຽງແບບກະແຈກກະຈາຍປ່ອຍໄປຕາມທຳມະຊາດທີ່ຖືກກຳນົດໂດຍ ການປູກພືດຕາມລະດູການ. ໃນລະດູຝົນເມື່ອມີການປູກພືດສັດລ້ຽງຈະຖືກຂັງໄວ້ໃນຄອກໄກ້ກັບເຂດຜະລິດກະສິກຳ ບ່ອນທີສາມາດໃຊ້ແຮງງານ ແລະ ເກັບຂີ້ສັດໄດ້ ຫຼື ຖືກສົ່ງໄປປ່ອຍຢູ່ປ່າໄມ້ທີ່ຫ່າງຈາກເຂດຜະລິດ ເພື່ອປ້ອງກັນບໍໃຫ້, ທໍາລາຍຜົນລະປູກ. ຂໍ້ຫຍຸ້ງຍາກກ່ຽວກັບການລ້ຽງສັດໃຫຍ່ ແມ່ນມີອັດຕາການຕາຍສູງ, ຂາດອາຫານໃນລະດູແລ້ງ, ຂາດ ອາຫານໃນໄລຍະລະດູການຜະລິດ(ຕົວຢ່າງໃນໄລຍະການປູກພືດ ແລະ ເກັບກ່ຽວຜົນຜະລິດ ໃນຂະນະທີແຮງງານເບິ່ງແຍງ ສັດລ້ຽງບໍ່ພຽງພໍ) ສັດເສຍຫາຍຍ້ອນໂຈນລັກ, ຕົກຫຽວ, ຕິດພະຍາດ ແລະ ເຂົ້າທໍາລາຍຜົນລະປູກຜູ້ອື່ນໆ, ວິທີການ ແບບປະສົມປະສານທີ່ລວມທັງ ການຮັກສາສຸຂະພາບສັດ, ເພີ່ມ ແລະ ປັບປຸງ ແຫຼ່ງອາຫານສັດເພື່ອໃຫ້ກິນໃນລະດູແລ້ງ ແລະ ຝົນ, ເພື່ອເປັນການຮັບປະກັນເຮັດໃຫ້ການປັບປຸງລະບົບການລ້ຽງສັດໃຫຍ່ໃຫ້ມີປະສິດທິພາບສູງ. ໃນປີ 2015, ໂຄງການ EFICAS ໄດ້ຊຸກຍູ້ສົ່ງເສີມເຮັດກິດຈະກຳ ການປັບປຸງລະບົບການລ້ຽງສັດໃຫຍ່ ຢູ່ 11 ບ້ານ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ
published in 2019, ລາວ language



