NAFRI
ໂຄງການຄົ້ນຄ້ວາປະເມີນຜົນທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຈາກໂຄງການປູກໄມ້ອຸດສະ ຫະກ ຳເປັນສິນຄ້ານີ້, ເປັນການຮ່ວມມືລະຫວ່າງ ສູນຄົ້ນຄ້ວາ ແລະຂໍ້ມູນຂ່າວສານທີ່ດິນ ແລະຊັບພະຍາກອນ ທ ຳມະຊາດ, ອົງການຄຸ້ມຄອງທີ່ດິນແຫ່ງຊາດ, ສ ຳນັກງານນາຍົກລັດຖະມົນຕີ ກັບມູນນິທິຟື້ນຟູຊີວິດ ແລະທ ຳ ມະຊາດ ກຸງເທບ ແລະຄະນະສັງຄົມສາດ, ມະຫາວິທະຍາໄລຊຽງໃໝ່ ປະເທດໄທ, ໂດຍປະຕິບັດຕາມຂໍ້ຕົກລົງ ແຕ່ງຕັ້ງ ຄະນະຮັບຜິດຊອບໂຄງການ ຂອງລັດຖະມົນຕີ ປະຈ ຳສ ຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການ ຄຸ້ມຄອງທີ່ດິນແຫ່ງຊາດ, ສະບັບເລກທີ 803/ ສນຍ.ອຄດຊ, ລົງວັນທີ 28 ກັນຍາ 2007, ວ່າດ້ວຍການແຕ່ງ ຕັ້ງພະນັກງານ, ລົງເຄື່ອນໄຫວເກັບກ ຳຂໍ້ມູນປະເມີນຜົນທາງດ້ານເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມ, ຈາກ ໂຄງການປູກໄມ້ອຸດສະຫະກ ຳເປັນສິນຄ້າ ຢູ່ແຂວງຈ ຳປາສັກ ແລະແຂວງສາລະວັນ. ເປົ້າໝາຍເພື່ອປະເມີນຜົນ ກະທົບ ທາງດ້ານເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມຈາກການສ ຳປະທານທີ່ດິນ ໃນພື້ນທີ່ຂະໜາດກ້ວາງ. ເພື່ອປູກຢາງພາລາ. ພ້ອມກັບຂໍ້ສະເໜີໃນການຄຸ້ມຄອງທີ່ດິນ ແລະການນ ຳໃຊ້ທີ່ດິນ ຢູ່ ສປປ ລາວ ໃນອະນາ ຄົດ. ໂດຍໄດ້ເລືອກເອົາຈຸດການສຶກສາຄົ້ນຄ້ວາຢູ່ 2 ແຂວງພາກໃຕ້ ຂອງລາວຄື: ແຂວງຈ ຳປາສັກ ແລະແຂວງ ສາລະວັນ, ຊື່ງເລີ້ມຕົ້ນແຕ່ເດືອນກໍລະກົດ 2007 ເຖີງເດືອນ ກໍລະກົດ 2008, ເປັນໄລຍະເວລາ 01 ປີ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2016, ລາວ language

Image